Tour ຖີບ​ລົດ​ໃນ​ຍາມ​ຄ່ຳ​ຄືນ “ທັງ​ລອງ - ຮ່າ​ໂນ້ຍ”

(VOVWORLD) - Tour ຖີບລົດໃນຍາມຄ່ຳຄືນ “ທັງລອງ - ຮ່າໂນ້ຍ” ໂດຍຫໍພິພິທະພັນປະຫວັດສາດແຫ່ງຊາດ ແລະ ບໍລິສັດທ່ອງທ່ຽວແບບຍືນຍົງ ຫວຽດນາມ (Vietnam S.T.I.D ) ຈັດຂຶ້ນດ້ວຍຄວາມຫວັງຢາກສ້າງການລົງພຶດຕິກຳທີ່ເປັນເອກະລັກສະເພາະ ແລະ ຈັບອົກຈັບໃຈຍາມຄ່ຳຄືນຢູ່ນະຄອນຫຼວງ ໃຫ້ແກ່ ແຂກທ່ອງທ່ຽວ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 403 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກບັນດາປະເທດ ແລະ ເຂດແຄວ້ນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ… ໃນນັ້ນ, ທ່ານຜູ້ຟັງລາວ ກໍ່ຄືຫວຽດນາມ ຫຼາຍຄົນ ກໍ່ໄດ້ຝາກຈົດໝາຍມາຍັງລາຍການ ດ້ວຍເນື້ອໃນແບ່ງປັນຄວາມຮູ້ສຶກ, ຊອກຮູ້ກ່ຽວກັບການພົບປະແລກປ່ຽນດ້ານວັດທະນະທຳ ຫວຽດນາມ - ລາວ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີບັນດາຄຳເຫັນ, ເນື້ອໃນ, ກໍ່ຄືຕອບຈົດໝາຍຂອງທ່ານຜູ້ຟັງທີ່ຝາກມາລາຍການ ໃນອາທິດຜ່ານມາ, ເຊີນທ່ານຕິດຕາມຮັບຟັງ.

ເພື່ອນ ພອນສະຫວັນ ຢູ່ແຂວງ ຊຽງຂວາງ, ໄດ້ສົ່ງຈົດໝາຍຝາກເຖິງລາຍການໂດຍແບ່ງປັນວ່າ: ຂ້າພະເຈົ້າຮູ້ສຶກປະທັບໃຈຕໍ່ລາຍການ ຫວຽດນາມ - ລາວ ໃນເວັບໄຊຂອງ VOV5. ລາຍການນີ້ ໄດ້ຊ່ວຍຂ້າພະເຈົ້າຕິດຕາມບັນດາຂ່າວຄາວກ່ຽວກັບການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ລາວ ໄດ້ສະດວກກ່ວາ ແລະ ມີລັກສະນະສັງລວມກ່ວາ. ອາດເວົ້າໄດ້ວ່າ ນີ້ແມ່ນເວັບໄຊທີ່ມີຂໍ້ມູນອັນລ້ຳຄ່າສຳລັບຂ້າພະເຈົ້າ. ຂໍຂອບໃຈລາຍການ, ຫວັງວ່າ, ໃນໄລຍະຈະມາເຖິງ ເວັບໄຊຂອງລາຍການຈະມີ ຄຼິບວີດີໂອ, ພາບສາລະຄະດີ ກ່ຽວກັບການພົວພັນຮ່ວມມືລະຫວ່າງ ສອງປະເທດ ຫວຽດນາມ - ລາວ ຫຼາຍກ່ວາອີກ.

ເພື່ອນພອນສະຫວັນ ທີ່ຮັກແພງ! ພວກຂ້າພະເຈົ້າຮູ້ສຶກດີໃຈເມື່ອໄດ້ຮັບຄຳເຫັນຂອງເພື່ອນກ່ຽວກັບບັນດາເນື້ອໃນ ເຊິ່ງທາງລາຍການໄດ້ເອົາລົງໃນເວັບໄຊ vovworld.vn, ບັນດາຄຳເຫັນຂອງບັນດາທ່ານຜູ້ຟັງ ແມ່ນແຫຼ່ງກຳລັງໃຈອັນໃຫຍ່ຫຼວງທີ່ສະຫງວນໃຫ້ແກ່ຜູ້ເຮັດລາຍການກະຈາຍສຽງພາກພາສາລາວ ເວົ້າສະເພາະ ແລະ VOV ເວົ້າລວມ. ພວກຂ້າພະເຈົ້າຂໍອວຍພອນໃຫ້ບັນດາທ່ານຜູ້ຟັງຈົ່ງມີສຸຂະພາບທີ່ເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສຳເລັດໃນວຽກງານ ແລະ ສືບຕໍ່ປະກອບຄຳເຫັນເພື່ອໃຫ້ລາຍການນັບມື້ນັບເປັນໜ້າສົນໃຈກວ່າເກົ່າ.

ໃນຈົດໝາຍຝາກມາລາຍການ, ເພື່ອນ ຈຳປາ ຢູ່ແຂວງ ວຽງຈັນ ໄດ້ຂຽນມາວ່າ: ໃນໄລຍະຈະມາເຖິງ, ຂ້າພະເຈົ້າ ແລະ ຄອບຄົວ ຈະໄປທ່ຽວຮ່າໂນ້ຍ. ເພື່ອໃຫ້ການເດີນທາງໄປທ່ຽວມີຄວາມສະດວກ ຂ້າພະເຈົ້າໄດ້ຊອກຮູ້ຫຼາຍພໍສົມຄວນກ່ຽວກັບການທ່ອງທ່ຽວຢູ່ ຮ່າໂນ້ຍ, ນັບແຕ່ອາຫານການກິນ, ບັນດາສະຖານທີ່ທ່ອງທ່ຽວ ຕະຫຼອດຮອດໂຮງແຮມ… ເຖິງຢ່າງໃດກໍ່ຕາມ, ມີ Tour ທ່ອງທ່ຽວໃໝ່ ແມ່ນ tour ຖີບລົດໃນຍາມຄ່ຳຄືນ “ທັງລອງ - ຮ່າໂນ້ຍ” ແຕ່ຂ້າພະເຈົ້າຍັງບໍ່ທັນມີຂໍ້ມູນເທື່ອ. ຫວັງວ່າ ບັນນາທິການລາຍການພາກພາສາລາວ ຈະສະໜອງຂໍ້ມູນກ່ຽວກັບ tour ທ່ອງທ່ຽວໃຫ້ແກ່ຂ້າພະເຈົ້າຕື່ມອີກ, ຂໍຂອບໃຈ.

Tour ຖີບ​ລົດ​ໃນ​ຍາມ​ຄ່ຳ​ຄືນ “ທັງ​ລອງ - ຮ່າ​ໂນ້ຍ”  - ảnh 1Tour ຖີບລົດໃນຍາມຄ່ຳຄືນ “ທັງລອງ - ຮ່າໂນ້ຍ” (ພາບ: baotanglichsu.vn)

ເພື່ອນຈຳປາທີ່ຮັກແພງ! Tour ຖີບລົດໃນຍາມຄ່ຳຄືນ “ທັງລອງ - ຮ່າໂນ້ຍ” ໂດຍຫໍພິພິທະພັນປະຫວັດສາດແຫ່ງຊາດ ແລະ ບໍລິສັດທ່ອງທ່ຽວແບບຍືນຍົງ ຫວຽດນາມ (Vietnam S.T.I.D ) ຈັດຂຶ້ນດ້ວຍຄວາມຫວັງຢາກສ້າງການລົງພຶດຕິກຳທີ່ເປັນເອກະລັກສະເພາະ ແລະ ຈັບອົກຈັບໃຈຍາມຄ່ຳຄືນຢູ່ນະຄອນຫຼວງ ໃຫ້ແກ່ ແຂກທ່ອງທ່ຽວ. ເຂົ້າຮ່ວມການລົງພຶດຕິກຳຕົວຈິງ Tour ຖີບລົດໃນຍາມຄ່ຳຄືນ “ທັງລອງ - ຮ່າໂນ້ຍ” ແຂກທ່ອງທ່ຽວ ຈະໄດ້ຄົ້ນຫາທິວທັດທຳມະຊາດ ນະຄອນຫຼວງຍາມຄ່ຳຄືນ, ຊອກຫາບັນດາຈຸດວັດທະນະທຳບັນດາສະຖານທີ່ ທີ່ມີຊື່ສຽງ, ຫໍພິພິທະພັນ, ຮ່ອງຮອຍປະຫວັດສາດ ເພື່ອຮັບຮູ້, ເຂົ້າໃຈຫຼາຍກ່ວາອີກກ່ຽວກັບປະຫວັດສາດຂອງ ທັງລອງ - ຮ່າໂນ້ຍ ຄື: ຫໍພິພິທະພັນ ວິຈິດສິນ ຫວຽດນາມ - ຫຼັກເສົາທຸງຊາດ ຮ່າໂນ້ຍ - ພະລາຊາວັນທັງລອງ - ສະໜາມຫຼວງບ່າດິງ - ສຸສານປະທານໂຮ່ຈີມິນ - ຫໍສະພາແຫ່ງຊາດ - ທຳນຽບປະທານປະເທດ… ແລະ ໄດ້ລົງຕົວຈິງຢູ່ເຂດອາຫານການກິນ ຫງູຊາ ດ້ວຍບັນດາເຍື່ອງອາຫານທີ່ແຊບນົວ. Tour ຖີບລົດແມ່ນຮູບແບບທ່ອງທ່ຽວທີ່ເປັນມິດ, ຫຼຸດຜ່ອນບັນດາຜົນກະທົບຫຍໍ້ທໍ້ຕໍ່ສິ່ງແວດລ້ອມ, ຍົກສູງສຸຂະພາບ ແລະ ມີຄວາມສະດວກໃນການເດີນທາງໄປທ່ຽວ. Tour ເລີ່ມແຕ່ເວລາ 19ໂມງ 30 ນາທີຂອງທຸກວັນ ດ້ວຍເວລາ ປະມານ 90 ນາທີ - 120 ນາທີ. ເພື່ອນສາມາດຊື້ປີ້ທາງໄກ ຜ່ານເວັບໄຊ ດ້ວຍລາຄາ 300.000 ດົ່ງ/ຄົນ.

ເພື່ອນ ຈຳປາ ທີ່ຮັກແພງ! ດັ່ງທີ່ກ່າວມາຂ້າງເທິງ ແມ່ນບັນດາຂໍ້ມູນພື້ນຖານກ່ຽວກັບຄຳຖາມຂອງເພື່ອນ, ຫວັງວ່າມັນຈະມີຜົນປະໂຫຍດໃຫ້ແກ່ເພື່ອນໃນການທ່ອງທ່ຽວຈະມາເຖິງ.

ເພື່ອນ ອາມິນຕາ ມາຈາກແຂວງຫົວພັນ ຢາກຊອກຮູ້ກ່ຽວກັບການເຄື່ອນໄຫວສະເຫຼີມສະຫຼອງ ວັນຊາດລາວ ທີ່ໄດ້ດຳເນີນຢູ່ ຫວຽດນາມ ໃນອາທິດຜ່ານມາ.

ເພື່ອນ ອາມິນຕາ ທີີ່ຮັກແພງ! ໃນອາທິດຜ່ານມາຢູ່ຫຼາຍແຂວງ, ນະຄອນ ຂອງ ຫວຽດນາມ, ບັນດາອົງການຜູ້ຕາງໜ້າຂອງ ສປປ.ລາວ ປະຈຳ ສສ.ຫວຽດນາມ ລ້ວນແຕ່ຈັດພິທີສະເຫຼີມສະຫຼອງ 48 ປີແຫ່ງວັນສະຖາປະນາ ສປປ.ລາວ, ຕ້ອນຮັບຄະນະທູຕານຸທູດ, ບັນດາອົງການ, ກະຊວງ, ຂະແໜງການຫວຽດນາມ ແລະ ສາກົນມາອວຍພອນ. ຕໍ່ໄປພວກຂ້າພະເຈົ້າຂໍແນະນຳ ການເຄື່ອນໄຫວພົ້ນເດັ່ນຈຳນວນໜຶ່ງ.

Tour ຖີບ​ລົດ​ໃນ​ຍາມ​ຄ່ຳ​ຄືນ “ທັງ​ລອງ - ຮ່າ​ໂນ້ຍ”  - ảnh 2ຄະນະຜູ້ແທນນັກຂ່າວ VOV ມາຢ້ຽມຢາມ ແລະ ອວຍພອນວັນສະຖາປະນາປະເທດ ສປປ.ລາວ ຢູ່ສະຖານທູດ ລາວ ປະຈຳ ຮ່າໂນ້ຍ

ຕອນເຊົ້າວັນທີ 1 ທັນວາ, ສະຖານທູດລາວ ປະຈຳຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 48 ປີແຫ່ງວັນສະຖາປະນາ ປະເທດ ສປປ.ລາວ (2/12/1975 - 2/12/2023). ເຂົ້າຮ່ວມພິທີ ມີບັນດາອົງການ, ຄະນະ, ຂະແໜງການສູນກາງ ຂອງຫວຽດນາມຄື: ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງປ້ອງກັນປະເທດ, ໃນນັ້ນມີ ຄະນະຜູ້ແທນນັກຂ່າວ VOV. ນອກຈາກບັນດາການເຄື່ອນໄຫວອວຍພອນ, ໃນໂອກາດນີ້, ສະຖານທູດລາວ ປະຈຳຫວຽດນາມ ກໍ່ໄດ້ມີຂໍ້ລິເລີ່ມສ້າງທຶນທຳການກຸສົນສະໜັບສະໜູນ ຊາວຫວຽດນາມ ແລະ ລາວ ທີ່ປະສົບກັບຄວາມຫຍຸ້ງຍາກ. ນີ້ໄດ້ຮັບຖືວ່າແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ແລະ ເຕັມໄປດ້ວຍລັກສະນະມະນຸດສະທຳ.

ໃນວັນດຽວກັນ, ຢູ່ນະຄອນດ່ານັ້ງ, ທ່ານ ເລືອງຫງວຽນມິງຈຽດ ຮອງເລຂາຜູ້ປະຈຳການຄະນະພັກນະຄອນ, ປະທານສະພາປະຊາຊົນ ນະຄອນດ່ານັ້ງ ໄດ້ມາຢ້ຽມຢາມ ແລະ ອວຍພອນ ສະຖານກົງສູນໃຫຍ່ລາວ ປະຈຳ ດ່ານັ້ງ. ທີ່ການພົບປະ, ທ່ານ ເລືອງຫງວຽນມິງຈຽດ ໄດ້ສົ່ງຄຳອວຍພອນມາຍັງໝູ່ຄະນະ, ພະນັກງານ, ລັດຖະກອນສະຖານກົງສູນໃຫຍ່. ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ບັນດາພະນັກງານ, ພາລະກອນສະຖານກົງສູນໃຫຍ່ ຈະປະຕິບັດສຳເລັດໜ້າທີ່ຂອງຕົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການພົວພັນສອງປະເທດ ຫວຽດນາມ - ລາວ ເວົ້າລວມ ແລະ ລະຫວ່າງດ່ານັ້ງ ແລະ ບັນດາທ້ອງຖິ່ນຂອງລາວ ເວົ້າສະເພາະ.

ກ່ອນໜ້ານັ້ນ, ຄະນະຜູ້ແທນຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮ່ຈີມິນ ໂດຍສະຫາຍ ຫງວຽນເຟືອກລົກ, ຮອງເລຂາຄະນະພັກນະຄອນໂຮ່ຈີມິນ ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມສະຖານກົງສູນໃຫຍ່ລາວ ປະຈຳນະຄອນໂຮ່ຈີມິນ ແລະ ອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນຊາດລາວ. ໂດຍສະແດງຄວາມດີໃຈຕໍ່ການພັດທະນາອັນດີງາມໃນການພົວພັນ ລະຫວ່າງ ຫວຽດນາມ ແລະ ລາວ ກໍ່ຄືລະຫວ່າງນະຄອນ ໂຮ່ຈີມິນ ແລະ ບັນດາທ້ອງຖິ່ນຂອງລາວ, ສະຫາຍ ຫງວຽນເຟືອກລົກ ໄດ້ຢັ້ງຢືນວ່າ ນະຄອນ ໂຮ່ຈີມິນ ຍາມໃດກໍ່ມານະພະຍາຍາມເພື່ອສືບຕໍ່ເພີ່ມທະວີການພົວພັນມິດຕະພາບການຮ່ວມມືໃນຫຼາຍດ້ານ ລະຫວ່າງ ນະຄອນ ແລະ ບັນດາທ້ອງຖິ່ນຂອງລາວ, ຮັກສາ, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ”.

ທ່ານຜູ້ຟັງທີ່ເຄົາລົບ ແລະ ເພື່ອນມິດທີ່ຮັກແພງ, ດັ່ງທີ່ກ່າວມາຂ້າງເທິງແມ່ນບາງຄຳເຫັນ ແລະ ຄຳຖາມຂອງທ່ານຜູ້ຟັງທີ່ຝາກມາລາຍການພາກພາສາລາວ, VOV5. ໃນໄລຍະຈະມາເຖິງ, ລາຍການພາກພາສາລາວ ປາດຖະໜາວ່າຈະໄດ້ຮັບຈົດໝາຍ ແລະ ໂທລະສັບຈາກທ່ານຜູ້ຟັງຫຼາຍກ່ວາອີກ. ທຸກຄຳເຫັນຂອງທ່ານຜູ້ຟັງ, ຜູ້ອ່ານທີ່ປະກອບໃຫ້ແກ່ລາຍການ ແມ່ນສົ່ງໄປຍັງ ພະແນກກະຈາຍສຽງບັນດາພາສາຕ່າງປະເທດ - ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ, ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼື ອີເມວ laovov5@gmail.com. ທ່ານຜູ້ອ່ານ ກໍ່ສາມາດໃຫ້ຄຳຕິຊົມບັນດາລາຍການຜ່ານເວັບໄຊ vovworld.vn ຫຼື vov5.vn ໄດ້. ຂໍຂອບໃຈ

ຕອບກັບ

ຂ່າວ/ບົດ​ອື່ນ