​ການ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ຝາກ​ເຖິງ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ

(VOVWORLD) - ໃນອາທິດ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 213 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 38 ປະເທດ ແລະ ເຂດແຄ້ວນ.
​ການ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ຝາກ​ເຖິງ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 1 ບັນດານັກກິລາບານເຕະ ຫວຽດນາມ

ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 08 ສະບັບ. ທ່ານຜູ້ຟັງ, ຜູ້ອ່ານມີຄວາມສົນໃຈເຖິງບັນດາຂ່າວຄາວກ່ຽວກັບຄະນະກິລາ ຫວຽດນາມ ໃນງານມະຫາກຳກິລາ ອາຊຽນເກມ ແລະ ສະພາບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນ້ຳຖ້ວມຢູ່ບາງແຂວງຂອງ ຫວຽດນາມ ໃນໄລຍະຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ.  

ໃນອາທິດ, ເພື່ອນອູບແກ້ວ, ດຳລົງຊີວິດ ແລະ ເຮັດວຽກຢູ່ແຂວງ ຫຼວງພະບາງ ໄດ້ສົ່ງອີແມວເຖິງລາຍການ ແລະ ແບ່ງປັນວ່າ: “ໃນອາທິດ, ຂ້າພະເຈົ້າໄດ້ອ່ານຂ່າວກ່ຽວກັບຜົນງານຂອງ ຄະນະນັກກິລາ ຫວຽດນາມ ໃນງານແຂ່ງຂັນກິລາ ອາຊຽນເກມ ໄດ້ຮັບການຈັດຕັ້ງຢູ່ ອິນໂດເນເຊຍ. ໃນນັ້ນ, ຂ້າພະເຈົ້າເຫັນວ່າ ພົ້ນເດັ່ນທີ່ສຸດແມ່ນທິມບານເຕະຊາຍ Olympic ຫວຽດນາມ ໄດ້ເຂົ້າໄປຫຼິ້ນໃນຮອບຮອງຊະນະເລີດ. ເຖິງວ່ານັດແຂ່ງຂັນກັບທິມບານເຕະ UAE ໄດ້ສ້າງຄວາມປະທັບໃຈຢ່າງແຮງກໍ່ຕາມ ແຕ່ເປັນໜ້າເສຍດາຍຍ້ອນພວກເພື່ອນບໍ່ສາມາດຍາດໄດ້ຫຼຽນທອງ. ເຖິງວ່າໝາກຜົນຂອງການແຂ່ງຂັນຈະອອກມາຄືແນວໃດກໍ່ຕາມ ແຕ່ຂ້າພະເຈົ້າຍັງຄົງນັບຖືຈິດໃຈການແຂ່ງຂັນທີ່ອົງອາດກ້າຫານ, ສຸດຈິດສຸດໃຈຂອງບັນດານັກບານເຕະຊາຍ Olympic ຫວຽດນາມ. ບັນດາຜົນງານເຊິ່ງບັນດານັກກິລາຍາດໄດ້ນັ້ນ ເປັນການຢັ້ງຢືນເຖິງຄວາມພະຍາຍາມໃນການແຂ່ງຂັນຂອງເຂົາເຈົ້າ. ການຕ້ອນຮັບ, ການເຊີດຊູ ແລະ ຍ້ອງຍໍຊົມເຊີຍຂອງ, ຂະແໜງການຂັ້ນຕ່າງໆ ແລະ ປະຊາຊົນ ຫວຽດນາມ ທີ່ສະຫງວນໃຫ້ເຂົາເຈົ້ານັ້ນແມ່ນເໝາະສົມທີ່ສຸດ. ຜ່ານອີແມວສະບັບນີ້, ອີກຄັ້ງໜຶ່ງຂ້າພະເຈົ້າອວຍພອນໃຫ້ບັນດານັກກິລາ ຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ຂໍຂອບອົກຂອບໃຈຕໍ່ບັນດາການອຸທິດສ່ວນຂອງເຂົາເຈົ້າສຳລັບພື້ນຖານກິລາ ຫວຽດນາມ ເວົ້າສະເພາະ ແລະ ບັນດາຜູ້ກິລາໃນໂລກເວົ້າລວມ ແລະ ພິເສດນີ້ຈະແມ່ນແບບຢ່າງໃຫ້ແກ່ຄະນະນັກກິລາຂອງລາວ.”

ກ່ຽວຂ້ອງເຖິງເຫດການດັ່ງກ່າວ, ໃນອາທິດ, ເພື່ອນ ເຈີ່ນວັນເຖີ໋ຍ, ເຮັດວຽກຢູ່ແຂວງ ຄຳມ່ວນ ໄດ້ສົ່ງອີແມວມາເຖິງລາຍການດ້ວຍເນື້ອໃນວ່າ: “ອາທິດຜ່ານມາ, ຂ້າພະເຈົ້າໄດ້ຕ້ອນຮັບວັນຊາດດ້ວຍພິທີພິເສດທີ່ສຸດ. ຂ້າພະເຈົ້າພ້ອມກັບເພື່ອນຫຼາຍຄົນທີ່ດຳລົງຊີວິດ, ເຮັດວຽກຢູ່ຄຳມ່ວນ ຊວນກັນນຸ່ງເສື້ອຢືດສີແດງ, ດາວເຫຼືອງ, ມືຈັບທຸງຊາດ ຫວຽດນາມ ໃນງານລ້ຽງຕ້ອນຮັບວັນຊາດ ກໍ່ເພື່ອເຊຍໃຫ້ທິມບານເຕະຊາຍ  Olympic ຫວຽດນາມ ໃນການແຂ່ງຂັນບານເຕະຮອບຮອງຊະນະເລີດ ອາຊຽນເກມ 2018. ເຖິງວ່າ, ທິມບານເຕະຊາຍ ຫວຽດນາມ ບໍ່ສາມາດຍາດໄດ້ຫຼຽນກໍ່ຕາມ ແຕ່ບັນດາຜົນງານທີ່ເຂົາເຈົ້າບັນລຸໄດ້, ນ້ຳໃຈແຂ່ງຂັນຂອງເຂົາເຈົ້ານັ້ນໄດ້ເຮັດໃຫ້ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈຫຼາຍ. ພວກຂ້າພະເຈົ້າແມ່ນກອງເຊຍ ກໍ່ຮູ້ສຶກເສຍດາຍ ເມື່ອບັນດານັກກິລາບານເຕະບໍ່ສາມາດຍາດໄດ້ຫຼຽນ ແຕ່ເຂົາເຈົ້າກໍ່ໄດ້ມານະພະຍາຍາມແຂ່ງຂັນເພື່ອກຽດສັກສີຂອງປະເທດຊາດຢ່າງສຸດໃຈແລ້ວ. ຜ່ານລາຍການ “ໂອ້ລົມກັບເພື່ອນລາວ” ຂອງພາກພາສາລາວ, ຂ້າພະເຈົ້າຢາກຂອບອົກຂອບໃຈຕໍ່ບັນດານັກກິລາ, ປະເພດຕ່າງໆເຊິ່ງຄວາມສະຫງ່າງາມໃຫ້ແກ່ວົງການກິລາຂອງປະເທດ ຫວຽດນາມ ໃນງານມະຫາກຳກິລາມີຂະໜາດໃຫຍ່ສຸດຢູ່ພາກພື້ນນີ້.”

ໃນອາທິດ, ເພື່ອນ ໝອນແກ້ວ ວິໄລທອງ ກໍ່ໄດ້ຝາກຈົດໝາຍມາຍັງລາຍການ, ໃນນັ້ນ ເພື່ອນຢາກແບ່ງເບົາບັນດາຄວາມເສຍຫາຍທີ່ປະຊາຊົນຢູ່ບາງແຂວງຄື: ເຊີນລາ, ເງະອານ ຕ້ອງແບກຫາບ. ຜ່ານຈົດໝາຍ, ເພື່ອນຢາກລະດັບກຳລັງໃຈ, ຂໍໃຫ້ປະຊາຊົນຢູ່ 2 ແຂວງ ນີ້, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ. ພິເສດແມ່ນບັນດາພວກນ້ອງນັກຮຽນ ຈະໄດ້ເຂົ້າສົກຮຽນໃໝ່ດ້ວຍຄວາມເບີກບານມ່ວນຊື່ນ.

​ການ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ຝາກ​ເຖິງ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 2 ບັນດານັກເຕັກນິກເຂົ້າຮ່ວມຊຸດຝຶກອົບຮົມ

ສ່ວນ, ເພື່ອນກິແກ້ວ, ຢູ່ແຂວງ ຫົວພັນກໍ່ໄດ້ຝາກອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ຂ້າພະເຈົ້າໄດ້ຮັບຂ່າວວ່າ ມີເພື່ອນຄົນລາວຜູ້ໜຶ່ງ ໄດ້ໄປເຂົ້າຮ່ວມຊຸດຝຶກອົບຮົມກ່ຽວກັບດ້ານເຕັກນິກໃນການກະຈາຍສຽງ ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງ. ຂ້າພະເຈົ້າຢາກຊອກຮູ້ຂໍ້ມູນຂ່າວສານກ່ຽວກັບບັນຫານີ້ຕື່ມອີກ. ຫວັງວ່າບັນນາທິການພາກພາສາລາວ ຈະແນະນຳໃຫ້ຂ້າພະເຈົ້າຮູ້ແຈ້ງກ່ວາກ່ຽວກັບການເຄື່ອນໄຫວມີປະໂຫຍດນີ້ໄດ້ບໍ່? ຂໍຂອບໃຈ.”

ແມ່ນແນວນັ້ນແທ້ເພື່ອນກິແກ້ວ, ນີ້ແມ່ນຄັ້ງທີ 3 ທີ່ສູນເຕັກນິກກະຈາຍສຽງ, ໂທລະພາບ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດຊຸດຝຶກອົບຮົມດ້ານເຕັກນິກໃຫ້ບັນດາພະນັກງານທີ່ມາຈາກວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ບັນດາວິທະຍຸກະຈາຍສຽງຢູ່ທ້ອງຖິ່ນຂອງລາວ. ຊຸດຝຶກອົບຮົມປີນີ້ລວມມີ 15 ຄົນ, ເຂົາເຈົ້າໄດ້ຮຽນກ່ຽວກັບເຕັກນິກໃນການສົ່ງຄື້ນກະຈາຍສຽງ, ການວາງແຜນຄື້ນ AM, FM, ການແລກປ່ຽນໂດຍກົງກ່ຽວກັບການແກ້ໄຂບັນດາກໍລະນີເກີດຂຶ້ນສຳລັບເຄື່ອງກະຈາຍຄື້ນຕາມການສະເໜີຈາກຝ່າຍ ລາວ … ນອກຈາກການຮຽນທິດສະດີໃນຫ້ອງຮຽນແລ້ວ, ຄະນະຈັດຕັ້ງຍັງໄດ້ຈັດບັນດາລາຍການໃຫ້ນັກສຳມະນາກອນລົງຕົວຈິງ, ໄປຢ້ຽມຢາມບ່ອນກະຈາຍສຽງພາກເໜືອ, ສູນບັນຊາສະຖານີດີຈີຕອນ VTC, ຊ່ອງຈາລະຈອນ ແລະ ໄປທັດສະນະຢູ່ບາງທັດສະນີຍະພາບຂອງປະເທດ ຫວຽດນາມ. ເມື່ອສຳເລັດການຝຶກອົບຮົມ, ບັນດານັກສຳມະນາກອນໄດ້ຮັບໃນຢັ້ງຢືນຈາກຄະນະຈັດຕັ້ງ. ທ່ານ ຈັນທະສອນ ອຸ່ນຄຳທິດ, ຮອງຫົວໜ້າວິທະຍຸກະຈາຍສຽງແຂວງ ຫຼວງພະບາງ, ຫົວໜ້າຄະນະນັກສຳມະນາກອນແບ່ງປັນກ່ຽວກັບຊຸດຝຶກອົບຮົມວ່າ:

ເທບພາສາລາວ

ເພື່ອນ ກິແກ້ວ ທີ່ຮັກແພງ, ນີ້ແມ່ນບັນດາຂໍ້ມູນຂ່າວກ່ຽວກັບຊຸດຝຶກອົບຮົມບຳລຸງສ້າງວິຊາການດ້ານເຕັກນິກໃຫ້ພະນັກງານເຕັກນິກວິທະຍຸກະຈາຍສຽງ ແຫ່ງຊາດ ແລະ ບັນດາວິທະຍຸກະຈາຍສຽງ ທ້ອງຖິ່ນຂອງລາວ. ນອກຈາກຊຸດຝຶກອົບຮົມຄັ້ງນີ້ແລ້ວ ຍັງມີບັນດາລາຍການແລກປ່ຽນນັກຂ່າວ, ບຳລຸງສ້າງວິຊາຊີບລະຫວ່າງວິທະຍຸ 2 ປະເທດ. ຫວັງວ່າ, ໃນໄລຍະຈະມາເຖິງ, ເພື່ອນຈະສືບຕໍ່ອັບເດັດບັນດາຂໍ້ມູນຂ່າວຂອງພວກຂ້າພະເຈົ້າຕື່ມອີກແດ່ເດີ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ