ການທູດລັດຖະສະພາເພື່ອປະຊາຄົມອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື

(VOVWORLD) -ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງຫວຽດນາມ ໃນການຈັດຕັ້ງ AIPA 41.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 440 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄ້ວນ.

ການທູດລັດຖະສະພາເພື່ອປະຊາຄົມອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື - ảnh 1

+ ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ, VOV ສືບຕໍ່ໄດ້ຮັບອີແມວ, ຂໍ້ຄວາມຜ່ານທາງ Facebook ມາຫາລາຍການສະແດງຄຳອວຍພອນວັນສ້າງຕັ້ງ VOV ຄົບຮອບ 75 ປີ (07 ກັນຍາ 1945 – 07 ກັນຍາ 2020). ໃນນັ້ນ, ເພື່ອນ ຄຳເພັດ, ພວມດຳລົງຊີວິດຢູ່ແຂວງ ຊຽງຂວາງ ໄດ້ແບ່ງປັນວ່າ: “ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ ຂໍອວຍພອນໃຫ້ VOV ທີ່ມີອາຍຸຄົບຮອບ 75 ປີ. ອາດເວົ້າໄດ້ວ່າ, VOV ແມ່ນຂົວເຊື່ອມຕໍ່ສົ່ງບັນດາຄຸນຄ່າທາງດ້ານຈິດໃຈ, ວັດທະນະທຳຂອງຊາວຫວຽດນາມ ອອກສູ່ໂລກ ແລະ ເພື່ອນມິດສາກົນກັບຫວຽດນາມ. ຂ້າພະເຈົ້າໄດ້ຕິດຕາມຂ່າວທາງ VOV ເປັນປະຈຳ, ຍ້ອນນີ້ແມ່ນອົງການສື່ມວນຊົນທີ່ອອກຂ່າວກ່ຽວກັບບັນດາບັນຫາດ້ານການເມືອງ, ເສດຖະກິດ, ສັງຄົມ, ການຕ່າງປະເທດຢ່າງຮອບດ້ານ, ຊັດເຈນ ແລະ ທັນການ, ເປັນການຢັ້ງຢືນບົດບາດຂອງອົງການສື່ມວນຊົນແຖວໜ້າຂອງປະເທດຊາດ”.

ເນື່ອງໃນໂອກາດນີ້, ບັນດາເພື່ອນຜູ້ຟັງອື່ນກໍ່ໄດ້ແບ່ງປັນຄວາມມັກຮັກທີ່ສະຫງວນໃຫ້ແກ່ VOV5. ໃນນັ້ນ, ເພື່ອນ Shivendu Paul, ດຳລົງຊີວິດຢູ່ອິນເດຍ ໄດ້ສົ່ງອີແມວ ມາຫາລາຍການໂດຍໃຫ້ຮູ້ວ່າ: ສະພາບໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນຢູ່ຫຼາຍປະເທດ, ໃນນັ້ນວິທະຍຸຂອງຫຼາຍປະເທດໄດ້ຫຼຸດຜ່ອນເວລາອອກອາກາດ ຫຼື ຢຸດຕິການອອກອາກາດລາຍການພາກພາສາຕ່າງປະເທດໃນໄລຍະຊົ່ວຄາວ, ແຕ່ VOV5 ຍັງໄດ້ກະຈາຍສຽງຄົບທັງ 13 ພາສາ. ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ VOV, ເພື່ອນປາດຖະໜາວ່າ VOV ຈະສືບຕໍ່ປ່ຽນແປງໃໝ່ເພື່ອບັນລຸຜົນສຳເລັດຫຼາຍກວ່າອີກ ແລະ ຍາມໃດກໍ່ເປັນເພື່ອນຜູ້ໜຶ່ງທີ່ໃກ້ຊິດສະໜິດສະໜົມ ແລະ ມີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມສາກົນ.

ມີທ່ານຜູ້ຟັງລາວບາງທ່ານໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຫາລາຍການໂດຍຢາກຊອກຮູ້ກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງຫວຽດນາມ ໃນການຈັດຕັ້ງ AIPA 41 ກວ່າອີກ.

ການທູດລັດຖະສະພາເພື່ອປະຊາຄົມອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື - ảnh 2

ໃນປີດຳລົງຕຳແໜ່ງປະທານກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 41 (AIPA 41) ຂອງຫວຽດນາມ, ໜ້າທີ່ສຳຄັນຂອງສະພາແຫ່ງຊາດປະເທດເຈົ້າພາບຫວຽດນາມ ແມ່ນຈັດຕັ້ງກອງປະຊຸມສະມັດຊາໃຫຍ່ AIPA 41 ໃຫ້ປະສົບຜົນສຳເລັດ. ນີ້ແມ່ນຈຸດພົ້ນເດັ່ນໃນວຽກງານການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ ໃນອາຍຸການຊຸດທີ 14, ປະກອບສ່ວນພົ້ນເດັ່ນເຂົ້າໃນຜົນງານການຕ່າງປະເທດຂອງລັດ ແລະ ການທູດລັດຖະສະພາຂອງຫວຽດນາມ. ຫົວຂໍ້ຕົ້ນຕໍຂອງກອງປະຊຸມສະມັດຊາໃຫຍ່ປີນີ້ແມ່ນ “ການທູດລັດຖະສະພາເພື່ອປະຊາຄົມອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”. ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງຫວຽດນາມ ໃນການຈັດຕັ້ງ AIPA 41.

+ ນັກຂ່າວ: ຂໍຂອບໃຈທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະທູດສປປ.ລາວ ປະຈຳຫວຽດນາມ ແສງເພດ ຮຸ່ງບຸນຍວງ ທີ່ໄດ້ສະຫຼະເວລາຕອບສຳພາດຕໍ່ນັກຂ່າວ. ຂໍຮຽນທ່ານ, ທ່ານຕີລາຄາຄືແນວໃດຕໍ່ບົດບາດຂອງ AIPA ໃນການຊຸກຍູ້ການຮ່ວມມືລະຫວ່າງບັນດາລັດຖະສະພາ ກໍ່ຄືລະຫວ່າງບັນດາປະເທດຢູ່ພາກພື້ນໃນຂົງເຂດນີ້?

(ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ)

+ ນັກຂ່າວ: ທ່ານເອກອັກຄະທູດຕີລາຄາຄືແນວໃດຕໍ່ບົດບາດ ແລະ ການປະກອບສ່ວນຂອງສະພາແຫ່ງຊາດຫວຽດນາມຕໍ່ AIPA ?

(ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ)

ຂໍຂອບໃຈທ່ານເອກອັກຄະທູດ.

ຕອບກັບ

ຂ່າວ/ບົດ​ອື່ນ