ການຢ້ຽມຢາມຄັ້ງນີ້ໄດ້ເປີດໜ້າປະຫວັດສາດໃໝ່ໃຫ້​ແກ່ 2 ປະເທດຫວຽດ​ນາມ - ລາວ

(VOVWORLD) -ການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 360 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 37 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 12 ສະບັບຈາກທ່ານຜູ້ຟັງລາວ.

ການຢ້ຽມຢາມຄັ້ງນີ້ໄດ້ເປີດໜ້າປະຫວັດສາດໃໝ່ໃຫ້​ແກ່ 2 ປະເທດຫວຽດ​ນາມ - ລາວ - ảnh 1ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ
(ພາບ: VTV)

ເພື່ອນ ສູວານາ ຢູ່ແຂວງ ຫົວພັນ, ເພື່ອນ ອະລຸນພິຫວາດ ຢູ່ແຂວງ ບໍ່ແກ້ວ, ເພື່ອ ອະນຸລັກ ເພັດໄຊຍາ ຢູ່ແຂວງ ສະຫວັນນະເຂດ ແລະ ຜູ້ຟັງ, ຜູ້ອ່ານຫຼາຍທ່ານໄດ້ສົ່ງອີແມວ, ຂໍ້ຄວາມມາຫາລາຍການແບ່ງປັນກ່ຽວກັບການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໃນລະຫວ່າງວັນທີ 28 – 29 ມິຖຸນາ. ໃນນັ້ນ, ເພື່ອນ ດາວເພັດ ແກ້ວມະຫາວົງ ຢູ່ນະຄອນຫຼວງວຽງຈັນ ໄດ້ແບ່ງປັນວ່າ: ນີ້ແມ່ນການຢ້ຽມຢາມຫວຽດນາມ ເປັນຄັ້ງທຳອິດຂອງທ່ານ ທອງລຸນ ສີສຸລິດ ໃນຖານະຕຳແໜ່ງໃໝ່ເປັນເລຂາທິການໃຫຍ່, ປະທານປະເທດລາວ ອາຍຸການ 2021 – 2026. ສິ່ງດັ່ງກ່າວໄດ້ເປັນການພິສູດໃຫ້ເຫັນສາຍພົວພັນຢ່າງຮອບດ້ານລະຫວ່າງ 2 ປະເທດລາວ - ຫວຽດນາມ, ຫວຽດນາມ - ລາວ. ເພື່ອນ ດາວເພັດ ແກ້ວມະຫາວົງ ເຊື່ອໝັ້ນວ່າ, ການຢ້ຽມຢາມຄັ້ງນີ້ໄດ້ເປີດໜ້າປະຫວັດສາດໃໝ່ໃນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງ 2 ປະເທດ.

ໃນອາທິດຜ່ານມາ, ເພື່ອນ ບູນທະວີໄຊ, ດຳລົງຊີວິດຢູ່ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ເນື່ອງໃນໂອກາດວັນສື່ມວນຊົນປະຕິວັດຫວຽດນາມ (21 ມິຖຸນາ), ຂ້າພະເຈົ້າຂໍອວຍພອນໃຫ້ບັນດາການນຳ, ນັກຂ່າວ, ບັນນາທິການ, ນັກເຕັກນິກຂອງ VOV ຈົ່ງຍາດໄດ້ໄຊຊະນະໃໝ່ຫຼາຍຢ່າງກວ່າໃນພາລະກິດຂອງຕົນ, ສືບຕໍ່ແມ່ນຂົວເຊື່ອມຕໍ່ສົ່ງຂໍ້ມູນຂ່າວເຖິງເພື່ອນຜູ້ຟັງລາວ ແລະ ໃນໂລກ, ປະກອບສ່ວນຮັດແໜ້ນນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດລາວ-ຫວຽດນາມ ກວ່າອີກໃນອະນາຄົດ.

ເພື່ອນ ອະລຸນ ຈັນບົວທອງ, ຢູ່ແຂວງ ຊຽງຂວາງ ໄດ້ສົ່ງຂໍ້ຄວາມມາຫາລາຍການໂດຍແບ່ງປັນວ່າ: ໃນໄລຍະໂລກລະບາດໂຄວິດ-19 ແຜ່ລະບາດຢູ່ຫວຽດນາມ ນັ້ນ, ມີພົນລະເມືອງລາວ ຫຼາຍຄົນທີ່ພວມຮ່ຳຮຽນ, ເຮັດວຽກ, ດຳລົງຊີວິດຢູ່ຫວຽດນາມ ບໍ່ໄດ້ເກັບເມືອລາວ. ຂ້າພະເຈົ້າຢາກຮູ້ວ່າ, ປະຈຸບັນ ວຽກງານຄຸ້ມຄອງພົນລະເມືອງລາວ ໃນຊ່ວງເວລາເກີດໂລກລະບາດແມ່ນດຳເນີນໄປຄືແນວໃດ?

ເພື່ອນ ອະລຸນ ຈັນບົວທອງ ທີ່ຮັກແພງ. ໃນສະພາບ ຫວຽດນາມ ພວມສຸມແຫຼ່ງກຳລັງເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ນັ້ນ, ປະຈຸບັນຢູ່ຫວຽດນາມ ຍັງມີນັກຮຽນ, ນັກສຶກສາ ແລະ ຜູ້ອອກແຮງງານຂອງລາວ ຫຼາຍຄົນທີ່ພວມຮ່ຳຮຽນ ແລະ ເຮັດວຽກຢູ່ຫວຽດນາມ ຢູ່. ໃນສະພາບການນັ້ນ, ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ, ກໍ່ຄືບັນດາອົງການທີ່ກ່ຽວຂ້ອງຂອງລາວ ໄດ້ມີການຊີ້ນຳຢ່າງທັນການ ເພື່ອຮັບປະກັນຄວາມປອດໄພໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ກໍຄືອຳນວຍຄວາມສະດວກໃຫ້ແກ່ພົນລະເມືອງຂອງຫຼາຍປະເທດທີ່ພວມດຳລົງຊີວິດຢູ່ຫວຽດນາມ, ໃນນັ້ນມີພົນລະເມືອງລາວ. ເພື່ອຊ່ວຍເພື່ອນເຂົ້າໃຈແຈ້ງກວ້າກ່ຽວກັບການແນະນຳໃຫ້ພົນລະເມືອງລາວ ໃນສະພາບເກີດໂລກລະບາດໂຄວິດ-19, ນັກຂ່າວ VOV ໄດ້ມີການສຳພາດທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ, ກ່ຽວກັບບັນຫາດັ່ງກ່າວ. ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ, ໄດ້ໃຫ້ຮູ້ວ່າ.

ການຢ້ຽມຢາມຄັ້ງນີ້ໄດ້ເປີດໜ້າປະຫວັດສາດໃໝ່ໃຫ້​ແກ່ 2 ປະເທດຫວຽດ​ນາມ - ລາວ - ảnh 2(ທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ)

(ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ)

ໃນອີແນວທີ່ສົ່ງມາຫາລາຍການພາກພາສາລາວ, ເພື່ອນ ວິໄລ ແກ້ວມະນີວົງ ຢູ່ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ຍິນຂ່າວວ່າ ມີບໍລິສັດລົດໂອໂຕ VinFast ຂອງຫວຽດນາມ ໄດ້ລົງນາມກັບກຸ່ມບໍລິສັດຂອງລາວ ກ່ຽວກັບການຈຳໜ່າຍບັນດາລົດໂອໂຕຂອງບໍລິສັດລົດໂອໂຕ Vin Fast ໃຫ້ແກ່ຕະຫຼາດລາວ. ຂ້າພະເຈົ້າຢາກຮູ້ວ່າ, ຂໍ້ມູນດັ່ງກ່າວແມ່ນຖືກຕ້ອງບໍ່?

ເພື່ອນ ວິໄລ ແກ້ວມະນີວົງ ທີ່ຮັກແພງ, ຜ່ານມານີ້, ບໍລິສັດດຳເນີນທຸລະກິດ ແລະ ການບໍລິການ VinFast ຈຳກັດ ຂອງຫວຽດນາມ ແລະ ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ຂອງລາວ ໄດ້ລົງນາມໃນສັນຍາຮ່ວມມື, ໃຫ້ຄຳໝັ້ນສັນຍາຈຳໜ່າຍຜູກຂາດລົດໃຫຍ່ປະເພດຕ່າງໆຂອງ VinFast ຢູ່ຕະຫຼາດລາວ. ທ່ານ ຮ່ວາງຈິຈູງ, ຜູ້ອຳນວຍການໃຫຍ່ບໍລິສັດ VinFast ຢືນຢັນວ່າ, ການຮ່ວມມືກັບສາກົນຍາມໃດກໍ່ແມ່ນບຸລິມະສິດຂອງ VinFast ແລະ ເຊື່ອໝັ້ນວ່າ, ດ້ວຍການຮ່ວມມືກັບກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ຂອງລາວ ຈະນັບມື້ນັບມີຫຼາຍຄົນນຳໃຊ້ລົດໂອໂຕທີີ່ມີຄຸນນະພາບສູງ, ປອດໄພຂອງຫວຽດນາມ, ໃນນັ້ນມີປະຊາຊົນລາວ. ທີ່ພິທີລົງນາມ, ທ່ານ ພົງສະຫວັນ ເສນາພວນ, ປະທານກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ໃຫ້ຮູ້ວ່າ, ບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ ໄດ້ຄັດເລືອກເຄື່ອງໝາຍການຄ້າ VinFast ຍ້ອນການເຕີບໂຕຢ່າງວ່ອງໄວຂອງ VinFast ໃນໄລຍະຜ່ານມາ. ເຂົາເຈົ້າໄດ້ສ້າງຕັ້ງເຄື່ອງໝາຍການຄ້າລົດໂອໂຕຫວຽດນາມ ທຳອິດໃນເສັ້ນທາງເຂົ້າຮ່ວມຕະຫຼາດໂລກ. ການຮ່ວມມືນີ້ແມ່ນເພື່ອແນໃສ່ປະກອບສວ່ນນຳຜະລິດຕະພັນຂອງ VinFast ສຳຜັດກັບຕະຫຼາດລາວ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ