ການ​ຢ້ຽມຢາມ​ມິດຕະພາບ ຫວຽດນາມ ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ!

​        ​ອາທິດ​ຜ່ານ​ມາ, ​ໃນ​ຈົດໝາຍ​ຝາກ​ມາລາ​ຍການ​ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ ຫວຽດນາມ ​ຜູ້​ຟັງວິທະຍຸ​ກະຈາຍສຽງຫລາຍ​ທ່ານ​​ໄດ້​ສະ​ແດງ​ຄວາມເອົາ​​ໃຈ​ໃສ່​ເຖິງ​ການ​ພົວພັນ​ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ. ພິ​ເສດ​ແມ່ນ​ການ​ຢ້ຽມຢາມ​ມິດ​ຕະພາບ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີ​ແຫ່ງ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ລາວ ທອງ​ລຸນ ສີສຸ​ລິດ ທີ່ດຳ​ເນີນ​ໄປ​ໃນ​ອາທິ​ດຜ່ານ​ມາ​. ​ໃນ​ລາຍ​ການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ຄຳ​ຖາມ​ຂອງ​ຜູ້​ຟັງ​ບາງ​ທ່ານທີ່​ໄດ້​ຝາກ​ມາລາ​ຍການ. ​ເຊີນທ່ານ​ຕິດຕາມ​ຮັບ​ຟັງ.

***

        ໃນ​ຈົດໝາຍ​ຝາກ​ມາລາ​ຍການ, ເພື່ອ​ນ ​ອຸດົມ​ໄຊ ຈັນທະ​ວົງ ​ແຂວງ ຄຳ​ມ່ວນ ​ແລະ ​ເພື່ອນ ​ແປງ ​ແກ້ວ​ມາ​ນີ ຢູ່​ນະຄອນຫລວງ ວຽງ​ຈັນ ​ໄດ້ສະ​ແດງ​ຄວາມ​ສົນ​ໃຈ​ເຖິງ​ການຢ້ຽມຢາມ​ມິດຕະພາບ ຫວຽດນາມ ຂອງ​ທ່ານ​ນາ​ຍົກ​ລັດຖະມົນຕີ​ແຫ່ງ​ສາທາລະນະ​ລັດ ປະຊາ​ທິປະ​ໄຕ ປະຊາຊົນ (ສປປ) ລາວ ທອງ​ລຸນ ສີ​ສຸ​ລິດ. ​ເພື່ອນ ​ແປງ ​ແກ້ວ​ມາ​ນີ ຖາມວ່າ: “ຂ້າພ​ະ​ເຈົ້າ​ໄດ້​ຮູ້​ວ່າ ​ການ​ຢ້ຽມຢາມ​ມິດຕະພາບ ຫວຽດນາມຢ່າງ​ເປັນ​ທາງ​ການ ​ຂອງ​ທ່ານ​ນາຍົກລັດຖະມົນຕີ ລາວ ຜ່ານ​ມາ ​ໄດ້​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ຂ້າພະ​ເຈົ້າ​ຢາກ​ຮູ້​ແຈ້ງ​ຕື່ມ​ອີກ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ນາຍົກລັດຖະມົນຕີ ລາວ ຢູ່ ຫວຽດນາມ ? ຫວັງ​ວ່າ​ທາງລາຍການ​ຈະແນະນຳ ໃຫ້​ຂ້າພະ​ເຈົ້າ​​. ຂໍ​ຂອບ​ໃຈ”.

ການ​ຢ້ຽມຢາມ​ມິດຕະພາບ ຫວຽດນາມ ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ - ảnh 1
(ນາຍົກ​ລັດຖະມົນຕີ 2 ປະ​ເທດ ​ໄດ້​ເປັນ​ສັກ​ຂີ​ພິຍານ

ພິທີລົງ​ນາມ​ໃນ​ເອກະສານ​ສຳຄັນ​ບາງ​ສະບັບ​)

+++

        ​ເພື່ອນ​ ​ແປງ ​ແກ້ວ​ມາ​ນີ ທີ່​ຮັກ​ແພງ! ການ​ຢ້ຽມຢາມ​ມິດຕະພາບ ຫວຽດນາມ ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ປະສົບ​ຜົນສຳ​ເລັດຢ່າງ​ຈົບງາມ. ພາຍຫລັງ​ພິທີ​ຕ້ອນຮັບ​ຖືກ​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ, ທ່ານ​ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ. ຫລັງ​ຈາກ​ນັ້ນ ທ່ານ​ນາຍົກລັດຖະມົນຕີ ທອງ​ລຸນ ສີ​ສຸ​ລິດ​ ກໍ່ມີບັນດາ​ການ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູຈ້ອງ, ທ່ານປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີມເງິນ ​ແລະ ​ໄປຢ້ຽມຢາມ​ນະຄອນ ​ໂຮ່ຈີ​ມິນ. ທີ່​ບັນດາ​ການ​ພົບ​ປະ​ເຈລະຈາ 2 ຝ່າຍໄດ້​​ແຈ້ງ​ໃຫ້​ກັນຊາບ​ກ່ຽວ​ກັບ​ສະພາບ​ການພົ້ນ​ເດັ່ນ​ຂອງ​ແຕ່​ລະ​ພັກ, ​ແຕ່ລະ​ປະ​ເທດ; ​ແລກປ່ຽນ​ບັນດາ​ແຜນ​ນະ​ໂຍບາຍ, ມາດ​ຕະການ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ນຳ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ​ໃຫ້ພັດທະນາ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ ​ແລະ ມີ​ປະ​ສິດທິ​ຜົນ; ພ້ອມ​ກັນ​ນັ້ນ ກໍ່ແລກປ່ຽນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

        ​ເນື່ອງ​ໃນ​ໂອກາດ​ການ​ມາຢ້ຽມຢາມ​ມິດຕະພາບ ຫວຽດນາມ ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ນາຍົກລັດຖະມົນຕີ ສປປ ລາວ ທອງ​ລຸນ ສີ​ສຸ​ລິດ, ນາຍົກ​ລັດຖະມົນຕີ 2 ປະ​ເທດ ​ໄດ້​ເປັນ​ສັກ​ຂີ​ພິຍານພິທີລົງ​ນາມ​ໃນ​ເອກະສານ​ສຳຄັນ​ບາງ​ສະບັບ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນຕ່າງ​ໆ​ຂອງ ຫວຽດນາມ ​ແລ​ະ ລາວ ຄື: ບົດ​ບັນທຶກ​​ຂໍ້ຕົກລົງ​​ຮ່ວມ​ມື​ລະ​ຫວ່າງ 2 ກະຊວງ​ແຜນການ ​ແລະ ການ​ລົງທຶນ​ປີ 2016; ບົດບັນທຶກ​ຂໍ້ຕົກລົງ​ລະຫວ່າງ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ແລະ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ລາວ ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ໂຄງການ​ດຳ​ນົດເຂດ​ຜະ​ລິດ​ກະສິກຳ​ຢູ່​ ລາວ.

***

        ສ່ວນ​​ໃນ​ອີ​ແມວ​ສົ່ງ​ມາ​ຍັງ​ລາຍການ​ຂອງ​ເພື່ອນ ວົງ​ໄຊ ທິບ​ປະ​ວົງ ​ແຂວງ ບໍ່​ແກ້ວ ມີ​ເນື້ອ​ໃນຂຽນ​ວ່າ: “ຫວ່າງ​ແລ້ວນີ້ ຂ້າພະ​ເຈົ້າ​ໄດ້​​ຊົມ​ບັນດາ​​ພາບ​ສາລະ​ຄະດີ​​ໃນ ​ເວັບ​ໄຊ​ຂອງລາຍການ ທີ່​ແນະນຳ​ກ່ຽວ​ກັບ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​​​. ຂ້າພະ​ເຈົ້າ​​ເຫັນ​ວ່າ ບັນດາ​ພາບ​ສາລະ​ຄະດີ​ນີ້ ມີ​ປະ​ໂຫຍ​ດທີ່​ສຸດ ​ໃຫ້​ແກ່​ບັນດາ​ຜູ້​​ເມົາ​ມົວ​ກັບ​ການທ່ອງທ່ຽວ ​ແລະ ຄົ້ນ​ຫາ​ຄື​ຂ້າພະ​ເຈົ້າ. ບັນດາ​​ພາບ​ສາລະ​ຄະດີ​ໄດ້​ພັນ​ລະນາ​ຢ່າງຈະ​ແຈ້ງ​ ສະຖານ​ທີ່​ທ່ອງ​ທ່ຽວທີ່ມີ​​ຊື່​ສຽງຕ່າງໆ​ຂອງ ຫວຽດນາມ. ​ເມື່ອ​ໄດ້​ເບິ່ງ​ບັນດາ​ພາບ​ສາລະ​ຄະດີ​ນີ້ ຂ້າພະ​ເຈົ້າ​ຮູ້ສຶກວ່າ​ຕົນ​ເອງຄື​ພວມ​ໄດ້​ຢ້ຽມ​ຊົມ​ບັນດາສະຖານ​ທີ່​ນັ້ນຢູ່ ຂໍ​ຂອບ​ໃຈທາງ​ລາຍການ ​ທີ່​ໄດ້​ແນະນຳ​ບັນດາ​ພາບ​ສາລະ​ຄະດີ​ມ່ວນໆ​ງາ​ມໆ​ເຖິງຜູ້​ຟັງ​ຜູ້​ຊົມ​ພວກ​ຂ້າພະ​ເຈົ້າ”.

+++

​​        ຂອບ​ໃຈເພື່ອ​ນ ວົງ​ໄຊ ທິບ​ປະ​ວົງ ທີ່​ໄດ້​ມີ​ຄວາມ​ສົນ​ໃຈ​ຕໍ່​ລາຍການ. ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ທາງ​ລາຍການ​ຈະ​ແນະນຳ​​ພາບ​ສາລະ​ຄະດີ​ ກ່ຽວ​ກັບ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່ມີ​​ຊື່​ສຽງ​ຂອງ ຫວຽດນາມ ຕື່ມ​ອີກ. ​ເຊີນ​ທ່ານ​ຕິດ​ຕາມ ​ແລະ ປະກອບ​ຄຳ​ຄິດເຫັນ ​ເພື່ອ​ໃຫ້​ລາຍການຂອງ​ພວກ​ເຮົາ​ນັບ​ມື້​ນັບ​ດີ​ກ່ວາ​ເກົ່າ.

***

        ສ່ວນ​ໃນອີ​ແມວ​ສົ່ງ​ມາລາຍການ​ຂອງ​ເພື່ອນ ວິ​ໄລ​ສະຫວັນ ​ແກ້ວ​ພິລາ​ວັນ ​ແຂວງ ອຸດົມ​ໄຊ ກໍ່ຂຽນ​ວ່າ: “ຂ້າພະ​ເຈົ້າ​ຢາກ​ຮູ້​ຂໍ້​ມູນ​ຂ່າວ​ຕື່ມ​ອີກ ກ່ຽວ​ກັບ​ການ​ໄປ​ຢ້ຽມຢາມ​ແຂວງ ຮ່າ​ນາມ ຂອງ​ຄະນະ​ປະຕິບັດ​ງານ​ຂັ້ນ​ສູງ​ແຂວງ ອຸດົມ​ໄຊ. ຂໍ​​ໃຫ້​ທາງ​ລາຍການ ​ແນະນຳ​ໃຫ້​ຂ້າພະ​ເຈົ້າ ? ຂໍ​ຂອບ​ໃຈ ”.

+++

        ​ເພື່ອນ ວິ​ໄລ​ສະວັນ ​ແກ້ວ​ພິລາ​ຫວັນ ທີ່​ຮັກ​ແພງ ! ຫວ່າງ​ແລ້ວ​ນີ້ ຄະນະ​ປະຕິບັດ​ງານ​ຂັ້ນ​ສູງ​ແຂວງ ອຸດົ​ມ​ໄຊ ​ໂດຍ​ທ່ານ ​ເພັດ​ສະ​ຄອນ ຫລວງ​ອາ​ໄພ ​ເລຂາ​ພັກ​ແຂວງ ທັງ​ເປັນ​ເຈົ້າ​​ແຂວງ ​ແຂວງ ອຸດົມ​ໄຊ ​ເປັນ​ຫົວໜ​້າຄະນະ ມີ​ການ​ເຮັດ​ວຽກ​ກັບ​ແຂວງ ຮ່າ​ນາມ. ທີ່​ການ​ເຮັດ​ວຽກ ທ່ານ ຫງວຽນ​ດີງຄາງ ​ເລຂາ​ຄະນະ​ພັກ​ແຂວງ ຮ່າ​ນາມ ​ເນັ້ນ​ໜັກ​ວ່າ: ການ​ມາຢ້ຽມຢາມ​​ແຂວງ ຮ່າ​ນາມ ຂອງຄະນະ​ໃນ​​ຄັ້ງ​ນີ້ ຈະ​​ແມ່ນປະຖົມ​ປັດ​ໃຈ ​ເພື່ອ​ກໍ່ສ້າງ, ປັບປຸງ​ການ​ພົວພັນ​ລະ​ຫວ່າງ 2 ປະ​ເທດ​ເວົ້າ​ລວມ ​ແລະ 2 ​ແຂວງ​ເວົ້າ​ສະ​ເພາະ, ຫວັງ​ວ່າ ​ແຂວງ​ ອຸດົມ​ໄຊ ​ແລະ ​​ແຂວງ ຮ່າ​ນາມ ຈະ​ສ້າງ​ກາ​ນພົວພັນ​, ຍຸດ​ທະ​ສາດ​ຍາວ​ນານ ​ເພື່ອໜູນ​ໃຊ້ ​ແລະ ຂຸດ​ຄົ້ນ​ຄວາມ​ສາມ​າດ ບົ່ມຊ້ອນ, ທ່າ​ແຮງ​ຂອງ 2 ​ແຂວງ. ສ່ວນ​ທ່ານ ​ເພັດ​ສະ​ຄອນ ຫລວງ​ອາ​ໄພ ​ໃຫ້​ຮູ້​ວ່າ: ​ເປົ້າ​ໝາຍ​ຂອງ​ຄະນະ​ໃນ​ການມາ​ປະຕິບັດ​ງານຢູ່​ແຂວງ ຮ່າ​ນາມ ​ຄັ້ງ​ນີ້ ​ແມ່ນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ແບບ​ພິ​ເສດ, ທ່ານ​ກໍ່​ສະ​ແດ​ງຄວາມ​ປາດ​ຖະໜາ​ຢາກ​ໃຫ້​ແຂວງ ຮ່າ​ນາມ ແນະນຳ​ບັນດາ​ນັກ​ລົງທຶນ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃຫ້​ແກ່​ແຂວງ ອຸດົມ​ໄຊ.

+++

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບມາໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີແມວ laovov@yahoo.com,  laovov5@gmail.com

ຂ່າວ/ບົດ​ອື່ນ