ການຮ່ວມມືດ້ານເສດຖະກິດຍາມໃດກໍ່ແມ່ນໜຶ່ງໃນບັນດາບຸລິມະສິດການຕ່າງປະເທດຂອງ 2 ພັກ, 2 ລັດ ຫວຽດນາມ - ລາວ

(VOVWORLD) - ການຮ່ວມມືດ້ານເສດຖະກິດຍາມໃດກໍ່ແມ່ນໜຶ່ງໃນບັນດາບຸລິມະສິດການຕ່າງປະເທດຂອງ 2 ພັກ, 2 ລັດ ຫວຽດນາມ - ລາວ. ກວ່າ 400 ໂຄງການລົງທຶນ, ດ້ວຍຍອດຈຳນວນທຶນກວ່າ 4,1 ຕື້ USD, ຫວຽດນາມ ຢືນອັນດັບທີ 3 ໃນຈຳນວນປະເທດທີ່ລົງທຶນຢູ່ລາວ.
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 525 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 43 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວ 12 ສະບັບຈາກທ່ານຜູ້ຟັງລາວ.
ການຮ່ວມມືດ້ານເສດຖະກິດຍາມໃດກໍ່ແມ່ນໜຶ່ງໃນບັນດາບຸລິມະສິດການຕ່າງປະເທດຂອງ 2 ພັກ, 2 ລັດ ຫວຽດນາມ - ລາວ - ảnh 1ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ
(ພາບ: dangcongsan.vn)

ເພື່ອນ ທິລາດ ຢູ່ແຂວງ ອຸດົມໄຊ ໄດ້ສົ່ງອີແມວມາຫາລາຍການແບ່ງປັນວ່າ: “ຜ່ານບັນດາພາຫະນະສື່ມວນຊົນ, ຂ້າພະເຈົ້າເຫັນວ່າ ວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ດຳເນີນໄປຢ່າງວ່ອງໄວ ແລະ ມີປະສິດທິຜົນ, ຮັບປະກັນຜົນສຳເລັດຂອງກອງປະຊຸມໃຫຍ່ ແລະ ມະຕິຂອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໃນໄລຍະຈະມາເຖິງ. ທີ່ກອງປະຊຸມໃຫຍ່ຄັ້ງນີ້ ຫວຽດນາມ ຈະຍົກອອກວິໄສທັດກ່ຽວກັບວິວັດທະນາການແຫ່ງການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ແລະ ຫວຽດນາມ ຈະນັບມື້ນັບມີທີ່ຕັ້ງບົດບາດສູງກວ່າບົນເວທີສາກົນໃນຊຸມປີຈະມາເຖິງ. ຂໍອວຍພອນໃຫ້ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຈົ່ງບັນລຸຜົນສຳເລັດຢ່າງຈົບງາມ”.

        ນອກນັ້ນ, ເພື່ອນ ບົວລີ ແສງຄຳ, ເພື່ອນ ເພດສະຫວັນ ສົມຊະນິດ ກໍ່ໄດ້ສົ່ງຂໍ້ຄວາມທາງ Facebook ມາຫາລາຍການພາກພາສາລາວ ຂໍອວຍພອນໃຫ້ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ບັນລຸຜົນສຳເລັດຢ່າງຈົບງາມເຊັ່ນດຽວກັນ.

ການຮ່ວມມືດ້ານເສດຖະກິດຍາມໃດກໍ່ແມ່ນໜຶ່ງໃນບັນດາບຸລິມະສິດການຕ່າງປະເທດຂອງ 2 ພັກ, 2 ລັດ ຫວຽດນາມ - ລາວ - ảnh 2(ທ່ານ ເຢືອງດິ່ງບ໋າງ ຕອບສຳພາດຕໍ່ນັກຂ່າວ VOV ປະຈຳລາວ)

ແລະກໍ່ໃນອາທິດຜ່ານມາ, ມີຊາວຫວຽດນາມ ດຳລົງຊີວິດຢູ່ລາວ ຫຼາຍຄົນກໍ່ສະແດງຄວາມສົນໃຈເຖິງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ. ໃນນັ້ນ, ທ່ານ ເຢືອງດິ່ງບ໋າງ, ສະມາຊິກຄະນະບໍລິຫານງານສະຫະສະມາຄົມວິສາຫະກິດຫວຽດນາມ ລົງທຶນດຳເນີນທຸລະກິດຢູ່ລາວ ໄດ້ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຄັ້ງນີ້ຈະມີບັນດາແຜນນະໂຍບາຍທີ່ເໝາະສົມ, ກຳນົດທິດໃຫ້ແກ່ວຽກງານເສດຖະກິດການຕ່າງປະເທດ, ເປັນພື້ນຖານໃຫ້ແກ່ການເຄື່ອນໄຫວລົງທຶນ ດຳເນີນທຸລະກິດຂອງບັນດາວິສາຫະກິດຫວຽດນາມ ຢູ່ລາວ ຢ່າງມີປະສິດທິຜົນກວ່າ, ເໝາະສົມກັບການພົວພັນລະຫວ່າງ 2 ປະເທດ.

        “ການພົວພັນລະຫວ່າງ 2 ປະເທດຕ້ອງມີຍຸດທະສາດພັດທະນາ. ສະນັ້ນ, ພວກຂ້າພະເຈົ້າໄດ້ຕັ້ງຄວາມຫວັງຫຼາຍຢ່າງຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຈະມີບັນດາລັດຖະນະໂຍບາຍມີລັກສະນະຍຸດທະສາດໃນການຮ່ວມມືພັດທະນາເສດຖະກິດ, ກໍຄືປົກປັກຮັກສາຄວາມໝັ້ນຄົງດ້ານປ້ອງກັນຊາດລະຫວ່າງ 2 ປະເທດ. ຕ້ອງມີນະໂຍບາຍຢ່າງເປີດເຜີຍກວ່າ, ສ້າງສະພາບແລດລ້ອມໃຫ້ເປັນຢ່າງດີກວ່າໃຫ້ແກ່ບັນດາວິສາຫະກິດຫວຽດນາມ ມາລົງທຶນຢູ່ລາວ, ເພື່ອໃຫ້ຫວຽດນາມ ແລະ ລາວ ພ້ອມກັນພັດທະນາ. ພວກເຮົາລົງທຶນໂດຍມີການຄັດເລືອກ ເພື່ອໃຫ້ມີສັນຍາລັກໃດໜຶ່ງ ສະແດງໃຫ້ເຫັນສາຍພົວພັນແບບພິເສດລະຫວ່າງ  2 ປະເທດ”.

        ການຮ່ວມມືດ້ານເສດຖະກິດຍາມໃດກໍ່ແມ່ນໜຶ່ງໃນບັນດາບຸລິມະສິດການຕ່າງປະເທດຂອງ 2 ພັກ, 2 ລັດ ຫວຽດນາມ - ລາວ. ກວ່າ 400 ໂຄງການລົງທຶນ, ດ້ວຍຍອດຈຳນວນທຶນກວ່າ 4,1 ຕື້ USD, ຫວຽດນາມ ຢືນອັນດັບທີ 3 ໃນຈຳນວນປະເທດທີ່ລົງທຶນຢູ່ລາວ. ເຖິງຢ່າງໃດກໍ່ຕາມ, ມີຫຼາຍຄຳເຫັນຖືວ່າ, ການຮ່ວມມືລະຫວ່າງ 2 ປະເທດຍັງບໍ່ທັນເໝາະສົມກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງ  2 ປະເທດ.

ເພື່ອນ ວຽງ ສິນທຳມະນາວົງ, ສົ່ງອີແມວ ມາຫາລາຍການໂດຍຖາມວ່າ: ຂ້າພະເຈົ້າໄດ້ຮູ້ວ່າ ຢູ່ຫວຽດນາມ ມີປະເພດສິລະປະພື້ນເມືອງນັ້ນແມ່ນ "ການສະແດງຕຸກກະຕານ້ຳ”. ຂ້າພະເຈົ້າໄດ້ຮັບຊົມບັນດາລາຍການສະແດງຕຸກກະຕາຂອງຫຼາຍປະເທດຜ່ານໂທລະພາບແລ້ວ ແຕ່ການສະແດງຕຸກກະຕາຂອງຫວຽດນາມ ພັດສະແດງບົນໜ້ານ້ຳ. ຂ້າພະເຈົ້າບໍ່ຮູ້ວ່າ ຢາກຊົມລະຄອນຕຸກກະຕານ້ຳຢູ່ຮ່າໂນ້ຍ ແມ່ນຈະມາບ່ອນໃດ?

ການຮ່ວມມືດ້ານເສດຖະກິດຍາມໃດກໍ່ແມ່ນໜຶ່ງໃນບັນດາບຸລິມະສິດການຕ່າງປະເທດຂອງ 2 ພັກ, 2 ລັດ ຫວຽດນາມ - ລາວ - ảnh 3ສິລະປະລະຄອນຕຸກກະຕານ້ຳຂອງຫວຽດນາມ
(ພາບ: langnghevietnam.vn)

ເພື່ອນ ວຽງ ສິນທຳມະວົງ ທີ່ຮັກແພງ, ສິລະປະລະຄອນຕຸກກະຕານ້ຳ ແມ່ນປະເພດສິລະປະສະແດງບົນເວທີ່ພື້ນເມືອງທີ່ເປັນເອກະລັກສະເພາະ, ຕິດພັນກັບ ພື້ນຖານອະລິຍະທຳປູກເຂົ້ານາທາມ ແລະ ໄດ້ມີມາກ່ອນນີ້ນັບພັນປີຢູ່ຫວຽດນາມ. ບັນດາລາຍການສະແດງຕຸກກະຕານ້ຳ ສ່ວນຫຼາຍແມ່ນສ່ອງແສງໃຫ້ເຫັນການດຳລົງຊີວິດທາງດ້ານວັດທະນະທຳຂອງຫວຽດນາມ, ຈາກຮີດຄອງປະເທດນີ, ການອອກແຮງງານທຳການຜະລິດ… ການສະແດງຕົວຕຸກກະຕານ້ຳແມ່ນຍາກກວ່າຫຼາຍເທົ່າເມື່ອທຽບໃສ່ສະແດງຕຸກກະຕານຳບົນເວທີສະແດງ. ດ້ວຍບັນດາຈຸດທີ່ເປັນເອກະລັກສະເພາະຄືແນວນັ້ນ, ການສະແດງລະຄອນຕຸກກະຕານ້ຳໄດ້ດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຊົມເປັນຈຳນວນຫຼາຍ. ຢູ່ຮ່າໂນ້ຍ, ມີບັນດາສະຖານທີ່ສະແດງລະຄອນຕຸກກະຕານ້ຳຄືດັ່ງນີ້:

-     ໂຮງລະຄອນຕຸກກະຕານ້ຳ ທັງລອງ - ຢູ່ເຮືອນເລກທີ 57b ຖະໜົນ ດິງຕຽນຮ່ວາງ, ຕາແສງ ລິ໊ທ໊າຍໂຕ, ເມືອງ ຮ່ວານກ໊ຽມ, ຮ່າໂນ້ຍ.

-     ໂຮງລະຄອນຕຸກກະຕານ້ຳ ບົງແຊນ - ຢູ່ເຮືອນເລກທີ 16 ເລທ໊າຍໂຕ, ຕາແສງ ຮ່າງຈົ໊ງ, ເມືອງ ຮ່ວານກ໊ຽມ, ຮ່າໂນ້ຍ.

-     ໂຮງລະຄອນຕຸກກະຕານ້ຳ ຫວຽດນາມ - ຢູ່ເຮືອນເລກທີ 361, ຖະໜົນ ເຈື່ອງຈິງ, ຕາແສງ ເຄືອງຈູງ, ເມືອງ ແທັງຊວັນ, ຮ່າໂນ້ຍ.

ຫວັງວ່າ, ພາຍຫຼັງຮັບຊົມສິລະປະຟ້ອນຕຸກກະຕານ້ຳຂອງຫວຽດນາມ, ເພື່ອນຈົ່ງແບ່ງປັນຄວາມຮູ້ສຶກຂອງທ່ານກ່ຽວກັບສິລະປະປະເພດນີ້ມາໃຫ້ຜູ້ຟັງ, ຜູ້ອ່ານ ແລະ ລາຍການ.

ຕອບກັບ

ຂ່າວ/ບົດ​ອື່ນ