ການ​ເຄື່ອນ​ໄຫວ​ໃຫ້​ຕົວ​ໜັງ​ສື​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່ ຢູ່ ຫວຽດ​ນາມ

(VOVWORLD) -ແຕ່ກີ້ແຕ່ກ່ອນ, ການຂໍໜັງສືຍາມຕົ້ນລະດູບານໃໝ່ຂອງຊາວຫວຽດນາມ ໄດ້ກາຍເປັນຮີດຄອງປະເພນີທີ່ດີງາມ. ນີ້ໄດ້ຮັບຖືວ່າແມ່ນສິ່ງທີ່ສັກກະລະບູຊາ, ສິ່ງສຳຄັນໃນຄອບຄົວ. ການຂໍໜັງສືກໍ່ມີຄວາມໝາຍ ພາວະນາຂໍໃຫ້ປີໃໝ່ຈົ່ງມີແຕ່ສິ່ງທີ່ດີງາມ ມີຄວາມສະຫງົບສຸກ ແລະ ນຳເອົາໂຊກລາບ ມາໃຫ້ຕົນເອງ ແລະ ຄອບຄົວ.
ການ​ເຄື່ອນ​ໄຫວ​ໃຫ້​ຕົວ​ໜັງ​ສື​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່ ຢູ່ ຫວຽດ​ນາມ - ảnh 1ການໃຫ້ຕົວໜັງສືຍາມຕົ້ມລະດູບານໃໝ່

ອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 395 ສະບັບ ແລະ ໂທລະສັບຫຼາຍສາ ຈາກທ່ານຜູ້ຟັງທີ່ມາຈາກ 39 ປະເທດໃນໂລກຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ ແລະ ລາວ... ໃນນັ້ນ, ມີທ່ານຜູ້ຟັງລາວຫຼາຍຄົນ ໄດ້ສົ່ຈົດໝາຍມາຍັງລາຍການດ້ວຍເນື້ອໃນແບ່ງປັນຄວາມຮູ້ສຶກຂອງຕົນ. ໃນລາຍການໂອ້ລົມກັບເພື່ອນລາວມືນີ້ ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ, ກໍ່ຄືຕອບບາງຄຳຖາມຂອງທ່ານຜູ້ຟັງທີ່ໄດ້ສົ່ງມາລາຍການໃນອາທິດຜ່ານມາ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ, ທ່ານ Armando Francisco Higuera del Reyo ຕາງໜ້າກຸ່ມ PAIS ເມກຊີໂກ ໄດ້ຂຽນວ່າ: “ຈາກເມກຊີໂກ, ພວກຂ້າພະເຈົ້າຂໍສົ່ງຄຳອວຍພອຍໄປຍັງປະຊາຊົນຫວຽດນາມ ທຸກຖ້ວນໜ້າ ເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ເຊິ່ງໄດ້ຮັບການສ້າງຕັ້ງໃນວັນທີ 3 ກຸມພາປີ 1930, ມາຮອດປັດຈຸບັນ ພັກກອມມູນິດ ຫວຽດນາມ ແມ່ນກຳລັງນຳພາຫຼັກແຫຼ່ງຂອງປະເທດ ຫວຽດນາມ”.

ເພື່ອນ Sutomo ຢູ່ອິນໂດເນເຊຍ ໄດ້ຂຽນວ່າ: “ຂ້າພະເຈົ້າມັກຕິດຕາມບັນດາລາຍການທີ່ເປັນໜ້າຈັບໃຈ ແລະ ບັນດາຂໍ້ມູນຂອງພວກເພື່ອນເປັນປະຈຳ. ທຸກລາຍການກໍ່ມ່ວນຫຼາຍ. ຂ້າພະເຈົ້າຂໍອວຍພອນໃຫ້ບັນນາທິການບັນດາລາຍການ ແລະ ພະນັກງານ VOV ໝົດທຸກຄົນປີໃໝ່ປີແມວ 2023 ຈົ່ງມີຄວາມຜາສຸກ”.

ເພື່ອນ Roseanna Lakeland of Hampshire ຢູ່ລາຊະອານາຈັກ ອັງກິດ ສົ່ງຈົດໝາຍມາໂດຍຂຽນວ່າ: “ຂ້າພະເຈົ້າຂໍອວຍພອນໃຫ້ພວກເພື່ອນປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກ! ຂ້າພະເຈົ້າລໍຄອຍໃຫ້ປີແມວມາຮອດໄວທີ່ສຸດ. ເມື່ອເບິ່ງຄືນແລ້ວ, ປີຂານ 2022 ແມ່ນປີທີ່ມີຄວາມສະດວກ ໃຫ້ແກ່ການຟື້ນຟູເສດຖະກິດ ແລະ ສັງຄົມຂອງ ຫວຽດນາມ. VOV ແມ່ນສະຖານີວິທະຍຸກະຈາຍສຽງທີ່ດີ ຍ້ອນວ່າ ພວກເພື່ອນໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມຮູ້ຫຼາຍຢ່າງຕື່ມອີກກ່ຽວກັບ ຫວຽດນາມ”.

ເພື່ອນ ບຸນມີ, ຢູ່ແຂວງ ອຸດົມໄຊ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນທີ່ວ່າ: “ເວລາຜ່ານມາ, ຂ້າພະເຈົ້າໄດ້ອ່ານ ຂ່າວ, ບົດທີ່ມ່ວນກ່ຽວກັບບຸນເຕັດ ຫວຽດນາມ ໃນເວັບໄຊ vovworld.vn ພາກພາສາລາວ, ໃນນັ້ນມີການເຄື່ອນໄຫວກ່ຽວກັບບຸນເຕັດຫຼາຍຢ່າງ ທີ່ຈັບອົກຈັບໃຈ ແລະ ຂ້າພະເຈົ້າມັກທີ່ສຸດແມ່ນການເຄື່ອນໄຫວຂໍໜັງສືຍາມຕົ້ນລະດູບານໃໝ່”. ທາງລາຍການສະໜອງຂໍ້ມູນຕື່ມອີກກ່ຽວກັບການເຄື່ອນໄຫວນີ້ໄດ້ບໍ່? ຂໍຂອບໃຈ.

ເພື່ອນບຸນມີທີ່ຮັກແພງ! ແຕ່ກີ້ແຕ່ກ່ອນ, ການຂໍໜັງສືຍາມຕົ້ນລະດູບານໃໝ່ຂອງຊາວຫວຽດນາມ ໄດ້ກາຍເປັນຮີດຄອງປະເພນີທີ່ດີງາມ. ນີ້ໄດ້ຮັບຖືວ່າແມ່ນສິ່ງທີ່ສັກກະລະບູຊາ, ສິ່ງສຳຄັນໃນຄອບຄົວ. ການຂໍໜັງສືກໍ່ມີຄວາມໝາຍ ພາວະນາຂໍໃຫ້ປີໃໝ່ຈົ່ງມີແຕ່ສິ່ງທີ່ດີງາມ ມີຄວາມສະຫງົບສຸກ ແລະ ນຳເອົາໂຊກລາບ ມາໃຫ້ຕົນເອງ ແລະ ຄອບຄົວ.

ຕາມນັ້ນແລ້ວ ແຕ່ລະຄົນຈະຂໍໜັງສືທີ່ເປັນສັນຍາລັກໃຫ້ແກ່ສິ່ງທີ່ຕົນເອງປາດຖະໜາ. ນອກຈາກນັ້ນ, ເຂົາເຈົ້າຍັງຂໍຄຸນສົມບັດ, ຄວາມເກັ່ງກ້າສາມາດຂອງ ຜູ້ໃຫ້ໜັງສືອີກດ້ວຍ. ການຂໍໜັງສືຕົ້ນປີໃໝ່ແມ່ນພະຍານຫຼັກຖານໃຫ້ແກ່ມູນເຊື້ອຢາກຮ່ຳຢາກຮຽນ, ເຄົາລົບໜັງສືຂອງຊາດ ຫວຽດນາມ.

ໃນເມື່ອກ່ອນ, ເມື່ອໄປຂໍຕົວໜັງສືຍາມຕົ້ນປີໃໝ່ ຜູ້ຂໍຕ້ອງກະກຽມເຄື່ອງບູຊາ ເລັກໆນ້ອຍໆລວມມີ: ພູແລະໝາກ, ຊາ, ຢາສູບ… ໄປເຮືອນຂອງຜູ້ໃຫ້ຕົວໜັງສື. ພິເສດແມ່ນຜູ້ທີ່ມີຄວາມເກັ່ງກ້າສາມາດໃນເຂດ.

ແຕ່ມາໃນປັດຈຸບັນ, ພວກເຮົາບໍ່ຈຳເປັນຕ້ອງໄປເຮືອນຂອງຜູ້ໃຫ້ຕົວໜັງສືອີກ ແລ້ວ ແຕ່ຈະໄປຄຸ້ມຖະໜົນຜູ້ໃຫ້ຕົວໜັງສືແທນ, ເລືອກເອົາຜູ້ໃດຜູ້ໜຶ່ງເພື່ອຂໍໜັງສື. ປັດຈຸບັນ, ບໍ່ມີພຽງແຕ່ຜູ້ໃຫ້ຕົວໜັງສືທີ່ມີປະສົບການຫຼາຍ ເທົ່ານັ້ນ, ຫາກຍັງມີຜູ້ໃຫ້ໜັງສືໜຸ່ມດ້ວຍການຂຽນຕົວໜັງສືທີ່ມີລັກສະນະທັນສະໄໝ.

ເພື່ອນບຸນມີທີ່ຮັກແພງ! ດັ່ງທີ່ກ່າວມາຂ້າງເທິງແມ່ນຄຳຕອບໃຫ້ແກ່ຄຳຖາມຂອງເພື່ອນຫວັງວ່າ ເພື່ອນຈະພໍໃຈ.

ການ​ເຄື່ອນ​ໄຫວ​ໃຫ້​ຕົວ​ໜັງ​ສື​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່ ຢູ່ ຫວຽດ​ນາມ - ảnh 2ຫໍພິພິທະພັນໂລກ ກາເຟ (ພາບ: VOV)

ເພື່ອນນ້ຳຝົນ ປັດຈຸບັນພວມດຳລົງຊີວິດ ແລະ ເຮັດວຽກຢູ່ແຂວງ ຄຳມ່ວນໄດ້ສົ່ງຂໍ້ຄວາມມາຍັງລາຍການຢາກຊອກຮູ້ກ່ຽວກັບ “ຫໍພິພິທະພັນໂລກກາເຟ” ຢູ່ນະຄອນບວນມາທວດ.

ເພື່ອນນ້ຳຝົນທີ່ຮັກແພງ! ຫໍພິພິທະພັນສະເພາະກາເຟໃນທົ່ວໂລກ ຂຶ້ນກັບໂຄງການຕົວເມືອງກາເຟ ໂດຍກຸ່ມບໍລິສັດ ຈຸງງວຽນ Legend ກໍ່ສ້າງຂຶ້ນມາແຕ່ເດືອນມີນາ ປີ 2018 ແລະ ເປີດປະຕູຮັບໃຊ້ແຂກທ່ອງທ່ຽວຢ່າງເປັນທາງການແຕ່ວັນທີ 23 ພະຈິກ ປີ 2018. ນັບແຕ່ເວລາເປີດປະຕູຕ້ອນຮັບແຂກເຂົ້າຊົມ, ຫໍພິພິທະພັນໄດ້ດຶງດູດແຂກເຂົ້າຊົມເປັນພິເສດແລ້ວ ຍ້ອນ ສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະ ໄດ້ແຮງບັນດານໃຈມາຈາກເຮືອນຍາວ - ສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະຂອງເຂດດິນແດນໄຕງວຽນທີ່ສັກກະລະບູຊາ.

ໂດຍແມ່ນຫໍພິພິທະພັນກ່ຽວກັບວັດທະນະທຳກາເຟໃຫຍ່ທີ່ສຸດ, ມີເອກະລັກທີ່ສຸດ, ພົ້ນເດັ່ນທີ່ສຸດ ປັດຈຸບັນ ຫໍພິພິທະພັນໄດ້ເກັບຮັກສາວັດຖຸພັນ ກ່ວາ 10.000 ຢ່າງ ທີ່ມີສ່ວນກ່ຽວຂ້ອງເຖິງ 3 ພື້ນຖານອະລິຍະທຳກາເຟ ພົ້ນເດັ່ນຂອງໂລກ ທີ່ມີເວລາເກືອບ 3 ສະຕະວັດ. ພ້ອມກັນນັ້ນ, ຫໍພິພິທະພັນ ຍັງມີເຂດວາງສະແດງ, ເຂດຊິມກາເຟ, ຫໍສະໝຸດແສງສະຫວ່າງ. ຖ້າມີໂອກາດຫວັງວ່າເພື່ອນຈະມາຢ້ຽມຊົມເພື່ອມາເບິ່ງຈຸດທີ່ເປັນເອກະລັກສະເພາະຂອງຫໍພິພິທະພັນດັ່ງກ່າວ .

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com.

ຕອບກັບ

ຂ່າວ/ບົດ​ອື່ນ