ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ປີ 2020

(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 408 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 36 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຝຣັ່ງ, ຍີ່ປຸ່ນ, ລາວ…ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ ລາວ ຝາກມາລາຍການໃນອາທິດຜ່ານມາ.
ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ປີ 2020 - ảnh 1 ຝົນຕົກແກ່ຍາວ, ນ້ຳແກ່ງ, ນ້ຳຖ້ວມ ແລະ ດິນເຊາະເຈື່ອນເກີດຂຶ້ນຢ່າງຮ້າຍແຮງ ຢູ່ບັນດາແຂວງພາກກາງ ຫວຽດນາມ

ເພື່ອນ ອານຸສິດ ສີບຸນເຮືອງ, ເພື່ອນ ມາລີວົງ, ເພື່ອນ ດວງໃຈ ຢູ່ແຂວງ ຊຽງຂວາງ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນວ່າ: “ເມື່ອໄດ້ຮັບຂ່າວວ່າ ຝົນຕົກແກ່ຍາວ, ນ້ຳແກ່ງ, ນ້ຳຖ້ວມ ແລະ ດິນເຊາະເຈື່ອນເກີດຂຶ້ນຢ່າງຮ້າຍແຮງ ຢູ່ບັນດາແຂວງພາກກາງ ຫວຽດນາມ. ພິເສດແມ່ນ ໄດ້ກໍ່ຄວາມເສຍຫາຍດ້ານຊີວິດອີນຊີ ແລະ ຊັບສິນ ກໍ່ຄືພື້ນຖານໂຄງລ່າງຖະໜົນຫົນທາງ, ເຮືອນຊານບ້ານຊ່ອງ. ພວກຂ້າພະເຈົ້າຂໍສົ່ງຄຳຢື້ຢາມຖາມຂ່າວ ແລະ ແບ່ງເບົາຄວາມເສົ້າສະຫລົດໃຈມາຍັງພໍ່ແມ່ປະຊາຊົນບັນດາແຂວງພາກກາງ, ເປັນຕົ້ນແມ່ນອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາຄອບຄົວທີ່ໄດ້ຮັບຜົນສະທ້ອນໂດຍກົງຈາກໄພທຳມະຊາດໃນຄັ້ງນີ້. ພວກຂ້າພະເຈົ້າຫວັງວ່າ ພໍ່ແມ່ປະຊາຊົນບັນດາແຂວງພາກກາງ ຫວຽດນາມ ຈະຜ່ານຜ່າຄວາມຫຍຸ້ງຍາກໃນສະເພາະໜ້າ ແລະ ກັບຄືນສູ່ຊີວິດການເປັນຢູ່ເປັນປົກກະຕິໂດຍໄວ.

ພວກເຮົາຂໍຂອບໃຈເພື່ອນ ອານຸສິດ, ເພື່ອນ ມາລີວົງ, ເພື່ອນ ດວງໃຈ ແລະ ບັນດາເພື່ອນມິດ ລາວ ທັງຫລາຍທີ່ໄດ້ໃຫ້ຄວາມສົນໃຈຕິດຕາມ, ສົ່ງຄຳຢື້ຢາມຖາມຂ່າວ, ແບ່ງເບົາຄວາມເສົ້າສະຫລົດໃຈ, ປຸກລະດົມກຳລັງໃຈໃຫ້ພໍ່ແມ່ປະຊາຊົນຢູ່ບັນດາແຂວງພາກກາງທີ່ປະສົບໄພທຳມະຊາດໃນໄລຍະມໍ່ໆມານີ້.

        ລຸງ ບຸນທາ ຈັນທະວົງ ຢູ່ແຂວງ ວຽງຈັນ ເພິ່ນເປັນນັກຮົບເກົ່າ ໄດ້ໂທລະສັບມາລາຍການດ້ວຍເນື້ອໃນວ່າ:  ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຊ່ວຍການປະຕິວັດ ລາວ (30/10/1949 30/10/2020). ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນປະເສີດທີ່ສຸດເຖິງບັນດາອະດີດທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ, ອວຍພອນໃຫ້ນ້ຳໃຈສາມັກຄີມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດເວົ້າລວມກໍ່ຄືກອງທັບ 2 ປະເທດເວົ້າສະເພາະໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ. ບັນດານັກຮົບປະເທດ ລາວ ກໍ່ຄືປະຊາຊົນ ລາວ ຍາມໃດກໍ່ຈົດຈຳບຸນຄຸນອັນໃຫຍ່ຫລວງຂອງບັນດານັກຮົບອາສາສະໜັກ ແລະ ນັກຊ່ຽວຊານ ຫວຽດນາມ ເຊິ່ງໄດ້ຮຽງບ່າຮຽງໄຫລ່, ກໍ່ຄືສະໜັບສະໜູນ, ຊ່ວຍເຫຼືອກອງທັບ ແລະ ປະຊາຊົນ ລາວ ໃນຊຸມເດືອນປີເກີດສົງຄາມຢ່າງດຸເດືອດ. ພວກຂ້າພະເຈົ້າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອໂຄສະນາສຶກສາອົບຮົມ ໃຫ້ຄົນລຸ້ນຫລັງເຂົ້າໃຈກ່ຽວກັບການພົວພັນແບບພິເສດ ຫວຽດນາມ - ລາວ ຢ່າງຈະແຈ້ງ ແລະ ຊັດເຈນກ່ວາເກົ່າ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລາວ - ຫວຽດນາມ ໃຫ້ນັບມື້ນັບໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

        ລຸງ ບຸນທາ ຈັນທະວົງ ທີ່ຮັກແພງ! ພວກຂ້າພະເຈົ້າຂໍຂອບໃຈຕໍ່ຄຳແບ່ງປັນຂອງລຸງທີ່ມີຕໍ່ລາຍການ ກໍ່ຄືຄຳອວຍພອນອັນປະເສີດທີ່ສະຫງວນໃຫ້ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ. ຂໍໃຫ້ລຸງມີສຸຂະພາບແຂງແຮງ, ສືບຕໍ່ມີບັນດາການອຸທິດສ່ວນເພື່ອສ້າງສາຍພົວພັນມິດຕະພາບດັ່ງກ່າວນີ້ໃຫ້ນັບມື້ນັບໝັ້ນແກ່ນໜຽວແໜ້ນ.

ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ປີ 2020 - ảnh 2 ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ປີ 2020

ທ່ານຜູ້ຟັງທີ່ເຄົາລົບ! ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ປີ 2020 ໂດຍ VOV ປຸກລະດົມມາແຕ່ວັນທີ 15 ມີນາ - ວັນທີ 31 ສິງຫາ 2020. ຄະນະຈັດຕັ້ງໄດ້ຮັບບົດເສັງທັງໝົດ 214 ບົດຂອງທ່ານຜູ້ຟັງຈາກ 33 ປະເທດ ແລະ ເຂດແຄ້ວນ. ໝາກຜົນຂອງການເສັງມີຄືດັ່ງນີ້: ທ່ານຜູ້ຟັງລາຍການພາສາ ແອັດສະປາຍ ໄດ້ຮັບລາງວັນ 1; ທ່ານຜູ້ຟັງລາຍການພາສາ ອັງກິດ ໄດ້ຮັບລາງວັນທີ 2; ທ່ານຜູ້ຟັງລາຍການພາສາ ອິນໂດເນເຊຍ ໄດ້ຮັບລາງວັນທີ 3. ຄະນະຈັດຕັ້ງກໍ່ມອບລາງວັນຊົມເຊີຍ 05 ລາງວັນໃຫ້ແກ່ທ່ານຜູ້ຟັງລາຍການພາສາ ອັງກິດ, ອິນໂດເນເຊຍ, ລັດເຊຍ, ຈີນ ແລະ ຝຣັ່ງ. ນອກນັ້ນ ຍັງມີ 02 ລາງວັນມອບໃຫ້ບົດເສັງທີ່ມີຮູບການ ແລະ ເນື້ອໃນເປັນເອກະລັກສະເພາະ ນັ້ນແມ່ນທ່ານ ພອນຄຳ ສີສົມພັນ ຜູ້ຟັງລາຍການພາສາ ລາວ ແລະ ທ່ານຜູ້ຟັງລາຍການພາສາ ຍີ່ປຸ່ນ. ພ້ອມກັບບັນດາລາງວັນຕົ້ນຕໍນີ້, ຄະນະຈັດຕັ້ງກໍ່ມອບ 3 ລາງວັນໃຫ້ແກ່ ທ່ານຜູ້ຟັງທີ່ມີການເສັງຊອກຮູ້ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ, ນັ້ນແມ່ນ ທ່ານຜູ້ຟັງລາຍການພາສາ ເຢຍລະມັນ, ຈີນ ແລະ ໄທ.

ຕາມການຕີລາຄາຂອງຄະນະຈັດຕັ້ງແລ້ວ ທ່ານຜູ້ຟັງຫລາຍທ່ານມີຄຳຕອບຢ່າງຄົບຖ້ວນ ແລະ ຊັດເຈນຂອງຄຳຖາມທີໜຶ່ງ. ລະອຽດແມ່ນ ສຳລັບເນື້ອໃນທີໜຶ່ງຂອງຄຳຖາມກ່ຽວກັບບັນດາບຸລິມະສິດຂອງ ຫວຽດນາມ ໃນປີປະທານ ອາຊຽນ 2020. ບັນດາທ່ານຜູ້ຟັງ Johnny Antonio Ramírez López (ສັນຊາດ ເປຣູ, ລາຍການພາສາແອັດສະປາຍ); ທ່ານຜູ້ຟັງ Rabi Sankar Bosu (ສັນຊາດ ອິນເດຍ, ລາຍການພາສາອັງກິດ); ທ່ານຜູ້ຟັງ C.R.Nurdin (ສັນຊາດ ອິນໂດເນເຊຍ, ລາຍການພາສາອິນໂດເນເຊຍ); ທ່ານຜູ້ຟັງ Sergey Afanasyev (ສັນຊາດ ຢູແກຼນ, ລາຍການພາສາລັດເຊຍ…ລ້ວນແຕ່ມີຄຳຕອບຖືກຕ້ອງກ່ຽວກັບ 5 ບຸລິມະສິດຂອງ ຫວຽດນາມ ໃນປີເປັນປະທານ ອາຊຽນ 2020 ນັ້ນແມ່ນ: ເພີ່ມທະວີຄວາມສາມັກຄີ ແລະ ເປັນເອກະພາບ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນ; ຊຸກຍູ້ການເຊື່ອມຕໍ່ພາກພື້ນ, ກຳລັງຄວາມສາມາດຮັບມື ແລະ ຍາດແຍ່ງບັນດາໂອກາດຂອງການປະຕິວັດອຸດສາຫະກຳຄັ້ງທີ 4; ຍົກສູງສະຕິຄວາມຮັບຮູ້ຂອງປະຊາຄົມ ແລະ ສ້າງບັນດາຄຸນຄ່າ ແລະ ສີສັນລວມຂອງ ອາຊຽນ; ຊຸກຍູ້ບັນດາການພົວພັນຄູ່ຮ່ວມມືເພື່ອສັນຕິພາບ ແລະ ພັດທະນາແບບຍືນຍົງ, ເສີມຂະຫຍາຍບົດບາດ ແລະ ການປະກອບສ່ວນຂອງ ອາຊຽນ ໃນປະຊາຄົມສາກົນ; ຫັນການເຄື່ອນໄຫວຂອງກົງຈັກ ອາຊຽນ ໃຫ້ມີປະສິດທິຜົນຢ່າງສຸດຂີດ.

ສຳລັບເນື້ອໃນທີສອງຂອງຄຳຖາມກ່ຽວກັບບັນດາການປະກອບສ່ວນຂອງ ຫວຽດນາມ ໃນເດືອນຮັກສາຕຳແໜ່ງປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ (1/2020), ມີຜູ້ຟັງຫລາຍທ່ານຕອບໄດ້ເປັນຢ່າງດີ, ຍົກອອກບັນດາການປະກອບສ່ວນສຳຄັນຂອງ ຫວຽດນາມ. ບັນດາທ່ານຜູ້ຟັງ ລ້ວນແຕ່ຢັ້ງຢືນໄດ້ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ໃນສະພາບການພາກພື້ນ ແລະ ສາກົນ ມີການຜັນແປຢ່າງສັນສົນຄືໃນປະຈຸບັນ, ສະແດງໃຫ້ເຫັນຄວາມຮັບຜິດຊອບຢ່າງສູງ ແລະ ກຳລັງປະດິດຄິດສ້າງທີ່ດີເດັ່ນຂອງ ຫວຽດນາມ ໃນການບໍລິຫານ ແລະ ແກ້ໄຂບັນດາບັນຫາທົ່ວໂລກ. ພ້ອມກັນນັ້ນກໍ່ສະທ້ອນໃຫ້ເຫັນປະເທດ ຫວຽດນາມ ແມ່ນປະເທດຮັກຫອມສັນຕິພາບ, ຕັ້ງໜ້າຊຸກຍູ້ທ່າອ່ຽງປອງດອງ ແລະ ໄກ່ເກ່ຍໃນໂລກ.

        ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ