ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ

(VOVWORLD) -  ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 343 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 38 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນໄດ້ສົ່ງຈົດໝາຍມາຫາລາຍການ ດ້ວຍເນື້ອໃນແບ່ງປັນຄວາມຮູ້ສຶກ, ອວຍພອນວັນມູນເຊື້ອທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານ ຫວຽດນາມ ຊ່ວຍການປະຕິວັດ ລາວ.

  ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

ໃນອາທິດຜ່ານມາ, ເພື່ອນ ມອນແສງ, ຄຳຜຸຍ, ພິໄລວົງ, ດອກກຸຫລາບ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແນະນຳໃຫ້ພວກຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບບັນດາການເຄື່ອນໄຫວລະຫວ່າງ ຫວຽດນາມ ແລະ ລາວ ຢ່າງຈະແຈ້ງກ່ວາໃນອາທິດຜ່ານມາ.

ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ - ảnh 1 ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານ ຫວຽດນາມ ຊ່ວຍການປະຕິວັດ ລາວ (30/10/1949  30/10/2019)

        ລຸງ ບຸນທາ ຈັນທະວົງ ຢູ່ແຂວງ ວຽງຈັນ ເພິ່ນເປັນນັກຮົບເກົ່າໄດ້ໂທລະສັບມາລາຍການດ້ວຍເນື້ອໃນວ່າ:  ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານ ຫວຽດນາມ ຊ່ວຍການປະຕິວັດ ລາວ (30/10/1949 30/10/2019). ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນປະເສີດທີ່ສຸດເຖິງບັນດາທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ, ອວຍພອນໃຫ້ນ້ຳໃຈສາມັກຄີມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດເວົ້າລວມກໍ່ຄືກອງທັບ 2 ປະເທດເວົ້າສະເພາະນັບມື້ນັບພັດທະນາຍິ່ງໆຂຶ້ນ. ບັນດານັກຮົບປະເທດ ລາວ ກໍ່ຄືປະຊາຊົນ ລາວ ຍາມໃດກໍ່ຈົດຈຳບຸນຄຸນອັນໃຫຍ່ຫລວງຂອງບັນດານັກຮົບອາສາສະໜັກ ແລະ ນັກຊ່ຽວຊານ ຫວຽດນາມ ເຊິ່ງໄດ້ຮຽງບ່າຮຽງໄຫລ່, ກໍ່ຄືສະໜັບສະໜູນ, ຊ່ວຍເຫຼືອກອງທັບ ແລະ ປະຊາຊົນ ລາວ ໃນໄລຍະສົງຄາມຢ່າງດຸເດືອດ. ພວກຂ້າພະເຈົ້າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອໂຄສະນາສຶກສາ ໃຫ້ຄົນລຸ້ນຫລັງເຂົ້າໃຈກ່ຽວກັບການພົວພັນແບບພິເສດ ຫວຽດນາມ - ລາວ ຢ່າງຈະແຈ້ງຊັດເຈນກ່ວາເກົ່າ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນມິດຕະພາບ ລາວ - ຫວຽດນາມ ໃຫ້ນັບມື້ນັບໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

        ລຸງ ບຸນທາ ຈັນທະວົງ ທີ່ຮັກແພງ! ພວກຂ້າພະເຈົ້າຂໍຂອບໃຈຕໍ່ຄຳແບ່ງປັນຂອງລຸງທີ່ມີຕໍ່ລາຍການ ກໍ່ຄືຄຳອວຍພອນອັນປະເສີດທີ່ສະຫງວນໃຫ້ທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານ ຫວຽດນາມ. ຂໍໃຫ້ລຸງມີສຸຂະພາບແຂງແຮງ, ສືບຕໍ່ມີບັນດາການອຸທິດສ່ວນເພື່ອສ້າງສາຍພົວພັນມິດຕະພາບດັ່ງກ່າວນີ້ໃຫ້ນັບມື້ນັບໝັ້ນແກ່ນໜຽວແໜ້ນ.

ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ - ảnh 2 ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ແສງເພັດ ຮຸ່ງບຸນຍວງ 

ສ່ວນໃນອີແມວຂອງເພື່ອນ ອານຸສິດ ຢູ່ແຂວງ ຊຽງຂວາງ, ເຊິ່ງເປັນຜູ້ທີ່ເຄີຍດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ ໄດ້ສົ່ງຈົດໝາຍມາຫາລາຍການໂດຍໃຫ້ຮູ້ວ່າ: “ຂ້າພະເຈົ້າໄດ້ຮັບຮູ້ວ່າ: ຄະນະປະຕິບັດງານພາກຕາເວັນຕົກເລກທີ 79 - 81 ຫຼີນາມເດ໊ ແມ່ນໜຶ່ງໃນສອງສະຖານທີ່ສຳຄັນທີ່ຊ່ວຍການປະຕິວັດ ລາວ ໃນໄລຍະຕໍ່ສູ້ຕ້ານສັດຕູເຂົ້າມາຮຸກຮານ. ໂດຍແມ່ນຄົນທີ່ມີຄວາມເມົາມົວຊອກຮູ້ປະຫວັດສາດ, ພິເສດແມ່ນປະຫວັດສາດລະຫວ່າງ ຫວຽດນາມ ແລະ ລາວ, ຜ່ານລາຍການ, ຂ້າພະເຈົ້າຢາກພວກອ້າຍເອື້ອຍບັນນາທິການພາກພາສາ ລາວ ແນະນຳໂດຍຫຍໍ້ກ່ຽວກັບຄະນະປະຕິບັດງານພາກຕາເວັນຕົກ.”

ເພື່ອນ ອານຸສິດ ທີ່ຮັກແພງ! ຫວ່າງມໍ່ໆມານີ້, ທີ່ຮ່າໂນ້ຍ, ເຂດຊຸມຊົນຄະນະປະຕິບັດງານພາກຕາເວັນຕົກເລກທີ 79 – 81 ຫຼີນາມເດ໊ ໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ, ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງຄະນະປະຕິບັດງານພາກຕາເວັນຕົກ (1959 - 2019). ຄະນະປະຕິບັດງານພາກຕາເວັນຕົກແມ່ນສະຖານທີ່ສຳຄັນ ໂດຍທ່ານພົນເອກ ຫວໍງວຽນຢ໊າບ ເປັນຜູ້ສ້າງຕັ້ງ ແລະ ເປັນຫົວໜ້າຄະນະນັ້ນ ແມ່ນເພື່ອແນໃສ່ຕິດຕາມ, ຄົ້ນຄວ້າ, ຊີ້ນຳການໜູນຊ່ວຍໃຫ້ແກ່ການປະຕິວັດ ລາວ. ນີ້ແມ່ນອົງການລັບ ດັ່ງນັ້ນທ່ານພົນເອກ ຫວໍງວຽນຢ໊າບ ຈຶ່ງຕັ້ງສຳນັກງານຢູ່ເຮືອນເລກທີ 89  ກາ 93 ຖະໜົນ ຫຼີນາມເດ໊ ແລະ ເຂດຊຸມຊົນພະນັກງານ, ພາລະກອນແມ່ນຕັ້ງຢູ່ເຮືອນເລກທີ 79 – 81 ຖະໜົນ ຫຼີນາມເດ໊ ຂຶ້ນກັບການຄຸ້ມຄອງຂອງກະຊວງປ້ອງກັນປະເທດ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ແສງເພັດ ຮຸ່ງບຸນຍວງ ເນັ້ນໜັກວ່າ ບັນດານັກຮົບທະຫານອາສາສະໝັກ, ຜູ້ຊ່ຽວຊານການທະຫານຢູ່ເຂດຊຸມຊົນໄດ້ຮຽງບ່າຮຽງໄຫລ່, ພ້ອມກັບທະຫານ ແລະ ປະຊາຊົນ ລາວ ຕໍ່ສູ້ຢ່າງພິລາອາດຫານຕ້ານພວກຈັກກະພັດຮຸກຮານ, ທຸກສິ່ງທຸກຢ່າງກໍ່ແມ່ນເພື່ອພາລະກິດການປະຕິວັດ ລາວ. ທ່ານ ແສງເພັດ ຮຸ່ງບຸນຍວງ ແບ່ງປັນຄວາມຮູ້ສຶກວ່າ:

ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ - ảnh 3  ລາຍການສະແດງສິລະປະຂອງນັກສຶກສາລາວຮຽນຢູ່ ຫວຽດນາມ

       ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

 

ຕອບກັບ

ຂ່າວ/ບົດ​ອື່ນ