ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບຄຳຖາມຂອງທ່ານຜູ້ຟັງຝາກເຖິງລາຍການ

(vovworld)- ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພວກ​ເຮົາ​ຂໍ​​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ຄຳ​ຖາມ​ຂອງ​ທ່ານ​ຜູ້​ຟັງ​ຝາກ​​ເຖິງ​ລາຍການ​ລາວ​ໃນ​ອາ​ທິດ​ຜ່ານ​ມາ.

       ເພື່ອນ ກາບ​ແກ້ວ, ແຂວງ ຊຽງ​ຂ​ວາງ ໄດ້​ຝາກ​ຈົດ​ໝາຍ​ມາ​ຍັງລາຍການພາກ​ພາ​ສາ​ລາວ ໂດຍ​ຖາມ​ວ່າ: “ດັ່ງ​ທີ່​ພວກ​ເຮົາ​ໄດ້​ຮູ້​ນຳ​ກັນ​ແລ້ວ​ວ່າ, ແຂວງ ຊຽງ​ຂວາງນອນ​ໃນ​ເຂດ​​ພື້ນ​ທີ່​ສູງ ດັ່ງ​ນັ້ນ​ມີ​ອາ​ກາດ​ໜາວ​ເຢັນ​ຕະຫຼອດ​ປີ ແລະ ອີ​ກ​ດ້ານ​ໜຶ່ງ​ແມ່ນ​ຍ້ອນ​ຄຸນ​ນະ​ພາບ​ຂອງ​ດິນ​ບໍ່ດີ​ປານ​ໃດ ດັ່ງ​ນັ້ນ​ການ​ປູກ​ຝັງ​ຢ​ູ່ທີ່ນີ້​ກໍບໍ່​ອຸດົມສົມບູນ​. ແຕ່​ວ່າ ຫວ່າງ​ມໍ່ໆ​ມານີ້ໝູ່ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເລົ່າ​ສູ່​ຟັງວ່າ, ຢູ່ ຫວຽດ​ນາມກໍ່ມີ​ທ້ອງ​ຖີ່​ນຕັ້ງ​ໃນ​ເຂດ​ພື້ນ​ທີ່​ສູງພໍ​ສົມຄວນ ແລະ ອ​າ​ກາດ​ກໍ່ໜາວ​ເຢັນ​ຕະຫຼອດ​ປີ​ແຕ່​ການ​ປູກ​ພືດ​ກະສິກຳຢູ່​ທີ່​ນີ້ພັດ​ອຸ​ດົມ​ສົມ​ບູນຫຼາຍ, ນັ້ນ​ແມ່ນ ດ່າ​ລາດ. ຂ້າ​ພະ​ເຈົ້າ​ຢາກ​ຮູ້​ຂໍ້​ມູນ​ກ່ຽວ​ກັບ​ເຂດ​ດິນ​ແຫ່ງນີ້​ໄດ້​ບໍ່?”

        ເພື່ອນ ກາບ​ແກ້ວ ທີ່​ຮັ​ກ​ແພງ, ນະ​ຄອນ ດ່າ​ລາດ ແມ່ນ​ເມື​ອງ​ເອກ​ຂອງ​ແຂວງ ເລີມ​ດົ່ງ, ນອນ​ໃນ​ເຂດ​ພ​ູ​ພຽງ ເລີມ​ວຽນ, ຂຶ້ນ​ກັບ​ເຂດ​ໄຕ​ງວຽນຂອງ ຫວຽດ​ນາມ. ດ້ວຍ​ລະດັບ​ຄວາມ​ສູງ 1.500 ມ ເມື່ອ​ທ​ຽບ​ໃສ່​ໜ້າ​ນ້ຳ​ທະ​ເລ ແລະ ອ້ອມ​ຮອບ​ດ້ວຍບັນດາ​ສາຍ​ພູ ແລະ ພ້ອມ​ດ້ວຍລະ​ບົບ​ພືດພັນ​ທັນ​ຍາ​ຫານ​ຕ່າງ ດັ່ງ​ນັ້ນ ດ່າ​ລາດ ຈຶ່ງ​ມີ​ອາ​ກາດ​ໜາວ​ເຢັນ​ຕະຫຼອດ​ປີ. ດ່າ​ລາດ​ມີ 2 ລະ​ດູນັ້ນ​ແມ່ນ​ລະ​ດູ​​ແລ້ງ ແລະ ລະ​ດູ​ຝົນ. ລະ​ດູ​ຝົນ​ເລີ່ມ​​ແຕ່​ເດືອນ 5 ​ຫາ​​ເດືອນ 10. ສ່ວນ​ລະ​ດູ​​ແລ້ງ​ແມ່ນ​​ແກ່ຍາວ​ແຕ່​ເດືອ​ນ 11 ຫາ​ເດືອນ 4 ຂອງ​ປີ​ຕໍ່​ໄປ. ດ້ວຍ​ເງື່ອນ​ໄຂ​ທຳ​ມະ​ຊາດ ​ແລະ ດິນ​ຟ້າ​ອາ​ກາດ​ຄື​ແນວ​ນັ້ນ ດ່າ​ລາດ ຈຶ່ງພັດທະນາ​​ການປູກ​ແນວ​ພັນ​ພືດ​ສຳ​ລັບເຂດໜາວ. ​ແນວ​ພັນ​ຜັກ​ເກືອບ​ທຸກ​ຊະນິດ​ຂອງ​ນະຄອນ ດ່າ​ລາດ​ແມ່ນ​ຖືກນຳ​ເຂົ້າ​ຈາກ ຝ​ຣັ່ງ, ເຢຍ​ລະ​ມັນ,​ ໂຮ​ນລັງ, ຍີ່​ປຸ່ນ, ອາ​ເມ​ລິ​ກາ… ຜັກ​ທີ່​​ເຄີຍປູກ​ຫລາຍ​ທີ່​ສຸດນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​ແມ່ນ​ຜັກ​ກະ​ລ່ຳ​ປີ, ​ໃນ​ນັ້ນປູກຫຼາຍກ່ວາ​ໝູ່​ແມ່ນ​ແນວ​ພັນ​ຜັກ​ກະ​ລ່ຳ​​ຂອງ ຍີ່​ປຸ່​ນ, ທີ່​ສາມາດ​ປູກ​​ຕະຫຼອດ​ປີ​ໄດ້. ໃນ​ເນື້ອ​ທີ່​ດິນ​ປູກ​ພືດ​ຂອງ ດ່າ​ລາດກໍ່​ມີ​ພືດຫຼາຍ​ຊະ​ນິດ​ອື່ນໆ​ອີກ​ຄື: ມັນຝ​ຣັ່ງ, ກາຣົດ, ຫົວ​ບົ່ວ​ໃຫ​ຍ່, ໝາກ​ຖົ່ວ​ຍັດ… ດ່າ​ລາດ ຍັງ​ໄດ້​ຮັບ​ການຮັບ​ຮູ້​ວ່າ ​ແມ່ນ​ເຂດ​ດິນ​ແດນຂອງ​ດອກ​ໄມ້​ຊະນິດ​ຕ່າງໆ​ເຊັ່ນ: ດອກ​ເໝີ້ຍຸ, ດອກ​ກຸ​ຫລາບ, ດອກ​ກ້ວຍ​ໄມ້, ດອກ​ລີໆ… ນອກ​ຈາກນັ້ນ, ດ່າ​ລາດ ຍັງ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ, ຖ້າ​ຫາກ​ມີ​ໂອ​ກາດ​ເພື່ອນ ກາບ​ແກ້ວ ຢ່າ​ລືມ​ໄປ​ທ່ອງທ່ຽວ​ຢູ່​ເຂດ​ດິນ​ແດນ​ທີ່​ສວຍສົດ​ງົດ​ງາມນີ້​ແດ​ເດີ.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບຄຳຖາມຂອງທ່ານຜູ້ຟັງຝາກເຖິງລາຍການ - ảnh 1
ພິ​ທີ​ມອບ​ຂອງ​ຂວັນ​ໃຫ້​ໂຮງ​ຮຽນ​ພອນ​ສະ​ຫວັນ ແລະ ຊົນ​ເຜົ່າ


        ສ່ວນ​​ຈົດ​ໝາຍ​ຂອງ​ເພື່ອນ ອຳ​ພາ​ວັນ, ນະ​ຄອນຫຼ​ວງວຽງ​ຈັນ ທີ່​ສົ່ງ​ມາ​ຍັງ​ລາຍການ​ໂດຍຖາມ​ວ່າ: “ອາ​ທິດ​ຜ່ານ​ມາ, ຢູ່ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດລາວ, ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວມອບ​ຂອງ​ຂວັນ​ຂອງ ຫວຽດ​ນາມ ໃ​ຫ້​ໂຮງ​ຮຽນ ພອນ​ສະ​ຫວັນ ແລະ ກຽມ​ມະຫາວິທະຍາ​ໄລ ຊົນ​ເຜົ່າ​ ລາວ ແຕ່​ຂ້າ​ພະ​ເຈົ້າ​ບໍ່​ຮູ້​ເນື້ອ​ໃນ​ລະ​ອ​ຽດ​ເທື່ອ. ຫວັງ​ວ່າ: ລາຍການ​ພາກ​ພາສາ ລາວ ສະໜອງ​ຂໍ້​ມູນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ນີ້ ​ໃຫ້​ຂ້າພະ​ເຈົ້າ​ຮັບ​ຊາບ​ໄດ້​ບໍ່?”

        ເພື່ອນ ອຳ​ພາ​ວັນ ທີ່​ຮັກ​ແພງ, ໃນ​ວັນ​ທີ 23/11 ຜ່ານ​ມາ, ໂຮງ​ຮຽນ​ພອນ​ສະ​ຫວັນ ແລະ ກຽມ​ມະຫາວິທະຍາ​ໄລ ຊົນ​ເຜົ່າ ລາວ ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ລາວ ໄດ້​ຈັດ​ຕັ້ງ​ພິ​ທີ​ຮັບ​ຂອງ​ຂວັນ​ຂອງ​ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງ​ວຽນ​ທິຢ​ວານ ຢ່າງ​ສົມ​ກຽດ. ທີ່​ພິ​ທີ, ໂດຍ​ໄດ້​ຮັບ​ການມອບ​ສິດ​ຂອງ​ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢ​ວານ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ສ ຫວຽດ​ນາມ ປະ​ຈຳ ລາວ ຫງວຽນ​ແມ້ງ​ຮູ່ງ ໄດ້​ມອບຂອງຂວັນ​ນີ້​ໃຫ້​ທ່ານ​ນາງລັດ​ຖະ​ມົນ​ຕີ​ຊ່ວຍ​ຕາງໜ້າ​ໃຫ້​​ກະ​ຊວງ​ສຶກ​ສາທິ​ການ ແລະ ກິ​ລາ ລາ​ວ ແສງ​ເດືອນ ຫຼ້າ​ຈັນ​ທະ​ບູນ ແລະ ທ່ານ ຄຳ​ພຸດ ພິ​ມາ​ສ​ອນ, ຜູ້​ຕາງ​ໜ້າ​​ໃຫ້ໂຮງ​ຮຽນ​ພອນ​ສະ​ຫວັນ ແລະ ກຽມ​ມະຫາວິທະຍາ​ໄລ ຊົນ​ເຜົ່າ ລາວ.  ຂອງຂວັນ​ລວມມີ ຄອມ​ພິວ​ເຕີ 25 ຊຸດ ດ້ວຍຍອດ​ມູນ​ຄ່າ 317 ລ້ານ​ດົ່ງ ເພື່ອ​ປະ​ກອບ​ໃຫ້​ຫ້ອງ​ສອນ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວສານຂອງ​ໂຮງ​ຮຽນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ແມ້ງ​ຮູ່ງ ໄດ້​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ຂອງ​ຂວັນ​ທີ່​ສະ​ແດງ​​ໃຫ້​ເຫັນນ້ຳ​ໃຈຂອງ​ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ແລະ ປະ​ຊາ​ຊົນ ຫວຽດ​ນາມ ​ທີ່​ມີ​ຕໍ່​ປະ​ຊາ​ຊົນ ແລະ ພາ​ລະ​ກິດ​ການ​ສຶກ​ສາ​ຂອງ​ລາວ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວັງ​ວ່າ, ຂອງ​ຂ​ວັນ​ນີ້​ຈະ​ໄດ້​ຮັບ​ການ​ນຳ​ໃຊ​້​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຮຽນ​ການສອນ, ຊ່ວຍ​ໃຫ້​ນັກ​ຮຽນ​ໄດ້​ສຳ​ພັ​ດ​ກັບ​ບັນ​ດາ​ຄວາມ​ຮູ້​ກ່ຽວ​ກັບ​ເຕັກ​ໂນ​ໂລຢຂໍ້​ມູນ​ຂ່າວສານຢ່າງວ່ອງ​ໄວ, ເລິກ​ເຊິ່ງ ​ແລະ ໝັ້ນຄົງ​ກ່​ວາ, ນີ້ແມ່ນ​ສິ່ງ​ທີ່​ສ​ຳ​ຄັນ​ໃນ​ໄລ​ຍະ​ປະ​ຈຸ​ບັນ. ຜູ້ອຳນວຍການໂຮງຮຽນ ​ຄຳ​ພຸດ ພິ​ມາ​ສອນ, ຕາງ​ໜ້າ​ໃຫ້​ຄະ​ນະອຳນວຍ​ການ​ໂຮງ​ຮຽນ ພ້ອມ​ກັບ​ຄູ​ອາຈານ ແລະ ນັກ​ຮຽນທຸກ​ຄົນພາຍ​ໃນ​ໂຮງ​ຮຽນ ​ໄດ້ຂອບ​ອົກຂ​ອບ​ໃຈ​ນ້ຳ​ໃຈ​ຂອງ​ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ແລະ ປະ​ຊ​າ​ຊົນ ຫ​ວຽດ​ນາມ ທີ່ສະ​ຫງວນ​ໃຫ້​ຄູອາ​ຈານ ​ແລະ ນັກຮຽນ​ຂອງ​ໂຮງ​ຮຽນ ແລະ ຢັ້​ງຢ​ືນ​ວ່ານີ້​ແມ່ນ​ຂອງ​ຂວ​ັນທີ່​ມ​ີ​ຄວາມ​ໝາຍ ແລະ ແທດ​ຈິງ​ທີ່​ສຸດ, ພ້ອມ​ທັງ​ໃຫ້​ຄ​ຳ​ໝັ້ນ​ສັນ​ຍາ​ຈະ​ນ​ຳ​ໃຊ້​ຂອງ​ຂວັນ​​ເຫຼົ່ານີ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວ​ນ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ​ຂອງ​ໂຮງ​ຮຽນ.

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີແມວ laovov@yahoo.com,  laovov5@gmail.com.

         


ຕອບກັບ

ຂ່າວ/ບົດ​ອື່ນ