ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບຄຳຖາມທີ່ທ່ານຜູ້ຟັງຝາກມາລາຍການ

(vovworld) - ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ຄ​ຳ​ຖາມ​ທີ່​ທ່ານ​ຜູ້​ຟັງ​ຝາກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ.

        ເພື່ອ​ນ ວອນ​ແສງ, ແຂວງ ບໍ່​ແກ້ວ ໄດ້​ຝາກ ອີ​ແມວ​ມາ​ຍັງ​ລາຍ​ການ​ໂດຍ​ຖາມວ​່າ: “ຄອບ​ຄົວ​ຂ້າ​ພະ​ເຈົ້າ​​ຢາກ​ໄປ​ທ່ຽວທະ​ເລ ຫວຽດ​ນາມ ແຕ່ ຫວຽດ​ນາມ ມີ​​ຝັ່ງທະ​ເລ​ທີ່​ຍາວ​ຢ້ຽດ, ດັ່ງ​ນັ້ນ​​ການ​ເລືອກ​ເຟັ້ນ​ທະ​ເລ​ແຫ່ງ​ທີ່​ສວຍງາມ, ຈັບ​ອົກ​ຈັບ​ໃຈ ແລະ ມີ​ຄວາມ​ມ່ວນ​ຊື່​​ແມ່ນ​ຍາກຫຼາຍ. ບັງ​ເອີນ, ໃນ​ອາ​ທິດ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຟັງ​ຂ່າວ​ກ່ຽວ​ກັບ Festival ທະ​ເລ​ຍາ​ຈາງ ແລະ ເຫັນ​ວ່າ​ໄດ້​ໄປ​ທ່ຽວ​ທະ​ເລ ຍາ​ຈາງ ໃນ​ຄາວນ​ີ້​ແມ່ນ​ເໝາະ​ສົມ​ທີ່​ສ​ຸດ. ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ຮູ້​ຕື່​ມ​ອີກ​ກ່ຽວ​ກັບ​ສະ​ຖານ​ທີ່​ດັ່ງ​ກ່າວ​ແດ່.”

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບຄຳຖາມທີ່ທ່ານຜູ້ຟັງຝາກມາລາຍການ - ảnh 1
ພາບ​ປະ​ກອບ

ເພື່ອນ ວອນ​ແສງ ທີ່​ຮັກ​ແພງ, ຍາ​ຈາງ ແມ່ນ​ນະ​ຄອນ​ແຄມ​ທະ​ເລ ແລະ ແມ່ນ​ສູນ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ ເຕັກ​ນິກ ແລະ ທ່ອ​ງ​ທ່ຽວ​ຂອງ​ແຂວງ ແຄ໋ງ​ຮ່​ວາ, ຂຶ້ນ​ກັບ​ເຂດ​ແຄ​ມ​ທະ​ເລ​ຕອນ​ໃຕ້​ພາກ​ກາງ ຫວຽດ​ນາມ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຕົວ​ເມືອງ​ອັນ​ດັບ 1 ​ສັງ​ກັດ​ແຂວງ​ຂອງ ຫວຽດ​ນາມ. ຍາ​ຈາງ ໄດ້​ຮັບ​ການ​ຂະ​ໜານ​ນາມ​ວ່າ​ແມ່ນ​ເພັດ​ມະ​ນີ​ຂອງ​ທະ​ເລ​ຕາ​ເວັນ​ອອກ, ເພັດ​ມະ​ນີ​ຂຽວ​ຍ້ອນ​ຄຸນ​ຄ່າ​ທຳ​ມະ​ຊາດ, ຄວາມ​ງາມ ກໍ່​ຄື​ອາ​ກາດ​ຂອງ​ມັນ.

Festival ທະ​ເລຍາ​ຈາງ  ແມ່ນ​ງານ​ບຸນ​ຂະ​ໜາດໃຫຍ່​ທີ່ໄດ້​ຮັບ​ການ​ຕອບ​ສະ​ໜອງ​ຈາກ​ແຂກ​ທ່​ອງ​ທ່ຽວ​​ທົ່ວ​ໂລກ, ດຳ​ເນີນ​ໄປ​ໃນ​ປີຄີກ ແລະ ຖ​ືກ​ຈັດ​ຕັ້ງ 2 ປີ/ເທື່ອ​ໜຶ່ງ. Festival ທະ​ເລຍາ​ຈາງ ປີ 2015​ ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 11-14/7. ຄາດ​ວ່າ, ຈະ​ມີ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ສາກົນມາຢ້ຽມ​ຢາມ ​ແຄ໋ງຮ່ວາ ​ປະມານ  150.000​​ ​ເທື່ອ​ຄົນ ​ ​ແລະ ​ເຂົ້າ​ຮ່ວມບັນດາ​ການ​ເຄື່ອນ​ໄຫວ​ຂອງ Festival ຄັ້ງ​ນີ້. ​Festival ທະ​ເລຍາ​ຈາງ ປີ 2015 ລວມມີ 52 ລາຍການ​ເຄື່ອນ​ໄຫວ​​ດ້ານ​ວັດທະນະທຳ, ກິລາ, ການ​ດຳລົງ​ຊີວິດ​ໃນ​ປະຊາ​ຄົມ… ຜ່ານ​ນັ້ນ​ແນະນຳ​, ​ເຊີດ​ຊູ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ, ບັນດາ​ສິ່ງ​ຍອດ​ຍິ່ງ​ຂອງ​ເຂດ​ທະ​ເລ ​ແລະ ປະຊາຊົນ​ແຂວງ ​ແຄ໋ງຮ່ວາ ​ເວົ້າ​ສະ​ເພາະ ​ແລະ ຫວຽດນາມ ​ເວົ້າ​ລວມ. ​ໃນ​ນັ້ນ​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ມຸ່ງ​ໄປ​ສູ່​ອະທິ​ປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ​ຄື: ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ວາງສະ​ແດງ​ເອກະສານ “ຮ່ວາງ​ຊາ-​ເຈື່ອງ​ຊາ​ຂອງ​ຫວຽດນາມ-ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ນິຕິ​ທຳ”; ກອງ​ປະຊຸມ​ສຳ​ມະ​ນາ​ວິ​ທະຍາ​ສາດ “ວັດທະນະທຳ​ທະ​ເລ​ໝູ່​ເກາະ-​ແຫຼ່ງກຳລັງ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ສຶກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ​ໃນ​ໂຮງຮຽນ”… ຫວັງ​ວ່າ Festival ທະ​ເລຍາ​ຈາງ 2015 ຈະ​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີ​ງາມ​ໃຫ້​ແກ່​ຄອບ​ຄົວ​ຂອງ​ເພື່ອນ​ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຄັ້ງ​ນີ້.

 +++++

          ໃນ​ອາ​ທິດ, ພວກ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຮັບ ອີ​ແມວ​ຂອງ ນາງ ສຸດ​ທະ​ສອນ, ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ດ້ວຍ​ເນື້ອ​ໃນ​ວ່າ: “ຂ້າ​ພະ​ເຈົ້າ​ມັກ​ກິນ​ໝາກ​ລິ້​ນ​ຈີ່​ຂອງ ຫວຽດ​ນາມ ຫຼາຍ ຍ້ອນ​ມັນ​ມີ​ລາ​ຄາ​ເໝາະ​ສົມ, ມ​ີ​ນ້ຳຫຼາຍ, ແກ່ນ​ນ້ອຍ, ເປືອກ​ບາງ, ມີ​ລົດ​ຫວານ ແລະ ກິນ​ຫອມ​ພິ​ເສດ. ເມື່ອ​ຟັງ​ຂ່າວ​ຈາກ VOV, ຂ້າ​ພະ​ເຈົ້າ​ກໍ່​ຮູ້​ວ່າ​ປີນີ້ ຫວຽດ​ນາມ ໄດ້​ສົ່ງ​ອອກ​ໝາກ​ລິ້ນ​ຈີ່ ເຖິງ​ຕະຫຼາດ ອາ​ເມ​ລິ​ກາ, ຝ​ຣັ່ງ ແລະ ອົດ​ສະ​ຕາ​ລີ. ແນ່ນອນ​ວ່າ​ປະ​ຊາ​ຊົນ​ຢູ່​ບັນ​ດາ​ປະ​ເທດນັ້ນ​ກໍ່​ນິ​ຍົມ​ລົດ​ຊາດ​ຂອງ​ໝາກ​ລິ້ນ​ຈີ່ ຫວຽດ​ນາມ ຫຼາຍ.”

ຂໍ​ຂອ​ບ​ໃຈ​ນາງ ສຸດ​ທະ​ສອນ ໄດ້​ສະ​ຫງວນ​ນ້ຳ​ໃຈ​ພິ​ເສດໃຫ້​ໝາກ​ລິ້ນ​ຈີ່​ຂອງ ຫວຽດ​ນາມ. ໃນ​ເດືອນ 6 ຜ່ານ​ມາ, ຫວຽດ​ນາມ ໄດ້​ສົ່ງ​ອອກ​ໝາກ​ລີ້ນ​ຈີ່ ນັບ​ຮ້ອຍ​ໂຕນ ເຖິງ​ບັນ​ດາ​ຕະຫຼາດ​ທີ່​ໄດ້​ຮັບ​ຖ​ື​ວ່າ​ຫຍຸ້ງ​ຍາກ​ທີ່​ສຸດ ນັ້ນ​ແມ່ນ ຝ​ຮັ່ງ, ອາ​ເມ​ລິ​ກາ ແລະ ອົດ​ສະ​ຕາ​ລີ. ນີ້​ແມ່ນ​ສັນ​ຍານ​ທ​ີ່​ໜ້າ​ຊື່​ນ​ຊົມ​ສຳ​ລັບ​ໝາກ​ລິ້ນ​ຈີ່ ເວົ້າ​ສະ​ເພາະ ແລະ ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ ຫວຽດ​ນາມ ເວົ້​າ​ລວມ. ໜຶ່ງ​ໃນ​ບັນ​ດາ​ເຫດ​ການ​ເພື່ອ​ແນ​ໃສ່​ໂຄ​ສະ​ນາ​ໝາກ​ລິ້ນ​ຈ​ີ່ ຫວຽດ​ນາມ ຢູ່​ຕະຫຼາດ​ສາ​ກົນ​ແມ່ນ ໃນວັນ​ທີ 29/06, ຢູ່​ນະຄອນ Melbourne, ທາງ​ພາກ​ໃຕ້​ປະ​ເທດ​ອົດ​ສະ​ຕາ​ລີ,​ ​ໄດ້​ຈັດ​ວັນ​ບຸນ “ໝາກ​ລິ້ນຈີ່ນຫວຽດນາມ”. ​ເຫດການ​ໂດຍ​​ອົງການການ​ຄ້າ​ຫວຽດນາມ ສົມທົບ​ກັບ​ສະມາຄົມ​ນັກທຸລະກິດ​ຫວຽດນາມ ປະຈຳ​ອົດ​ສະ​ຕາ​ລີ ຈັດ​ຕັ້ງ, ​ເພື່ອ​ໂຄສະນາໝາກ​ລິ້ຈີ່ນຫວຽດນາມ ຢູ່​ອົດ​ສະ​ຕາ​ລີ. ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຖືກດຳ​ເນີນ​​ໄປ​​ໃນ​ເວລາກວ່າ​ໜຶ່ງສັບປະດາ​ ​ເມື່ອໝາກ​ລິ້ຈີ່ນຫວຽດນາມ ນັບ​ສີ​ບໆ​​ໂຕນທຳ​ອິດ ​ໄດ້ສົ່ງ​ໄປ​ຂາຍ​ຢູ່​ອົດ​ສະ​ຕາ​ລີ. ​ເພ​ື່ອຕອບ​ສະ​ໜອງ “ວັນໝາກ​ລິ້ຈີ່ນຫວຽດນາມ”, ມີ​ພໍ່​​ແມ່​ປະຊາຊົນຊາວ​ຫວຽດນາມ ອາ​ໄສ​ຢູ່​ອົດ​ສະ​ຕາ​ລີ, ນັກ​ສຶກສາຫວຽດນາມ ​ແລະ ອົດ​ສະ​ຕາ​ລີ ກໍ​ຄືນັກ​ທ່ອງ​ທ່ຽວ​ສາກົນ​ຢູ່ນະຄອນ Melbourne ​ໄດ້​ມາຊື້ໝາກ​ລິ້ຈີ່ນຫວຽດນາມ. ປະຈຸ​ບັນ, ອົງການການ​ຄ້າ​ຫວຽດນາມ ປະຈຳ​ອົດ​ສະ​ຕາ​ລີ ພວມ​ຮີບ​ເຮ່ັງສ້າງ​ແຜນການ​ສົ່ງ​ເສີມ​ບັນດາ​ການ​ເຄື່ອນ​ໄຫ​ວຄ້າຍ​ຄື​ກັນ​ຢູ່​ ນະຄອນ​ອື່ນໆ ​ເພື່ອ​ໂຄສະນາໝາກ​ລິ້ຈີ່ນຫວຽດນາມ ​ເຖິງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ບັນດາ​ປະ​ເທດ​ອາຊີ​ອື່ນ​ຢູ່​ອົດສຕາ​ລີ.

ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ຂອງ​ພວກ​ເຮົາ​ຂໍ​ສິ້ນ​ສຸດ​ລົງ​ພຽງ​ເທົ່າ​ນີ້, ຖ້າ​ຫາກ​ຜູ້​​ຟັງໃດ​ມີ​ຄວາມ​ສົນ​ໃຈ ​ແລະ ຢາກ​​ປະກອບ​ຄຳ​ເຫັນ​ໃຫ້​ລາຍການສາມາດ​ຝາກ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົນ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 0084​.43​.825​.6631, ອີ​ແມວ: Laovov@yahoo.com ຫຼື laovov5@gmail.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວທີ່ຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ.

 


ຕອບກັບ

ຂ່າວ/ບົດ​ອື່ນ