ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບຄຳຖາມຜູ້ຟັງບາງທ່ານ ທີ່ຝາກມາລານການໃນອາທິດຜ່ານມາ

(vovworld) - ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ໄດ້​ຮັບ​ຈົດໝາຍ, ອີ​ແມວ, ໂທລະສັບ ຈາກ​ທ່ານ​ຜູ້​ຟັງ​ລາວ ແລະ ຫວຽດນາມ ຫຼາຍ​ທ່ານ. ໃນ​ຈົດໝາຍ, ທ່ານ​ຜູ້​ຟັງ​​ໄດ້​ປະກອບ​ຄຳ​ເຫັນກ່ຽວ​ກັບ​ບັນດາ​ລາຍການພາກ​ພາສາ​ລາວ ທີ່ໄດ້​ອອກ​ອາກາດ​ແລ້ວ​. ນອກຈາກ​ນັ້ນ, ຜູ້​ຟັງ​ວັງຢາກ​ຊອກ​ຮູ້​ກ່ຽວ​ກັບ​ບາງ​ສະຖານ​ທີ່​ຂອງ​ຫວຽດນາມອີກ​ດ້ວຍ. ໃນ​ລາຍການ​ຕອບ​ຈົດໝາຍ​ທ່ານຜູ້ຟັງພາກ​ນີ້, ພວກ​ເຮົາ​ຂໍ້​ຄັດ​ສະ​ເໜີ​ເນື້ອ​ໃນຈົດໝາຍ ແລະ ຕອບ​ຄຳ​ຖາມຜູ້​ຟັງ​ບາງ​ທ່ານ​ທີ່ຝາກ​ມາ​ລານກາ​ນ​ໃນ​ອາທິດ​ຜ່ານ​ມາ.

        ​ເພື່ອນ ດາລາ​ວັນ ສີ​ຫາ​ລາດ ຢູ່​ແຂວງ ຫົວພັນ ​ໃຫ້​ຮູ້​ວ່າ: ຂ້າພະ​ເຈົ້າ​ຕິດຕາມ​ລາຍການ​ພາກ​ພາສາ​ລາວ VOV5 ຜ່ານ​ວິທະຍຸ ​ແລະ ​ເວັບ​ໄຊ ​ເປັນ​ປະຈຳ. ຂ້າພ​ະເຈົ້າ​ເຫັນ​ວ່າ, ​ເນື້ອ​ໃນ​ລາຍການ​ນັບ​ມື້​ນັບ​ອຸດ​ົມ​ສົມບູນ ​ແລະ ມ່ວນຫຼາຍ​. ຫວັງ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງລາຍການ​ພາກ​ພາສາ​ລາວ ຈະ​ມີບັນດາບົດ​ຂຽນທີ່​ມ່ວນ​ຫຼາຍ​ບົດ​ຕື່ມ​ອີກ​ເພື່ອ​​ຮັບ​​ໃຊ້ໃຫ້​​ແກ່ຜູ້​ຟັງ.

        ​ເພື່ອ​ນ ຫງວຽນ​ວັນ​ຕ໋ວຽນ, ຊາວ​ຫວຽດນາມ ອາ​ໄສ​ຢູ່​​ແຂວງ ບໍລິ​ຄຳ​ໄຊ, ລາວ ​ໄດ້​ສົ່ງ​ອີ​ແມວ​ມາ​ຍັງ​ລາຍການ​ໂດຍ​ໃຫ້​ຮູ້​ວ່າ: ບັນດາ​ບົດ​ເພງ ​ແລະ ພາບ​ສາລະ​ຄະດີ ​ໃນ​ເວັບ​ໄຊ​​​ແມ່ນ​ອຸ​ດົມ​ສົມບູນກ່ຽວ​ກັບ​ເນື້ອ​ໃນ ​ແລະ ຕອບ​ສະໜອງ​ໄດ້​ຄວາມ​ຕ້ອງການ​ຂອງ​ຜູ້​ຟັງ, ຜູ້​ຊົມ. ​ເຖິງ​ວ່າ ຂ້າພະ​ເຈົ້າ​ຫ່າງ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ກໍ່ຕາມ, ​ແຕ່​ຜ່ານ​ບັນດາ​ພາບ​ສະລະ​ຄະດີ ຂ້າ​ພະ​ເຈົ້າ​ຮູ້ສຶກ​ຄື​ວ່າພວມ​ດຳລົງຊີວິດ​ຢູ່​ຫວຽດນາມ.


ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບຄຳຖາມຜູ້ຟັງບາງທ່ານ ທີ່ຝາກມາລານການໃນອາທິດຜ່ານມາ - ảnh 1
(ທາດ​ ຮ່ວາ​ຟອງ ຕັ້ງ​ຢູ່ຕາມ​ຖະໜົນ ດິງຕຽນ​ຮ່ວາງ)

​ເພື່ອນ ມາລີ ວົງ​ສາ, ນັກ​ສຶກສາ​ມະຫາວິທະຍາ​ໄລການ​ຄ້າ​ຕ່າງປະ​ເທດ, ຮ່າ​ໂນ້ຍ ​ໄດ້ສົ່ງ​ອີ​ແມວ​ມາ​ຍັງ​ລາຍການ​ໂດ​ຍຖາມ​ວ່າ:  ຂ້າພະ​ເຈົ້າ​ໄດ້​ໄປ​ຢ້ຽມຢາມສະຖານທີ່​ທີ່​ມີ​ຊື່​ສຽງ​ຂອງ​ຮ່າ​ໂນ້ຍ ຫຼາຍ​ແຫ່ງ, ​ໃນ​ນັ້ນ​ມີ​ໜອງ ຮ່ວານ​ກ໋ຽມ ​ເຊິ່ງ​ແມ່ນ​ສະຖານ​ທີ່​ທີ່​ຂ້າພະ​ເຈົ້າ​​ເຄີຍ​ມາ​ຕະຫຼອດ. ຢູ່​ຕໍ່​ໜ້າ​ໄປສະນີຮ່າ​ໂນ້ຍ ມີ​ທາດ​ນ້ອຍ​ທາດ​ໜຶ່ງ, ຂ້າພ​ະ​ເຈົ້າ​ບໍ່​ຮູ້​ວ່າ ທາດ​ນັ້ນ​ມີ​ຊື່​ວ່າຫຍັງ? ​​ແລະ ​ໄດ້​ຮັບ​ການ​ກໍ່ສ້າງ​​ແຕ່​ເວລາ​ໃດ?

        ​ເພື່ອນ ມາລີ ວົງ​ສາ ທີ່​ຮັກ​ແພງ, ສຳລັບ​ປະຊາຊົນ​ຊາວ​ຮ່າ​ໂນ້ຍ ​ແລ້ວ, ຮູບ​ພາບ​ທາດເກົ່າ​ແກ່​ທີ່​ຕັ້ງ​ຢູ່ຕາມ​ຖະໜົນ ດິງຕຽນ​ຮ່ວາງ, ​ເບິ່ງ​ຄື​ວ່າ​ໄດ້​ກາຍ​ເປັນຄວາມທີ່​ລື້​ງ​ເຄີຍ​ແລ້ວ. ບໍ່​ພຽງ​ແຕ່​ຊາວ​ຮ່າ​ໂນ້ຍ ​ເທົ່າ​ນັ້ນ ຫາກ​ບັນ​ດາ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ໜອງ ຮ່ວານ​ກຽມ ຕ່າງ​ກໍ່​ຄິດ​ວ່າ ທາດ​ເຫຼົ່າ​ນັ້ນແມ່ນ​ໜຶ່ງ​​ໃນ​ບັນດາ​ກິດຈະກຳ​ຂອງ ທາດ​​ເຕົ່າ - ໜອງ​ຮ່ວານ​ກ໋ຽມ. ​ຄວາມ​ຈິງ​ແລ້ວ​ນີ້​ແມ່ນ ທາດ​ ຮ່ວາ​ຟອງ ​ເຊິ່ງ​ແມ່ນ​ກິດຈະກຳ​ທີ່​ຍັງ​ເຫຼືອຂອງ​ວັດ ບ໋າ​ວ​ເອີນ ຖືກກໍ່ສ້າງ​​​ເມື່ອ​ປີ 1842 ​ແລະ ມາຮອດ​ປີ 1888, ຝລັ່ງ ​ໄດ້​ທຳລາຍ​ວັດ​ເພື່ອກໍ່​ສ້າງ​ສຳນັກງານໄປສະນີ. ນີ້​ແມ່ນ​ຮ່ອງ​ຮອຍ​ໜຶ່ງ​ດຽວ​ຂອງ​ວັດ​ບ໋າ​ວ​ເອີນ ທີ່​ຍັງ​ຮັກສາ​ໄວ້​ມາ​ຮອດ​ປະຈຸ​ບັນ.       

ເພື່ອ​ນ ​ເພັດ​ມາລີ ດວງ​ດີ ນັກ​ສຶກສາ​ມະຫາວິທະ​ຍາ​ໄລ ຊັບ​ພະ​ວິ​ຊາ ​ໄດ້​ສົ່ງ​ອີ​ແມວມາ​ຍັງ​ລາຍກາ​ນ​ໂດຍ​ຖາມ​ວ່າ: ຂ້າພະ​ເຈົ້າ​ໄດ້​ຍິນວ່າ ຫວຽດນາມມີ“​ວັນ​ປື້ມຫວຽດນາມ” ​ແຕ່​ບໍ່​ຮູ້​ວ່າ​ແມ່ນ​ວັນ​ໃດ? ປີ 2014 ນີ້ “​ວັນ​ປື້ມຫວຽດນາມ” ຈະ​ມີ​ການ​ເຄື່ອນ​ໄຫວ​ຄື​ແນວ​ໃດ?

        ເພື່ອ​ນ ​ເພັດ​ມາລີ ດວງ​ດີ ທີ່​ຮັກ​ແພງ, “​ວັນ​ປື້ມຫວຽດນາມ” ​ຖືກຈັດ​ຂຶ້ນ​ໃນ​ວັນ​ທີ 21/04. ປີ 2014 ​ເຊິ່ງ​ເປັນ​ປີ​ທຳ​ອິດ​ທີ່​ຫວຽດນາມ ຈັດ “​ວັນ​ປື້ມຫວຽດນາມ”. ຕາມ​ແຜນ​ການ​ຂອງ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ​ແລ້ວ “​ວັນ​ປື້ມຫວຽດນາມ” ຈະ​ຈັດການເຄື່ອນ​ໄຫວຫຼາຍ​ຢ່າງຄື: ​ກອງ​ປະຊຸມ​ສຳ​ມະ​ນາ, ການ​ໂອ້​ລົມສົນທະ​ນາ​ກ່ຽວ​ກັບ​ປື້​ມ; ງານ​ພົບ​ປະແລກປ່ຽນ​ກັບ​ບັນດາ​ນັກ​ວັດທະນະທຳ, ນັກ​ປະພັນ, ນັກ​ກະວີ... “​ວັນ​ປື້ມຫວຽດນາມ” ຖືກ​ຈັດ​ຂຶ້ນ​ຢູ່​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ ​ແລະ ອາດ​ຈະ​ແກ່ຍາວ​ໃນ 1 ສັບປະດາ.

        ​ເພື່ອນ ກຽງ​ແກ້ວ ວິ​ໄລ​ຈິດ, ​ແຂວງ​ຈຳ​ປາສັກ ​ໄດ້​ສົ່ງ​ອີ​ແມວມາລາ​ຍການ​ໂດຍຖາມ​ວ່າ: ຢູ່​ນະຄອນ​ຮ່າ​ໂນ້ຍ ມີ​ສາຂາ​ຂອງ​ທະນາຄານ​ລາວ - ຫວຽດ ບໍ່? ​ແລະ ທະນາຄານ​ນັ້ນ​ເລີ່​ມ​ເຄື່ອນ​ໄຫວ​ແຕ່​ປ​ີ​ໃດ ​ແລະ ມັນ​ຕັ້ງ​ຢູ່​ບ່ອນ​ໃດ?​.

        ​ເພື່ອນ ກຽງ​ແກ້ວ ວິ​ໄລ​ຈິດ ທີ່​ຮັກ​ແພງ, ທະນາຄານ​ຮ່ວມ​ທຸລະ​ກິດ​ລາວ - ຫວຽດ (LVB) ​ເຊິ່ງ​ແມ່ນ​ທະນາຄານ​ຮ່ວມ​ສຳພັນ​ລະຫວ່າງ​ທະນາຄານລົງທຶນ ​ແລະ ພັດທະນາຫວຽດນາມ (BIDV) ​ແລະ ທະນາຄານການ​ຄ້າ​ລາວ (BCEL) ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ​ແຕ່​ປີ 1999. ປະຈຸ​ບັນຢູ່​ຮ່າ​ໂນ້ຍ, ມີສາຂາ​ທະນາຄານ​ລາວ - ຫວຽດ ຕັ້ງ​ຢູ່​​ເລກທີ 41 ຖະໜົນ ຮາຍ​ບ່າ​ຈຶງ - ​ ​​ເມືອງຮ່ວາງ​ກ໋ຽມ - ຮ່າ​ໂນ້ຍ, ​ເບ​ີ​ໂທຕິດ​ຕໍ່​ພົວພັນ​ແມ່ນ: 0084.43 573 7688.

        ນີ້​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່​​ຮັບ​ຟັງ ແລະ ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາຍັງ​ລາຍການ​ຂອງ​ພວກ​ເຮົາ​ເພື່ອ​ຈະປະກອບ​ສ່ວນ​ເຮັດ​ໃຫ້​ລາຍການ​ຂອງ​ພວກ​ເຮົາ​​ນັບ​ມື​ນັບ​ດີ​ກວ່າ​​ເກົ່າ. ທ່ານ​ສາມາດ​ຕິດ​ຕໍ່​ກັບ​ພວກ​ເຮົາໂດຍ​ຈ່າ​​ໜ້າ​ຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ ຫຼື ອີ​ແມວ laovov@yahoo.com. ທ່ານ​ຜູ້​ຟັງ​ກໍ່​ສາມາດໂທລະສັບ​ໂດຍ​ກົງ​​​ຕາມ​ເບີ​ໂທ 0084​.43.825.6631.

ຕອບກັບ

ຂ່າວ/ບົດ​ອື່ນ