​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງໄດ້ຝ​າກ​ມາ​ລາຍ​ການ

(vovworld) - ໃນ​ອາ​ທິດ​ຜ່ານ​ມາ, ລະ​ບົບ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຮັບຈົດ​ໝາຍ, ອີ​ແມວ ໂທ​ລະ​ສັບ​ 156 ສະ​ບັບຂອງທ່ານ​ຜູ້​ຝັງ​ທີ່​ມາຈາກ​ 37 ປະ​ເທດ​ໃນ​ໂລກ. ໃນ​ນັ້ນ​ລາຍ​ກະ​ຈາຍ​ສ​ຽງ​ພາກ​ພາ​ສາ​ລາວ ໄດ້​ຮັບອີ​ແມວ, ໂທ​ລະ​ສັບ 4 ສະ​ບັບຈາກ​ທ່ານ​ຜູ້​ຟັງ​ລາວ. ຍອນ​ເວ​ລາ​ຖືກ​ຈຳ​ກັດ, ສະ​ນັ້ນ, ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ຄຳ​ຖາມ​​ຂອງເພື່ອ​ນ​ ພອນ​ໄຊ ແລະ ​ເພື່ອນ ສຸກ​ມະ​ລີ​ວົງ​ທີ່​​ໄດ້ຝ​າກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ.


​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງໄດ້ຝ​າກ​ມາ​ລາຍ​ການ - ảnh 1
(ພາບ: goclamdep.vn)

ໃນ​ອາ​ທິດ​ຜ່ານ​ມາ, ເພື່ອ​​ນ​ພອນ​ໄຊ, ຢູ່​ແຂວງ ວຽງ​ຈັນ ໄດ້​ສົ່ງ​ອີ​ແມວ​ເຖິງ​ລາຍ​ການ​​ໂດຍ​ຢາກ​ຮູ້ວ່າ ຢູ່​ຫວຽດ​ນາມ ໄດ້​ຈັດ​ວັນ​ບຸນ ຄຼິ​ດ​ສ​ມາດ ຄື​ແນວ​ໃດ? ບັນ​ດາ​ເພື່ອນ​ໜູ່ມ​ຫວຽດ​ນາມ ​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງວັນ​ບູນນີ້ບໍ່?.

        ເພື່ອ​​ນ​ພອນ​ໄຊ ທີ່​ຮັກ​ແພງ, ຢູ່​ຫວຽດ​ນາມ​, ເຖິງວ່າບໍ່​ແມ່ນ​ວັນ​ພັກ​ການ​ຢ່າງ​ເປັນ​ທາງ​ການ, ແຕ່ວັນ​ບຸນ ຄຼິ​ດ​ສ​ມາດ ຄ່ອຍໆ​​ໄດ້​ຮັບ​ຖື​ວ່າ​ເປັນ​ວັນ​ບຸນ​ລວມ, ​ຕາມ​ປົກ​ກະ​ຕິ​ແມ່ນຈັດ​ຕັ້ງ​ໃນ​ຄ່ຳ​ຄືນ​ວັນ​ທີ 24 ແລະ ແກ່​ຍາວ​ຮອດ​ວັນ​ທີ 25/12. ມີ​ບາງ​ບໍ​ລິ​ສັດ, ອົງ​ການ​ຈັດ​ຕັ້ງ​ພາກ​ເອ​ກະ​ຊົນ ຍັງ​ຈັດ​ໃຫ້​ພະ​ລາ​ກອນ​ໄດ້​ພັກ​ການ​ໃນ​ໂອ​ກາດນີ້. ໃນ​ຊຸມມື້ນີ້, ຕົ້​ນ​ແປກ Noel ໄດ້ປະ​ດັບ​ປະ​ດາ​ຢູ່​ຫຼາຍ​ບ່ອນ, ອາດ​ຈະ​ແມ່ນ​ຕົ້ນ​ແປກ​ເຮັດ​ດ້ວຍ​ຢາງ​ ຫຼື ຕົ້ນ​ແປກ​ແທ້. ຢ​ູ່​ເທິງຕົ້ນ​ແປກ ກໍ​ໄດ​້​ປະ​ດັບ​ປະ​ດາ​ເຄື່ອງ​ຂອງ​ຫຼາຍ​ຢ່າງ, ແຕ່​ສ່ວນ​ຫຼາຍ​ຈະ​ມີກະ​ດິງ​ຄ​ູ່​ໜຶ່ງ, ບັນ​ດາ​ກັບ​ຂອງ​ຂວັນ​ສັນ​ຍາ​ລັກ ແລະ ດອກ​ໄຟ. ຢູ່​ບັນ​ດາ​ນະ​ຄອນ​ໃຫຍ່​ຄື: ຮ່າ​ໂນ້ຍ, ເຫ້ວ, ດ່ານັ້ງ, ນະ​ຄອນ​ໂຮ່​ຈິ​ມິນ ແລະ ບັນ​ດາ​ເຂດ​ເຊື່ອ​ຖື​ສາ​ສະ​ໜາ​ຄຼິດ ​ຕາມ​ປົກ​ກະ​ຕິ​ແມ່ນໄດ້​ຈັດ​ພິ​ທີ​ຕ້ອນ​ຮັບວັນ​ບຸນ ຄຼິ​ດ​ສ​ມາດ ແລະ ປີ​ໃໝ່ ດ້ວຍ​ການ​ເຄື່ອນ​ໄຫວ​ທີ່​ອຸ​ດົມ​ສົມ​ບູນ​ຫຼາຍ​ຢ່າງ. ວັນ​ບຸນ ຄຼິ​ດ​ສ​ມາດ ຢູ່​ຫວຽດ​ນາມ ແມ່ນ​ໂອ​ກາດ​ດຳ​ເນີນ​ຊີ​ວິດ​ດ້ານ​ວັດ​ທະ​ນະ​ທຳ​ປະ​ຊາ​ຄົມ​ທີ່​ອຶກ​ກະ​ທຶກ​ຄຶກ​​ໂຄມ. ພິ​ເສດ​ແມ່ນ​​ໃນ​ໂອ​ກາດນີ້, ໄວ​ໜຸ່ມມັກ​ພາ​ກັນ​ໄປ​​ລະ​ຫຼີ້ນ​​ຕາມ​ເຂດບັນ​ເທິງ​ຕ່າງໆ. ໃນ​ຄ່ຳ​ຄືນວັນ​ບຸນ ຄຼິ​ດ​ສ​ມາດ, ບັນ​ດາ​ຄູ່​ບາວ​​ສ​າວ​ຮັກ​ແພງ​ກັນ​ໄດ້​ມອບ​ຂອງ​ຂວັນ​ໃຫ້​ກັນ, ເດັກ​ນ້ອຍ​ມີ​ຄວາມ​ກະ​ຕື​ລື​ລົ້ນ​ລໍ້​ຖ້າພໍ່​ເຖົ້າ Noel ປະ​ກົດ​ຕົວ, ຄອບ​ຄົວ​ເພື່ອນ​ມິດ​ພາ​ກັນ​ເຕົ້າ​ໂຮມ​ກິນ​ດື່ມ​ນຳ​ກັນ ແລະ ພິ​ເສດ​ແມ່ນ​ບັນ​ດາ​​ຊາວ​ຄຼິດ ໄດ້​ກະ​ກຽມ​ເຂົ້າ​ຮ່ວມພິ​ທີ​​ບູ​ຊາ​ພະ​ເຢ​ຊູ ຢູ່​​ໂປ​ດ​ແຫ່ງ​ຕ່າງໆ.


​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງໄດ້ຝ​າກ​ມາ​ລາຍ​ການ - ảnh 2
(ການ​ເ​ຫຼື້ອມ​ໃສ​ບູ​ຊາ​ພະ​ແມ່​ 3 ພະ​ນາງຂອງ​ຊາວ​ຫວຽດ​ນາມ)

ານ​ເ​ຫຼື້ອມ​ໃສ​ບູ​ຊາ​ພະ​ແມ່​ 3 ພະ​ນາງຂອງ​ຊາວ​ຫວຽດ​ນາມ - ນີ້​ແມ່ນ​ຫົວ​ເລື່ອງ​ເຊິ່ງ​ເພື່ອນ ສຸກ​ມະ​ລິ​ວົງ ເອົາ​ໃຈ​ໃສ່​ໃນ​ອາ​ທິດ​ຜ່ານ​ມາ. ໃນອີ​ແມວ​ສົ່ງ​ເຖິງ​ລາຍ​ການ, ​ເພື່ອນ ສຸກ​ມະ​ລິ​ວົງ ໄດ້​ແບ່ງ​ປັນ​ວ່າ: ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຊົມ​ກ່ຽວ​ກັບານ​ເ​ຫຼື້ອມ​ໃສ​ບູ​ຊາ​ພະ​ແມ່ ​3 ພະ​ນາງຂອງ​ຊາວ​ຫວຽດ​ນາມ ໃນ​ໂອ​ກາດ​ໄປ​ທ່ຽວ​ຢູ່​ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ເອງ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຮູບ​ການ​ວັດທະ​ນະ​ທຳ​ນີ້. ໃນ​ໄລ​ຍະ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຂ່າວ​ວ່າ ານ​ເຫຼື້ອມ​ໃສ​ບູ​ຊາ​ພະ​ແມ່​ຂອງ​ຊາວ​ຫວຽດ​ນາມ ​ນີ້ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ເປັນ​ມໍ​ລະ​ດົກ​ບໍ່​ມີ​ຮູ​ບ​ຮ່າງ​ຂອງມວນ​ມະ​ນຸດ​ແມ່ນບໍ່? ແລະ ຜ່ານ​ລາຍ​ການ, ຂ້າ​ພະ​ເຈົ້າ​ຢາກ​ຮັບ​ຟັງ​​ການ​ຂັບ​​ຮ້ອງຕອນ​ໜຶ່ງ​​ໃນານ​ເ​ຫຼື້ອມ​ໃສ​ບູ​ຊາ​ພະ​ແມ່​ຂອງ​ຊາວ​ຫວຽດ​ນາມ ໄດ້​ບໍ່?

        ​ເພື່ອນ ສຸກ​ມະ​ລິ​ວົງ ທີ່​ຮັກ​ແພງ, ການ​ເຫຼື້ອມ​ໃສ​ບູ​ຊາ​ພະ​ແມ່​ 3 ພະ​ນາງ ຂອງ​ຊາວ​ຫວຽດ​ນາມ ແມ່ນ​ຮູບ​ການ​ບູ​ຊາ​ພະ​ແມ່​ທີ່​ມີ​ມາ​ແຕ່​ສັດ​ຕະ​ວັດ​ທີ 16. ແຕ່​ດົນ​ນານ​ມາ​ແລ້ວ, ຊາວ​ຫວຽດ​ນາມ ໄດ້​ມີ​ທັດ​ສະ​ນະ​ວ່າ ທຸກ​ໆ​ປະ​ກົດ​ການ​ໃນ​ທຳ​ມະ​ຊາດ​ຄື: ໄພ​ແຫ້ງ​ແລ້ງ ຫຼື ໄພ​ນ້ຳ​ຖ້ວມ, ດິນ​ແດນ​​ຖືກ​ແຕກ​ແຫງ​ໄຫມ້​ຫລື​ດິນສັນ​ດອນ, ຕົ້ນ​ໄມ້​ໃບ​ຫຍ້າ, ສັດ​ສາ​ວາ​ສິ່ງ​ພັດ​ທະ​ນາ​ຫຼື​​ຖືກຫ່ຽວ​ແຫ້ງ​ກໍ​ລ້ວນ​ແຕ່ນອນໃນ​ສິດ​ຂອງ​ພະ​ແມ່. ສະ​ນັ້ນ, ຖ້າ​ຫາກ​ໄດ້​ຮັບ​ການ​ປົກ​ປ້ອງ​, ອຸ​້ມ​ຊູຈາກ​ພະ​ແມ່​ຄື​ດັ່ງ​ຜູ້​ເປັນ​ແມ່, ຊີ​ວິດ​ຂອງ ມະ​ນຸດ​ຈະ​ໄດ້​ຮັບ​ປະ​ກັນ​ກວ່າ. ນີ້​ແມ່ນ​ທັດ​ສະ​ນະ​ພິ​ເສດ​ຂອງ​ຊາດ​ຫວຽດ​ນາມ ຫາກບໍ່​ມີ​ຢູ່​ປະ​ເທດ​ໃດ. ນັ້ນ​ກໍ​ແມ່​ນ​ຄຸນ​ຄ່າ​ຕົ້ນ​ຕໍ, ພົ້ນ​ເດັ່ນ​ຂອງ​ການ​ເ​ຫຼື້ອມ​ໃສ​ບູ​ຊາ​ພະ​ແມ່. ການ​ເ​ຫຼື້ອມ​ໃສ​ບູ​ຊາ​ພະ​ແມ່ 3 ພະ​ນາງ ຂອງ​ຫວຽດ​ນາມ ໄດ້​ນຳ​ມາ​ບັນ​ດາ​ຄຸນ​ຄ່າ​ທົ່ວ​ໂລກ ຍ້ອນ​ບັນ​ດາ​ຄຸນ​ຄ່າ​ດ້ານ​ປະ​ຫວັດ​ສາດ ແລະ ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາວ​ຫວຽດ​ນາມ. ຜ່ານນີ້ ຊາວ​ຫວຽດ​ນາມ ​ໄດ້ສະ​ແດງ​ໃຫ​້​ເຫັນ​ທັດ​ສະ​ນະ​ຂອງ​ຕົນ​ກ່ຽວ​ກັບ​ປະ​ຫວັດ​ສາດ, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ, ບົດ​ບາດ​ຂອງ​ເພດ​ໄວ ແລະ ສີ​ສັນ​ຊາດ. ການ​ເ​ຫຼື້ອມ​ໃສ​ບູ​ຊາ​ພະ​ແມ່ 3 ພະ​ນາງ ຕອບ​ສະ​ຫນອງ​ໄດ້​ຄວາມ​ຕ້ອງ​ການ ແລະ ຄວາມ​ມຸ້ງ​ຫວັງ​ຂອງ​ຊີ​ວິດ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ຫວຽດ​ນາມ. ວັນ​ທີ 1/12/2016, ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງກອງ​ປະ​ຊຸມ, ຄ​ະ​ນະ​ກຳ​ມະ​ການ​ໄດ້​ອອກ​ມະ​ຕິ​ຮັບ​ຮອງ​ເອົາ “ການ​ປະ​ຕິ​ບັດ​ ເຫຼື້ອມ​ໃສ​ບູ​ຊາ​ພະ​ແມ່ຂອງ​ຊາວ ຫວຽດ​ນາມ” ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນ​ໃຫ້ມວນມະ​ນຸດ” ຢ່າງ​ເປັນ​ທາງ​ການ. ເລື່ອງ​ສຳ​ເນົາ​ເອ​ກະ​ສານ “ການ​ປະ​ຕິ​ບັດ​ ເຫຼື້ອມ​ໃສ​ບູ​ຊາ​ພະ​ແມ່​ຂອງ​ຊາວ ຫວຽດ​ນາມ” ໄດ້​ຮັບ​ການ ​ຮັບ​ຮອງ​ຈາກ UNESCO ວ່າແມ່ນ ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນ​ໃຫ້​ມວນ​ມະ​ນຸດນັ້ນ ດ້ານ​ໜຶ່ງ​ໄດ້​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ທີ​ຕັ້ງ​ບົດ​ບາດຂອງ​ມໍ​ລະ​ດົກ​ສຳ​ລັບ​ສັງ​ຄົມ, ເຮັດ​ໃຫ້​ວັດ​ທະ​ນະ​ທຳ ຫວຽດ​ນາມ ແລະ ຂອງ​ມະ​ນຸດ​ອຸ​ດົມ​ສົມ​ບູນ​ຂຶ້ນ​ຕື່ມ, ​ອີກດ້ານ​ອື່ນ​ຈະ​ເຮັດ​ໃຫ​້​ວົງ​ຄະ​ນະ​ຍາດ, ບັນ​ດາ​ຜູ້​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ຂອງ​ມໍ​ລະ​ດົກ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ​ຕື່ມ​ອີກ​ກ່ຽວ​ກັບ​ມໍ​ລະ​ດົກ​ຂອງ​ຕົນ​ເພື່ອ​ໃຫ້​ເຂົາ​ເຈົ້າມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ແລະ ຕັ້ງ​ໜ້າ​ກ່​ວາ​ໃນ​ວຽກ​ງານ​ເຂົ້າ​ຮ່ວມ ແລະ ພັດ​ທະ​ນາ​ຄຸນ​ຄ່າ​ຂອງ​ການ​ເຫຼື້ອມ​ໃສ​ບູ​ຊາ​ພະ​ແມ່.

        ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ເພື່ອນ​, ເຊີນ​ເພື່ອນ​ ສຸກ​ມະ​ລີ​ວົງ ແລະ ທ່ານ​ຜູ້​ຟັງ ຮັບ​ຟັງ​ຕອນ​ໜຶ່ງ​​ກ່ຽວ​ກັບການ​ເ​ຫຼື້ອມ​ໃສ​ບູ​ຊາ​ພະ​ແມ່​ຂອງ​ຊາວ​ຫວຽດ​ນາມ

 

(​ຕອນ​ໜຶ່ງ​​ກ່ຽວ​ກັບການ​ເ​ຫຼື້ອມ​ໃສ​ບູ​ຊາ​ພະ​ແມ່​ຂອງ​ຊາວ​ຫວຽດ​ນາ)

 

ດັ່ງ​​ກ່າວ​ແມ່ນເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການ ເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື​້​ນັບ​ດີ​ກວ່າ​​ເກົ່າ. ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ມາໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov5@gmail.com. ທ່ານ​ຜູ້​ຟັງ​ກໍ​ສາ​ມາດເຂົ້າ​ເວັບ​ໄຊ vovworld.vn ຫຼື vov5.vn ເພື່ອ​ແລກ​ປ່ຽນ​ຄຳ​ເຫັນ ແລະ ຈຳ​ວິ​ຈານ​ຂອງ​ຕົນ​ຜ່ານ​ບັນ​ດາ​​ລາຍ​ການ​ທີ່​ໄດ້​ລົງ​ໃນ​​ເວັບ​ໄຊດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ