ຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ, ຜູ້ອ່ານໄດ້ຝາກມາລາຍການໃນອາທິດຜ່ານມາ

(VOVWORLD) -ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ໄດ້ມາພົບກັບທ່ານຜູ້ຟັງໃນລາຍການ ໂອ້ລົມກັບເພື່ອນລາວ ອີກຕາມເຄີຍ. ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວຈຳນວນ 357 ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ 10 ສະບັບ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ, ຜູ້ອ່ານໄດ້ຝາກມາລາຍການໃນອາທິດຜ່ານມາ.

ເພື່ອນ ສີພອນ ອິນທະວົງ ຢູ່ ນະຄອນຫຼວງ ວຽງຈັນ ໄດ້ສົ່ງຂໍ້ຄວາມມາຫາລາຍການຜ່ານທາງ facebook  ດ້ວຍເນື້ອໃນດັ່ງນີ້: ພາຍຫຼັງຕິດຕາມຂ່າວ, ບົດໃນເວັບໄຊ vovwolrd.vn, ຂ້າພະເຈົ້າຈຶ່ງຮູ້ວ່າ ສວນທໍລະນີສາດ ດັກນົງ ແມ່ນໜຶ່ງໃນຈຳນວນສວນທໍລະນີສາດ 3 ແຫ່ງຂອງ ຫວຽດນາມ ທີ່ໄດ້ຮັບນາມມະຍົດວ່າ ເປັນສວນທໍລະນີສາດທົ່ວໂລກ ຈາກອົງການ UNESCO. ຂ້າພະເຈົ້າຢາກມີຄວາມເຂົ້າໃຈຕື່ມອີກກ່ຽວກັບສວນທໍລະນີສາດແຫ່ງດັ່ງກ່າວ.

ຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ, ຜູ້ອ່ານໄດ້ຝາກມາລາຍການໃນອາທິດຜ່ານມາ - ảnh 1ສວນທໍລະນີສາດ ດັກນົງ ມີເນື້ອທີ່ກວ້າງກວ່າ 4.700 km2 (ພາບ: TTXVN)

ເພື່ອນ ສີພອນ ອິນທະວົງ ທີ່ຮັກແພງ! ຫວຽດນາມ ມີສະຖານທີ່ 3 ແຫ່ງ ໄດ້ຮັບນາມມະຍົດເປັນສວນທໍລະນີສາດທົ່ວໂລກ ຈາກອົງການ UNESCO ນັ້ນແມ່ນ ພູພຽງຫີນ ດົ່ງວັນ (2010), ສວນທໍລະນີສາດ ນອນເນືອກກາວບັ່ງ (2018) ແລະ ຄືເພື່ອນໄດ້ຮູ້ມາ ສະຖານທີ່ທີ 3 ແມ່ນສວນທໍລະນີສາດ ດັກນົງ. ເພື່ອນ ສີພອນ ແລະ ທ່ານຜູ້ຟັງທີ່ເຄົາລົບ! ສວນທໍລະນີສາດ ດັກນົງ ມີເນື້ອທີ່ກວ້າງກວ່າ 4.700 km2, ຕັ້ງຢູ່ລຽບຕາມ 6 ໃນຈຳນວນ 8 ເມືອງ ແລະ ນະຄອນຂອງແຂວງດັກນົງ.

ຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ, ຜູ້ອ່ານໄດ້ຝາກມາລາຍການໃນອາທິດຜ່ານມາ - ảnh 2ມີລະບົບຖ້ຳພູເຂົາໄຟທີ່ໃຫຍ່ໂຕມະໂຫຖານ ດ້ວຍຖ້ຳນ້ອຍໃຫຍ່ທັງໝົດ 50 ແຫ່ງ  (ພາບ: TTXVN)

ຕາມການຕີລາຄາຂອງບັນດານັກວິທະຍາສາດຢູ່ພາຍໃນ ແລະ ຕ່າງປະເທດແລ້ວ, ປັດຈຸບັນ, ໃນບໍລິເວນສວນທໍລະນີສາດ ດັກນົງ ມີຈຸດທີ່ເປັນມໍລະດົກ, ພູມສັນຖານ ລວມທັງໝົດ 65 ແຫ່ງ, ເຊິ່ງລວມມີ ລະບົບປາກພູເຂົາໄຟ, ລະບົບຖ້ຳພູເຂົາໄຟ ແລະ ນ້ຳຕົກຕາດແຫ່ງຕ່າງໆ.  ຢູ່ທີ່ນີ້ ມີລະບົບຖ້ຳພູເຂົາໄຟທີ່ໃຫຍ່ໂຕມະໂຫຖານ ດ້ວຍຖ້ຳນ້ອຍໃຫຍ່ທັງໝົດ 50 ແຫ່ງ, ມີລວງຍາວກວ່າ 10,000 ແມັດ, ໃນນັ້ນ, ປະທັບໃຈທີ່ສຸດແມ່ນຕ້ອງເວົ້າເຖິງ ຖ້ຳພູເຂົາໄຟ  ກຣົງໂນ ເຊິ່ງໄດ້ຮັບການຢັ້ງຢືນຈາກ ສະຫະສະມາຄົມຖ້ຳພູເຂົາໄຟ ຍີ່ປຸ່ນ ວ່າ ແມ່ນຖ້ຳບັນລຸລະດັບສະຖິຕິຂອງ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ກ່ຽວກັບລວງຍາວ, ຂອບຂະໜາດ ແລະ ລັກສະນະທີ່ເປັນເອກະລັກສະເພາະ. ສວນທໍລະນີສາດ ດັກນົງ ຍັງມີຫຼາຍຈຸດທີ່ເປັນເອກະລັກສະເພາະກ່ຽວກັບວັດທະນະທຳຂອງບັນດາເຜົ່າສ່ວນໜ້ອຍຄື ເມີນົງ, ມະ, ເອເດ... ເມື່ອມາຢ້ຽມຢາມແຫ່ງນີ້, ເພື່ອນ ແລະ ແຂກທ່ອງທ່ຽວ ສາມາດເຊື່ອມຕົວເຂົ້າກັບບັນຍາກາດວັດທະນະທຳຕີຄ້ອງ ໄຕງວຽນ; ການເຄື່ອນໄຫວວັດທະນະທຳຂອງຊາວ ເມີນົງ, ເຊິ່ງແມ່ນຊົນເຜົ່າທ້ອງຖິ່ນເດີມ ທີ່ມີປະຊາກອນຫຼາຍ ແລະ ດຳລົງຊີວິດຢູ່ບໍລິເວນແຂວງ ດັກນົງ ມາແຕ່ດົນກວ່າໝູ່; ເຂົ້າຮ່ວມ ແລະ ຮັບຊົມການເສບເຄື່ອງດົນຕີຫີນ ດັກກາ, ດັກເຊີນ... ແລະ ຄົ້ນຫາງານບຸນວັດທະນະທຳ, ອາຫານການກິນ ຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ທີ່ນີ້.

ຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງ, ຜູ້ອ່ານໄດ້ຝາກມາລາຍການໃນອາທິດຜ່ານມາ - ảnh 3ນ້ຳຕົກຕາດ ຢູ່ ສວນທໍລະນີສາດ ດັກນົງ (ພາບ: TTXVN)

ເພື່ອນ ພ້ອມດ້ວຍທ່ານຜູ້ຟັງ ສາມາດເຂົ້າເບິ່ງ ໃນຄໍລຳ “ຜູ້ຟັງກັບພາກພາສາລາວ” ໃນເວັບໄຊ vovwolrd.vn ເພື່ອຮັບຊົມຄວາມງາມຂອງສວນທໍລະນີສາດ ດັກນົງ ແລະ ຫວັງວ່າ ພາຍຫຼັງໂລກລະບາດໄດ້ສິ້ນສຸດແລ້ວ, ເພື່ອນ ພ້ອມດ້ວຍທ່ານຜູ້ຟັງ ຈະມາທັດສະນະສຶກສາ ແລະ ຄົ້ນຫາຕົວຈິງ ເພື່ອຮັບຮູ້ເຖິງຄວາມງາມ ແລະ ຈຸດທີ່ເປັນເອກະລັກສະເພາະຂອງສວນທໍລະນີສາດແຫ່ງນີ້ໄດ້ຢ່າງຄົບຖ້ວນ.

ພາຍຫຼັງໄດ້ຮັບຂ່າວວ່າ ຕົນເອງໄດ້ຮັບລາງວັນ 2,000,000 ດົ່ງ ສໍາລັບ “ບົດເສັງຂຽນດ້ວຍພາສາຫວຽດ” ໃນການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ - ເພື່ອນ ພອນຄຳ ສີສົມພານ ໄດ້ສົ່ງຂໍ້ຄວາມມາຫາລາຍການ ແລະ ຝາກຄຳຂອບອົກຂອບໃຈມາຍັງ ວິທະຍຸກະຈາຍສຽງ ຫວຽດນາມ, ພິເສດແມ່ນ VOV5 ທີ່ໄດ້ຈັດຕັ້ງການເສັງດີໆແບບນີ້ຂຶ້ນ ແລະ ຕໍ່ໄປນີ້ ແມ່ນຄວາມໃນໃຈຂອງເພື່ອນ ພອນຄຳ, ເຊີນທ່ານຕິດຕາມຮັບຟັງ.

  ເພື່ອນ ພອນຄຳ ທີ່ຮັກແພງ! ຂໍຂອບໃຈສຳລັບຄຳແບ່ງປັນຂອງເພື່ອນ. ລາງວັນ ກໍຄື ໃບຢັ້ງຢືນທີ່ໄດ້ເຂົ້າຮ່ວມການເສັງດັ່ງກ່າວ ຈະຮອດມືທ່ານໃນໄວໆນີ້. ພວກຂ້າພະເຈົ້າກໍ ຫວັງວ່າ ເພື່ອນຈະເປັນມິດຂອງລາຍການຕະຫຼອດໄປ ແລະ ແນະນຳເຖິງເພື່ອນມິດ, ຍາດຕິພີ່ນ້ອງ ຟັງລາຍການຂອງພວກເຮົາໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ມີໂອກາດຍາດໄດ້ບັນດາລາງວັນທີ່ໜ້າຈັບອົກຈັບໃຈຄືກັບຕົນເອງ.

ອາທິດນີ້ກໍເປັນອາທິດສຸດທ້າຍ ທີ່ ວິທະຍຸກະຈາຍສຽງ ຫວຽດນາມ ແນະນຳກ່ຽວກັບບັນດາບົດເສັງທີ່ມີຄຳຕອບທີ່ດີ ແລະ ປະທັບໃຈ ສຳລັບແຕ່ລະຄຳຖາມໃນການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ  2020 ແລະ ໃນອາທິດນີ້ ພວກຂ້າພະເຈົ້າຈະແນະນຳບັນດາຄຳຕອບທີ່ດີ ສຳລັບຄຳຖາມກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງ ຫວຽດນາມ. ຄະນະຈັດຕັ້ງ ມີຄວາມປະຫຼາດໃຈອີກຄັ້ງ ກໍ່ກ່ຽວກັບຄຸນນະພາບຂອງແຕ່ລະຄຳຕອບທີ່ທ່ານຜູ້ຟັງໄດ້ສົ່ງມາເຂົ້າຮ່ວມການເສັງ ແມ່ນ ເໜືອຄວາມຄາດຫວັງ.

ບັນດາບົດເຂົ້າຮ່ວມການເສັງ ລ້ວນແຕ່ຕີລາຄາວ່າ ຫວຽດນາມ ສາມາດຄວບຄຸມໂລກລະບາດໄດ້ແລ້ວ ແລະ ກາຍເປັນຈຸດພົ້ນເດັ່ນທີ່ຫາຍາກ ແລະ ແມ່ນຄວາມຫວັງຍາດໄດ້ໄຊຊະນະໃນການຕໍ່ສູ້ກັບໂລກລະບາດໂຄວິດ - 19 ຂອງໂລກ. ເພື່ອອະທິບາຍໃຫ້ແກ່ຜົນສຳເລັດນັ້ນ, ບັນດາຜູ້ຟັງໄດ້ຖືວ່າ ລັດຖະບານ ຫວຽດນາມ ໄດ້ມີມາດຕະການຮັບມືກັບໂລກລະບາດໄດ້ຢ່າງຂ້ຽວຂາດ, ທັນການ ແລະ ມີປະສິດທິຜົນ. ບັນດາມາດຕະການຂອງ ລັດຖະບານ ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ລັດຖະບານ ຫວຽດນາມ ຖືຊີວິດ, ສຸຂະພາບຂອງປະຊາຊົນເປັນສຳຄັນ ເຊິ່ງໄດ້ສະແດງໃຫ້ເຫັນລັກສະນະມະນຸດສະທຳ. ຜູ້ຟັງ ແຊວໄຄວ ມາຈາກຈີນ ຕີລາຄາວ່າ: “ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19, ບັນດາມາດຕະການທັງໝົດເຊິ່ງ ຫວຽດນາມ ໄດ້ຍົກອອກມານັ້ນ ລ້ວນແຕ່ອີງໃສ່ຫຼັກການປົກປ້ອງມະນຸດ, ຫຼຸດຜ່ອນອັດຕາແຜ່ລະບາດ, ມານະພະຍາຍາມຈົນສຸດຄວາມສາມາດເພື່ອກູ້ເອົາຊີວິດຂອງປະຊາຊົນ. ພາຍຫຼັງໂລກລະບາດໄດ້ຮັບການຄວບຄຸມແລ້ວ, ລັດຖະບານ ຫວຽດນາມ ຍາມໃດກໍຮັກສາທັດສະນະເປີດເຜີຍ, ໂປ່ງໃສ ແລະ ຍົກສູງນ້ຳໃຈຄວາມຮັບຜິດຊອບ, ປະກາດສະພາບການໂລກລະບາດຢູ່ພາຍໃນປະເທດ ແລະ ຕ່າງປະເທດໄດ້ຢ່າງວ່ອງໄວ, ທັນການ, ຊັດເຈນ ແລະ ແບ່ງປັນໝາກຜົນການຄົ້ນຄວ້າວັກຊິນກັນພະຍາດ, ຕັ້ງໜ້າຕອບຄືນຄວາມສົນໃຈຂອງເພື່ອນມິດສາກົນ. ພ້ອມກັນນັ້ນ, ຕິດຕໍ່ກັບອົງການອະນາໄມໂລກເປັນປະຈຳ, ເພື່ອແບ່ງປັນບົດຮຽນ, ປະສົບການໃນການປ້ອງກັນ, ສະກັດກັ້ນໂລກລະບາດກັບປະເທດອື່ນໄດ້ຢ່າງທັນການ.”

ສ່ວນທ່ານ Paul Jamet, ຜູ້ຟັງລາຍການພາກພາສາ ຝລັ່ງ ໃຫ້ຄຳເຫັນວ່າ: “ຫວຽດນາມ ຍາມໃດກໍຖືສຸຂະພາບຂອງປະຊາຊົນເປັນສຳຄັນ. ໃນກຸ່ມ ອາຊຽນ, ຫວຽດນາມ ແມ່ນປະເທດໃຊ້ຈ່າຍຫຼາຍທີ່ສຸດໃຫ້ແກ່ສຸຂະພາບຂອງປະຊາຊົນ. ສຸຂະພາບແມ່ນຊັບສົມບັດອັນລ້ຳຄ່າຂອງສ່ວນບຸກຄົນ ແຕ່ກໍແມ່ນຂອງໝູ່ຄະນະ. ຫວຽດນາມ ໄດ້ຕັ້ງໜ້າປະຕິບັດນະໂຍບາຍປ້ອງກັນ, ສະກັດກັ້ນ ດ້ວຍການຮັບປະກັນການເພີ່ມທະວີການອະນາໄມ, ສູ້ຊົນຮັບປະກັນຄວາມສະເໝີພາບໃນການໄດ້ສຳຜັດກັບບັນດາການບໍລິການສາທາລະນະສຸກຕໍ່ທຸກໆເປົ້າໝາຍໃນສັງຄົມ”.

ໄປຄຽງຄູ່ກັນນັ້ນ, ບັນດາຜູ້ຟັງຕ່າງກໍມີຄວາມປະທັບໃຈ ແລະ ເຄົາລົບຕໍ່ນ້ຳໃຈ ແລະ ການປະຕິບັດວິໄນຂອງປະຊາຊົນຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ເຊິ່ງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບນ້ຳໃຈຄວາມສາມັກຄີ, ການອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ນ້ຳໃຈຮັກຊາດ ແລະ ມີນ້ຳໃຈມະນຸດຕໍ່ກັນຂອງຊາດຫວຽດນາມ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ