​ຄຳ​ອວຍ​ພອນ​ປີ​ໃໝ່​ຈາກ​ທ່ານ​ຜູ້​ຟັງ​ພາກ​ພາ​ສາ​ລາວ

(VOVWORLD) - ໃນ 2 ອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 728 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 38 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 64 ສະບັບຈາກທ່ານຜູ້ຟັງ.
​ຄຳ​ອວຍ​ພອນ​ປີ​ໃໝ່​ຈາກ​ທ່ານ​ຜູ້​ຟັງ​ພາກ​ພາ​ສາ​ລາວ - ảnh 1ພາບປະກອບ

າທິດຜ່ານມາ, ເນື່ອງໃນໂອກາດປີໃໝ່ປະຈຳຊາດ ປີແມວ 2023, ລາຍການພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວອວຍພອນປີໃໝ່, ອວຍພອນບຸນເຕັດປີແມວ 2023 ຈາກທ່ານຜູ້ຟັງທີ່ສະໜິດສະໜົມຫຼາຍສະບັບ:

ໃນນັ້ນ, ເພື່ອນ ມາໄລວັນ, ຢູ່ແຂວງ ບໍ່ແກ້ວ, ໄດ້ຝາກອີແມວ ເຖິງລາຍການດ້ວຍເນື້ອໃນ: ອວຍພອນປີໃໝ່ປີແມວ 2023. ຂໍອວຍພອນໃຫ້ບັນນາທິການພາກພາສາລາວ ເວົ້າສະເພາະ ແລະ ບັນດານັກຂ່າວ, ບັນນາທິການຂອງ ວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມຈົ່ງມີສຸຂະພາບເຂັ້ມແຂງ, ປີໃໝ່ປະສົບແຕ່ສິ່ງດີໆ ປາສະຈາກໂລກໄພໄຂ້ເຈັບ, ສ້າງບັນດາລາຍການດ້ວຍເນື້ອໃນດຶງດູດໃຈເພື່ອຮັບໃຊ້ທ່ານຜູ້ຟັງ ແລະ ຜູ້ອ່ານ. ປີຜ່ານມາ, ພວກເພື່ອນມີຫຼາຍບົດຂຽນ, ລາຍການເນື່ອງໃນໂອກາດປີສາມັກຄີ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022, ຂ້າພະເຈົ້າໄດ້ຕິດຕາມພວກເພື່ອນຜ່ານບົດຂຽນ, ລາຍການພິເສດຕ່າງໆ. ຫວັງວ່າປີ 2023 ນີ້, ພວກເພື່ອນຈະເສີມຂະຫຍາຍບັນດາວຽກງານທີ່ເຮັດໄດ້ໃຫ້ເປັນຢ່າງດີກ່ວາເກົ່າ.

ສ່ວນເພື່ອນ ລັດດາພອນ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ຝາກຈົດໝາຍເຖິງບັນນາທິການຂອງພາກພາສາລາວ, ດ້ວຍເນື້ອໃນ: ສະບາຍດີບັນນາທິການທຸກທ່ານ, ສະບາຍດີປີໃໝ່ປີແມວ 2023. ເພື່ອນຮູ້ບໍ່, ໃນຂະນະພວກເພື່ອນຕ້ອນຮັບປີໃໝ່ປີແມວ, ສ່ວນຢູ່ປະເທດຂອງຂ້າພະເຈົ້າແມ່ນປີເຖາະ. ແຕ່ວ່າຕາມຂ້າພະເຈົ້າແລ້ວ, ສັດສອງໂຕນີ້ມີລັກສະນະທີ່ຄ້າຍຄືກັນ, ລ້ວນແຕ່ແມ່ນສັດທີ່ວ່ອງໄວ, ອ່ອນໂຍນ ແລະ ໄຫວພິບ. ປີໃໝ່ 2023, ອວຍພອນໃຫ້ບັນນາທິການພາກພາສາລາວ ມີການເຄື່ອນໄຫວໄວຄືໂຕກະຕາຍ ແລະ ເຮັດວຽກມີຄວາມນິ້ມນວນອ່ອນໂຍນ ແລະ ມີໄຫວພິບຄືໂຕແມວ. ອວຍພອນໃຫ້ລາຍການນັບມື້ນັບພັດທະນາດ້ວຍບັນດາບົດຂຽນ, ລາຍການພິເສດໃນປີໃໝ່ 2023 ນີ້.

ໃນອີແມວ ຂອງເພື່ອນ ຈັນທະສອນ, ແຂວງ ຄຳມ່ວນ ສົ່ງເຖິງລາຍການມີຕອນຂຽນວ່າ: ໃນຂະນະທີ່ຂ້າພະເຈົ້າພວມຮັບຟັງຄຳອວຍພອນປີໃໝ່ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ. ຂ້າພະເຈົ້າມີຄວາມສຸກທີ່ສຸດ ແລະ ຫວັງວ່າ ປີ 2023 ຈະສົມກັ່ງຄຳປາຖະໜາຄືຄຳອວຍພອນຂອງເພິ່ນ. ຂ້າພະເຈົ້າກໍ່ມັກອ່ານບັນດາບົດຂຽນກ່ຽວກັບດ້ານເສດຖະກິດໃນໂອກາດບຸນປີໃໝ່ປີແມວນີ້, ຜ່ານຂ່າວ, ບົດສະຫລຸບ, ຂ້າພະເຈົ້າເຫັນໄດ້ເຖິງການພັດທະນາກະໂດດຂັ້ນຂອງ ຫວຽດນາມ. ຂໍສະແດງຄວາມຍິນດີນຳພວກທ່ານທີ່ບັນລຸຜົນສຳເລັດໃນປີ 2022. ອວຍພອນໃຫ້ດ້ານເສດຖະກິດ, ສັງຄົມ ຫວຽດນາມ ໃນປີ 2023 ບັນລຸຜົນສຳເລັດຫຼາຍກ່ວາອີກ.

​ຄຳ​ອວຍ​ພອນ​ປີ​ໃໝ່​ຈາກ​ທ່ານ​ຜູ້​ຟັງ​ພາກ​ພາ​ສາ​ລາວ - ảnh 2ອາຫານຍາມບຸນເຕັດຂອງພໍ່ແມ່ພີ່ນ້ອງຊາວພາກເໜືອ

          ສ່ວນທ່ານ ວຽງໄຊ, ຢາກຮູ້ກ່ຽວກັບບັນດາເຍື່ອງອາຫານໃນໂອກາດບຸນເຕັດຂອງພາກເໜືອ ຫວຽດນາມ, ທ່ານຂຽນວ່າ: ປະຈຸບັນ, ຂ້າພະເຈົ້າພວມເຮັດວຽກຢູ່ແຂວງ ດົ່ງນາຍ, ຫວຽດນາມ. ຂ້າພະເຈົ້າໄດ້ຕ້ອນຮັບບຸນເຕັດ ຫວຽດນາມ ສອງເທື່ອແລ້ວ ແລະ ເຫັນວ່າ, ຮີດຄອງປະເພນີ ກໍ່ຄືບັນດາເຍື່ອງອາຫານໃນບຸນເຕັດຂອງພາກເໜືອ, ພາກກາງ ແລະ ພາກໃຕ້ ຫວຽດນາມ ສ່ວນຫຼາຍແມ່ນຄ້າຍຄືກັນແຕ່ກໍ່ມີຈຸດຕ່າງກັນ. ຂ້າພະເຈົ້າຢາກຮູ້ເຍື່ອງອາຫານຕ່າງໆທີ່ພໍ່ແມ່ພີ່ນ້ອງຢູ່ພາກເໜືອເຄີຍກິນໃນໂອກາດບຸນເຕັດຂໍທາງລາຍການແນະນຳໃຫ້ຂ້າພະເຈົ້າ ແລະ ທ່ານຜູ້ຟັງຮັບຮູ້ແດ່?

        ເຈົ້າ, ທ່ານ ວຽງໄຊ ທີ່ຮັກແພງ, ຮີດຄອງປະເພນີຕ້ອນຮັບບຸນເຕັດຂອງພໍ່ແມ່ພີ່ນ້ອງພາກເໜືອ, ພາກກາງ ແລະ ພາກໃຕ້ຕ່າງກັນຫນ້ອຍໜຶ່ງ ແລະ ບາງເຍື່ອງອາຫານໃນບຸນເຕັດກໍ່ຕ່າງກັນຍ້ອນຜົນສະທ້ອນຈາກປັດໄຈດ້ານວັດທະນະທຳ, ດິນຟ້າອາກາດ. ຢູ່ພາກເໜືອເຄີຍມີບັນດາເຍື່ອງອາຫານຄື: ເຂົ້າຕົ້ມ, ເຂົ້າໜຽວໝາກເຂົ້າ, ແກງໜໍ່ໄມ້ແຫ້ງ, ແກງໜັງໂພງ, ຢໍ່ຈືນ, ໝູໜາວ, ສົ້ມຫົວຜັກບົວ, ຢໍ່… ອາຫານບາງເຍື່ອງຄືກັນກັບອາຫານພາກກາງ, ພາກໃຕ້ ແຕ່ ກໍ່ມີບາງເຍື່ອງຕ່າງກັນ. ໃນຄໍລຳ “ອາຫານ ຫວຽດນາມ” ຢູ່ແວບໄຊ vovworld.vn ຂອງພວກຂ້າພະເຈົ້າກໍ່ມີຄຼິບວີດີໂອ ແນະນຳການແຕ່ງອາຫານໃນບຸນເຕັດ ຫວຽດນາມ ຫຼາຍເຍື່ອງ, ເພື່ອນສາມາດເຂົ້າຊົມເບິ່ງ ແລະ ເຮັດຕາມໄດ້ເດີ.

 
​ຄຳ​ອວຍ​ພອນ​ປີ​ໃໝ່​ຈາກ​ທ່ານ​ຜູ້​ຟັງ​ພາກ​ພາ​ສາ​ລາວ - ảnh 3ວັດຕາມຈຸກ ແຂວງ ຮ່ານາມ

ເພື່ອນ ສີໄສ ຈັນທະວົງ, ຢູ່ແຂວງ ວຽງຈັນ ໄດ້ສົ່ງອີແມວເຖິງລາຍການດ້ວຍເນື້ອໃນຢາກຮູ້ຂໍ້ມູນກ່ຽວກັບວັດທີ່ມີຊື່ສຽງຢູ່ ຫວຽດນາມ, ເພື່ອນຂຽນວ່າ: ໝູ່ເພື່ອນ ຫວຽດນາມ ຂອງຂ້າພະເຈົ້າໄດ້ເລົ່າໃຫ້ຟັງວ່າ, ຕົ້ນປີ, ແມ່ນເວລາທີ່ຊາວ ຫວຽດນາມ ມັກໄປວັດ. ຂ້າພະເຈົ້າຢາກຖາມຢູ່ ຫວຽດນາມ ແມ່ນວັດໃດໃຫຍ່ກ່ວາໝູ່, ຖ້າມີໂອກາດຂ້າພະເຈົ້າຈະໄປຢາມ?

        ເພື່ອນ ສີໄສ ທີ່ຮັກແພງ, ວັດທີ່ໃຫຍ່ກ່ວາໝູ່ຢູ່ ຫວຽດນາມ ແລະ ໄດ້ຮັບຖືວ່າແມ່ນໃຫຍ່ທີ່ສຸດຢູ່ພາກພື້ນນັ້ນແມ່ນ ວັດ ຕາມຈຸກ. ວັດແຫ່ງນີ້ຕັ້ງຢູ່ເຂດທ່ອງທ່ຽວ ຕາມຈຸກ ຢູ່ເມືອງ ກິມບາງ, ແຂວງ ຮ່ານາມ, ຫ່າງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍ ໄປທາງທິດໃຕ້ ປະມານ 60 ກມ. ເຂດທ່ອງທ່ຽວຕາມຈຸກ ໄດ້ຮັບການກໍ່ສ້າງໃນເທດສະບານ ບາຊາວ, ຕາແສງ ຂາຟອງ, ເມືອງ ກິມບາງ, ແຂວງ ຮ່ານາມ, ດ້ວຍເນື້ອທີທັງໝົດແມ່ນ 5.100 ເຮັກຕາ, ດ້ວຍຈຸດໂດຍເດັ່ນແມ່ນວັດ ຕາມຈຸກ ໄດ້ຢັ້ງຢືນວ່າແມ່ນວັດໃຫຍ່ທີ່ສຸດຢູ່ພາກພື້ນ ຕັ້ງຢູ່ໃນກຸ່ມເຂດທ່ອງທ່ຽວ ຕາມຈຸກ ທີ່ສວຍສົດງົດງາມ. ເຂດທ່ອງທ່ຽວນີ້ຈະພັດທະນາ 6 ເຂດເຊິ່ງລວມມີ: ສູນຕ້ອນຮັບແຂກ, ເຂດວັດທະນະທຳຈິດວິນຍານ ຕາມຈຸກ, ເຂດອະນຸລັກຮັກສາທຳມະຊາດ ແກ່ວງວົ່ງ ແລະ ໜອງ ຕາມຈຸກ, ເຂດພັກຜ່ອນບຳລຸງສຸຂະພາບ  ແລະ ເຂດທ່ອງທ່ຽວວົງຄະນະຍາດ ຕາມຈຸກ, ເຂດສະໜາມກອ໊ບ ກິມບາງ ແລະ ໜອງ ບາຮາງ ແລະ ສູນບໍລິການພະລາທິການຮັບໃຊ້ການເຄື່ອນໄຫວຂອງເຂດທ່ອງທ່ຽວຢູ່ເທດສະບານ ບາຊາວ. ຫວັງວ່າ, ເພື່ອນຈະຍາດໂອກາດເພື່ອໄປຢ້ຽມຊົມວັດແຫ່ງນີ້ ແລະ ໄດ້ເຫັນປະຈັກຕາຄວາມງາມຢູ່ທີ່ນີ້.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ