ຄຳ​ເຫັນ​ຄຳ​ຕິ​ຊົມ​ຂອງ​ທ່ານ​ຜູ້​ຟັງ​ຕໍ່​ກັບ​ພາກ​ພາ​ສາ​ລາວ​ໃນ​ອາ​ທິດ​ຜ່ານ​ມາ

(VOVWORLD) -ທ່ານຜູ້ຟັງຜູ້ອ່ານທີ່ເຄົາລົບ. ໃນລາຍການກະຈາຍສຽງພາກນີ້ ພວກເຮົາຍາດເວລາຂໍຄັດສະເຫນີ ບາງຄຳເຫັນ ຄຳຕິຊົມຂອງທ່ານຜູ້ຟັງຕໍ່ກັບລາຍການພາກພາສາລາວ ພາຍຫລັງລາຍການໄດ້ລົງຂ່າວບົດກ່ຽວຂ້ອງເຖິງໂລກລະບາດ covid 19  ແລະ ປະກາດ ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ”.

ພາຍຫຼັງປະກາດລະບຽບການ ແລະ ລາງວັນຂອງການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ມີທ່ານຜູ້ຟັງຫຼາຍທ່ານໄດ້ສະແດງຄວາມສົນໃຈ ແລະ ຢາກເຂົ້າຮ່ວມການເສັງດັ່ງກ່າວ. ໃນນັ້ນ, ທ່ານຜູ້ຟັງ ພອນຄຳສີ ສົມພານ ໄດ້ສົ່ງອີແມວມາຫາລາຍການດ້ວຍເນື້ອໃນດັ່ງນີ້: ຄຳຖາມກໍຄືລາງວັນຂອງການເສັງດັ່ງກ່າວແມ່ນຈັບໃຈຫຼາຍ. ແນ່ນອນວ່າ ຂ້າເຈົ້າຈະເຂົ້າຮ່ວມການເສັງດັ່ງກ່າວ”.

ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງທ່ານຜູ້ຟັງທີ່ໄດ້ຕອບສະໜອງການເສັງດັ່ງກ່າວ. ຫວັງວ່າ, ໃນຊຸມວັນຈະມາເຖິງ, ພວກຂ້າພະເຈົ້າຈະໄດ້ຮັບບົດເສັງຫຼາຍບົດຈາກທ່ານຜູ້ຟັງຝາກມາເຂົ້າຮ່ວມໃນລາຍການຕາມທີ່ຢູ່ laovov5@gmail.com ແລະ ຂໍໃຫ້ບັນດາທ່ານກາຍເປັນຜູ້ເຂົ້າຮ່ວມທີ່ມີບົດເສັງດີເລີດ ແລະໄດ້ຮັບລາງວັນທີ່ຈັບໃຈນີ້ຈາກຄະນະຈັດຕັ້ງ. ຂໍໃຫ້ທຸກທ່ານຈົ່ງໂຊກດີ!

ພາຍຫຼັງໄດ້ລົງຂ່າວກ່ຽວກັບ “ລັດຖະບານຫວຽດນາມໜູນຊ່ວຍອຸປະກອນການແພດທີ່ຈຳເປັນ ດ້ວຍມູນຄ່າ 100.000 USDໃຫ້ແກ່ລັດຖະບານລາວ ແລະ ກຳປູເຈຍໃນເວັບໄຊ vovworld.vn ມີທ່ານຜູ້ຟັງຫຼາຍຄົນເປັນຕົ້ນແມ່ນທ່ານຜູ້ຟັງຫງວຽນຖ໊າຍຕວ້າຍ, ສົມເຜັດພົມມະວົງສາ, ເງິນ ວົງຄີລີ... ໄດ້ສະແດງຄວາມຄິດເຫັນ, ກົດແຊ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ລັດຖະບານຫວຽດນາມ.

ທ່ານຜູ້ຟັງ Aaron Tiu ຈາກມານີລາ, ປະເທດຟີລິບປິນແລະທ່ານຜູ້ຟັງ Muhammad Aqeel Bashir ມາຈາກປາກິດສະຖານໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ສະແດງຄວາມຂອບໃຈມາຫາລາຍການກະຈາຍສຽງພາກພາສາລາວທີ່ໄດ້ອັບເດດສະພາບການໂລກລະບາດໂຄວິດ - 19 ໃນທົ່ວໂລກ. ທ່ານຜູ້ຟັງ Muhammad Aqeel Bashir ຂຽນວ່າ: “ກ່ອນອື່ນໝົດພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈລາຍການກະຈາຍຽງພາກພາສາລາວທີ່ໄດ້ອັບເດດສະພາບການຫຼ້າສຸດກ່ຽວກັບເຊື້ອໄວຣັດSARS CoV 2ໃນທົ່ວໂລກ. ເຖິງວ່າ ຂ້າພະເຈົ້າອ່ານ ແລະ ຟັງພາສາລາວບໍ່ເຂົ້າໃຈກໍ່ຕາມແຕ່ Google Translator ໄດ້ຊ່ວຍໃຫ້ຂ້າພະເຈົ້າເຂົ້າໃຈເນື້ອໃນຂອງລາຍການ. ພວກເພື່ອນຍາມໃດກໍຈັດທຳບັນດາລາຍການທີ່ມ່ວນ ແລະ ມີປະໂຫຍດຫຼາຍສຳລັບທ່ານຜູ້ຟັງທີ່ຮູ້ພາສາລາວໃນທົ່ວໂລກ. ຂໍຂອບໃຈຖັນແຖວບັນນາທິການຂອງ VOV.

ຈາກວຽງຈັນ, ລາວ, ເພື່ອນ ບຸນທະວີ ໄດ້ສົ່ງຂໍ້ຄວາມຜ່ານທາງFacebookມາຫາລາຍການໂດຍສະແດງຄວາມໃນໃຈວ່າ: ເມື່ອຕິດຕາມຂ່າວໃນເວັບໄຊ vovworld.vnແລະບົດຂຽນຕ່າງໆທີ່ເພື່ອຄົນຫວຽດໄດ້ແຊໃນ Facebook ຂ້າພະເຈົ້າຮູ້ໄດ້ວ່າ: ຫວຽດນາມໄດ້ປະຕິບັດການປ້ອງກັນແລະສະກັດກັ້ນໂລກລະບາດໂຄວິດ - 19 ດ້ວຍຫຼາຍມາດຕະການທີ່ຂ້ຽວຂາດໂດຍເຊິ່ງມີການເຂົ້າຮ່ວມຂອງທົ່ວພັກ, ທົ່ວກອງທັບແລະທົ່ວປວງຊົນ. ຂ້າພະເຈົ້າມີຄວາມຕື້ນຕັນໃຈຫຼາຍເມື່ອໄດ້ຊົມບັນດາຮູບຖ່າຍຂອງບັນດາແພດໝໍກິນເຂົ້າຢ່າງຟ້າວຟັ່ງຫຼືບັນດານາຍທະຫານຍາດແຍ່ງເວລານອນຢູ່ກັບເດີ່ນ... ເຊິ່ງພວມມານະພະຍາຍາມຄວບຄຸມໂລກລະບາດ. ຂ້າພະເຈົ້າມີຄວາມຕືນຕັ້ນໃຈຫຼາຍ ແລະ ເຄົາລົບນັບຖືຕໍ່ຄວາມສາມັກຄີ ແລະ ວິທີຄວບຄຸມໂລກລະບາດຂອງລັດຖະບານຫວຽດນາມ.

        ຂໍຕາງໜ້າໃຫ້ທາງລາຍການ, ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງທ່ານຜູ້ຟັງ ທີ່ໄດ້ຕິດຕາມຂ່າວ, ບົດໃນເວັບໄຊ ແລະ ສົ່ງຈົດໝາຍມາຫາລາຍການ. ຫວັງວ່າ, ພວກເຮົາທຸກຄົນ ຈະພ້ອມກັນປະຕິບັດຕາມຄຳກ່າວເຕືອນ ແລະ ຄຳແນະນຳຂອງອົງການສາທາລະນະສຸກ ເພື່ອຍູ້ໂລກລະບາດທີ່ອັນຕະລາຍນີ້ໃຫ້ຖອຍໄປໂດຍໄວ.

        ເພື່ອນລັດສະໝີ ຢູ່ ຫຼວງພະບາງ ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຫາລາຍການ ດ້ວຍເນື້ອໃນດັ່ງນີ້: ປັດຈຸບັນຢູ່ລາວ ກໍກວດພົບບາງກໍລະນີຕິດເຊື້ອພະຍາດໂຄວິດ - 19 ແລ້ວ ແລະ ຂ້າພະເຈົ້າກໍໄດ້ຈຳກັດການອອກໄປຂ້າງນອກ ແລະ ປະຕິບັດການແຍກຕົວດ້ວຍຕົນເອງ. ເພື່ອບັນເທົາຄວາມເບື່ອໜ່າຍໃນເວລາຢູ່ເຮືອນ, ຂ້າພະເຈົ້າກຳລັງຊອກຮູ້ ແລະ ຂຶ້ນແຜນໃຫ້ແກ່ການໄປທ່ອງທ່ຽວຫວຽດນາມ ເມື່ອໂລກລະບາດສິ້ນສຸດລົງ. ສະຖານທີ່ ເຊິ່ງຂ້າພະເຈົ້າຈະເດີນທາງໄປໃນຕໍ່ໜ້າ ແມ່ນ ໂກນດ໋າວ. ນີ້ແມ່ນສະຖານທີ່ທ່ອງທ່ຽວ ເຊິ່ງຂ້າພະເຈົ້າມີຄວາມປາດຖະໜາຢາກໄປຢ້ຽມຢາມທື່ອໜຶ່ງ ເພື່ອຊອກຮູ້ກ່ຽວກັບຄຸກໂກນດ໋າວ. ຫວັງວ່າ ອ້າຍເອື້ອຍບັນນາທິການພາກພາສາລາວ ຈະແນະນຳບາງສະຖານທີ່ທ່ອງທ່ຽວໃຫ້ຂ້າພະເຈົ້າແດ່ ເມື່ອໄປທ່ອງທ່ຽວໂກນດ໋າວ. ຂໍຂອບໃຈ.

ຄຳ​ເຫັນ​ຄຳ​ຕິ​ຊົມ​ຂອງ​ທ່ານ​ຜູ້​ຟັງ​ຕໍ່​ກັບ​ພາກ​ພາ​ສາ​ລາວ​ໃນ​ອາ​ທິດ​ຜ່ານ​ມາ - ảnh 1ໂກນດ໋າວ ຍາມແລງ
 

ໂກນດ໋າວ ແມ່ນໝູ່ເກາະທີ່ຢູ່ນອກຝັ່ງທະເລພາກໃຕ້ ເຊິ່ງເປັນສະຖານທີ່ທີ່ຕິດພັນກັບຫຼາຍເຫດການປະຫວັດສາດໃນພາລະກິດແຫ່ງການປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ຫວ່າງມໍ່ໆມານີ້, ເວັບໄຊ CNN ເຊິ່ງເປັນເວັບໄຊທີ່ມີຊື່ສຽງຂອງປະເທດອາເມລິກາ ໄດ້ຄັດເລືອກເອົາໂກນດ໋າວ ເປັນໜຶ່ງໃນເກາະ 12 ແຫ່ງທີ່ສະຫງົບງຽບທີ່ສຸດຂອງອາຊີ”. ໂກນດ໋າວ ຢູ່ຫ່າງຈາກນະຄອນຫວຸງເຕົ່າ ປະມານ 97 ໄມທະເລ ຂຶ້ນກັບແຂວງບ່າເຣ້ຍ - ຫວຸງເຕົ່າ. ໝູ່ເກາະໂກນດ໋າວມີເນື້ອທີ່ທັງໝົດແມ່ນປະມານ 76km2, ເຊິ່ງລວມມີ ເກາະ 16 ແຫ່ງ, ໃນນັ້ນເກາະໂກນເຊີນ ແມ່ນເກາະໃຫຍ່ກວ່າໝູ່. ນອກຈາກຄຸກໂກນດ໋າວແລ້ວ, ເມື່ອມາທ່ຽວຢູ່ໂກນດ໋າວ ເພື່ອນຍັງສາມາດໄປຢ້ຽມຊົມບັນດາສະຖານທີ່ ທີ່ມີຊື່ສຽງຄື ອ່າວເດິ່ມແຈ, ອ່າວໂກນເຊີນ, ຫາດຊາຍລໍ່ໂວຍ, ຫາດຊາຍອານຫ໋າຍ, ຫາດເດິ່ມເຈົາ, ດອນເກົາ, ດອນແຈເລີ້ນ, ດອນໄບ໋ແກ້ງ, ແຫຼມກ໊າເມິບ (ແຫຼມປາສະຫຼາມ, ປ່າດົງດິບອົງດຸ້ງ, ປ່າສະຫງວນແຫ່ງຊາດໂກນດ໋າວ, ວັດພູດຽວ...

        ດັ່ງທີ່ກ່າວມາຂ້າງເທິງນີ້ແມ່ນສະຖານທີ່ບາງແຫ່ງທີ່ມີຊື່ສຽງຢູ່ໂກນດ໋າວ. ບັນດາຫາດຊາຍສວຍງາມ, ທັດສະນີຍະພາບທີ່ຈັບໃຈ, ມີຫຼາຍສິ່ງຫຼາຍຢ່າງທີ່ໜ້າຄົ້ນຫາຢູ່ປ່າດົງດິບອົງດຸ້ງ ພ້ອມກັບບັນດາເຍື່ອງອາຫານທະເລສົດ ແລະ ແຊບນົວ ແລະ ຄຸກຢູ່ໂກນດ໋າວ - ເຊິ່ງເປັນ 1 ໃນ ຄຸກ 10 ແຫ່ງທີ່ໂຫດຮ້າຍທາລຸນທີ່ສຸດໃນໂລກນີ້ ຈະສ້າງຄວາມປະທັບໃຈ ແລະ ຄວາມຮູ້ສຶກຫຼາຍຢ່າງໃຫ້ແກ່ເພື່ອນ. ຂໍໃຫ້ເພື່ອນມີຄວາມປອດໄພໃນໄລຍະປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ແລະ ຕາມຫາຄວາມໄຝ່ຝັນຂອງຕົນໄດ້ໂດຍໄວ.

 

ຕອບກັບ

ຂ່າວ/ບົດ​ອື່ນ