ຈຸດ​ເວ​ລາ​ເໝາະ​ສົມ​ທີ່​ສຸດ​ເພື່ອ​ໄປ​ທ່ອງ​ທ່ຽວ ເກາະ​ຝູ​ກວັ໊ກ

(VOVWORLD) -ຝູກວັ໊ກແມ່ນເກາະໃຫຍ່ ແລະ ມີຊື່ສຽງທີ່ສຸດຢູ່ ຫວຽດນາມ ດ້ວຍແຂກທ່ອງທ່ຽວນັບຫຼາຍພັນເທື່ອຄົນມາທ່ອງທ່ຽວໃນແຕ່ລະປີ, ພິເສດແຫ່ງນີ້ ກໍ່ແມ່ນສະຖານທີ່ຂຶ່ງນັກທ່ອງທ່ຽວສາກົນ ຄັດເລືອກ ຫຼາຍຄົນເມື່ອມາ ຫວຽດນາມ. ໂດຍແມ່ນເກາະຕັ້ງຢູ່ເຂດຮ້ອນລົມມໍລະສຸມຢູ່ໃກ້ກັບເສັ້ນສູນສຸດ ແລະຍັງຕັ້ງຢູ່ເຂດອ່າວໄທຕື່ມອີກ ດັ່ງນັ້ນ ຝູກວັ໊ກຈຶ່ງມີລັກສະນະແຕກຕ່າງກັນທາງດ້ານສະພາບດິນຟ້າອາກາດ.
ຈຸດ​ເວ​ລາ​ເໝາະ​ສົມ​ທີ່​ສຸດ​ເພື່ອ​ໄປ​ທ່ອງ​ທ່ຽວ ເກາະ​ຝູ​ກວັ໊ກ - ảnh 1ໜຶ່ງໃນບັນດາຄວາມງາມຢູ່ ເກາະຝູກວັກ

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 393 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 36 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວກໍ່ຄືທ່ານຜູ້ຟັງ ຫວຽດນາມ ຫລາຍຄົນທີ່ຮູ້ພາສາ ລາວ ໄດ້ສົ່ງຈົດໝາຍມາຫາລາຍການດ້ວຍເນື້ອໃນແບ່ງປັນຄວາມຮູ້ສຶກ ແລະ ຢາກຊອກຮູ້ກ່ຽວກັບການພົວພັນແລກປ່ຽນວັດທະນະທຳລະຫວ່າງ ຫວຽດນາມ - ລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.

ທ່ານພັນຕີ ບຸນທາ ຈັນທະວົງ, ນັກຮົບເກົ່າ ລາວ ຢູ່ແຂວງ ຊຽງຂວາງ ໄດ້ໂທລະສັບມາລາຍການດ້ວຍເນື້ອໃນທີ່ວ່າ:  ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22/12/1944 – 22/12/2022). ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງບັນດານັກຮົບກຳລັງປະກອບອາວຸດກອງທັບປະຊາຊົນ ຫວຽດນາມ ເວົ້າລວມ ແລະ ບັນດານັກຮົບເກົ່າທະຫານອາສາສະໝັກ ຫວຽດນາມ ເວົ້າສະເພາະ, ອວຍພອນໃຫ້ນ້ຳໃຈສາມັກຄີມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດເວົ້າລວມກໍ່ຄືກອງທັບ 2 ປະເທດເວົ້າສະເພາະໃຫ້ນັບມື້ນັບພັດທະນາ. ບັນດາທະຫານປະເທດ ລາວ ກໍ່ຄືປະຊາຊົນ ລາວ ຍາມໃດກໍ່ຈົດຈຳບຸນຄຸນອັນໃຫຍ່ຫລວງຂອງບັນດານັກຮົບອາສາສະໜັກ ຫວຽດນາມ ທີ່ໄດ້ຮຽງບ່າຮຽງໄຫລ່, ກໍ່ຄືສະໜັບສະໜູນ, ຊ່ວຍເຫຼືອກອງທັບ ແລະ ປະຊາຊົນ ລາວ ໃນຊຸມເດືອນປີສົງຄາມຢ່າງດຸເດືອດ. ພວກຂ້າພະເຈົ້າຈະເຮັດຈົນສຸດຄວາມສາມາດຂອງຕົນຕໍ່ການສຶກສາອົບຮົມໂຄສະນາ ເພື່ອໃຫ້ຄົນລຸ້ນຫລັງມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບການພົວພັນແບບພິເສດ ຫວຽດນາມ - ລາວ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລາວ - ຫວຽດນາມ ໃຫ້ນັບມື້ນັບໝັ້ນຄົງຕະຫລອດໄປ.

ທ່ານພັນຕີບຸນທັນ ຈັນທະວົງ ທີ່ຮັກແພງ! ລາຍການພາກພາສາລາວ ດີໃຈຫຼາຍທີ່ໄດ້ຮັບຄຳອວຍພອນອັນດີງາມຈາກທ່ານ ທີ່ສະຫງວນໃຫ້ແກ່ບັນດານັກຮົບກຳລັງປະກອບອາວຸດກອງທັບປະຊາຊົນ ຫວຽດນາມ ແລະ ບັນດານັກຮົບເກົ່າອາສາສະໝັກ ຫວຽດນາມ ຢູ່ລາວ. ເນື່ອງໃນໂອກາດນີ້, ລາຍການພາກພາສາລາວ ຂໍອວຍພອນໃຫ້ທ່ານພ້ອມດ້ວຍຄອບຄົວກໍ່ຄືປະຊາຊົນລາວທຸກຄົນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ສືບຕໍ່ປະກອບສ່ວນໃຫ້ແກ່ລາຍການ.

ເພື່ອນ ອຸດອນ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນຄືດັ່ງນີ້: ພາຍຫຼັງທີ່ຮັບຊົມລາຍການສາລະຄະດີພາບກ່ຽວກັບບັນດາສະຖານທີ່ທ່ອງທ່ຽວ ຂອງ ຫວຽດນາມ, ຂ້າພະເຈົ້າຮູ້ສຶກວ່າ ຫວຽດນາມ ແມ່ນປະເທດທີ່ມີສະຖານທີ່ທ່ອງທ່ຽວສວຍງາມຫຼາຍແຫ່ງ, ໃນນັ້ນມີສະຖານທີ່ແຫ່ງໜຶ່ງທີ່ຂ້າພະເຈົ້າມັກທີ່ສຸດນັ້ນແມ່ນຝູກວັ໊ກ. ຂ້າພະເຈົ້າຢາກຮູ້ວ່າ ລະດູໃດໃນປີ ແມ່ນລະດູງາມທີ່ສຸດຢູ່ຝູກວັ໊ກ. ຂໍຂອບໃຈ.

ເພື່ອນ ອຸດອນ ທີ່ຮັກແພງ ຝູກວັ໊ກແມ່ນເກາະໃຫຍ່ ແລະ ມີຊື່ສຽງທີ່ສຸດຢູ່ ຫວຽດນາມ ດ້ວຍແຂກທ່ອງທ່ຽວນັບຫຼາຍພັນເທື່ອຄົນມາທ່ອງທ່ຽວໃນແຕ່ລະປີ, ພິເສດແຫ່ງນີ້ ກໍ່ແມ່ນສະຖານທີ່ຂຶ່ງນັກທ່ອງທ່ຽວສາກົນ ຄັດເລືອກ ຫຼາຍຄົນເມື່ອມາ ຫວຽດນາມ. ໂດຍແມ່ນເກາະຕັ້ງຢູ່ເຂດຮ້ອນລົມມໍລະສຸມຢູ່ໃກ້ກັບເສັ້ນສູນສຸດ ແລະຍັງຕັ້ງຢູ່ເຂດອ່າວໄທຕື່ມອີກ ດັ່ງນັ້ນ ຝູກວັ໊ກຈຶ່ງມີລັກສະນະແຕກຕ່າງກັນທາງດ້ານສະພາບດິນຟ້າອາກາດ.

ຕາມປະສົບການແລ້ວ, ເມື່ອໄປທ່ອງທ່ຽວຝູກວັ໊ກ ຈຸດເວລາສວຍງາມທີ່ສຸດໃນປີເພື່ອມາເກາະແຫ່ງນີ້ແມ່ນລະດູແລ້ງ. ໝາຍຄວາມວ່າທ້າຍເດືອນຕຸລາ ຫາເດືອນມີນາຂອງປີຕໍ່ໄປ, ນອກຈາກນັ້ນຍັງແກ່ຍາວໄປຮອດເດືອນພຶດສະພາ ຖ້າວ່າສະພາບດິນຟ້າອາກາດມີຄວາມສະດວກ. ເປັນຫຍັງຈຶ່ງເລືອກໄປທ່ອງທ່ຽວຝູກວັ໊ກ ໃນຊຸມເດືອນນີ້? ຍ້ອນວ່າ ສະພາບດິນຟ້າອາກາດຢູ່ຝູກວັ໊ກ ໃນຈຸດເວລານີ້ຈະມີຝົນຕົກໜ້ອຍ, ຄື້ນທະເລບໍ່ແຮງ, ອາກາດເຢັນສະບາຍສະດວກທີ່ສຸດໃຫ້ແກ່ການໄປທ່ອງທ່ຽວ ຫຼືຜັກຜ່ອນຢ່ອນອາລົມ.

ແລະນີ້ກໍ່ແມ່ນລະດູທີ່ມີແຂກທ່ອງທ່ຽວມາທ່ຽວຝູກວັ໊ກ ຫຼາຍທີ່ສຸດ. ດັ່ງນັ້ນ, ຖ້າເພື່ອນໄປທ່ອງທ່ຽວໃນຈຸດເວລານີ້ ຈົ່ງຊອກຮູ້ກ່ຽວກັບ ການຈ່ອງຫ້ອງພັກກ່ອນເພື່ອຮັບປະກັນວ່າ ຈະມີເວລາຜັກຜ່ອນຢ່າງສະບາຍຢູ່ແຫ່ງນີ້.

ໃນຈົດໝາຍສົ່ງມາຍັງລາຍການ, ເພື່ອນອາມິນຕາ ຢູ່ແຂວງຈຳປາສັກ ໄດ້ຂຽນວ່າ: ຂ້າພະເຈົ້າມັກຕິດຕາມລາຍການຫວຽດນາມ - ລາວ, ຜ່ານລາຍການນີ້, ຂ້າພະເຈົ້າຮັບຂໍ້ມູນ ທີ່ເປັນປະໂຫຍດ ກ່ຽວກັບການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດຫຼາຍຢ່າງຕື່ມອີກ, ພິເສດແມ່ນການເຄື່ອນໄຫວພົບປະແລກປ່ຽນລະຫວ່າງຊາວໜຸ່ມສອງປະເທດ ຫວຽດນາມ - ລາວທີ່ໄດ້ດຳເນີນໃນໄລຍະຜ່ານມາ. ຂ້າພະເຈົ້າເຫັນວ່ານີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍຢ່າງເລິກເຊິ່ງ. ສະນັ້ນຜ່ານທາງລາຍການ, ຂ້າພະເຈົ້າຢາກຮູ້ແຈ້ງກ່ວາກ່ຽວກັບການເຄື່ອນໄຫວດັ່ງກ່າວ. ຂໍ້ຂອບໃຈ.

ເພື່ອນອາມິນຕາ ທີ່ຮັກແພງ! ໃນອາທິດຜ່ານມາ, ຢູ່ສູນວັດທະນະທຳ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ, ຄະນະພະນັກງານຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ປະຈຳ ລາວໄດ້ສົມທົບກັບສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຈັດຕັ້ງລາຍການພົບປະແລກປ່ຽນສະແດງສິລະປະ ລະຫວ່າງບັນດາສະມາຊິກຊາວໜຸ່ມ ເພື່ອຂ່ຳນັບຮັບຕ້ອນຜົນສຳເລັດຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ຄັ້ງທີ XII, ອາຍຸການ 2022 – 2027.

ລາຍການພົບປະແລກປ່ຽນສະແດງສິລະປະທີ່ເປັນເອກະລັກ ລວມມີ 15 ລາຍການ ໂດຍໄດ້ຍ້ອງຍໍຊົມເຊີຍຄວາມຮັກບ້ານເກີດເມືອງນອນປະເທດຊາດ, ນ້ຳໃຈສາມັກຄີສະໜິດຕິດແທດ ຂອງສອງປະເທດ ຫວຽດນາມ - ລາວ ໂດຍບັນດາສະມາຊິກຄະນະຊາວໜຸ່ມ ຫວຽດນາມ ປະຈຳ ລາວ ແລະ ບັນດານັກສຶກສາ ລາວ ທີ່ມາຈາກໂຮງຮຽນວັດທະນະທຳ, ສິລະປະ ແຫ່ງຊາດລາວ ສະແດງ.

ໂດຍນອນຢູ່ໃນ ຂອບເຂດລາຍການຕອບສະໜອງວັນຊາວໜຸ່ມ ພ້ອມກັນເຄື່ອນໄຫວຂ່ຳນັບຮັບຕ້ອນຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄັ້ງທີ XII, ໄປຄຽງຄູ່ກັບລາຍການສະແດງສິລະປະ, ຄະນະພະນັກງານຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ປະຈຳ ລາວຍັງໄດ້ຈັດຕັ້ງຫຼາຍການເຄື່ອນໄຫວທີ່ມີຄວາມໝາຍຢ່າງແທດຈິງ ຄືວາງສະແດງພາບຖ່າຍແນະນຳກ່ຽວກັບການພົວພັນ ຫວຽດນາມ - ລາວ ແລະ ບັນດາການເຄື່ອນໄຫວຂອງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໃນໄລຍະສົງຄາມມາຮອດປັດຈຸບັນ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ