ຕອບຄຳຖາມທີ່ທ່ານຜູ້ຟັງຝາກເຖິງລາຍການໃນອາທິດຜ່ານມາ

ໃນ​ລາຍ​ການ “​ໂອ້​ລົມ​ກັບ​ເພື່ອນລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​​ເນື້ອ​ໃນ ​ແລະ ຄຳ​ຖາມ​ຂອງ​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ.

    ທ່ານ​ ເພັດ​ສະຫວັນ ສີຊານົນ, ​ແຂວງ ອັດ​ຕະປື ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ: ​ໃນ​ຊ່ວງ​ເວລາ​ນີ້, ຢູ່​ແຂວງ ອັດ​ຕະປື ຝົນຕົກ​ຫຼາຍ, ຢູ່ ຮ່າ​ໂນ້ຍ ອາກາດ​ຄື​ແນວ​ໃດ?

    ທ່ານ ​ເພັດ​ສະຫວັນ ທີ່​ເຄົາລົບ, ປະຈຸ​ບັນ, ຢູ່​ພາກ​ເໜືອ ຫວຽດນາມ ພວມ​ກ້າວ​ເຂົ້າສູ່​ລະ​ດູ​ຝົນ ​ແຕ່​ຝົນ​ຕົກ​ບໍ່ຫຼາຍ, ມີ​ແຕ່​​ແດດຮ້ອນ​ເອົ້າ. ຖ້າຫາກ​ທ່ານ ​ເພັດ​ສະຫວັນ ຫຼື ຜູ້​ຟັງ​ທ່ານ​ໃດ​ຢາກ​ມາ​ທ່ອງ​ທ່ຽວ ຫວຽດນາມ ​ໃນ​ໂອກາດ​ນີ້ ຄວນ​ກະກຽມ​ວັດຖຸ​ສິ່ງ​ຂອງ​ທີ່​ຈຳ​ເປັນ​ເພື່ອ​ກັນ​ແດດ, ຮັບປະກັນ​ໃຫ້​ການ​ທ່ອງ​ທ່ຽວ​ບັນລຸ​ຜົນສຳ​ເລັດ.

    ​ເພື່ອນ ມາ​ໄລ​ວັນ ວິລາ​ວົງ, ​ແຂວງ ຊຽງ​ແຂວງ ​ໄດ້​ຝາກ ອີ​ແມວ​ມາ​ຍັງ​ລາຍ​ການ​ຖາມ​ວ່າ: ​ໃນ​ເດືອນ 8, ຢູ່ ຫວຽດນາມ​ ​​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ເຫດການ​ໃດ​ແດ່?

    ​ໃນ​ເດືອນ 8 ນີ້, ຢູ່​ຫວຽດນາມ ຈະ​ຈັດ​ຕັ້ງ​ການສະ​ເຫຼີ​ມສະຫຼອງ​ເຫດການ​ດັ່ງ​ຕໍ່​ໄປ​ນີ້:

-            ວັນ​ທີ 2 ​ແລະ 5/8 ສະ​ເຫຼີ​ມສະຫຼອງ​ໄຊຊະນະ​ຄັ້ງ​ທຳ​ອິດ​ຂອງ​ກອງທັບເຮືອ​ປະຊາຊົນ ຫວຽດນາມ

-            ວັນ​ທີ 15/8, ສະ​ເຫຼີ​ມສະຫຼອງ​ວັນ​​ໄຊຊະນະ​ຟາດ​ຊິດ ຍີ່ປຸ່ນ

-            ວັນ​ທີ 19/8, ສະ​ເຫຼີ​ມສະຫຼອງ​ວັນ​ການ​ປະຕິວັດ​ເດືອນ 8

-            ວັນ​ທີ 20/8, ສະ​ເຫຼີ​ມສະຫຼອງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະທານ ​ໂຕນ​ດຶກ​ຖັ໋ງ

-            ວັນ​ທີ 26/8, ວັນ ຫວຽດນາມ ​ເຂົ້າ​ເປັນ​ສະມາ​ຊິກຂອງ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ

​    ເພື່ອນ ຫງວຽນ​ຫາຍ​ຮ່າ, ນັກ​ສຶກສາ​ມະຫາວິທະຍາ​ໄລ ສຸພາ ນຸວົງ, ​ແຂວງ ຫຼວງ​ພະ​ບາງ ​ໄດ້​ໂທລະສັບ​ມາ​ຫາ​ລາຍການ​ຖາມ​ກ່ຽວ​ກັບ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ສູນ​ກາງ​ສະພາກາ​ແດງ ຫວຽດນາມ ຢູ່ລາວ, ​​​ເພື່ອນ​ເວົ້າ​ວ່າ: ຂ້າພະ​ເຈົ້າ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດເຖິງ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ລາວ, 2, 3 ມື້ກ່ອນ, ຂ້າພະ​ເຈົ້າ​ໄດ້​ຮັບ​ຟັງ​ກ່ຽວ​ກັບ​ການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຂອງ​ສູນ​ກາງ​ສະພາກາ​ແດງ ຫວຽດນາມ ຢູ່​ລາວ, ​ແຕ່​ພຽງ​​ແຕ່​ໄດ້​ຮັບ​ຟັງ​ການ​ສະຫລຸບ​ລາຍການ​ຂ່າວ​ເທົ່າ​ນັ້ນ, ຂໍ​ໃຫ້​ລາຍການ​ແນະນຳ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ຄະນະ​ຜູ້​ແທນ ຫວຽດນາມ ​ໃນ​ຄັ້ງ​ນີ້​ໃຫ້​ຂ້າພະ​ເຈົ້າ​ໄດ້​ຮັບ​ຊາບ​ແດ່.

    ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ສູນ​ກາງ​ສະພາ​ກາ​ແດງ ຫວຽດນາມ ​ໂດຍ​ທ່ານ ​ເຈີ່ນ​ທິຮົ່ງ​ແອ​ງ, ຮອງ​ປະທານ​ສະພາ​ນຳ​ໜ້າ ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ ​ໃນ​ລະຫວ່າງ​ວັນ​ທີ 4 – 8/8, ວັນ​ທີ 5/8, ຄະນະ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກທ່ານ ອາຊາ​ງ ລາວ​ລີ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ ລາວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ລາວ ​ໄດ້​ຊົມ​ເຊີຍ​ການ​ຢ້ຽມຢາມ​ຂອງ​ຄະນະ, ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງສະພາກາ​ແດງ 2 ປະ​ເທດ ​ແລະ ການ​ຊ່ວຍ​ເຫຼືອ​ເຊິ່ງສະພາກາ​ແດງ ຫວຽດນາມ ສະຫງວນ​​ໃຫ້​ແກ່​ອົງການກາ​ແດງ ລາວ ​ໃນ​ໄລຍະ​ຜ່ານ​ມາ. ​ໃນ​ຂົງ​ເຂດ​ຮ່ວມ​ມື 2 ຝ່າຍ, ສະພາ​ກາ​ແດງ 2 ປະ​ເທດ​ໄດ້​ແບ່ງປັນ​ການ​ເຄື່ອນ​ໄຫວຕ່າງໆ​ໃນ​ຂົ​ງ​ເຂດ​ມະນຸດ​ສະທຳ​ຄື: ກວດ, ປິ່ນປົວ​ພະຍາດ, ມ​ອບຂອງຂວັນ​ປີ​ໃໝ່​ໃຫ້​ແກ່​ຄົນ​ທຸກ​ຍາກ, ໜູນ​ຊ່ວຍ, ຢື້​ຢາມ​ຖາມ​ຂ່າວ​ບ່ອນ​ທີ່​ປະສົບ​ກັບ​ໄພພິບັດ​ທຳ​ມະ​ຊາດ, ຍົກ​ສູງ​ຄວາມ​ສາມາດ​ຂອງ​ພະນັກງານ, ຊຸກຍູ້​ການ​ເຄື່ອນ​ໄຫວ​ແຮກສ່ຽວ​ລະຫວ່າງ​ສະພາກາ​ແດງ 2 ປະ​ເທດ, ​ແລກປ່ຽນ, ຮຳ່ຮຽນ​ເອົາ​ບົດຮຽນ​ຜັນ​ຂະຫຍາຍ​ຮູບ​ແບບ​ທະນາຄານ​ງົວ.​​..​ ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ສືບ​ຕໍ່​ແລກປ່ຽນ​ຄະນະ, ສ້າງ​ຂະ​ບວນການ​ອາສາ​ສະໝັກ, ​ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ປະຊາຊົນ, ພິ​ເສດ​ແມ່ນ​​ເຂດ​ຊາຍ​ແດນລະຫວ່າງ 2 ປະ​ເທດ, ​ແລກປ່ຽນ​ບົດຮຽນ​ຂົນຂວາຍ, ສ້າງ​ກອງ​ທຶນ, ໜູນ​ຊ່ວຍ​ກັນ​ໃນ​ການ​ໜູນ​ຊ່ວຍ​ຮັບ​ມື​ກັບ​ໄພພິບັດທຳ​ມະ​ຊາດ ກໍ່​ຄື​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ.

    ​​ແລະໃນ​ທ້າຍ​ເດືອນ 8, ຕົ້ນ​ເດືອນ 9 ນີ້, ສູນ​ກາງ​ສະພາກາ​ແດງ ຫວຽດນາມ ​ໄດ້​ຈັດ​ຊຸດ​ຮຽນ​ບຳລຸງ​ສ້າງ​ໃຫ້​ພະນັກງານຂອງອົງການກາ​ແດງ​ລາວ ​ແຕ່​ວັນ​ທີ 19/8 - 11/9 ຢູ່​ຮ່າ​ໂນ້ຍ.
ຕອບຄຳຖາມທີ່ທ່ານຜູ້ຟັງຝາກເຖິງລາຍການໃນອາທິດຜ່ານມາ - ảnh 1
ໝາກລຳໄຍຢູ່ ຮືງອຽນ

    ທ່ານ​ສົມ​ຫວັງ, ​ແຂວງ ອັດ​ຕະປື ​ໄດ້​ຝາກ ອີ​ແມວ ມາ​ຍັງ​ລາຍການ​ດ້ວຍ​ເນື້ອ​ໃນ​ວ່າ​: ຂ້າພະ​ເຈົ້າ​ໄດ້​ຮັບ​ຟັງ​ບົດ​ກ່ຽວ​ກັບ​ຜູ້​ປູກ ລຳ​ໄຍ ຢູ່​ແຂວງ ຮື​ງອຽນ ​ໃນ ລາຍການ “ຊົນນະບົດ​ໃໝ່”, ຂ້າພະ​ເຈົ້າ​ມັກ​ບົດ​ນີ້​ຫຼາຍ. ຜ່ານ​ບົດ​ດັ່ງກ່າວ​ຂ້າພະ​ເຈົ້າ​ໄດ້​ຮູ້ຈັກ​ເຖິງ​ແບບຢ່າງ​ຊາວ​ກະສິກອນ​​ໄດ້​ສ້າງ​ຄວາມ​ຮັ່ງມີ​ດ້ວຍ​ຕົ້ນ​ໄມ້​ຂອງ​ບ້ານ​ນາ. ຂ້າພະ​ເຈົ້າ​ຢາກ​ໄດ້​ຮັບຄວາມ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ຕົ້ນ​ລຳ​ໄຍຢູ່​ແຂວງ ຮື​ງອຽນ ​ໄດ້​ບໍ?

    ໝາກ​ລຳ​ໄຍທີ່​ໄດ້​ປູກ​ຢູ່​ແຂວງ ຮື​ງອຽນ ​ແຕ່​ດົນ​ນານ​ມາ​ແລ້ວ ມີ​ຊື່​ສຽງ​ວ່າ​ມີ​ລົດຫວານ, ​ແຊບ ​ເຄີຍ​ຖືກ​ນຳ​ຖະ​ຫວາຍ​ໃຫ້​ເຈົ້າ​ຊີວິດ, ດັ່ງ​ນັ້ນ​ເຂົາ​ເຈົ້າ​ເຄີຍ​ເອີ້ນ​ວ່າ “ລຳ​ໄຍຖະ​ຫວາຍ​ເຈົ້າ​ຊີວິດ”. ​ເລ​ກູ​ຍດົນ, ນັກ​ກະວີ, ນັກວິທະຍາສາດ​ດີ​ເດັ່ນ​​ໃນ​ສະ​ໄໝ​ສັກ​ດີ​ນາ​ຂອງ ຫວຽດນາມ ​ໄດ້​ຮັບ​ຮູ້​ລົດ​ຊາດ​​ດີ​ເດັ່ນ​ຂອງ​ລຳ​ໄຍ ຮື​ງອຽນ. ​ໝາກ​ລຳ​ໄຍ ຮື​ງອຽນ ມີ​ໝາກ​ໃຫຍ່​, ​ເປືອກບໍ່​ກ້ຽງ ​ແລະ ໜາ, ສີຕັບ​ໄກ່. ​ເນື້ອ​ໜາ, ນ້ຳຫຼາຍ, ​ແກ່ນ​ນ້ອຍ. ກີ​ນຫ​ອມ ​ແລະ ຫວານ​ຄື​ນ້ຳຕານ. ຕົ້ນ​ລຳ​ໄຍທີ່​ມີ​ອາຍຸ​ສູງ​ສຸດ​ແມ່ນ​ນັບ​ຮ້ອຍ​ປີ, ປະຈຸ​ບັນ​ຍັງ​ຢູ່​ວັດ ທຽນ​ອື໋ງ, ​ເມືອງ ຮົ່ງ​ເຈົາ, ​ເທດສະບານ ຮື​ງອຽນ.

ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ຂອງ​ພວກ​ເຮົາ​ຂໍ້​ສິ້ນ​ສຸດ​ລົງ​ພຽງ​ເທົ່າ​ນີ້. ຖ້າ​ຫາກ​ຜູ້​ໃດ​ມີ​ຄວາມ​ສົນ​ໃຈ ​ແລະ ຢາກ​​ປະກອບ​ຄຳ​ເຫັນ​ໃຫ້​ລາຍການກະລຸນາ​ສົ່ງ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົມ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 0084.43.8256631, ອີ​ແມວ: Laovov@yahoo.com ຫຼື laovov5@gmail.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ.       

 

ຕອບກັບ

ຂ່າວ/ບົດ​ອື່ນ