ຕອບບາງຄຳຖາມທີ່ທ່ານຜູ້ຟັງຝາກມາທາງລາຍການຂອງພວກເຮົາ

(vovworld) – ອາ​ທິດ​ຜ່ານ​ມາ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ອີ​ແມວ, ໂທ​ລະ​ສັບ ແລະ ຈົດ​ໝາຍ 5 ສະ​ບັບ​ຈາກ​ທ່ານ​ຜູ້​ຟັງ​ຝາກ​ມາ​ລາຍ​ການ. ໃນ​ນັ້​ນ, ທ່ານ​ຜູ້​ຟັງ​ໄດ້​ຕັ້ງ​ຄຳ​ຖາມ​ຕ່າງໆ​ຢາກ​ໄດ້​ຮັບ​ຄຳ​ຕອບ​ຈາກ​ລາຍ​ການ. ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ຂ້າ​ພະ​ເຈົ້າ​ຈະ​ຕອບ​ບາງ​ຄຳ​ຖາມ​ທີ່​ທ່ານ​ຜູ້​ຟັງ​ຝາກ​ມາ​​ທາງລາຍ​ການ​ຂອງ​ພວກ​ເຮົາ.

        ​ໃນອາ​ທິດ​ຜ່ານ​ມາ, ເພື່ອນ ວິ​ລາ​ລີ, ແຂວງ ຄຳ​ມ່ວນ ຝາກ​​ຈົດ​ໝາຍ​​ມາ​ຍັງ​ລາຍ​ການ​ດ້ວຍ​ເນື້ອ​ໃນ​ວ່າ: ກ່ອນນີ້ 2, 3 ອາ​ທິດ, ເມື່ອ​​ຟັງ​ວິ​ທະ​ຍຸ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຂ່າວ​ກ່ຽວ​ກັບ​ການ​ເສັງ “ເພື່ອ​ນ​ຮູ້​ຫຍັງ​ກ່ຽວ​ກັບ ຫວຽດ​ນາມ” ໂດຍວ​ິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ປຸກ​ລະ​ດົມ. ຍ້ອນ​ຄ້າງ​ຄາ​ກັບ​ວຽກ​ງານ, ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດຈົດ​ຄຳ​ຖາມ​ໄດ້. ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ລາຍ​ການ​ໃຫ້​ຮູ້​ຄຳ​ຖາມ​ຄືນ​ອືກ​ເທື່ອ​ໜຶ່ງ​ແດ່?

        ເພື່ອນ ວິ​ລາ​ລີ ທີ່​ຮັກ​ແພງ, ພວກ​ຂ້າ​ພະ​ເຈົ້າ​ຂໍ​ປະ​ກາດ​ຄຳ​ຖາມ​ຂອງ​ການ​ເສັງ​ນີ້​ຄືນໃຫ້​ທ່ານ​ຜູ້​ຟັງ​ທຸກ​ທ່ານ​ຮູ້​ແຈ້ງ ແລະ ເຂົ້າ​ຮ່ວມ​ການ​ເສັງ​ຂອງ​ພວກ​ເຮົາ:

1 - ປີ 2014, ຫວຽດນາມ  ບັນລຸ​​ໄດ້ບັນດາ​ຜົນງານ​ພົ້ນ​ເ​ດັ່ນ​ໃດ​ແດ່​ ໃນ​ຂົງ​ເຂດ​ເສດຖະກິດ, ການ​ຕ່າງປະ​ເທດ, ການ​​ໜູນ​ຊ່ວຍ - ສັງຄົມ, ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວຫຼຸດຜ່ອນ​ຄວາມທຸກ​ຍາກ?

2 - ຫວຽດນາມ ພວມ​ເປັນ​ສະມາຊິກ​​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ​ ອາຍຸ​ການ 2014-2016. ທ່ານຈົ່ງໃຫ້​ຮູ້​ການ​ປະກອບສ່ວນ ​ແລະ ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ຫວຽດນາມ​ ໃນ​ປີ​ທຳ​ອິດທີ່​ເປັນ ສະມາຊິກ​​ ສະພາ​ສິດທິ​ມະນຸດ​ ສະຫະ​ປະຊາ​ຊາດ?

3 - ປີ 2014, ຫວຽດນາມ​ ມີປູຊະນີຍະສະຖານ ​ແລະ ຮູບ​ການ​ສິລະ​ປະ​ສອງ​ຢ່າງໄດ້​ຮັບ​ກາ​ຮັບຮອງ​ຈາກ UNESCO ວ່າ​ເປັນ​ມໍລະດົກ​ວັດທະນະທຳ​ທີ່​ມີ​ຮູບ​ຮ່າງ ​ແລະ ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ, ນັ້ນ​ແມ່ນ​ມໍລະດົກ​ໃດ? ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ມີ​ມໍລະດົກ​ວັດທະນະທຳ​ທີ່​ມີ​ຮູບ​ຮ່າງ ​ແລະ ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດທີ່​ໄດ້​ຮັບ​ການ​ຮັບຮອງ​ ຈາກ UNESCO ຈັກຢ່າງ? ​ທ່ານ​ຈົ່ງຍົກ​ຊື່​ຂອງ​ບັນດາ​ມໍລະດົກ​ດັ່ງກ່າວ.

4 - ທ່ານ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 ຂອງ​ຫວຽດນາມ ທີ່​ມີ​ຫົວ​ຂໍ້ວ່າ “​ເຊື່ອມ​ຕໍ່​ບັນດາ​ມໍລະດົກ​ໂລກ“? ຈົ່ງ​ຍົກ​ຊື່​ບັນດາ​ເຫດການ​ວັດທະນະທຳ, ທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ​ໃນ​ລາຍການ​ນີ້?

5 - ວັນ​ທີ 7/9/2015, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ. ທ່ານ​ຈົ່ງ​ໃຫ້​ຮູ້​ກ່ຽວ​ກັບ​ການ​ພັດທະນາ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໃນ 5 ປີຜ່ານມາ?

6 - ຕາມ​ເພື່ອນ​​ແລ້ວ, ມີ​ຈັກ​ຄົນ​ເຂົ້າ​ຮ່ວມ​ການ​ເສັງ​ນີ້?

ອົງປະກອບ​ລາງວັນ​ມີ​ດັ່ງ​ຕໍ່​ໄປ​ນີ້:

-        ລາງ​ວັນ​ທີໜຶ່ງ 01 ລາງວັນ: ​ໄດ້​ມາ​ທ່ອງ​ທ່ຽວ​ຫວຽດນາມ 1 ສັບປະດາ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ

-        ລາງວັນ​ທີສອງ 01 ລາງວັນ: ໄດ້​ມາ​ທ່ອງ​ທ່ຽວ​ຫວຽດນາມ 5 ວັນ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ

-        ລາງວັນ​ທີສາມ 02 ລາງວັນ: ໄດ້​ມາ​ທ່ອງ​ທ່ຽວ​ຫວຽດນາມ 4 ວັນ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ

-        ລາງວັນຊົມເຊີຍ 10 ລາງວັນ: ແຕ່ລະລາງວັນ​ມີ​ມູນ​ຄ່າ 1.000.000 ດົ່ງ (​ເປັນ​ວັດຖຸ)

-        ນອກ​ນັ້ນ​, ຜູ້​ຟັງ​ທຸກ​ທ່ານທີ່​ເຂົ້າ​ຮ່ວມ​ການ​ເສັງ​ລ້ວນ​ແຕ່​ໄດ້​ຮັບ​ຂອງຂວັນ​ທີ່​ມີ​ມູນ​ຄ່າ 300.000 ດົ່ງ.

ເວລາ​ຮັບ​ບົດ​ເສັງ​ເລີ່​ມ​ແຕ່​ວັນ​ທີ 1/2/2015 ​ແລະ ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30/6/2015 (​ໄລ່​ຕາມ​ກາ​​ໄປສະນີ​ບ່ອນ​ຝາກ). ທ່ານ​ຜູ້​ຟັງ​ສາມາດ​ສົ່ງ​ບົດ​ເສັງທາງ​ໄປສະນີ, ຫຼື​ຜ່ານ Email ​laovov5@gmail.com ທ່ານ​ກໍ່ສາມາດ​ຊອກ​ໄດ້​ຄຳ​ຕອບ​ຜ່ານ​ບັນດາ​ລາຍການ​ກະຈາຍສຽງ​, ​ຫຼື​ໃນ​ເວັບ​ໄຊ vovworld.vn ຂອງ​ພວກ​ຂ້າພະ​ເຈົ້າ. ວິທະຍຸ​ກະຈາຍສຽງ​ຫວຽດນາມ​ຂໍອວຍພອນ​ໃຫ້​ພວກ​ທ່ານ​ປະສົບ​ຜົນສຳ​ເລັດ.

ຕອບບາງຄຳຖາມທີ່ທ່ານຜູ້ຟັງຝາກມາທາງລາຍການຂອງພວກເຮົາ - ảnh 1
ພາບ​ປະ​ກອບ

ສ່ວນ​ ເພື່ອນ​ ຈັນ​ສະໝອນ, ແຂວງ ວຽງ​ຈັນ, ກໍ່​ໄດ້​ໂທ​ລະ​ສັບ​ມາ​ຍັງ​ລາຍ​ການ, ເວົ້າ​ວ່າ: ຂ້​​າພະ​ເຈົ້າ​ໄດ້​ຮັບ​ຟັງ​ບົດ​ກ່ຽວ​ກັບ ຊາວ ຫວຽດ​ນາມ ຢາກ​ສະ​ແດງ​ໄມ້​ໄຝ່ ໃນ​ບຸ​ນ​ເຕັດ, ແລະ ປະ​ເພນີນີ້​ມີ​ມາ​ແຕ່​ດົນ​ນານ​ແລ້ວ, ຂ້າ​ພະ​ເຈົ້າ​ມ​ີ​ຄວາມ​ປະ​ທັບ​ໃຈ​ຕໍ່​ບົດ​ນີ້​ທີ່​ສຸດ. ແຕ່​ຂ້າ​ພະ​ເຈົ້າ​ບໍ່​ທັນ​ຮູ້​ວ່າ​ເປັນ​ຫຍັງ​ໄມ້​ໃຝ່​ຈຶ່ງ​ສາ​ມາດ​ຂັບ​ໄລ່​ຜີ​ໄດ້?

        ປະ​ເພ​ນີ​ປູກຕົ້ນ​ໄມ້​ໄຜ່ຍາມ​ບຸນ​ເຕັດ ເຖິງວ່າບໍ່​ເຮັດ​ເປັນ​ສ່ວນຫຼາຍ​ຄື​ກ່ອນນີ້ກໍ​ຕາມ, ແຕ່​ມາ​ຮອດ​ປະ​ຈຸ​ບັນ, ຍັງ​ມີຫຼາຍ​ຄອບ​ຄົວ​ຢູ່​ເຂດ​ບ້ານ​ນາ​ຍັງ​ຮັກ​ສາ​ປະ​ເພ​ນີ​ອີກ​ດ້ວຍ. ຕົ້ນ​ໄມ້​ໄຜ່ເຄີຍ​ຖືກ​ຕັ້ງ​ຢູ່​ເດີນ​ໜ້າ​ບ້ານ, ເທິ່ງຍອດ​ຕົ້ນ​ໄມ້​ຖືກ​ແຂວນ​ວັດ​ຖຸ​ສິ່ງ​ຂອງຫຼາຍ​ຢ່າງ​ທີ່​ມີ​ຄວາມ​ໝາຍ​ທາງ​ ດ້ານ​ຈິດ​ວິນ​ຍານ​ເພື່ອ ຂັບ​ໄລ່​ຜີ​ສາງ ແລະ ພາ​ວະ​ນາ​ໃນ​ປີ​ໃໝ່​ຈົ່ງ​ມີ​ແດ່​ສິ່ງ​ທີ່​ດີ​ທີ່​ງາມ. ເມື່ອ​ເລືອກ​ເອົາ​ກົກ​ໄມ້​ໄຜ່​ມາ​ປູກ​ໃນ​ຍາມ​ບຸນ​ເຕັດ​ນັ້ນ, ແມ່ນ​ຕ້ອງ​ເລືອກ​ເອົາ​ກົກ ໄມ້​ໄຜ່ທີ່​ມີ​ໃບ​ຂຽວ​ອຸ່ມ​ທຸ່ມ, ບໍ່​ຖືກ​ສັດ​ຕູ​ພືດ, ບໍ່​ຖືກ​ຕັດ​ເອົາ​ຍອດຕົ້ນ​ໄມ້​ ແລະ ບໍ່​ມີ​ຮັງ​ນົກ, ຮັງ​ໝົດ. ເມື່ອ​ຕັດ​ເອົາຕົ້ນ​ໄມ້​ໄຜ່, ເຂົາເຈົ້າ​ມັກ​ເລືອກ​ເອົາຂະ​ໜາດຄວາມ​ຍາວ​ ​ແມ່ນເລກ​​ຄີກ ຄື 5ແມດຫຼື 7 ແມດ, ຖາ​້​ຫາກ​ຕັ້ງ ຕົ້ນ​ໄມ້​ໄຜ່​ຢູ່​ສະ​ຖານ​ທີ່​ກ້​ວາງ ແມ່ນ​ອາດ​ຈະ​ຕັດຕົ້ນ​ໄມ້​ໄຜ່​ຍາວກວ່າ. ປະ​ເພ​ນີ​ປູກຕົ້ນ​ໄມ້​ໄຜ່ຍາມ​ບຸນ​ເຕັດຂອງ​ຊາວ​ຫວຽດ​ນາມ​ແມ່ນ​ມີ​ຄວາມ​ໝາຍ​ ທີ່​ສຸດ, ກ່ອນ​ອື່ນ​ໝົດ ຕົ້ນ​ໄມ້​ໄຜ່ຂອງ​ຊາວ​ຫວຽດ​ນາມ​ແມ່ນ​ສິ່ງ​ເຊື່ອມ​ຕໍ່​ລະ​ຫວ່າງ​ຟ້າ​ກັບ​ດິນ. ທີ່ 2, ຕົ້ນ​ໄມ້​ໄຜ່ກາຍ​ເປັນ ຕົ້ນ​ໄມ້ທີ່​ມີ​ຈິດ​ວິນ​ຍານ, ຊຶ່ງ​ຕິດ​ພັນ​ກັບ​ປັດ​ໄຈ​ເລົ່າ​ຂານ​ສືບ​ກັນ​ມາ​ຂອງ​ສາ​ສະ​ໜາ​ພຸດ. ຕົ້ນ​ໄມ້​ໄຜ່ ມີຄວາມໝາຍ​ອີກ​ອັນ​ໜຶ່ງ ແມ່ນ ຕົ້ນ​ໄມ້​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ, ສິດ​ນຳ​ໃຊ້​ຕອນ​ດິນ​ຂອງ​ເຈົ້າ​ຂອງ​ເຮືອນ. ນອກ​ຈາກນັ້ນ, ຕົ້ນ​ໄມ້​ໄຜ່ ກໍ​ຍັງ​ເປັນ​ສິ່ງ​ບົ່ງ​ບອກ​ເຖິງ​ລະ​ດູ​ບານ​ໃໝ່, ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ໄດ້​ວຽນ​ມາ​ແລ້ວ.

ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ຂອງ​ພວກ​ເຮົາ​ຂໍ້​ສິ້ນ​ສຸດ​ລົງ​ພຽງ​ເທົ່າ​ນີ້. ຖ້າ​ຫາກ​ຜູ້​ໃດ​ມີ​ຄວາມ​ສົນ​ໃຈ ​ແລະ ຢາກ​​ປະກອບ​ຄຳ​ເຫັນ​ໃຫ້​ລາຍການກະລຸນາ​ສົ່ງ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົນ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 0084.43.8256631, ອີ​ແມວ: Laovov@yahoo.com ຫຼື laovov5@gmail.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ.       


ຂ່າວ/ບົດ​ອື່ນ