ບັນ​ຍ​າ​ກາດ​ງານ​ມະ​ຫາ​ກຳ​ກິ​ລາ​ຊີ​ເກມ 31 ຢູ່ ຫວຽດ​ນາມ

(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍ, ອີເມວ 367 ສະບັບຈາກທ່ານຜູ້ຟັງທີ່ມາຈາກ 32 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ 14 ສະບັບ.

      ໃນຈົດໝາຍ 14 ສະບັບ ແລະ ຂໍ້ຄວາມທີ່ທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ, ເນື້ອໃນສ່ວນຫຼາຍແມ່ນກ່ຽວຂ້ອງເຖິງເຫດການ ຊີເກມ 31 ທີ່ພວມດຳເນີນໄປຢູ່ ຫວຽດນາມ.

ເພື່ອນດວງຈັນ ຢູ່ແຂວງຈຳປາສັກ ແບ່ງປັນວ່າ: “ໃນເວັບໄຊຂອງລາຍການກະຈາຍສຽງພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ສ້າງຄໍລຳສະເພາະສຳລັບເຫດການ ຊີເກມ 31, ແມ່ນມີຄວາມສະດວກທີ່ສຸດໃຫ້ແຟນກິລາສາມາດຕິດຕາມການເຄື່ອນໄຫວຕ່າງໆຂອງຊີເກມ 31.”

ຄືດັ່ງເພື່ອນ ດວງຈັນ ໄດ້ແບ່ງປັນມາ. ທ່ານສາມາດຕິດຕາມ ແລະ ອັບເດດທຸກການເຄື່ອນໄຫວ ແລະ ການຜັນແປຕ່າງໆທີ່ກ່ຽວຂ້ອງເຖິງເຫດການຊີເກມ 31 ໄດ້ຢ່າງງ່າຍດາຍ ດ້ວຍການເຂົ້າເວັບໄຊ vovworld.vn  ແລະ ເລືອກພາສາ ລາວ, ຫຼັງຈາກນັ້ນກໍກົດເລືອກຄໍລຳ ຊີເກມ 31. ນະທີ່ນີ້, ພວກຂ້າພະເຈົ້າຈະອັບເດດທຸກການແຂ່ງຂັນຢ່າງເປັນປະຈຳ, ພິເສດແມ່ນການແຂ່ງຂັນຂອງຄະນະນັກກິລາລາວ. ທ່ານຜູ້ຟັງກໍສາມາດສົ່ງຄຳອວຍພອນໃຫ້ກຳລັງໃຈຊ່ວຍຊົມຊ່ວຍເຊຍບັນດານັກກິລາຂອງຕົນທີ່ພວມແຂ່ງຂັນຢູ່ ຫວຽດນາມ ໄດ້ ດ້ວຍການຄອມເມັ້ນໃນເວັບໄຊ ຫຼື ສົ່ງຈົດໝາຍມາຫາລາຍການຂອງພວກເຮົາດ້ວຍທີ່ຢູ່ເລກທີ 45, ຖະໜົນບ່າຈ້ຽວ, ຮ່າໂນ້ຍ ຫຼື ຜ່ານທາງອີເມວ laovov5@gmail.com.

ຂໍ້ຄວາມຕໍ່ໄປແມ່ນຂອງເພື່ອນ ຄຳມາ ຢູ່ແຂວງຈຳປາສັກ. ເພື່ອນແບ່ງປັນວ່າ: ຂ້າພະເຈົ້າມີຄວາມຕຶ້ນຕັນໃຈເມື່ອເຫັນຮູບພາບຜູ້ຊົມຜູ້ເຊຍຢູ່ແຂວງ ນາມດິ້ງ ຂອງ ຫວຽດນາມ ໄດ້ກະກຽມທຸງຊາດລາວ, ຜ້າຄຳຂວັນມັດຫົວ, ນຸ່ງສື້ອທີ່ພິມຮູບທຸງຊາດລາວເພື່ອເປັນກຳລັງໃຈຊ່ວຍຊົມຊ່ວຍເຊໃຫ້ທິມ U23 ລາວ ູ່ສະໜາມກິລາ ທຽນເຈືອງ, ແຂວງ ນາມດິ້ງ ໃນນັດແຂ່ງຂັນກັບທິມ U23 ສິງກະໂປ. ຂອບໃຈປະເທດຫວຽດນາມ ອ້າຍນ້ອງທີ່ຍາມໃດກໍສະໜັບສະໜູນ ແລະ ເພີ່ມກຳລັງໃຈໃຫ້ແກ່ປະເທດ ລາວ ພວກຂ້າພະຈົ້າ

ບັນ​ຍ​າ​ກາດ​ງານ​ມະ​ຫາ​ກຳ​ກິ​ລາ​ຊີ​ເກມ 31 ຢູ່ ຫວຽດ​ນາມ  - ảnh 1ກອງເຊຍ ແຂວງນາມດິ້ງ ຢູ່ສະໜາມກິລາ ທຽນເຈື່ອງ
ບໍ່ພຽງແຕ່ເທົ່ານັ້ນ, ກ່ອນເວລາແຂ່ງຂັນ, ກອງເຊຍ ແຂວງນາມດິ້ງ ຍັງໄດ້ພາກັນໄປເຕົ້າໂຮມຢູ່ໂຮງແຮມເຊິ່ງນັກກິລາລາວ ພັກເຊົາຢູ່ ເພື່ອສະແດງຄວາມຮັກທີ່ມີຕໍ່ U23 ລາວ. ພິເສດ, ຈຳນວນຜູ້ຊົມຜູ້ເຊຍທີ່ມີໜ້າຢູ່ສະໜາມກິລາ ທຽນເຈື່ອງເພື່ອໃຫ້ກຳລັງໃຈນັກກິລາ ໄດ້ສ້າງສະຖິຕິໃໝ່ໃນ ຊີເກມ ດ້ວຍຈຳນວນຫຼາຍທີ່ສຸດ ແມ່ນ 30.000 ຄົນ.

         ເພື່ອນ ຄຳຕັນ ຢູ່ ແຂວງ ເຊກອງ ໄດ້ສົ່ງຂໍ້ຄວາມມາຫາລາຍການສະແດງຄວາມປະທັບໃຈຕໍ່ບັນຍາກາດຕ້ອນຮັບ ຊີເກມ ຢູ່ ຫວຽດນາມ ແລະ ປາດຖະໜາວ່າ ຈະໄດ້ມາຢ້ຽມຢາມ ຮ່າໂນ້ຍ ໃນໂອກາດນີ້. ເພື່ອນໄດ້ແບ່ງປັນວ່າ: ຜ່ານຂ່າວ, ບົດ ເຊິ່ງທາງລາຍການພາກພາສາລາວໄດ້ເອົາລົງໃນເວັບໄຊ vovworld.vn ໄດ້ສ່ອງແສງໃຫ້ເຫັນບັນຍາກາດຕ້ອນຮັບ ຊີເກມ ຢ່າງຟ້າວຟັງຂະຫຍັນໝັ່ນພຽນ. ເບິ່ງຄືວ່າທຸກຢ່າງໄດ້ກຽມພ້ອມໝົດແລ້ວ. ຖະໜົນສາຍຕ່າງໆໄດ້ປະດັບປະດາຢ່າງງາມຕາ. ຂ້າພະເຈົ້າຢາກມາຢ້ຽມຢາມ ຫວຽດນາມ ໃນໂອກາດນີ້ ເພື່ອໃຫ້ກຳລັງໃຈໃຫ້ບັນດານັກກິລາ ແລະ ຕາງໄປທ່ອງທ່ຽວເລີຍ. ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບຜະລິດຕະພັນທ່ອງທ່ຽວຢູ່ ຮ່າໂນ້ຍ ໃນໄລຍະດຳເນີນງານມະຫາກຳກິລາ ຊີເກມ ນີ້.

     ພວກຂ້າພະເຈົ້າດີໃຈຫຼາຍເມື່ອໄດ້ຮັບຂ່າວວ່າ ວັນທີ 9 ພຶດສະພາ ຜ່ານມາ, ລາວໄດ້ເປີດປະຕູອະນຸຍາດໃຫ້ຄົນເຂົ້າ-ອອກເມືອງແລ້ວ. ນີ້ແມ່ນເງື່ອນໄຂທີ່ສະດວກເພື່ອໃຫ້ເພື່ອນ ແລະ ທ່ານຜູ້ຟັງຄົນອື່ນໆສາມາດມາທ່ຽວ ຫວຽດນາມ ດັ່ງຄວາມປາດຖະໜາມາແຕ່ດົນແລ້ວ, ພິເສດແມ່ນໃນໂອກາດຊີເກມ 31 ນີ້. ສ່ວນຢູ່ທາງ ຫວຽດນາມ ນີ້, ທຸກຢ່າງໄດ້ກຽມພ້ອມໝົດແລ້ວເພື່ອຕ້ອນຮັບນັກກິລາມາແຂ່ງຂັນ ແລະ ຜູ້ຊົມຜູູ້ເຊຍມາໃຫ້ກຳລັງໃຈ ແລະ ມາທ່ຽວ ຫວຽດນາມ. ດັ່ງທີ່ເພື່ອນໄດ້ຮູ້ມາ, ກິລາບາງປະເພດໄດ້ ແລະ ພວມດຳເນີນການແຂ່ງຂັນແລ້ວ ແລະ ພິທີໄຂ ຊີເກມ 31 ຈະດຳເນີນໃນຕອນຄ່ຳຂອງວັນທີ 12 ພຶດສະພາ ນີ້.

ບັນ​ຍ​າ​ກາດ​ງານ​ມະ​ຫາ​ກຳ​ກິ​ລາ​ຊີ​ເກມ 31 ຢູ່ ຫວຽດ​ນາມ  - ảnh 2Tour ລົດຖີບ ຂີດໝາຍໝູ່ບ້ານເກົ່າແກ່ ບາດຈ່າງ” 

ກ່ຽວກັບການທ່ອງທ່ຽວ, ບໍ່ພຽງແຕ່ຢູ່ ຮ່າໂນ້ຍ ເທົ່ານັ້ນ, ຢູ່ທຸກແຂວງ, ນະຄອນຂອງ ຫວຽດນາມ ກໍ່ລ້ວນແຕ່ສ້າງຫຼາຍລາຍການທ່ອງທ່ຽວດ້ວຍຫຼາຍຮູບຫຼາຍແບບ ແລະ ຈັບອົກຈັບໃຈເພື່ອຮັບໃຊ້ແຂກທ່ອງທ່ຽວໃນໂອກາດນີ້. ສຳລັບ ຮ່າໂນ້ຍ ບໍ່ພຽງແຕ່ເປັນການຮູ້ຈັກກັນດີກັບນະຄອນທີ່ມີວັດທະນະທຳຫຼາກຫຼາຍສີສັນ, ບ່ອນມີຫຼາຍເຂດປູຊະນີຍະສະຖານປະຫວັດສາດ, ທັດສະນີຍະພາບທີ່ສວຍສົດງົດງາມເທົ່ານັ້ນ ຫາກຍັງເປັນທີ່ຮູ້ຈັກກັບໝູ່ບ້ານອາຊີບຕ່າງໆທີ່ເປັນມູນເຊື້ອອີກດ້ວຍ. ເພື່ອນສາມາດເຂົ້າຮ່ວມ Tour ລົດຖີບ ຂີດໝາຍໝູ່ບ້ານເກົ່າແກ່ ບາດຈ່າງ” - ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາທີ່ມີຊື່ສຽງຢູ່ ຮ່າໂນ້ຍ ເພື່ອຄົ້ນຫາໝູ່ບ້ານດັ່ງກ່າວ. ບັນດາວິສາຫະກິດ, ຮາກຖານຜະລິດຢູ່ທີ່ນີ້ ກໍ່ໄດ້ຜະລິດເຄື່ອງທີ່ລະນຶກທີ່ໄດ້ພິມຮູບສັນຍາລັກ, ສັດນຳໂຊກ ຊີເກມ 31 ເພື່ອຮັບໃຊ້ແຂກທ່ອງທ່ຽວ. ນອກຈາກນັ້ນແລ້ວ, ເພື່ອນ ກໍສາມາດເຂົ້າຮ່ວມ  Tour ຄົ້ນຫາ “ພະລາດຊະວັງທັງລອງ” ໃນກາງຄືນ ເຊິ່ງເປັນບ່ອນເຕົ້າໂຮມຈຸດທີ່ຍອດຍິ່ງຂອງວັດທະນະທໍາອະລິຍະທຳນັບພັນປີ, Tour ທ່ອງທ່ຽວ “ຄ່ຳຄືນທີ່ສັກສິດ 2: ຈົ່ງດຳລົງຊີວິດຄືກັບດອກໄມ້” ຢູ່ເຂດປູຊະນີຍະສະຖານປະຫວັດສາດ ຮ໋ວາລໍ່; ຫຼືວ່າ ຢ້ຽມຢາມທັດສະນີຍະພາບ, ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງຮ່າໂນ້ຍ ດ້ວຍ Tour ທ່ອງທ່ຽວລົດເມສອງຊັ້ນ…

ກ່ອນທີ່ຈະສິ້ນສຸດລາຍການໂອ້ລົມກັບເພື່ອນລາວື້ນີ້, ພວກຂ້າພະເຈົ້າຂໍຕອບຄຳຖາມຂອງເພື່ອ ດິງມິງຮຸ່ງ ຢູ່ແຂວງ ກວ໋າງບິ່ງ ພື່ອນຢາກຮູ້ກ່ຽວກັບກິລາປະເພດຕ່າງໆເຊິ່ງຄະນະນັກກິລາ ລາວ ຈະເຂົ້າຮ່ວມແຂ່ງຂັນໃນຊີເກມ 31 ນີ້.

ໃນງານມະຫາກຳກິລາ ຊີເກມ 31 ນີ້, ນັກກິລາລາວຈະເຂົ້າຮ່ວມການແຂ່ງຂັນ 29 ປະເພດກິລາ, ເຊິ່ງລວມມີ: ເປຕັງ, ບີລຽດ - ສະນຸກເກີ້, ຄິກບ໋ອກຊິງ, ມວຍລາວ, ວູຊູ, ລົດຖີບ, ເທຄັວນໂດ, ມວຍສາກົນ, ກະຕໍ້, ປັນຈັກສີລັດ, ກາຣາເຕໂດ, ຢູໂດ, ມວຍປ້ຳ, ຍິງທະນູ, ແລ່ນ - ລານ, ຍົກນ້ຳໜັກ, ໂວວີນາມ, ລອຍນ້ຳ, ບານເຕະຍິງ - ຊາຍ, ດອກປີກໄກ, ເທັນນິດ, ບານສົ່ງຫາດຊາຍ, ກ໋ອຟ, ຍິມນາສຕິກ, ອີສະປອດ, ຍິງປືນ, ປິ່ງປ່ອງ, ເພາະກາຍ ແລະ ແດ້ນສະປອດ.

ເນື້ອໃນດັ່ງກ່າວກໍເປັນການປິດທ້າຍລາຍການໂອ້ລົມກັບເພື່ອນລາວໃນມື້ນີ້. ຂໍຂອບໃຈທ່ານຜູ້ຟັງທຸກໆທ່ານທີ່ໃຫ້ກຽດຕິດຕາມຮັບຟັງ.ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດມີ ຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ