ປີ້ງສາລີ ຢູ່ ຮ່າໂນ້ຍ

ການລວບ​ລວມບັນດາຈົດໝາຍ​ທີ່​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ຝາກ​ມາ​ໃນ​ອາທິດ​ຜ່ານ​ມາ

(vovworld) - ອາທິດຜ່ານມາ, ພວກຂ້າພະເຈົ້າໄດ້ຮັບຈົດໝາຍຈາກເພື່ອນ​ ​ແກ້ວມີໄຊ, ປະຈຸບັນພວມເຮັດວຽກຢູ່ຄະນະຊາວໜຸ່ມແຂວງ ຫຼວງພະບາງ. ​ກ່ອນ​ນີ້ເພື່ອນເຄີຍເປັນນັກສຶກສາສະຖາບັນການປົກຄອງຢູ່ ຫວຽດນາມ​. ດັ່ງນັ້ນເພື່ອນຈຶ່ງ​​ນິຍົມກິນອາຫານ ຫວຽດນາມ ຫຼາຍເຍື່ອງ. ພິເສດ, ​ເມື່ອລະດູໜາວວຽນມາ, ອາກາດໜາວຈັດ ຍິ່ງມີ​​ອາຫານ​ພິ​ເສດຫຼາຍເຍື່ອງຄື: ຊີ້ນດາດ, ສາລີ, ມັນດ້າງ, ມັນຕົ້ນລວກ,  ​ແຕ່​​ປີ້ງສາລີ​ແມ່ນເຍື່ອງທີ່ເພື່ອນນິຍົມທີ່ສຸດ​. ​ໃນລາຍການໂອ້ລົມກັບເພື່ອນລາວ ພາກນີ້, ກ່ອນ​ທີ່​ຈະແນະນຳບົດ​“ປີ້ງສາລີ ຢູ່ ຮ່າໂນ້ຍ”. ພວກ​ເຮົາ​ຂໍ​ລວບ​ລວມບັນດາຈົດໝາຍທີ່ທ່ານຜູ້ຟັງ, ຜູ້ອ່ານຝາກມາໃນອາທິດຜ່ານມາ.

        ອາທິດ​ຜ່ານ​ມາ, ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ອີ​ແມວຈາກ​ທ່ານ ຫງວຽນ​ວັນ​ແຕ້​ວ ​​ທີ່​ຕອບ​ຄຳ​ຖາມ​​ຂອງ​ລາຍການ​ພາກ​ພາສາ​ລາວໃນ​ເດືອນ 1. ພວກ​ຂ້າ​ພະ​ເຈົ້າ​​ຂໍ​ແຈ້ງ​ໃຫ​້​ທ່ານໄດ້​ຮັບ​ຊາບ​ວ່າ: ຄຳ​ຕອບ​ທີ່​ທ່ານ​​ຝາກມາ​ລາຍ​ການນັ້ນ​ ແມ່ນ​ຖືກ​ຕ້ອງ​ ແລະ ​ໄວ​ກວ່າ​ໝູ່. ພວກ​ເຮົາ​ຈະ​ມີ​ຂອງ​ຂວັນ​ສົ່ງ​ໃຫ້​ທ່ານ​ໃນ​ໄວໆ​ນີ້. ສ່ວນ​ທ່ານ​ຜູ້​ຟັງ, ຜູ້ອ່ານ​ອື່ນ​ໆ, ຈົ່ງ​ຝາກ​ຄຳ​ຕອ​ບ​​ມາ​ລາຍການ​ໂດຍ​ໄວ ​ເພື່ອ​ໄດ້​ຮັບ​ຂອງຂວັນ. ທ່ານ​ຜູ້​ຟັງ, ຜູ້​ອ່ານ​ສາ​ມາດ​ອ່ານ​ຄືນ​ຄຳ​ຖາມ​​ໃນ​ລ​າຍ​ການ​ຕິດ​ຕໍ່​ພົວ​ພັນ​ກັບ​ຜູ້​ຟັງ​​ໃນວັນ​ທີ 2/1 ​ຢູ່ໜ້າ​ແວບ vovworld.vn.

        ໃນ​ອາ​ທິດ, ທ່ານ​ນາງ ວຽງ ແກ້ວ​ມະ​ລີ ກໍ່​ສົ່ງ​ອີ​ແມວ​ມາລາ​ຍການ, ​ໂດຍຍ້ອງຍ​ໍ​ຊົມ​ເຊີຍ​ບັນ​ດາ​ບົດ​ຂຽນ​ໃນ​ໜ້າ​ແວບ vovworld.vn ແລະ ທ່ານນາງ​ມັກອ່ານ ​ແລະ ຟັງ​ຂ່າວ, ບົດ​ໃນ​ໜ້າ​ແວບນີ້​ທີ່​ສຸດ, ​ຍ້ອນ​ວ່າ​ຂ່າວ, ບົດ​ຖືກອັບ​ແດດ​​ໄວ ແລະ ຊັດ​ເຈນ, ​ເນື້ອ​ໃນ​ສົມບູນ ​ແລະ ຕອບ​ສະໜອງ​ໄດ້​ຄວາມ​ຕ້ອງການດ້ານ​ຂໍ້​ມູນ​ຂ່າວ​ຂອງ​ຜູ້​ອ່ານ.

        ສ່ວນ​ເພື່ອນ ຫງວຽນ​ຮ່​ວາງ​ນາມ, ນັກ​ສຶກ​ສາ ຫວຽດ​ນາມ ທີ່​ພວມ​ຮ່ຳ​ຮຽນ​ຢູ່ ລາວ ໃຫ້​ຮູ້​ວ່າ: ໜ້າ​ແວບ​ຂອງ​ພາກ​ພາ​ສາ​ລາວ ວິ​ທະ​ຍຸ​ກະ​ຈ​າຍ​ສຽງ ຫວຽດ​ນາມ ​ໄດ້​ສະຫງວນຂໍ້​ມ​ູນ​ຂ່າວທີ່​ມີ​ປະ​ໂຫຍດ, ​ຊ່ວຍ​ໃຫ້​​ລາວ​ໃນການ​ຮ່ຳ​ຮຽນພາສາ​ລາວ​ໄດ້​ດີກ​ວ່າ. ​ນອກນັ້ນ, ຜ່ານ​ຂ່າວ, ບົດໃນ​ໜ້າ​ແວບ​ເພື່ອນສາມາດ​ຮູ້​​ໄດ້ສະ​ພາບ​ການພົ້ນ​ເດັ່ນ​ທັງ​ຢູ່​ພາຍ​ໃນ​ປະ​ເທດ ຫວຽດ​ນາມ ແລະ ຕ່າງ​ປະ​ເທດ​ອີກ​ດ້ວຍ.
*******************************************************************

ປີ້ງສາລີ ຢູ່ ຮ່າໂນ້ຍ

​​ເມື່ອ​ຄວາມ​ມືດ​ມົວ​ລົງ​ມາ, ​ອາກາດ​ຢູ່ນະຄອນຫຼວງ ຮ່າໂນ້ຍ​ໃນ​ລະດູ​ໜາວ​ຄື​ວ່າຍິ່ງ​ໜາວ​ເຢັນ​ກວ່າອີກ. ລົມພັດແຮງ, ຢູ່​ຕາມ​ຖະໜົນ​ຫົນທາງຜູ້​ຄົນ​ຮີບ​ເຮັ່ງໄປມາກັບ​ເມືອ​ຄອບຄົວ​ເພື່ອ​ຫຼີກ​ຄວາມ​ໜາວນັ້ນ ກໍ່ແມ່ນ​​ເວລາທີ່​​ຜູ້ຂາຍປີ້ງສາລີ ກະກຽມເຄື່ອງຂອງ ເພື່ອເລີ່ມຕົ້ນວຽກງານ​ລ້ຽງ​ຊີບຂອງຕົນ.

ປີ້ງສາລີ ຢູ່ ຮ່າໂນ້ຍ - ảnh 1

ພາບປະກອບ

ເຕົາ​ໄຟ​ນ້ອຍໆ​ອັນ​ໜຶ່ງ, ຖ່ານ 2 – 3 ໂລ, ວີ​​ໄມ້​ໄຜ່​ອັນ​ໜຶ່ງ, ສາ​ລີ​ມານ​ໃຫຍ່ຖົງ​ໜຶ່ງ​. ​ເຖິງ​ວ່າ​ລົມພັດ​​ແຮງຢູ່​ແລ້ວ​ແຕ່​ເມື່ອ​​ປີ້ງ​ສາ​ລີ​ຍັງຕ້ອງ​ໃຊ້​ວີພັດຕື່ມ​ອີກ​ເພື່ອໃຫ້​ຖ່ານ​ໄໝ້​ພໍດີ​​ເຮັດ​ໃຫ້ສາ​ລີ​ສຸກລ້ວນໄດ້. ​ໃນ​ເຕົາ​ໄຟ​ຂອງ​ເອື້ອຍ ຮ​ວາ, ເຊິ່ງ​ແມ່ນ​ຜູ້ໜຶ່ງ​ທີ່​ຂາຍ​ປີ້ງ​ສາ​ລີ​ຕາມ​ຖະ​ໜົນ ແບກ​ມາຍ, ມີ ສາ​ລີປີ້ງສຸກ​ແລ້ວ 2, 3 ມານ​, ສາ​ລີ​ປີ້ງສຸກຖືກ​ປະ​ໄວ້​ຢູ່​ທາງຂ້າງ ​​ແລ້ວ​ສືບ​ຕໍ່​ປີ້ງ​ສາລີ​ມານ​ອື່ນຕື່ມອີກ, ຕ້ອງ​ປີ້ງຕະຫຼອດ​ຄື​ແນວ​ນັ້ນ, ຖ້າມີ​ແຂກ​ມາ​ຊື້, ​ພຽງ​ແຕ່​ປີ້ງ​ຄືນ​ໜ້ອຍ​ໜຶ່ງ​ກໍ່​ໄດ້ ​ແຂກຈະບໍ່​ຕ້ອງ​ຖ້າ​ດົນ, ຕ້ອງ​ເຮັດ​ຄື​ແນວ​ນັ້ນ​ຈຶ່ງ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຜູ້​ຊີ້ ​ແລະ ຂາຍ​ສາລີ​ໄດ້​ຫຼາຍກ່ວາ​ອີກ. ​ຟັງ​​ຊື່ໆ​ຄືວ່າ​ເຮັດ​ງ່າຍໆ​ແຕ່​ບໍ່​ແມ່ນ​ຜູ້​ໃດ​ກໍ່​ສາ​ມາດ​ປີ້ງ​ສາລີໄດ້​.

        ເມື່ອ​ປີ້ງ​ສາ​ລີ​ແມ່ນ​ບໍ່​​ໃຫ້ໄຟ​​ລຸກແຮງ​, ດັ່ງ​ນັ້ນ​ຕ້ອງ​ພັດ​ວີ​​ຄ່ອຍໆ​ໃຫ້ໄຟ​ລຸກພໍດີ. ຖ້າ​ໄຟ​ລຸກ​ແຮງສາ​ລີ​ຈະ​ຖືກ​ໄຟ​ໄໝ້, ​ລຸກອ່ອນ​ຕ້ອງໃຊ້​ເວ​ລາຫຼາຍສາ​ລີ​ຖືກ​ຂາດນ້ຳຈະ​ແຂງ ແລະ ບໍ່​ແຊບ​ອີກ.

        ເອື້ອຍ ຮ​ວາ ແມ່ນ​ຄົນທຸກ​ຍາກ​ຢູ່​ນະ​ຄອນຫຼວງ ຮ່າ​ໂນ້ຍ, ຍາມ​ເຊົ້າ​ເອື້ອຍ​ຂາຍ​ຜັກ​ຢູ່​ຕະຫຼາດ, ຕອນ​ຄ່ຳ​ເອື້ອຍ​​ຂາຍ​ປີ້ງ​ສາ​ລີ​ເພື່ອ​ຫາ​ເງິນ​ຕື່ມ​ອີກ​​. ​ໂດຍຕ່າງ​ກັບ​ຕົ້​ມ​ສາ​ລ​ີທີ່​ຂາຍ​ໃນ​ທຸກ​ເດືອນ​ໃນ​ປີ, ປີ້ງ​ສາ​ລີ ພຽງ​ແຕ່​​ຂາຍ​ໃນ​ລະ​ດູ​ໜາວ​ເທົ່າ​ນັ້ນ. ເອື້ອຍ​ຮ​ວາ​ ໃຫ້​ຮູ້​ຕື່ມ​ອີກວ່າ:

        ເອື້ອຍເລີ່ມຂາຍປີ້ງສາລີແຕ່ເດືອນ 10, ດ້ວຍລາຄາມານລະ 10.000 ດົ່ງ. ​ຫາກຳໄລບໍ່ໄດ້ຫຼາຍ. ຖ້າຂາຍລາຄາ​​ແພງ​ແຂກ​ຈະບໍ່ມາຊື້​. ເອື້ອຍຂາຍ​​ປີ້ງສາລີແຕ່ລະມື້ໄດ້ປະມານແຕ່ 30 40 ມານ.

        ເມື່ອ​​ນັ່ງ​ໃກ​້ໆ​ກັບ​ເຕົາ​ໄຟ, ໄດ້​ເຫັນ​ປະ​ຈັກ​ຕາ​ການ​ປີ້ງ​ສາ​ລີ, ​ແລະ​ໄດ້ດົມ​ກິນ​ຫອມ​ຂອງ​ສາ​ລີນັ້ນ, ຜູ້​ໃດ​ກໍ່​​ຮູ້​ສຶກທັງອ​ົບ​ອູ່ນ​​ແລະ​ຢາກກິນ​ຕື່ມອີກ. ນາງ ຮ່າ, ແຂກທີ່​ເຄີຍ​ຊື້​ປີ້ງ​ສາລີ​​ຂອງ​ເອື້ອຍ ຮ​ວາ, ໃຫ້​ຮູ້​ວ່າ:

        ນ້ອງມັກໄດ້ນັ່ງໃກ້ເຕົາໄຟ, ທັງກິນ ແລະ ລົມກັນກັບເອື້ອຍ ວາ ​ຍ້ອນຮູ້ສຶກອົບອູ່ນຫຼາຍ. ພາຍຫຼັງກິນແລ້ວນ້ອງກໍ່ຊື້​ສາລີ​ຕື່ມ​ອີກ​ເພື່ອ​ມອບ​ໃຫ້ພໍ່ແມ່ກິນນຳ​, ​ເຖິງ​ວ່າ​ລາຄາ​ສາລີ​ແພງ, ມານໜຶ່ງເທົ່າກັບ​ລາຄາເຂົ້າເຄິ່ງ​ກິໂລກຼາມກໍ່ຕາມ, ແຕ່ຍ້ອນແຊບຫຼາຍນ້ອງ​ຍັງ​ ​ຊື້​ຢູ່.

        ອາ​ຫານ​ຂອງ​ນະ​ຄອນຫຼວງ ຮ່າ​ໂນ້ຍ ມີຫຼາຍ​ເຍື່ອງ, ແຕ່​ລະ​ເຍື່ອງ​ມີ​ລົດ​ຊາດ​ພິ​ເສດສະ​ເພາະ ດັ່ງ​ນັ້ນຈຶ່ງມີຫຼາຍ​ຄົນ​ມັກ​ກິນ​ສາ​ລີ​ຍາມ​ລະ​ດູ​ໜາວ. ​ເພາະວ່າ​ກິນ​ປີ້ງ​ສາລີ​ເຂົາ​ເຈົ້າ​ຮູ້​ສຶກຄື​ວ່າ ທັງ​ແຊບ​ທັງອົບ​ອຸ່ນ​ກວ່າ​. ຄ່ຳ​ຄືນ​​ອາກາດ​ໜາວ​ຈັດ​ຫຼາຍ ແຕ່ ພວກ​ເອື້ອຍຕ້ອງ​ຂາຍ​ປີ້ງ​ສ​າ​ລີ​ຮອດ​ເວລາ 11, 12 ໂມງ. ​ເຖິງ​ວ່າເງິນ​ຫາ​ ໄດ້​​ບໍ່ຫຼາຍ​ປານ​ໃດກໍ່ຕາມ ແຕ່ຈະ​ຊ່ວຍ​ໃຫ້​ຊີ​ວິດ​ຂອງ​ພວກ​ເອື້ອຍ​​ໄດ້​ດີກ​ວ່າສ່ວນ​ໃດ​ສ່ວນ​ໜຶ່ງ​.

       

 

ຕອບກັບ

ຂ່າວ/ບົດ​ອື່ນ