ວັນມູນເຊື້ອຂອງນັກຮຽນ, ນັກສຶກສາຫວຽດນາມ


    (vovworld)-   ​ໃນ​ລາຍການ​ມື້​ນີ້ ພວກ​ເຮົາ​ຂໍ​ຕອບ​ບາງ​ຄຳ​ຖາມ​ຂອງ​ທ່ານ​ຜູ້​ຟັງ​ຜູ້​ອ່ານ​ຝາກ​ມາລາ​ຍການ​ຂອງ​ພວກ​ເຮົາ​ໃນ​ອາທິດ​ຜ່ານ​ມາ.

    ​​ໃນ​ອາທິດ​ຜ່ານ​ມາ, ລາຍການ​ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຮັບ​ຈົດໝາຍ​ຈາກ​ເພື່ອ​ນຄຳ​ຫວັນ ຢູ່​ແຂວງ​ບໍ່​ແກ້ວ, ​ເພື່ອນ​ສຸດ​ສາຄອນ ຢູ່​ແຂວງ​ອຸດົມ​ໄຊ…​ໂດຍ​ແບ່ງປັນ​ວ່າ: ພວກ​ເພື່ອນ​ມັກ​ທີ່​ສຸດບັນດາ​ບົດເພງ​ຍ້ອງຍໍ​ສັນລະ​ເສີນ​ຮູບ​ພາບ​ນັກຮົບ ຊື່​ງ​ໄດ້​ອອກ​ອາກາດ​ໃນ​ລາຍ​ການ​ເພງ​ສະ​ເຫຼີ​ມສະຫຼອງ​ວັນສ້າງຕັ້ງກອງທັບ ປຊຊ ຫວຽດນາມ ຄື​ວັນ​ທີ 22/12 ທີ່​ຜ່ານ​ມາ.

ວັນມູນເຊື້ອຂອງນັກຮຽນ, ນັກສຶກສາຫວຽດນາມ - ảnh 1
(ພາບປະກອບ)

   ​ເພື່ອນ​ສຸດ​ທະ​ສອນ, ຢູ່ສະຫະພັນ​ກຳມະບານ​ນະຄອນຫຼວງ​ວຽງ​ຈັນ ​ໄດ້​ໂທລະສັບ​ມາລາ​ຍການ​​ເພື່ອ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ລາຍການ​ທີ່​ໄດ້​ຝາກ​ບັດ​ອວຍພອນ​ປີ​ໃໝ່ ​ແລະ ປະຕິທິນ​ໃຫ້​ແກ່​ເພື່ອນ. ​ເພື່ອນ​ແບ່ງປັນ​ວ່າ: “ປະຕິທິນ​ງາມ​ທີ່​ສຸດ, ຂ້າພະ​ເຈົ້າ​ແຂວນ​ຢູ່​ຫ້ອງເຮັດ​ວຽກ​ຂອງ​ຂ້າພະ​ເຈົ້າ ​ແລະ ​ໄດ້​ແນະນຳ​ກັບ​ທຸກ​ຄົນ​ວ່າ: ນີ້​ແມ່ນ​ຂອງຂວັນ​ຈາກ​ວິທະຍຸ​ກະຈາຍສຽງ​ຫວຽດນາມ“.

   ​ ເພື່ອນ​ຄຳ​ຜອງ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ແຫ່ງ​ຊາດລາ​ວ ​ໄດ້​ສົ່ງ​ອີ​ແມວ​ມາລາ​ຍການ​ໂດຍ​ຖາມ​ວ່າ: ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ​ຫວຽດນາມ ​ເລີ່​ມ​ແຕ່​ມື້​ໃດ? ຂ້າພະ​ເຈົ້າ​ໄດ້​ຮັບ​ຂ່າວ​ວ່າ: ​ໃນ​ໂອກາດ​ນີ້, ບັນດາ​ອົງການ​ສຳນັກງານ​ຂອງ​ຫວຽດນາມ ຈະ​ໄດ້​ພັກ​ຜ່ອນກ່ອນ 2 ມື້​ເມື່ອ​ທຽບ​ກັບ​ທຸກໆ​ປີ, ​ເປັນ​ຫຍັງ​ຈື່ງ​ເປັນ​ແນວ​ນັ້ນ?

  ເພື່ອນ​ຄຳ​ຜອງ ​ແລະ ທ່ານ​ຜູ້​ຟັງ​ຜູ້​ອ່ານ​ທີ່​ເຄົາລົບ! ບຸນປີ​ໃໝ່​ປະຈຳ​ຊາດ​ຂອງ​ຫວຽດນາມ ປີ​ນີ້, ພວກ​ເຮົາ​ຈະ​ໄດ້​ພັກ​ການແຕ່​ວັນ​ທີ 28/1-5/2/2014 ໝາຍ​ຄວາມ​ວ່າ ​ໄດ້ພັກຜ່ອນກ່ອນບຸນປີ​ໃໝ່​ປະຈຳ​ຊາດ 2 ມື້​ ​ເພື່ອຫລີກ​ເວັ້ນສະພາບ​ລົດ​ຕິດຍ້ອນ​ມີ​ຫຼາຍ​ຄົນ​ກັບ​ເມືອ​ບ້ານ​ເອົາ​ບຸນປີ​ໃໝ່. ວັນ​ສຸດ​ທ້າຍ​ຂອງ​ປີ​ເກົ່າ​ກົງ​ກັບ​ວັນ​ທີ 30/1 ​ແລະ ວັນ​ທຳອິດ​ຂອງ​ປີ​ໃໝ່​ຈະ​ແມ່ນ​ວັນ​ທີ 31/1/2014.

  ​ໃນ​ອາທິດ​ທີ່​ຜ່ານ​ມາ, ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຈາກ​ເພື່ອນ​​ແສງ​ອາພອນ, ສົມ​ເພດ, ຄຳໝັ້ນ ຢູ່​ແຂວງ​ຈຳປາ​ສັກ ​​ໂດຍຖາມ​ກ່ຽວ​ກັບ​ປະຫວັດ​ແຫ່ງ​ວັນ​ມູນ​ເຊື້ອ​ຂອງ​ນັກຮຽນ​ນັກ​ສຶກສາ​ຫວຽດນາມ ຄື​ວັນ​ທີ 9/1. ພວກ​ເຮົາ​ຂໍ​ຕອບ​ຄຳ​ຖານ​ຂອງ​ພວກ​ເພື່ອນ​ຄື​ດັ່ງ​ນີ້:

​​  ​ແຕ່​ກາງປີ 1949 ຮອດ​ຕົ້ນປີ 1950, ຂະ​ບວນການ​ຕໍ່ສູ້​ຂອງ​ຊາວ​ໜຸ່ມ, ນັກຮຽນ, ນັກ​ສຶກສາ​ຕ້ານ​​ລັດທິ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ ​ແລະ ຈັກກະພັດ​ອາ​ເມ​ລິ​ກາ, ຕ້ານ​ການ​ກໍ່​ການ​ຮ້າຍ, ປາບ​ປາມ, ຮຽກຮ້ອງ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່​ນັກຮຽນ, ​ນັກ​ສຶກສາ….​ໄດ້​ດຳ​ເນີນ​ໄປ​ຢ່າງ​ລຽນຕິ​ດ ​ແລະ ກວ້າງຂວາງ​ແຕ່​ພາກ​​ເໜືອ​ຕະຫຼອດ​ຮອດ​ພາກ​​ໃຕ້​ຫວຽດນາມ. ຢູ່​ໄຊ​ງ່ອນ (ປະຈຸ​ບັນ​ແມ່ນ​ນະຄອນ​ໂຮ່ຈິ​ມິນ), ປຊຊ ທຸກ​ຊັນວັນນະ​ໄດ້​ຕັ້ງໜ້າ​ຕອບ​ສະໜອງ​ຂະ​ບວນການດ້ວຍ​ຫຼາຍ​ຮູບ​ການ​ຄື: ​ແຫ່​ຂະ​ບວນປະ​ທ້ວງຕ້ານ​ການ​ເສຍອາກອນ, ຕ້ານ​ການບັງຄັບ​ເຂົ້າກອງທັບ, ຮຽກຮ້ອງ​ມີ​ວຽກ​ເຮັດ​ງານ​ທຳ ​ແລະ ນັກຮຽນ​, ນັກ​ສຶກສາ​​ໄດ້ຢຸດ​ຮຽນ​ເປັນ​ປະຈຳ…

ວັນມູນເຊື້ອຂອງນັກຮຽນ, ນັກສຶກສາຫວຽດນາມ - ảnh 2
(ພາບ: http://vietbao.vn)

   ​ວັນ​ທີ 9/1/1950, ຄະນະຊາວ​ໜຸ່ມ​ກູ້​ຊາດ ​ແລະ ຄະນະ​ນັກ​ຮຽນ​ໄຊ​ງອນ-​​ເຈີ້​ເລິນ ​ໄດ້​ຂົນຂວາຍ​ ​ແລະ ຈັດການ​ແຫ່​ຂະ​ບວນປະ​ທ້ວງ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງນັກຮຽນ, ນັກ​ສຶກສາ​ກ່ວາ 2000 ຄົນ ພ້ອມ​ກັບ​ຄູ​ອາຈານ​ຫຼາຍ​ຄົນ ​ແລະ ປຊຊ ໄຊ​ງອນ-​​ເຈີ້​ເລິນ 7000 ຄົນ​ເພື່ອ​ຮຽກຮ້ອງ​ໃຫ້​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້ນັກຮຽນ, ນັກ​ສຶກສາ ​ແລະ ປ່ອຍ​ຕົວນັກຮຽນ, ນັກ​ສຶກສາ​ຖືກ​ຈັບ​ຕົວ, ​ໃນ​ນັ້ນມີ​ຄະນະ​ການ​ນຳ​ນັກຮຽນ​ກູ້​ຊາດ​ໄຊ​ງອນ. ພວກຕຳຫຼວດ ​ແລະ ທະຫານ​ຝະລັ່ງ​ ໄດ້​ປາບ​ປາມ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຢ່າງ​ໂຫດຮ້າຍ​ສາມານ ເຮັດ​ໃຫ້​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ມີ​ຄວາມ​ຄຽດ​ແຄ້ນ ​ແລະ ​ໃຊ້​ອາວຸດ​ທຸກ​ປະ​ເພດ​ເພື່ອ​ຕ້ານ​ຄືນ​ …​ເຈິ່ນວັນ​ເອີນ, ຊາວ​ໜຸ່ມ​ດີ​ເດັ່ນ​ທີ່​ມີນ້ຳ​ໃຈ​ຮັກ​ຊາດ ​ແລະ ​ເຈດ​ຈຳນົງ​ຕໍ່​ສູ້​ຢ່າງ​ອົ່ງ​ອາດ​ກ້າຫານຂອງນັກຮຽນ, ນັກ​ສຶກສາ​ ຖືກສັດຕູ​ເຂັ່ນຂ້າ​ໃນ​ການ​ປະ​ທະ​ກັນ​ດັ່ງກ່າວ.

  ວັນ​ທີ 12/1/1950, ຢູ່​ໄຊ​ງອນ (ປະຈຸ​ບັນ​ແມ່ນ​ນະຄອນ​ໂຮ່ຈິ​ມິນ), ງານ​ສົບ​ຂອງ​ອ້າຍ​ ເຈິ່ນວັນ​ເອີນ ​ໄດ້​ກາຍ​ເປັນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຂອງ​ ປຊຊ ກ່ວາ 50.000 ຄົນ. ນອກຈາກ​ນັ້ນ​, ພິທີ​ອາ​ໄລ​ຫາ​ອ້າຍ​ກໍ່​ໄດ້​ຈັດ​ຂຶ້ນ​ຢູ່​ບັນດາ​ແຂວງ​ນະຄອນ​ໃນ​ທົ່ວ​ປະ​ເທດ​ອີກ​ດ້ວຍ. ນັກຮຽນ, ນັກ​ສຶກສາ ​ແລະ ປຊຊ ທຸກ​ຊັ້ນວັນນະ​ນັບ​ລ້ານໆ​ຄົນ​ໄດ້​ອາ​​ໄລ​ຫາ​ເພິ່ນ​ເພື່ອສະ​ແດງ​ຄວາມ​ອາ​ໄລ​ອາວ​ອນ ​ແລະ ລົງ​ຖະໜົນ​ເດີນ​ຂະ​ບວນ​ສະ​ແດງ​ໃຫ້​ເຫັນ​ຄວາ​ຄຽດ​ແຄ້ນ.

  ​ເດືອນ 2/1950, ຢູ່​ຖານ​ທີ່ໝັ້ນຫວຽດບັກ, ກອງ​ປະຊຸມ​ໃຫ່ຍສະຫະ​ພັນ​ຊາວ​ໜຸ່ມ​ຫວຽດນາມ ​ໄດ້​ຕົກລົງ​ຖື​ວັນ​ທີ 9/1 ​ແມ່ນ​ວັນ​ມູນ​ເຊື້ອ​ຂອງ​ນັກຮຽນ​, ນັກ​ສຶກສາ​ຫວຽດນາມ. ນັກຮຽນ​, ນັກ​ສຶກສາ​ລຸ້ນຕ່າງໆ ​ໄດ້​ສືບ​ທອດມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​ດັ່ງກ່າວ​​ໃນ​ການ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ ​ແລະ ກາຍ​ເປັນ​ມູນ​ເຊື້ອ​ອະມະຕະ.

   ທ່ານ​ຜູ້​ຟັງ​ຜູ້​ອ່ານ​ທີ່​ເຄົາລົບ! ທີ່​ກ່າວ​ມາຂ້າງ​ເທິງ​ແມ່ນການ​ຕອບບາງ​ຄຳ​ຖາມ​ຂອງ​ພວກ​ເຮົາ ກ່ຽວ​ກັບ​ບາງ​ບັນຫາ​ທີ່​ທ່ານ​ສົນ​ໃຈ. ຖ້າ​ທ່ານ​ຜູ້​ໃດ​ມີ​ຄຳ​ຖາມ ກະ​ລູນາ​ຟາກ​ມາຍັງລາຍການ​ຂອງ​ພວກ​ເຮົາ​ຕາມ​ທີ່ຢູ່: ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ, ​ເຮື​ອນ​ເລກທີ 45 ຖະໜົນ​ບ່າ​ຈ້ຽວ​ຮ່າ​ໂນ້ຍ- ​​ເບີໂທ: 00844.38256631-ອີ​ແມວ:Laovov@.yahoo.com. ຂໍ​ຂອບ​ໃຈ ທ່ານ​ທີ່​ໄດ້​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ, ສະບາຍດີ!

ຕອບກັບ

ຂ່າວ/ບົດ​ອື່ນ