​​ສິນຄ້າປະຈຳ​ແຂວງ​ຮ່າ​ຢາງ

(VOVWORLD) - ແຂວງຮ່າຢາງ ແມ່ນເຂດຂຶ້ນກັບເຂດທາງທິດຕາວັນອອກສ່ຽງເໜືອ ຫວຽດນາມ, ມີພູມີສາດຂອງເຂດພູສູງ ດັ່ງນັ້ນ ອາກາດຢູ່ທີ່ນີ້ໜາວແຮງ ເມື່ອທຽບໃສ່ບັນດາແຂວງໃກ້ຄຽງ. ຈາກນັ້ນ, ແຕ່ດົນນານມາແລ້ວ, ການທ່ອງທ່ຽວຂອງແຂວງ ຮ່າຢາງ ໄດ້ຮັບຖືວ່າແມ່ນຮູບແບບຄົ້ນຫາເຂດດິນແດນໃໝ່ ແລະ ວັດທະນະທຳຂອງຊາວເຜົ່າຢູ່ທີ່ນີ້.
​​ສິນຄ້າປະຈຳ​ແຂວງ​ຮ່າ​ຢາງ  - ảnh 1ຕົ້ນໄມ້ ແມັກຄາເດເມຍ (ພາບ: bachhoaxanh.com)

ອາທິດຜ່ານມາ, ພະແນກກະຈາຍສຽງພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍອີເມວ 455 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກບັນດາປະເທດຄື: ຈີນ, ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ ແລະ ລາວ… ໃນນັ້ນ ມີທ່ານຜູ້ຟັງລາວ ແລະ ຫວຽດນາມ ຫຼາຍຄົນໄດ້ຝາກຈົດໝາຍມາຍັງລາຍການ ດ້ວຍເນື້ອໃນຢາກແບ່ງປັນຄວາມຮູ້ສຶກ, ຊອກຮູ້ກ່ຽວກັບການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້ ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຄຳເຫັນ, ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

ທ່ານຜູ້ຟັງ Liu Fan ມາຈາກຈີນ ໄດ້ຂຽນມາວ່າ: “ປີ 2023 ໃກ້ຈະສິ້ນສຸດລົງ, ຂ້າພະເຈົ້າໄດ້ຮັບຟັງວິທະຍຸກະຈາຍສຽງ ພາກພາສາຈີນ ຂອງ VOV ມາເປັນເວລາເກືອບ 1 ປີແລ້ວ. ໃນປີນີ້, ການພົວພັນລະຫວ່າງ ຈີນ ແລະ ຫວຽດນາມ ມີການແລກປ່ຽນຢ່າງຕັ້ງໜ້າ, ໄດ້ຊຸກຍູ້ການພົວພັນມິດຕະພາບທີ່ເລິກເລິ່ງລະຫວ່າງສອງປະເທດ. ສອງປະເທດໄດ້ພ້ອມກັນໂອ້ລົມສົນທະນາບັນດາບັນຫາຢູ່ທະເລ, ປົກປັກຮັກສາສິ່ງແວດລ້ອມທາງທະເລ ແລະ ດຳເນີນການຮ່ວມມືຢ່າງເລິກເຊິ່ງໃນບັນດາຂົງເຂດເພື່ອຊຸກຍູ້ການພັດທະນາຂອງສອງປະເທດ. ຂ້າພະເຈົ້າຫວັງວ່າໃນອະນາຄົດ, ຈີນ ແລະ ຫວຽດນາມ ຈະເດີນຖືກຕາມທິດບົນເສັ້ນທາງສັງຄົມນິຍົມ, ຮ່ຳຮຽນເອົາຈຸດດີຂອງກັນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ, ສ້າງການພົວພັນ “ທັງເປັນມິດສະຫາຍ, ທັງເປັນອ້າຍນ້ອງ” ມານະພະຍາຍາມເພື່ອອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້.

ທ່ານຜູ້ຟັງ Juan Diez ຢູ່ແອັດສະປາຍ ໄດ້ມີຄຳເຫັນກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ເບລາຣຸດ ວ່າ: “ການປັບປຸງການພົວພັນທີ່ເປັນມູນເຊື້ອ ແລະ ມິດຕະພາບ ລະຫວ່າງ ຫວຽດນາມ ແລະ ເບລາຣຸດ ແມ່ນບາດກ້າວໜຶ່ງອີກໃນທຸກສິ່ງທີ່ຕັ້ງໜ້າ ຂອງນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ເບລາຣຸດ ແລະ ຫວຽດນາມ ນັບມື້ນັບຫຍັບເຂົ້າໃກ້ກັນ. ໃນການຕໍ່ສູ້ຕ້ານຈັກກາພັດ ອາເມລິກາ ຂອງປະຊາຊົນຫວຽດນາມ, ບາລາຣຸດ ຂຶ້ນກັບ ໂຊວຽດ ທີ່ເຄີຍໄດ້ສະໜັບສະໜູນ ຫວຽດນາມ. ໃນປັດຈຸບັນ, ເບລາຣຸດ ພັດສືບຕໍ່ສະໜັບສະໜູນພື້ນຖານເອກະລາດຂອງ ຫວຽດນາມ, ສະໜັບສະໜູນໂລກຫຼາຍຂົ້ວ. ເບລາຣຸດ ແລະ ຫວຽດນາມ ພວມຮຽກຮ້ອງສັນຕິພາບໃຫ້ທົ່ວໂລກ. ການປັບປຸງການຮ່ວມມືລະຫວ່າງສອງຝ່າຍ ແມ່ນຂອງຂັວນໃຫ້ແກ່ໂລກທີ່ພວມຕ້ອງການສັນຕິພາບ”.

ໃນຈົດໝາຍຝາກມາລາຍການ, ເພື່ອນ ຄຳນ້ອຍ, ຢູ່ແຂວງ ຜົ້ງສາລີ, ໄດ້ ຖາມວ່າ: ຂ້າພະເຈົ້າໄດ້ຮູ້ວ່າ ໃນໄລຍະຜ່ານມາ, ຫວຽດນາມ ໄດ້ສຸມໃສ່ການປູກຝັງ ແລະ ພັດທະນາຕົ້ນແມັກຄາເດເມຍ ໂດຍບັນລຸໄດ້ບັນດາຜົນສຳເລັດທີ່ເປັນໜ້າຮັບຮູ້, ຊ່ວຍປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ, ແຕ່ຍັງບໍ່ທັນຂຸດຄົ້ນໄດ້ຄວາມສາມາດບົ່ມຊ້ອນຂອງຕົ້ນໄມ້ຊະນິດນີ້ຢ່າງເຕັມທີ່. ດັ່ງນັ້ນ ໃນໄລຍະຈະມາເຖິງ, ລັດຖະບານ ຫວຽດນາມ ມີການກຳນົດທິດແນວໃດເພື່ອພັດທະນາຕົ້ນໄມ້ຊະນິດນີ້ບໍ່? ຂໍຂອບໃຈ.

ເພື່ອນ ຄຳນ້ອຍ ທີ່ຮັກແພງ, ເປົ້າໝາຍຂອງ ຫວຽດນາມ ໃນໄລຍະຈະມາເຖິງແມ່ນພັດທະນາ ແມັກຄາເດເມຍ ກາຍເປັນຂະແໜງຜະລິດທີ່ມີປະສິດທິຜົນ, ຍືນຍົງ, ປະກອບສ່ວນປະຕິບັດຍຸດທະສາດພັດທະນາ ກະສິກຳ ແລະ ຊົນນະບົດແບບຍືນຍົງ, ພັດທະນາເສດຖະກິດ - ສັງຄົມ, ປົກປັກຮັກສາສິ່ງແວດລ້ອມ. ໂຄງການສູ້ຊົນໃຫ້ປະລິມານ ແມັກຄາເດເມຍ ຜ່ານການປຸງແຕ່ງ ບັນລຸປະມານ 130.000 ໂຕນໃນປີ 2030, ປະມານ 500.000 ໂຕນໃນປີ 2050. ມູນຄ່າວົງເງິນການສົ່ງອອກຜະລິດຕະພັນ ແມັກຄາເດເມຍ ປະມານ 400 ລ້ານ USD ໃນປີ 2030, ປະມານ 2,5 ຕື້ USD ໃນປີ 2050. ຕາມການກຳນົດທິດ, ຮອດປີ 2030, ເນື້ອທີ່ປູກຕົ້ນແມັກຄາເດເມຍ ທັງໝົດໃນທົ່ວປະເທດ ຈະບັນລຸແຕ່ 130.000 – 150.000 ເຮັກຕາ, ສຸມໃສ່ຢູ່ບັນດາແຂວງທາງທິດຕາເວັນຕົກສ່ຽງເໜືອ (ປະມານ 75.000 – 95.000 ເຮັກຕາ, ເປັນຕົ້ນແມ່ນຢູ່ແຂວງ: ດຽນບຽນ, ລາຍເຈົາ), ເຂດໄຕງວຽນ (ປະມານ 45.000 ເຮັກຕາ) ແລະ ບາງທ້ອງຖິ່ນທີ່ມີເງື່ອນໄຂດິນຟ້າອາກາດທີ່ເໝາະສົມກັບການປູກຕົ້ນແມັກຄາເດເມຍ (ປະມານ 10.000 ເຮັກຕາ), ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ແລະ ບັນດາທ້ອງຖິ່ນກຳນົດຂອບເຂດ ແລະ ສະຖານທີ່ລະອຽດ ບົນພື້ນຖານການຕີລາຄາຢ່າງລະອຽດກ່ຽວກັບຄວາມສາມາດບົ່ມຊ້ອນ, ຄວາມສາມາດໃນການລົງທຶນ, ເນື້ອທີ່ດິນ, ປະສິດທິຜົນດ້ານເສດຖະກິດ, ສັງຄົມ, ສິ່ງແວດລ້ອມ ແລະ ຄວາມຕ້ອງການຂອງຕະຫຼາດ.

​​ສິນຄ້າປະຈຳ​ແຂວງ​ຮ່າ​ຢາງ  - ảnh 2ຊິ້ນງົວແຫ້ງ (ພາບ: .bestprice.vn)

ເພື່ອນ ມາະໄລພອນ ມາຈາກແຂວງຫົວພັນ ໄດ້ສົ່ງຈົດໝາຍມາຍັງລາຍການຜ່ານທາງ Facebook ດ້ວຍເນື້ອໃນທີ່ວ່າ: ອາທິດໜ້າ, ຂ້າພະເຈົ້າ ຈະໄປທ່ອງທ່ຽວຢູ່ແຂວງ ຮ່າຢາງ ແຕ່ຂ້າພະເຈົ້າຍັງບໍ່ຮູ້ຈະຊື້ຫຍັງເປັນຂອງຕ້ອນ, ຫວັງວ່າບັນນາທິການພາກພາສາລາວ ຈະແນະນຳສິນຄ້າປະຈຳແຂວງຮ່າຢາງ ໃຫ້ແກ່ຂ້າພະເຈົ້າດ້ວຍ?  ຂໍຂອບໃຈ.

ເພື່ອນ ມະໄລພອນ ທີ່ຮັກແພງ! ແຂວງຮ່າຢາງ ແມ່ນເຂດຂຶ້ນກັບເຂດທາງທິດຕາວັນອອກສ່ຽງເໜືອ ຫວຽດນາມ, ມີພູມີສາດຂອງເຂດພູສູງ ດັ່ງນັ້ນ ອາກາດຢູ່ທີ່ນີ້ໜາວແຮງ ເມື່ອທຽບໃສ່ບັນດາແຂວງໃກ້ຄຽງ. ຈາກນັ້ນ, ແຕ່ດົນນານມາແລ້ວ, ການທ່ອງທ່ຽວຂອງແຂວງ ຮ່າຢາງ ໄດ້ຮັບຖືວ່າແມ່ນຮູບແບບຄົ້ນຫາເຂດດິນແດນໃໝ່ ແລະ ວັດທະນະທຳຂອງຊາວເຜົ່າຢູ່ທີ່ນີ້. ບໍ່ພຽງແຕ່ມີຊື່ສຽງດ້ວຍທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ ແລະ ໂຣແມນຕິກເທົ່ານັ້ນ, ຮ່າຢາງ ຍັງດຶງດູດແຂກທ່ອງທ່ຽວ ດ້ວຍອາຫານການກິນທີ່ເປັນເອກະລັກສະເພາະ ແລະ ອຸດົມສົມບູນນຳອີກ.

ທຳອິດ, ຂ້າພະເຈົ້າຈະແນະນຳກັບເພື່ອນດ້ວຍເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງ ຊາວຮ່າຢາງ ນັ້ນແມ່ນຊີ້ນງົວແຫ້ງ. ນີ້ແມ່ນເຍື່ອງອາຫານທີ່ມີຊື່ສຽງຂອງຊາວເຜົ່າໄທດຳ ເພື່ອຕ້ອນຮັບແຂກທີ່ຮັກແພງ. ເພື່ອສາມາດຊື້ຊີ້ນງົວແຫ້ງທີ່ແຊບ, ເພື່ອນສາມາດໄປຍັງຮ້ານຂາຍຊີ້ນງົວແຫ້ງແຊບຫອມ ຢູ່ຕະຫຼາດດົ່ງວັນ ຫຼື ໃນການ ໄປຢ້ຽມຢາມບັນດາຄອບຄົວເຂດພູສູງຢູ່ ຮ່າຢາງ ເພື່ອນກໍ່ສາມາດຊື້ຢູ່ສະຫະກອນ ກໍມີ ເຊິ່ງແມ່ນສະຖານທີ່ ທີ່ມີຫຼາຍຄອບຄົວເຮັດຊີ້ນງົວແຫ້ງ ທີ່ມີຊື່ສຽງ. ນອກຈາກນັ້ນ, ໄສ້ອົ່ວ ກໍ່ແມ່ນເຍື່ອງອາຫານທີ່ແຊບຊ້ອຍຂອງຮ່າຢາງ ເຊິ່ງເພື່ອນສາມາດຊື້ເປັນຂອງຕ້ອນຂອງຝາກ. ນອກຈາກບັນດາເຍື່ອງອາຫານ, ຢູ່ທີ່ນີ້ຍັງມີຊື່ສຽງດ້ວຍໝາກໄມ້ຫຼາຍຊະນິດທີ່ເໝາະກັບດິນຟ້າອາກາດເຂດພູສູງ. ກໍ່ຄືກັນກັບຫຼາຍທ້ອງຖິ່ນຢູ່ທາງທິດເໜືອ, ແຂກທ່ອງທ່ຽວໄດ້ຮູ້ຈັກເຖິງ ແຂວງຮ່າຢາງ ດ້ວຍໝາກໝັ້ນກົມໃຫຍ່ ມີສີສັນ ແລະ ລົດຊາດທີ່ຫອມຫວານພິເສດ. ໄປຄຽງຄູ່ກັນນັ້ນ, ຖ້າເພື່ອນເປັນຜູ້ຄົນທີ່ມັກໝາກກ້ຽງຫອມຫວານ, ມາແຂວງຮ່າຢາງ ເພື່ອນກໍ່ສາມາດກິນໝາກກ້ຽງແຊງ ທີ່ມີລົດຊາດຫວານເຢັນ.

ຕອບກັບ

ຂ່າວ/ບົດ​ອື່ນ