ເດີ່ນກາຕ່າຍຕື໋ - ຮູບແບບສິລະປະພື້ນເມືອງທີ່ເປັນເອກະລັກສະເພາະທາງພາກໃຕ້ຂອງຫວຽດນາມ

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາ ຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 388 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງຈາກ 38 ປະເທດ ແລະ ເຂດແຄ້ວນ ຝາກມາລາຍການ.

ໃນອາທິດຜ່ານມາ, ເພື່ອນ ສຸພະຈັນ, ເພື່ອນ ຈັນສີ, ເພື່ອນ ພຸດທະສອນ, ເພື່ອນ ສຸພະສິດ ພ້ອມກັບຜູ້ຟັງລາວ ບາງຄົນໄດ້ສົ່ງຂໍ້ຄວາມທາງ Facebook ອວຍພອນບັນດາພວກເອື້ອຍ, ນ້ອງ VOV ແລະ ລາຍການພາກພາສາລາວ ດ້ວຍເນື້ອໃນທີ່ວ່າ: ເນື່ອງໃນໂອກາດວັນແມ່ຍິງຫວຽດນາມ 20 ຕຸລາ, ຂໍອວຍພອນໃຫ້ພວກເອື້ອຍ, ນ້ອງ ຈົ່ງມີສຸຂະພາບເຂັ້ມແຂງ, ບັນລຸໄດ້ຜົນງານຫຼາຍຢ່າງໃນວຽກງານ, ກໍຄືໃນການດຳລົງຊີວິດຂອງຕົນ.

ເດີ່ນກາຕ່າຍຕື໋ - ຮູບແບບສິລະປະພື້ນເມືອງທີ່ເປັນເອກະລັກສະເພາະທາງພາກໃຕ້ຂອງຫວຽດນາມ - ảnh 1 (ສະຖານທູດຫວຽດນາມ ປະຈຳລາວ ໄດ້ປຸກລະດົມການຂົນຂວາຍບໍລິຈາກເພື່ອໜູນຊ່ວຍປະຊາຊົນຢູ່ເຂດປະສົບກັບໄພທຳຊາດ)

ໃນອາທິດຜ່ານມາ, ເພື່ອນ ຫງວຽນທິຮ່ຽນ, ຊາວຫວຽດນາມ ພວມດຳລົງຊີວິດຢູ່ນະຄອນຫຼວງວຽງຈັນ ສົ່ງຂໍຄາມມາຍັງພາກພາສາລາວ ແບ່ງປັນວ່າ, ຫວ່າງມໍ່ໆມານີ້ ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດພິທີປຸກລະດົມການຂົນຂວາຍບໍລິຈາກເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ຖືກນ້ຳຖ້ວມຢູ່ພາກກາງ ແລະ ພາກໃຕ້ຈອງລາ ທີ່ຖືກປະສົບໄພນ້ຳຖ້ວມໃນທ້າຍເດືອນສິງຫາ ແລະ ຕົ້ນເດືອນກັນຍາ. ນີ້ແມ່ນການເຄື່ອນໄຫວມະນຸດສະທຳ ແລະ ມີຄວາມໝາຍສຳລັບປະຊາຊົນຢູ່ເຂດຖືກຜົນເສຍຫາຍຍ້ອນນ້ຳຖ້ວມ. ວຽກງານນີ້ກໍ່ເພື່ອແນໃສ່ປັບປຸງຄວາມສາມັກຄີ, ມິດຕະພາບຂອງປະຊາຊົນ 2 ປະເທດຫວຽດນາມ - ລາວ ຕື່ມອີກ.

        ທ່ານຜູ້ຟັງ, ຜູ້ອ່ານທີ່ເຄົາລົບ. ຕໍ່ຄວາມເສຍຫາຍຢ່າງໜັກໜ່ວງຍ້ອນສະພາບຝົນຕົກ, ນ້ຳຖ້ວມທີ່ເກີດຂຶ້ນໃນຊຸມມື້ທ້າຍເດືອນສິງຫາ, ຕົ້ນເດືອນກັນຍາ ຜ່ານມາຢູ່ທາງພາກກາງ ແລະ ພາກໃຕ້ຂອງລາວ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ປຸກລະດົມການຂົນຂວາຍບໍລິຈາກເພື່ອໜູນຊ່ວຍປະຊາຊົນຢູ່ເຂດປະສົບກັບໄພທຳຊາດ, ແກ້ໄຂຄວາມຫຍຸ້ງຍາກ, ຮັບປະກັນຊີິວິດການເປັນຢູ່ໃຫ້ເປັນປົກກະຕິ. ການຂົນຂວາຍບໍລິຈາກດັ່ງກ່າວໄດ້ຮັບການສະໜັບສະໜູນຈາກພະນັກງານ, ພາລະກອນສະຖານທູດ, ບັນດາອົງການຕາງໜ້າຫວຽດນາມ ຢູ່ລາວ, ປະຊາຄົມວິສາຫະກິດຫວຽດນາມ ທີ່ລົງທຶນດຳເນີນທຸລະກິດຢູ່ລາວ, ສະມາຄົມຊາວຫວຽດນາມ ປະຈຳນະຄອນຫຼວງວຽງຈັນ ແລະ ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ເປັນຈຳນວນຫຼາຍ ໄດ້ສະໜັບສະໜູນຢ່າງສຸດອົກສຸດໃຈ ດ້ວຍຄວາມປາດຖະໜາຢາກປະກອບສ່ວນຊ່ວຍໃຫ້ປະຊາຊົນຢູ່ບັນດາແຂວງທາງພາກກາງ ແລະ ພາກໃຕ້ຂອງລາວ ແກ້ໄຂຄວາມຫຍຸ້ງຍາກໃນເບື້ອງຕົ້ນ, ກັບຄືນສູ່ການດຳລົງຊີວິດຄືນໃໝ່ພາຍຫຼັງຖືກນ້ຳຖ້ວມ. ໄລ່ມາຮອດວັນທີ 15 ກັນຍາ, ຈຳນວນເງິນບໍລິຈາກແມ່ນກວ່າ 184 ລ້ານກີບ ແລະ ກວ່າ 4.800 USD ພ້ອມກັບເຄື່ອງບັນເທົ່າທຸກຈຳນວນໜຶ່ງ. ແລະ ການບໍລິຈາກຈະສືບຕໍ່ໄດ້ຮັບການປະຕິບັດ. ຈຳນວນເງິນ ແລະ ເຄື່ອງບັນເທົ່າທຸກດັ່ງກ່າວນັ້ນໄດ້ສົ່ງໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວ ເພື່ອໜູນຊ່ວຍປະຊາຊົນເຂດຖືກນ້ຳຖ້ວມຢ່າງທັນການ.

ເພື່ອນ ອິນພອນ, ຢູ່ແຂວງ ເຊກອງ ໄດ້ສົ່ງຂໍ້ຄວາມທາງ Facebook ໂດຍໃຫ້ຮູ້ວ່າ, ຜ່ານພາຫະນະສື່ມວນຊົນ, ເພື່ອນໄດ້ຮູ້ຈັກສິລະປະ ເດີ່ນກາຕ່າຍຕື໋ພາກໃຕ້ ຂອງຫວຽດນາມ ເຊິ່ງ UNESCO ຮັບຮອງວ່າແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ຕາງໜ້າໃຫ້ມວນມະນຸດ. ເພື່ອນໄດ້ແບ່ງປັນກັບລາຍການວ່າ ຢາກຊອກຮູ້ກ່ຽວກັບຮູບແບບສິລະປະດັ່ງກ່າວ ແລະ ຢາກໄດ້ຮັບຟັງຕອນໜຶ່ງຂອງສິລະປະ ເດີ່ນກາຕ່າຍຕື໋ດັ່ງກ່າວນັ້ນ.

 (ເດີ່ນກາຕ່າຍຕື໋ພາກໃຕ້)

ເພື່ອນ ອິນພອນ ທີ່ຮັກແພງ, ເດືອນ ທັນວາ 2013, UNESCO ໄດ້ຮັບຮອງ ເດີ່ນກາຕ່າຍຕື໋ພາກໃຕ້ ຂອງຫວຽດນາມ ວ່າເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸທີ່ຕາງໜ້າໃຫ້ມວນມະນຸດ ຢ່າງເປັນທາງການ. ສິລະປະ ເດີ່ນກາຕ່າຍຕື໋ພາກໃຕ້  (ຫຼືເອີ້ນວ່າ ເດີ່ນກາຕ່າຍຕື໋) ແມ່ນຮູບແບບສິລະປະພື້ນເມືອງທີ່ເປັນເອກະລັກສະເພາະທາງພາກໃຕ້ຂອງຫວຽດນາມ, ໄດ້ກຳເນີດເກີດຂຶ້ນ ແລະ ພັດທະນາມາແຕ່ທ້າຍສະຕະວັດທີ 19. ເດີນກາຕ່າຍຕື ແມ່ນສິລະປະການດີດພິນ ແລະ ຂັບຮ້ອງ, ໂດຍປະຊາຊົນທາງພາກໃຕ້ຫວຽດນາມ ປະດິດອອກມາເພື່ອຂັບຮ້ອງຢ່ອນອາລົມພາຍຫຼັງເວລາເຮັດວຽກຢ່າງອິດເມື່ອຍ. ຄຳວ່າ “ຕ່າຍຕື໋” ໝາຍຄວາມວ່າຜູ້ມີຄວາມເກັ່ງກ້າສາມາດໃນການຫຼີ້ນດົນຕີບູຮານ. ຕອນທຳອິດມີພຽງແຕ່ດີດພິນ, ຫຼັງຈາກນັ້ນໄດ້ປະກົດມີການຂັບຮ້ອງປະສານໄດ້ເອີ້ນວ່າດີດພິນຂັບຮ້ອງ. ບັນດາບົດເພງຂອງ ເດີນກາຕ່າຍຕື ໄດ້ປະດິດອອກໂດຍອີງໃສ່ດົນຕີພິທີການຕ່າງໆ, ດົນດີພະລາຊະວັງ, ດົນຕີພື້ນເມືອງທາງພາກກາງ ແລະ ພາກໃຕ້ຫວຽດນາມ. ບັນດາເຄື່ອງດົນຕີທີ່ນຳໃຊ້ໃນ ເດີ່ນກາຕ່າຍຕື໋ ນັ້ນລວມມີ: ພິນ 16 ສາຍ, ຊໍ, ຂຸ່ຍ… ນັບແຕ່ປີ 1930 ມານີ້ແມ່ນມີກີຕາ, ໄວໂອລິນ… ຕື່ມອີກ. ໃນການໄປຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງທາງພາກໃຕ້ຫວຽດນາມ, ທ່ານ ສົມສະຫວາດ ພົງສາ, ຮອງຫົວໜ້າກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ກິລາລາວ, ແບ່ງປັນວ່າ.

 (ທ່ານ ສົມສະຫວາດ ພົງສາ)

ຕອບກັບ

ຂ່າວ/ບົດ​ອື່ນ