ແນະ​ນຳ​ກ່ຽວ​ກັບ ແອັບ​ພ​ຼີ​ເຄ​ຊັນ IATA Travel Pass

(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍ, ອີແມວ 351 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງ ທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ ລາຍການກະຈາຍສຽງພາກພາສາ ລາວ ໄດ້ຮັບຈົດໝາຍ 13 ສະບັບ ດ້ວຍຫຼາຍເນື້ອໃນກ່ຽວຂ້ອງເຖິງຂະແໜງການທ່ອງທ່ຽວຂອງ ຫວຽດນາມ ໃນໄລຍະປົກກະຕິໃໝ່. ໃນລາຍການ “ໂອ້ລົມກັບເພື່ອນລາວ" ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາຍັງລາຍການ ກໍຄື VOV5 ໃນອາທິດຜ່ານມາ.  
   ທ່ານ Diego Echeverri ຊາວ ໂກລົມເບຍ ໄດ້ສົ່ງຈົດໝາຍມາຫາ VOV5 ດ້ວຍເນື້ອໃນດັ່ງນີ້: “ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ບັນດາລາຍການກະຈາຍສຽງມ່ວນໆຂອງ VOV5. ຂ້າພະເຈົ້າມັກຮັບຟັງລາຍການກະຈາຍສຽງຂອງ VOV5 ຜ່ານທາງອິນເຕີເນັດ. ບັນດາລາຍການເຫຼົ່ານັ້ນຈັບອົກຈັບໃຈຫຼາຍ. ຂ້າພະເຈົ້າຫວັງວ່າ ມື້ໃດມື້ໜຶ່ງ, ຂ້າພະເຈົ້າຈະມີໂອກາດໄປຢ້ຽມຢາມ ຫວຽດນາມ.”

  ທ່ານ Martin Estevez Pastor ຈາກ Madrid, ແອັດສະປາຍ ໄດ້ສົ່ງຈົດໝາຍມາຫາ VOV5 ແລະ ແບ່ງປັນສູ່ຟັງວ່າ:  “ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ຂຽນຈົດໝາຍຝາກໄປໃຫ້ VOV5. ຂອບໃຈບັນນາທິການຂອງ VOV5 ທີ່ໄດ້ຜະລິດບັນດາລາຍການກະຈາຍສຽງທີ່ຈັບອົກຈັບໃຈ ແລະ ຂ້າພະເຈົ້າສາມາດຮັບຟັງໄດ້ບໍ່ວ່າຢູ່ແຫ່ງຫົນໃດ. ຂ້າພະເຈົ້າກໍໄດ້ຕິດຕາມເວັບໄຊ vovworld.vn ເປັນປະຈຳ” . ຕໍ່ໄປແມ່ນຈົດໝາຍຂອງທ່ານ ພິຈິດ ທອງພົມ. ຜ່ານບົດຂຽນ “ຊຸດອາພອນປະຈຳຊາດ ສະແດງຄຸນຄ່າວັດທະນະທຳຂອງຊາດ ຫວຽດນາມ” ທີ່ໄດ້ເອົາລົງໃນເວັບໄຊ vovworld.vn, ທ່ານ ພິຈິດ ທອງພົມ ແບ່ງປັນວ່າ: “ຂ້າພະເຈົ້າມີຄວາມປະທັບໃຈຕໍ່ການທັກແຊ່ວ, ຕຳຫູກທໍ່ໄໝຂອງຊາວ ຫວຽດນາມ. ສິລະປະໃນການຕຳຫູກທໍ່ໄໝຂອງ ຫວຽດນາມ ບໍ່ໜ້ອຍໜ້າໄປກວ່າປະເທດໃດໃນໂລກ”.

 ແນະ​ນຳ​ກ່ຽວ​ກັບ ແອັບ​ພ​ຼີ​ເຄ​ຊັນ IATA Travel Pass - ảnh 1ຝູກວັກ ກຽມພ້ອມຕ້ອນຮັບແຂກທ່ອງທ່ຽວສາກົນ (ພາບ: baochinhphu.vn)
  ເພື່ອນ ມີໄຊ ຢູ່ ແຂວງວຽງຈັນ, ລາວ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນດັ່ງນີ້: “ຜ່ານການຕິດຕາມຂ່າວ, ບົດໃນເວັບໄຊ vovworld.vn, ຂ້າພະເຈົ້າ ຈຶ່ງຮູ້ວ່າ ໃນໄລຍະມໍ່ໆມານີ້, ມີແຂວງ, ນະຄອນຈຳນວນໜຶ່ງຂອງ ຫວຽດນາມ ໄດ້ເປີດປະຕູຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດຄືນໃໝ່, ໂດຍສະເພາະ, ໃນໄລຍະຈະມາເຖິງ, ຝູກວັກ ຈະຕ້ອນຮັບທັງແຂກທ່ອງທ່ຽວສາກົນ. ຂ້າພະເຈົ້າຢາກຮູ້ວ່າ, ເມື່ອແຂກທ່ອງທ່ຽວສາກົນມາທ່ຽວຢູ່ ຝູກວັກ ຕ້ອງມີເງື່ອນໄຂ ແລະ ເອກະສານຫຍັງແດ່?

ຂອບໃຈເພື່ອນ ມີໄຊ ທີ່ໄດ້ຕິດຕາມຂ່າວ, ບົດໃນເວັບໄຊຂອງພວກຂ້າພະເຈົ້າເປັນປະຈຳ ແລະ ສົ່ງຄຳຖາມມາຫາລາຍການ. ເພື່ອນ ມີໄຊ ທີ່ຮັກແພງ! ຝູກວັກ - ນະຄອນເກາະແຫ່ງທຳອິດຂອງ ຫວຽດນາມ ທີ່ມີທັດສະນີຍະພາບ ແລະ ສະຖານທີ່ທ່ອງທ່ຽວຫຼາຍແຫ່ງໄດ້ດຶງດູດຄວາມສົນໃຈຈາກແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ສາກົນ. ພາຍຫຼັງທີ່ປະຊາຊົນ ແລະ ຊາວຜູ້ອອກແຮງງານຢູ່ ຝູກວັກ ໄດ້ສັກວັກຊິນກັນພະຍາດໂຄວິດ - 19 ຄົບ 2 ເຂັມ, ທາງນະຄອນໄດ້ຕັດສິນໃຈທົດລອງຕ້ອນຮັບແຂກທ່ອງທ່ຽວສາກົນມາທ່ຽວຢູ່ ຝູກວັກ ໂດຍນຳໃຊ້ ແອັບພຼີເຄຊັນ IATA Travel Pass (ໜັງສືຜ່ານແດນສຸຂະພາບທາງເອເລັກໂຕນິກ) ພາຍໃນ 6 ເດືອນ, ເຊິ່ງຄາດວ່າຈະເລີ່ມແຕ່ວັນທີ 20 ພະຈິກ ຈະມາເຖິງ.

ເມື່ອມາທ່ຽວຢູ່ ຝູກວັກ, ແຂກທ່ອງທ່ຽວຕ້ອງຕອບສະໜອງໄດ້ເງື່ອນໄຂດັ່ງຕໍ່ໄປນີ້: ທີໜຶ່ງແມ່ນ ຕ້ອງມີໃບຢັ້ງຢືນສັກວັກຊິນກັນພະຍາດໂຄວິດ - 19 ຄົບສອງເຂັມ ທີ່ໄດ້ຮັບການຮັບຮອງຈາກ ຫວຽດນາມ. ເວລາສັກເຂັມທີ 2 ຢ່າງໜ້ອຍສຸດ ຕ້ອງຮອດ 14 ວັນ ແລະ ບໍ່ກາຍ 12 ເດືອນ ນັບແຕ່ເວລາເຂົ້າເມືອງ ຝູກວັກ. ຖ້າເຄີຍຕິດພະຍາດໂຄວິດກໍ່ຕ້ອງມີໃບຢັ້ງຢືນປິ່ນປົວ. ທີສອງແມ່ນ, ຕ້ອງມີຜົນກວດເປັນລົບກັບ SARS – CoV – 2 ດ້ວຍວິທີ RT – PCR ຫຼື RT – LAMP ພາຍໃນ 72 ຊົ່ວໂມງກ່ອນທີ່ເຂົ້າເມືອງ ຫວຽດນາມ ແລະ ໄດ້ມີໃບຢັ້ງຢືນຈາກອົງການດຳເນີນການກວດເຊື້ອ (ດ້ວຍພາສາອັງກິດ) ຢູ່ປະເທດປະຈຳຖິ່ນ. ທີສາມແມ່ນ, ຕ້ອງມີປີ້ຍົນໄປ-ກັບ, ຈົດທະບຽນ tour ທ່ອງທ່ຽວຄົບວົງຈອນຂອງບໍລິສັດທ່ອງທ່ຽວ ໂດຍແຂວງ ກຽນຢາງ ສະເໜີ ແລະ ມີທັງການປະກັນສຸຂະພາບນຳ.

ດັ່ງທີ່ກ່າວມາຂ້າງເທິງນັ້ນແມ່ນ ເງື່ອນໄຂສຳລັບແຂກສາກົນທີ່ມາທ່ຽວຢຸ່ ຝູກວັກ. ພວກຂ້າພະເຈົ້າຫວັງວ່າ ເພື່ອນຈະມີເງື່ອນໄຂຄົບຕາມທີ່ກ່າວມານັ້ນ ແລະ ຈະຢ້ຽມຢາມ ຝູກວັກ ໃນໄລຍະຈະມາເຖິງນີ້. 

 ແນະ​ນຳ​ກ່ຽວ​ກັບ ແອັບ​ພ​ຼີ​ເຄ​ຊັນ IATA Travel Pass - ảnh 2ແອັບພຼີເຄຊັນ ATA Travel Pass ສາມາດດາວໂຫຼດມາໃຊ້ຢູ່ໃນໂທລະສັບມືຖືດ້ວຍລະບົບ IOS ແລະ Android
ຕໍ່ໄປ ແມ່ນເນື້ອໃນຈົດໝາຍຂອງເພື່ອນ ແສງຈັນ ທຳມະວົງ ຢູ່ ແຂວງ ຈຳປາສັກ, ລາວ. ເພື່ອນແສງຈັນ ຢາກໃຫ້ບັນນາທິການລາຍການກະຈາຍສຽງພາກພາສາ ລາວ  ແນະນຳກ່ຽວກັບ ແອັບພຼີເຄຊັນ IATA Travel Pass.

IATA Travel Pass ແມ່ນໜັງສືຜ່ານແດນສຸຂະພາບທາງເອເລັກໂຕນິກ ເຊິ່ງແມ່ນຜະລິດຕະພັນໂດຍ ສະມາຄົມການບິນສາກົນ (IATA) ສ້າງຂຶ້ນ ເພື່ອແນໃສ່ຊ່ວຍໃຫ້ການໄປມາຫາສູ່ລະຫວ່າງປະເທດມີຄວາມສະດວກ ແລະ ປອດໄພກວ່າ ໃນໄລຍະເກີດໂລກລະບາດໂຄວິດ - 19. ໜັງສືຜ່ານແດນສຸຂະພາບທາງເອເລັກໂຕນິກ ແມ່ນ ແອັບພຼີເຄຊັນ ຫຼື ໂປຼແກຼມທີ່ສາມາດດາວໂຫຼດມາໃຊ້ຢູ່ໃນໂທລະສັບມືຖືດ້ວຍລະບົບ IOS ແລະ Android.

ແອັບພຼີເຄຊັນ IATA Travel Pass ບັນຈຸຂໍ້ມູນກ່ຽວກັບການກວດຫາເຊື້ອໄວຣັດ, ໃບຢັ້ງຢືນການສັກວັກຊິນກັນພະຍາດໂຄວິດ - 19 ຂອງຜູ້ໂດຍສານ, ພ້ອມດ້ວຍຮູບເຄິ່ງຄີງ, ຮູບຖ່າຍໜັງສືຜ່ານແດນ ແລະ ລາຍລະອຽດຂອງຖ້ຽວບິນທີ່ຜູ້ໂດຍສານໄດ້ຈ່ອງໄວ້. ການນຳໃຊ້ແອັບພຼີເຄຊັນນີ້ ຈະຊ່ວຍຢັ້ງຢືນອາການສຸຂະພາບຂອງຜູ້ໂດຍສານວ່າ ມີຄົບເງື່ອນໄຂເພື່ອຂີ່ຍົນໄປຕ່າງປະເທດ ແລະ ເຂົ້າເມືອງໄດ້ຫຼືບໍ. ນັບແຕ່ເດືອນມິຖຸນາ ປີ 2021, ບໍລິສັດການບິນ Vietnam Airlines ແລະ Vietjet Air ກໍໄດ້ນຳໃຊ້ທົດລອງແອັບພີຼເຄຊັນດັ່ງກ່າວ. 

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະ ການຕອບບາງຄຳຖາມ ຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາຍັງລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວlaovov5@gmail.com. ທ່ານກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ