ແນ​ະ​ນຳ​ກ່ຽວ​ກັບ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍາ​ກຳ​ ຝ​ລັ່ງ ຢູ່ ຮ່າ​ໂນ້ຍ

(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 400 ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນໃນນັ້ນລາຍການກະຈາຍສຽງພາກພາສາ ລາວ ໄດ້ຮັບຈົດໝາຍ 23 ສະບັບ. ເນື້ອໃນຈົດໝາຍມີຫຍັງແດ່ນັ້ນເຊີນບັນດາທ່ານໄປຮັບຟັງພ້ອມກັນເລີຍ.

ຍັງອີກບໍ່ພໍເທົ່າໃດມື້ກໍໝົດປີ 2022 ແລ້ວ ແລະ ກຽມຕ້ອນຮັບບຸນປີໃໝ່ສາກົນ 2023. ເນື່ອງໃນໂອກາດນີ້, ມີຜູ້ຟັງຫຼາຍທ່ານຂອງ VOV5 ແລະ ລາຍການພາກພາສາ ລາວ ໄດ້ສົ່ງຄຳອວຍພອນປີໃໝ່ມາຫາລາຍການ, ເຊິ່ງລະອຽດຄືດັ່ງນີ້:

ທ່ານ ທອງມີ ເຊິ່ງເຄີຍຮຽນປະລິນຍາໂທຂະແໜງການເມືອງຢູ່ ຫວຽດນາມ ໄດ້ຂຽນວ່າ: “ຂອບໃຈລາຍການພາກພາສາລາວທີ່ໄດ້ອັບເດດຂ່າວ, ບົດ, ການເຄື່ອນໄຫວເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ - ຫວຽດນາມ ໃນຕະຫຼອດປີຢ່າງເປັນຂະບວນຟົດຟື້ນ. ຂໍອວຍພອນໃຫ້ໂຄສົກ, ບັນນາທິການ ວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມ ແລະ ບັນນາທິການພາກພາສາ ລາວ ເວົ້າສະເພາະຈົ່ງ ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດຫຼາຍຢ່າງໃນປີໃໝ່ 2023.”

ທ່ານ ຄຳປັນ ໄດ້ສົ່ງຄຳອວຍພອນມາຍັງລາຍການຄືດັ່ງນີ້: ຍັງອີກບໍ່ຮອດອາທິດ ກໍຈະຮອດບຸນປີໃໝ່ສາກົນແລ້ວ. ຂໍອວຍພອນໃຫ້ VOV ແລະ ປະຊາຊົນ ຫວຽດນາມ ປີໃໝ່ຈົ່ງບັນລຸໄດ້ໄຊຊະນະໃໝ່”.

ກ່ອນອື່ນໝົດ, ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງທ່ານຜູ້ຟັງທຸກໆທ່ານ ທີ່ໄດ້ສົ່ງຄຳອວຍພອນອັນດີງາມມາຍັງລາຍການໃນອາທິດຜ່ານມາ ແລະ ຂໍອວຍພອນໃຫ້ທ່ານຜູ້ຟັງທຸກໆທ່ານ ປີໃໝ່ຈົ່ງສົມດັ່ງຄວາມມັກຄວາມປາດຖະໜາທຸກປະການ.

ແນ​ະ​ນຳ​ກ່ຽວ​ກັບ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍາ​ກຳ​ ຝ​ລັ່ງ ຢູ່ ຮ່າ​ໂນ້ຍ - ảnh 1ໂບດໃຫຍ່ ຮ່າໂນ້ຍ 
ຖັດມາແມ່ນຈົດໝາຍຂອງເພື່ອນ ຄຳແກ້ວ ມີເນື້ອໃນດັ່ງນີ້: “ຂອບໃຈເອື້ອຍອ້າຍບັນນາທິການພາກພາສາລາວ ທີ່ໄດ້ລົງຂ່າວ, ບົດ ແລະ ຮູບພາບທີ່ສະແດງໃຫ້ເຫັນບັນຍາກາດເບີກບານຟົດຟຶ້ນມ່ວນຊື່ນ ສວຍງາມໄປດ້ວຍໄຟແສງສີທີ່ເຫຼື້ອມລະຫຍິບລະຫຍັບ ຢູ່ຮ່າໂນ້ຍ ແລະ ຫຼາຍແຂວງ, ນະຄອນຂອງ ຫວຽດນາມ, ພິເສດແມ່ນຢູ່ໂບດໃຫຍ່ຮ່າໂນ້ຍ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າກໍຢາກມີຄວາມເຂົ້າໃຈຕື່ມອີກກ່ຽວກັບສະຖາປັດຕະຍະກຳທີ່ຈັບໃຈນີ້. ຫວັງວ່າ ບັນນາທິການພາກພາສາລາວຈະແບ່ງປັນຢ່າງລະອຽດກວ່າ”.

ໂດຍຕັ້ງຢູ່ເຮືອນເລກທີ 40, ຖະໜົນ ຍ່າຈູງ, ເມືອງ ຮວ່ານກຽມ, ນະຄອນ ຮ່າໂນ້ຍ, ໂບດໃຫຍ່ ຮ່າໂນ້ຍ ໄດ້ເປັນທີ່ຮູ້ຈັກກັນດີວ່າ ເປັນກິດຈະກຳສະຖາປັດຕະຍາກຳ ເອີຣົບ ແຫ່ງທຳອິດ ແລະ ກໍເປັນໂບດ ກາໂຕລິກ ເກົ່າແກ່ທີ່ສຸດຢູ່ ຮ່າໂນ້ຍ. ໂບດໃຫຍ່ ຮ່າໂນ້ຍ ແມ່ນລ່າເມືອງຂຶ້ນ ຝລັ່ງ ກໍສ້າງໃນເນື້ອທີ່ດິນເກົ່າຂອງ ວັດ ບ໊າວທຽນ - ເຊິ່ງເປັນວັດແຫ່ງໜຶ່ງຂອງສະໄໝເຈົ້າຊີວິດ ຫຼີແທ໊ງຕົງ. ໃນເບື້ອງຕົ້ນ, ໂບດໄດ້ເຮັດດ້ວຍໄມ້. ຈົນມາຮອດທ້າຍສະຕະວັດທີ XIX (ປີ 1884) ຈຶ່ງໄດ້ກໍ່ດ້ວຍດິນຈີ່ມີຄວາມສວຍງາມກວ່າ . ນີ້ແມ່ນກິດຈະກຳໂດຍ ຄຸນພໍ່ຫຼວງ Puginier  ຊາວ ຝລັ່ງເປັນຜູ້ອອກແບບ ແລະ ຕິດຕາມກວດກາການກໍ່ສ້າງໂດຍກົງ. ໂບດໃຫຍ່ ຮ່າໂນ້ຍ ໄດ້ອອກແບບຕາມສະຖາປັດຕະຍາກຳ Gothic ສະໄໝກາງບູຮານ ຂອງ ເອີຣົບ, ເຊິ່ງໄດ້ຮັບຄວາມນິຍົມຊົມຊອບຫຼາຍໃນສະຕະວັດທີ 12. ໂດຍຜ່ານການເວລາຂອງປະຫວັດສາດ, ໂບດໃຫຍ່ຮ່າໂນ້ຍ ໄດ້ຮັບຖືວ່າ “ເປັນວັດຖຸພະຍານ” ທຸກການປ່ຽນແປງຂອງ ນະຄອນ ຮ່າໂນ້ຍ ພາຍຫຼັງເວລາເກືອບ 3 ສະຕະວັດ. ດ້ວຍສະຖາປັດຕະຍາກຳທີ່ເກົ່າແກ່, ໃຫຍ່ໂຕສວຍງາມ, ສະຖານທີ່ແຫ່ງນີ້ ບໍ່ພຽງແຕ່ເປັນບ່ອນດຳເນີນພິທີກຳຕ່າງໆຂອງພໍ່ແມ່ປະຊາຊົນຊາວຄຼິດເທົ່ານັ້ນ ຫາກຍັງເປັນສະຖານທີ່ ທີ່ບໍ່ອາດພາດໄດ້ຂອງແຂກທ່ອງທ່ຽວມາຈາກທຸກສາລະທິດເມື່ອມາຢ້ຽມຢາມ ຮ່າໂນ້ຍ ອີກດ້ວຍ.

ແນ​ະ​ນຳ​ກ່ຽວ​ກັບ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍາ​ກຳ​ ຝ​ລັ່ງ ຢູ່ ຮ່າ​ໂນ້ຍ - ảnh 2ຂົວລອງບຽນ

ໂດຍສືບຕໍ່ລາຍການ, ຕໍ່ໄປນີ້, ພວກຂ້າພະເຈົ້າຂໍຕອບຄໍາຖາມຂອງເພື່ອນ ແສງຈັນ ຢູ່ ແຂວງຈຳປາສັກ ທີ່ໄດ້ຝາກມາລາຍການໃນອາທິດຜ່ານມາ. ເພື່ອນ ແສງຈັນ ໄດ້ຂຽນມາວ່າ: “ມີເທື່ອໜຶ່ງ ຂ້າພະເຈົ້າໄດ້ມາເຮັດວຽກຢູ່ ຮ່າໂຮ້ຍ ແລ້ວໄດ້ຍິນນາຍແປພາສາແນະນຳວ່າ ຢູ່ຮ່າໂນ້ຍ ມີກິດຈະກຳສະຖາປັດຕະຍາກຳຂອງ ຝລັ່ງ ຫຼາຍແຫ່ງ, ແຕ່ບໍ່ເວົ້າລະອຽດວ່າ ມີກິດຈະກຳໃດແດ່. ຂ້າພະເຈົ້າຢາກຮູ້ວ່າ ມັນມີກິດຈະກຳໃດແດ່ ເພື່ອຂຶ້ນແຜນໄປຄົ້ນຫາວັດທະນະທຳ ແລະ ປະຫວັດສາດຂອງ ຫວຽດນາມ ຜ່ານກິດຈະກຳເຫຼົ່ານັ້ນ”.

  ຄືດັ່ງພວກຂ້າພະເຈົ້າໄດ້ແນະນຳມາຂ້າງເທິງນັ້ນ, ນອກຈາກ ໂບດໃຫຍ່ ຮ່າໂນ້ຍ ແລ້ວ, ຍັງມີກິດຈະກຳຫຼາຍແຫ່ງພໍສົມຄວນທີ່ມີສະຖາປັດຕະຍາກຳຂອງ ຝລັ່ງ ມີຄວາມໂດດເດັ່ນ ແລະ ມີຊື່ສຽງຢູ່ ຮ່າໂນ້ຍຄື: ໂຮງລະຄອນໃຫຍ່ ຮ່າໂນ້ຍ, ຫໍພິພິທະພັນປະຫວັດສາດແຫ່ງຊາດ, ໂຮງແຮມ Metropole, ເຮືອນຮັບແຂກຂອງລັດຖະບານ, ທະນາຄານແຫ່ງລັດ ຫວຽດນາມ, ທຳນຽບປະທານປະເທດ, ຫໍພິພິທະພັນປະຫວັດສາດການທະຫານ, ຄຸກ ຮວ່າຫຼໍ່, ຕະຫຼາດດົ່ງຊວນ, ຂົວລອງບຽນ, …………..

ແນ​ະ​ນຳ​ກ່ຽວ​ກັບ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍາ​ກຳ​ ຝ​ລັ່ງ ຢູ່ ຮ່າ​ໂນ້ຍ - ảnh 3ຄຸກ ຮວ່າຫຼໍ່

ດັ່ງທີ່ກ່າວມາຂ້າງເທິງນັ້ນ ລ້ວນແຕ່ ແມ່ນກິດຈະກຳທີ່ມີສະຖາປັດຕະຍາກຳ ຝລັ່ງ ໂດດເດັ່ນຢູ່ ຮ່າໂນ້ຍ ເຊິ່ງພວກຂ້າພະເຈົ້າຢາກແນະນຳໃຫ້ເພື່ອນ ແສງຈັນ ພ້ອມດ້ວຍທ່ານຜູ້ຟັງທຸກໆທ່ານ. ຫວັງວ່າ ເພື່ອນຈະມາຢ້ຽມຢາມ ຮ່າໂນ້ຍ ໃນໄວໆນີ້ ແລະ ມີການຄົ້ນຫາວັດທະນະທຳ, ທັດສະນະສຶກສາທີ່ໜ້າຈັບອົກຈັບໃຈ.

ເນື້ອໃນດັ່ງກ່າວກໍເປັນການປິດທ້າຍລາຍການໂອ້ລົມກັບເພື່ອນລາວໃນມື້ນີ້. ຂໍຂອບໃຈທ່ານຜູ້ຟັງທຸກໆທ່ານທີ່ໃຫ້ກຽດຕິດຕາມຮັບຟັງ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດມີ ຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມ ໃນເວັບໄຊ vovworld.vn ຂອງພວກເຮົາໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ