ແນະ​ນຳ​ກ່ຽວ​ກັບ​ດອກ​ໄມ້ປະ​ຈຳ​ຊາດ​ຂອງ ຫວຽດ​ນາມ

(VOVWORLD) -       ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ກັບມາພົບປະກັບທ່ານຜູ້ຟັງໃນລາຍການ ໂອ້ລົມກັບເພື່ອນລາວ ອີກຕາມເຄີຍໃນອາທິດຜ່າມາລາຍການກະຈາຍສຽງພາກພາກສາຕ່າງປະເທດວິທະຍຸກະຈາຍສຽງ ຫວຽດນາມ (VOV5) ໄດ້ຮັບຈົດໝາຍອີເມວຈາກທ່ານຜູ້ຟັງ 431 ທ່ານ ທີ່ມາຈາກ 41 ປະເທດ ແລະ ເຂດແຄວ້ນໃນນັ້ນລາຍການາກພາສາລາວ ໄດ້ຮັບຈົດໝາຍ 13 ສະບັບດ້ວຍຄຳເຫັນ ແລະ ຄຳຖາມທີ່ຈັບອົກຈັບໃຈຫຼາຍຢ່າງ ກ່ຽວກັບດອກໄມ້ຊະນິດຕ່າງໆຂອງ ຫວຽດນາມໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້ພວກຂ້າພະເຈົ້າ ຂໍຄັດສະເໜີເນື້ອໃນຈົດໝາຍແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

    ໃນຈົດໝາຍຝາກເຖິງ VOV5  ກໍຄືລາຍການພາກພາສາລາວ ໃນອາທິດຜ່ານມາ, ມີທ່ານຜູ້ຟັງຫຼາຍທ່ານທີ່ໄດ້ສະແດງຄວາມຮູ້ສຶກຂອງຕົນເມື່ອຕິດຕາມບັນດາລາຍການກະຈາຍສຽງ ແລະ ຂ່າວ, ບົດທີ່ໄດ້ເອົາລົງໃນເວັບໄຊ vovworld.vn. ໃນນັ້ນ, ທ່ານຜູ້ຟັງ ຫວາງຈືຄ໊າງ ຢູ່ ຈີນ ແບ່ງປັນວ່າ: ຂ້າພະເຈົ້າແມ່ນນັກຮຽນ ຊັ້ນ 4, ເຖິງວ່າເວລາຫວ່າງບໍ່ຫຼາຍແຕ່ກໍມັກຟັງບັນດາລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ ເປັນປະຈຳ. ຂ້າພະເຈົ້າກໍຍັງບໍ່ທັນໄດ້ໄປ ຫວຽດນາມ ຈັກເທື່ອ, ໂດຍສະເພາະແມ່ນໃນໄລຍະທີ່ໂລກລະບາດໂຄວິດ - 19 ພວມຄຸກຄາມຄືປັດຈຸບັນ, ແຕ່ຜ່ານລາຍການກະຈາຍສຽງຂອງ VOV , ຂ້າພະເຈົ້າ ສາມາດຮັບຮູ້ໄດ້ເຖິງປະເທດຫວຽດນາມ ທີ່ສວຍສົດງົດງາມ, ຄົນ ຫວຽດນາມ ສະຫຼາດ, ດຸໝັ່ນ, ຊື່ຕົງ, ລຽບງ່າຍ ແລະ ອາດຫານ.”

        ຈົດໝາຍສະບັບຕໍ່ໄປ ແມ່ນຂອງເພື່ອນ ສີສົມພອນ - ທ່ານຜູ້ຟັງລາວ, ເພື່ອນຂຽນວ່າ: “ຂ້າພະເຈົ້າມັກລາຍການພາບສາລະຄະດີຫຼາຍ. ຜ່ານການຕິດຕາມ, ຂ້າພະເຈົ້າເຫັນວ່າ ດອກໄມ້ຢູ່ ຫວຽດນາມ ມີຫຼາກຫຼາຍຊະນິດ. ເບິ່ງຄືວ່າ ຢູ່ ຫວຽດນາມ ຈະມີດອກໄມ້ທີ່ເປັນເອກະລັກຂອງແຕ່ລະເດືອນແມ່ນບໍ? ເດືອນມັງກອນ ຂ້າພະເຈົ້າ ໄດ້ເບິ່ງພາບສະລະຄະດີກ່ຽວກັບດອກຄາຍດອກເໝີຍ, ເດືອນກຸມພາ ແມ່ນດອກບານ ແລະ ເດືອນມີນານີ້ ແມ່ນພາບສາລະຄະດີກ່ຽວກັບດອກງີ້ວ.”

        ກ່ອນອື່ນໝົດ, ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງທ່ານຜູ້ຟັງ ຫວາງຈືຄ໊າງ ແລະ ເພື່ອນ ສີສົມພອນ ພ້ອມດ້ວຍທ່ານຜູ້ຟັງ, ຜູ້ອ່ານທຸກໆທ່ານ ທີ່ໄດ້ຕິດຕາມ, ສະໜັບສະໜູນບັນດາລາຍການກະຈາຍສຽງ, ຂ່າວ, ບົດທີ່ໄດ້ເອົາລົງໃນເວັບໄຊ ແລະ ສົ່ງຈົດໝາຍມາຍັງລາຍການ ກໍຄື VOV5. ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຮ່ວມເດີນທາງພ້ອມກັບພວກຂ້າພະເຈົ້າ ແລະ ປະກອບຄຳເຫັນເພື່ອໃຫ້ບັນດາລາຍການນັບມື້ນັບ ມ່ວນ ແລະ ຈັບອົກຈັບໃຈກວ່າເກົ່າ.

        ກັບຄືນສູ່ກັບຄຳຖາມຂອງເພື່ອນ ສີສົມພອນ, ເພື່ອນ ສີສົມພອນ ພ້ອມດ້ວຍທ່ານຜູ້ຟັງທີ່ຮັກແພງ! ແມ່ນແລ້ວ ຢູ່ຫວຽດນາມ ມີດອກໄມ້ຫຼາກຫຼາຍຊະນິດ, ພິເສດແມ່ນຢູ່ ຮ່າໂນ້ຍ - 12 ເດືອນ ມີດອກໄມ້ 12 ຊະນິດເປັນເອກະລັກ. ເດືອນໜຶ່ງດອກເໝີຍດອກຄາຍພາກັນເບັ່ງບານ, ເດືອນສອງແມ່ນເຕັມໄປດ້ວຍດອກບານ, ຮອດເດືອນສາມດອກງີ້ວແຂ່ງກັນອວດສີ, ເດືອນສີ່, ເດືອນຫ້າພັດແມ່ນລະດູຂອງຕະກຸນດອກລິນລີ່, ດອກຝາງ… ຄວາມງາມ ແລະ ກິ່ນຫອມຂອງດອກໄມ້ຊະນິດຕ່າງໆນັ້ນ ປະສົມປະສານເຂົ້າກັບອາກາດຂອງ ຮ່າໂນ້ຍ ໄດ້ເຮັດໃຫ້ ຮ່າໂນ້ຍ ກາຍເປັນຮູບພາບທີ່ມີຫຼາກຫຼາຍສີສັນ ແລະ ມີເລື່ອງລາວຈັບອົກຈັບໃຈຫຼາຍຢ່າງ ອັນໄດ້ເຮັດໃຫ້ຜູ້ຢູ່ຫ່າງໄກຈາກບ້ານເກີດເມືອງນອນຍາມໃດກໍຄິດຮອດຄິດເຖິງ ແລະ ແຂກທ່ອງທ່ຽວບໍ່ຈັກວ່າເທົ່າໃດຄົນຕ້ອງຕິດໃຈອາໄລຫາ. ສ່ວນນັກດົນຕີ ຢ໊າງຊອນ ໄດ້ແຕ່ງເປັນບົດເພງທີ່ມີຊື່ວ່າ “ຮ່າໂນ້ຍ ກັບດອກໄມ້ 12 ລະດູ”.

ແນະ​ນຳ​ກ່ຽວ​ກັບ​ດອກ​ໄມ້ປະ​ຈຳ​ຊາດ​ຂອງ ຫວຽດ​ນາມ - ảnh 1ເດືອນສີ່ ແມ່ນລະດູຂອງຕະກຸນດອກລິນລີ່

ຕໍ່ໄປນີ້, ພວກຂ້າພະເຈົ້າກໍຂໍແນະນຳເຖິງທ່ານຜູ້ຟັງກ່ຽວກັບ ດອກບົວ, ເປັນຫຍັງດອກບົວຈຶ່ງໄດ້ຮັບຖືວ່າແມ່ນດອກໄມ້ປະຈຳຊາດຂອງ ຫວຽດນາມ. ນີ້ກໍແມ່ນຄຳຖາມຂອງເພື່ອນ ແສງຈັນ - ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ ແລະ ນີ້ກໍແມ່ນຄຳຖາມຂອງທ່ານຜູ້ຟັງ Hari Santosa ທີ່ມາຈາກ ອິນໂດເນເຊຍ.

ເພື່ອນແສງຈັນ ພ້ອມດ້ວຍທ່ານຜູ້ຟັງ, ຜູ້ອ່ານທີ່ຮັກແພງ! ສຳລັບປະຊາຊົນ ຫວຽດນາມ ແລ້ວ, ດອກບົວບໍ່ພຽງແຕ່ແມ່ນດອກໄມ້ຊະນິດໜຶ່ງທີ່ຕິດພັນກັບປະຫວັດສາດອັນຍາວນານຂອງຊາດ ຫວຽດນາມ ແລະ ບັນດາຜົນງານວັນນະຄະດີ, ສິລະປະ, ສະຖາປັດຕະຍາກຳຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງມີຄວາມໃກ້ຊິດຕິດພັນກັບວັດທະນະທຳ ແລະ ຈິດໃຈຂອງຊາວ ຫວຽດນາມ ອີກດ້ວຍ. ໃນວັດທະນະທຳ ຫວຽດນາມ, ດອກບົວ ແມ່ນສັນຍະລັກວັດທະນະທຳໃນຈິດສຳນຶກຂອງຄົນ ຫວຽດ, ແມ່ນສັນຍະລັກໃຫ້ແກ່ບຸກຄະລິກກະພາບຂອງຊາວ ຫວຽດນາມ. ນີ້ກໍແມ່ນດອກໄມ້ຊະນິດໜຶ່ງດຽວທີ່ສະສົມຄວາມໝາຍອັນສູງສົ່ງຂອງຊີວິດມະນຸດ, ຄວາມໝາຍທາງດ້ານທິດສະດີຢ່າງຄົບຖ້ວນ, ຄວາມໝາຍຂອງທາງບວກ ແລະ ທາງລົບໃນວັດຖຸທັງຫ້າທີ່ເປັນເຄົ້າກຳເນີດຂອງໂລກ ແລະ ກຳລັງແຮງ, ການບືນຕົວຂຶ້ນ ກໍຄືເຈດຈຳນົງອັນແຮງກ້າ ແລະ ຄວາມອົງອາດກ້າແກ່ນຂອງຊາດ ຫວຽດນາມ. ໃນພຸດທະສາສະໜາ, ດອກບົວ ຍັງໄດ້ຮູ້ຈັກກັນດີວ່າ ແມ່ນສັນຍະລັກໃຫ້ແກ່ຄວາມບໍລິສຸດຜຸດຜ່ອງ, ສະຕິຕື່ນຕົວ ແລະ ຄວາມສັດທາ. ຖ້າຫາກວ່າ ອິນເດຍ ຖືເອົາດອກບົວຂາວແມ່ນດອກໄມ້ປະຈຳຊາດນັ້ນ, ຫວຽດນາມ ພັດ ຖືດອກບົວສີບົວ ແມ່ນດອກໄມ້ປະຈຳຊາດ. ເພາະວ່າ, ຖ້າເຮົາຢືນຊົມດອກບົວແຕ່ທາງເທິງລົງລຸ່ມຈະເຫັນວ່າ ຂວັ້ນຂອງດອກບົວປະສົມກັບກີບສີບົວຈະເຮັດໃຫ້ເຮົາຄຳນຶງເຖິງຮູບພາບຂອງທຸງຊາດ ຫວຽດນາມ ແລະ ຄວາມສາມັກຄີຂອງ 54 ຊົນເຜົ່າອ້າຍນ້ອງ. ນອກຈາກນັ້ນ, ເຄື່ອງດື່ມ, ເຍື່ອງອາຫານທີ່ໄດ້ປຸງແຕ່ງຈາກດອກບົວກໍຫຼາກຫຼາຍ ແລະ ເຂັ້ມຂຸ້ນໄປດ້ວຍລົດຊາດຂອງ ຫວຽດນາມ. ເພາະສະນັ້ນ, ດອກບົວໄດ້ຮັບຖືວ່າແມ່ນດອກໄມ້ປະຈຳຊາດຂອງ ຫວຽດນາມ.

ແນະ​ນຳ​ກ່ຽວ​ກັບ​ດອກ​ໄມ້ປະ​ຈຳ​ຊາດ​ຂອງ ຫວຽດ​ນາມ - ảnh 2ດອກບົວ - ດອກໄມ້ປະຈຳຊາດຂອງ ຫວຽດນາມ

ຕໍ່ໄປແມ່ນຄຳຖາມຂອງທ່ານຜູ້ຟັງ Dara Sako ມາຈາກ ກຳປູເຈຍທ່ານຢາກຮູ້ຂໍ້ມູນເພີ່ມເຕີມກ່ຽວກັບຜ້າອັດປາກ-ອັດດັງ ກັນໄວຣັດໂຄໂຣນາ Wakamono ໂດຍຊາວ ຫວຽດນາມ ປະດິດອອກ.

  Wakamono ແມ່ນຜ້າອັດປາກ-ອັດດັງຊະນິດທຳອິດໃນໂລກ ທີ່ເຮັດດ້ວຍເຕັກໂນໂລຢີ Nano Biotech  ທີ່ສາມາດກັນໄວຣັດ ໂຄໂຣນາ ໄດ້ເຖິງ 99% ແລະ ໄດ້ຮັບໃບຢັ້ງຢືນ CE ຈາກ ສະຫະພາບເອີຣົບ ແລະ ອະນຸຍາດໃຫ້ປະທັບໃນກາໝາຍ ກໍຄື ຈົດທະບຽນລິຂະສິດຢູ່ ອາເມລິກາຜ້າອັດປາກ -ອັດດັງນີ້ ໄດ້ສົ່ງອອກໄປຍັງບັນດາຕະຫຼາດທີ່ເຄັ່ງຄັດຄື ປອກຕຸຍການອີຕາລີອົດສະຕາລີນິວຊີແລນ ແລະ ອາເມລິການີ້ແມ່ນຜົນງານການປະດິດແຕ່ງຂອງທ່ານ ລ້າຍນາມຫາຍຜູ້ກໍ່ຕັ້ງ ທັງເປັນຜູ້ບໍລິຫານບໍລິສັດ Wakamono ເຊິ່ງເປັນບໍລິສັດຄົ້ນຄວ້າກ່ຽວກັບເຕັກໂນໂລຢີ ແລະ ຜະລິດວັດຖຸດິບ Nano Biotech. ຜ້າອັດປາກ - ອັດດັງ Wakamono ໄດ້ຮັບການກວດກາ ແລະ ຢັ້ງຢືນວ່າ ສາມາດກັນເຊື້ອໄວຣັດຊະນິດຕ່າງໆ ໄວຣັດ H1N1 ແລະ Polio - I, ພິເສດແມ່ນສາມາດກັນ ແລະ ຂ້າເຊື້ອໄວໂຄໂຣນາໄດ້ເຖິງ 99% ໃນເວລາສຳຜັດໂດຍທັນທີ.

        ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍແລະການຕອບບາງຄຳຖາມຂອງຜູ້ຟັງຜູ້ອ່ານບາງທ່ານທີ່ຝາກມາຍັງລາຍການໃນອາທິດທີ່ຜ່ານມາຖ້າຫາກທ່ານຜູ້ຟັງຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າພາກພາສາລາວວິທະຍຸກະຈາຍສຽງຫວຽດນາມເຮືອນເລກທີ 45 ຖະໜົນບ່າຈ້ຽວຮ່າໂນ້ຍຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວlaovov5@gmail.comທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ