ແນະ​ນຳ​ກ່ຽວ​ກັບ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ຂອງ ຫວຽດ​ນ​າມ ໄດ​້​ຮັບ​ການ​ຮັບ​ຮອງເປັນ​ມໍ​ລະ​ດົກ​ໂລກ​ຈາກອົງ​ການ UNESCO

(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນກວ່າ 300 ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນໃນນັ້ນລາຍການກະຈາຍສຽງພາກພາສາ ລາວ ໄດ້ຮັບຈົດໝາຍ 25 ສະບັບ.
 

   ເພື່ອນ ທິບດາວອນ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຈົດໝາຍມາຍັງລາຍການ ໂດຍສະແດງຄວາມປະທັບໃຈຕໍ່ໂນນພູທີ່ເຕັມໄປດ້ວຍດອກຕາເວັນປ່າຢູ່ສວນອຸດທິຍານແຫ່ງຊາດ ບາວີ່, ຮ່າໂນ້ຍ ຜ່ານພາບສາລະຄະດີທີ່ໄດ້ເອົາລົງໃນເວັບໄຊ vovworld.vn. ເພື່ອນແບ່ງປັນວ່າ: “ເບິ່ງຮູບພາບທີ່ຖ່າຍຈາກບ່ອນສູງ ເຫັນວ່າ ໂນນພູດັ່ງກ່າວໄດ້ປົກຄຸມໄປດ້ວຍສີເຫຼືອງຂອງດອກຕາເວັນປ່າ, ງາມຫຼາຍ. ຢູ່ແຂວງ ຊຽງຂວາງຂອງ ລາວ ກໍມີດອກໄມ້ຊະນິດນີ້ຫຼາຍຄືກັນ, ແຕ່ວ່າຍັງບໍ່ທັນໄດ້ພັດທະນາໃຫ້ກາຍເປັນສະຖານທີ່ທ່ອງທ່ຽວຄືຢູ່ ບາວີ່ ຮ່າໂນ້ຍ, ຫວຽດນາມ”.

ແນະ​ນຳ​ກ່ຽວ​ກັບ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ຂອງ ຫວຽດ​ນ​າມ ໄດ​້​ຮັບ​ການ​ຮັບ​ຮອງເປັນ​ມໍ​ລະ​ດົກ​ໂລກ​ຈາກອົງ​ການ UNESCO - ảnh 1

ຕົ້ນດອກຕາເວັນປ່າ ຢູ່ປ່າສະຫງວນແຫ່ງຊາດ ບາວີ ປຽບເໝືອນດັ່ງທົ່ງນາໃນລະດູເຂົ້າສຸກເຫຼືອງ

(ພາບ: mia.vn)

   ເພື່ອນ ທິບດາວອນ ທີ່ຮັກແພງ! ຂອບໃຈເພື່ອນທີ່ໄດ້ສະຫຼະເວລາຕິດຕາມເວັບໄຊຂອງພວກເຮົາເປັນປະຈຳ ແລະ ສົ່ງຈົດໝາຍມາຍັງລາຍການ. ຮູບແບບປູກດອກໄມ້ ແລ້ວພັດທະນາໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ພວມໄດ້ຮັບຄວາມສົນໃຈຢູ່ ຫວຽດນາມ, ພິເສດແມ່ນຢູ່ ດ່າລາດ, ຮ່າໂນ້ຍ ແລະ ບາງແຂວງທາງທິດເໜືອຂອງ ຫວຽດນາມ. ຖ້າຫາກວ່າ ເພື່ອນມາຢາມ ຮ່າໂນ້ຍ ໃນລະດູການນີ້, ນອກຈາກສວນດອກຕາເວັນປ່າແລ້ວ, ເພື່ອນຍັງສາມາດໄປຢ້ຽມຊົມ, checkin ຢູ່ສວນດອກໄມ້ຊະນິດຕ່າງໆຄື ດອກເບັນຈະມາດ ພັນ haether, ເບັນຈະມາດພັນທຳມະດາ; ດອກໄມ້ແມງກະເບື້ອງ… ພາກັນອວດອ້າງເບັ່ງບານສີສັນ, ພ້ອມດ້ວຍການຕົບແຕ່ງສວນຢ່າງງາມຕາ ຄ່າປີ້ເຂົ້າຊົມມີແຕ່ ຊາວ-ສາມສິບພັນດົ່ງຕໍ່ປີ້. ຫວັງວ່າ ໄລຍະຈະມາເຖິງ ເພື່ອນຈະມາຢາມ ຮ່າໂນ້ຍ ແລະ ແວ່ຢາມສວນດອກໄມ້ເຫຼົ່ານີ້.

           ຕໍ່ໄປແມ່ນຈົດໝາຍຂອງທ່ານ ດາລາວັນ ຢູ່ແຂວງ ໄຊສົມບູນ ທີ່ມີຄວາມສົນໃຈເຖິງອາຫານການກິນທີ່ຂາຍຢູ່ຕາມແຄມທາງຍ່າງນະຄອນ ຮ່າໂນ້ຍ. ເພື່ອນ ດາລາວັນ ໄດ້ສົ່ງຈົດໝາຍຂອບໃຈລາຍການທີ່ໄດ້ແນະນຳເຍື່ອງອາຫານເຂົ້າປຽກເຂົ້າໃສ່ກະດູກຂ້າງໝູ. ເພື່ອນແບ່ງປັນວ່າ: “ຜ່ານ ຄຼິບ ວິດີໂອທີ່ທາງລາຍການໄດ້ແນະນຳມານັ້ນ ຂ້າພະເຈົ້າ ສາມາດເຮັດກິນເອງໄດ້ ແລະ ຜູ້ທີ່ໄດ້ຊີມໃຜກໍຍ້ອງວ່າແຊບ. ຂອບໃຈລາຍການພາກພາສາລາວຫຼາຍໆເດີ. ຂ້າພະເຈົ້າ ຫວັງວ່າ ໃນໄລຍະຈະມາເຖິງຈະມີຫຼາຍຄຼິບວິດີໂອແນະນຳກ່ຽວກັບອາຫານການກິນຂອງ ຫວຽດນາມ ຕື່ມອີກ”.

ກ່ອນອື່ນຂໍຊົມເຊີຍເພື່ອນ ດາລາວັນ ທີ່ເຮັດເຂົ້າປຽກເຂົ້າໃສ່ກະດູກຂ້າງໝູສຳເລັດ ແລະ ຂອບໃຈເພື່ອນທີ່ໄດ້ຕິດຕາມຄໍລຳ Media ຂອງ VOV5. ພວກຂ້າພະເຈົ້າຍາມໃດກໍພະຍາຍາມນຳເອົາຫຼາຍເນື້ອໃນທີ່ເປັນປະໂຫຍດທີ່ສຸດມາແນະນຳໃຫ້ພວກທ່ານ. ຫວັງວ່າ ທ່ານຜູ້ຟັງທຸກໆທ່ານຈະສືບຕໍ່ສະໜັບສະໜູນ ແລະ ປະກອບຄຳເຫັນໃຫ້ລາຍການນັບມື້ນັບມ່ວນ ແລະ ມີຫຼາກຫຼາຍເນື້ອໃນຕື່ມອີກ.

 

           ໂດຍສືບຕໍ່ລາຍການ ຕໍ່ໄປນີ້ແມ່ນເນື້ອໃນຈົດໝາຍຂອງເພື່ອນ ຈັນເພັງ, ຢູ່ແຂວງ ບໍລິຄຳໄຊ. ເພື່ອນ ຈັນເພັງ ໄດ້ຂຽນມາດັ່ງນີ້: “ຜ່ານການຕິດຕາມຂ່າວສານໃນເວັບໄຊຂອງ VOV5, ຂ້າພະເຈົ້າເຫັນວ່າ ໝາກກ້ຽງໃຫຍ່ເປືອກຂຽວຂອງ ຫວຽດນາມ ໄດ້ສົ່ງອອກຖ້ຽວທຳອິດໄປຍັງ ອາເມລິກາ ນັ້ນ ແມ່ນມີມູນຄ່າເສດຖະກິດສູງ. ສະນັ້ນ, ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບລັກສະນະຂອງໝາກກ້ຽງໃຫຍ່ຊະນິດນີ້. ຫວັງວ່າ ອ້າຍເອື້ອຍບັນນາທິການພາກພາສາລາວ ຈະແນະນຳສູ່ຟັງແດ່.”

ແນະ​ນຳ​ກ່ຽວ​ກັບ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ຂອງ ຫວຽດ​ນ​າມ ໄດ​້​ຮັບ​ການ​ຮັບ​ຮອງເປັນ​ມໍ​ລະ​ດົກ​ໂລກ​ຈາກອົງ​ການ UNESCO - ảnh 2ໝາກກ້ຽງໃຫຍ່ເປືອກຂຽວ ມີກີບໃຫຍ່, ນ້ຳຫຼາຍ ແລະ ມີສີບົວອົມສົ້ມ, ລົດຫວານ, ປອກງ່າຍ ແລະ ມີແກ່ນໜ້ອຍ

ເພື່ອຕອບຄຳຖາມຂອງເພື່ອນ ຈັນເພັງ, ພວກຂ້າພະເຈົ້າໄດ້ຊອກຮູ້ຂໍ້ມູນຈຳນວນໜຶ່ງກ່ຽວກັບໝາກກ້ຽງໃຫຍ່ຊະນິດນີ້ ແລະ ຕໍ່ໄປນີ້ຂໍແບ່ງປັນສູ່ທ່ານຜູ້ຟັງທັງຫຼາຍໄດ້ຮັບຊາບນຳກັນ. ໝາກກ້ຽງໃຫຍ່ເປືອກຂຽວ ແມ່ນແນວພັນພື້ນເມືອງຂອງແຂວງ ເບັ໊ນແຈ. ໝາກກ້ຽງໃຫຍ່ເປືອກຂຽວ ມີນ້ຳໜັກສະເລ່ຍແຕ່ 1,2 – 2,5 kg/ໜ່ວຍ; ເປືອກມີສີຂຽວ; ກີບໃຫຍ່, ນ້ຳຫຼາຍ ແລະ ມີສີບົວອົມສົ້ມ, ລົດຫວານ, ປອກງ່າຍ ແລະ ມີແກ່ນໜ້ອຍ. ໝາກກ້ຽງໃຫຍ່ເປືອກຂຽວ ແມ່ນແນວພັນທີ່ນິຍົມປູກຢູ່ອາກາດເຂດຮ້ອນ, ມັກຊຸ່ມ, ອຸນຫະພູມເໝາະສົມທີ່ສຸດຕໍ່ການຂະຫຍາຍໂຕຂອງຕົ້ນໄມ້ກິນໝາກຊະນິດນີ້ແມ່ນແຕ່ 23 – 29 ອົງສາ C. ແນວພັນດັ່ງກ່າວຂະຫຍາຍຕົວດີທີ່ສຸດຖ້າປູກໃສ່ດິນທີ່ມີສ່ວນປະກອບທາດອົງຄະທາດຫຼາຍ, ຮັກສາຄວາມຊຸມໄດ້ດີ, ລະບາຍອາກາດໄດ້ດີ ແລະ ບໍ່ເຄັມ. ປັດຈຸບັນ, ໝາກກ້ຽງໃຫຍ່ເປືອກຂຽວ ໄດ້ປູກຢູ່ຫຼາຍເຂດໃນທົ່ວປະເທດ ຫວຽດນາມ, ແຕ່ວ່າຢູ່ແຂວງເບັ໊ນແຈນັ້ນ ຈະມີລົດຊາດຫວານ ແລະ ແຊບກວ່າໝູ່ໝົດ.

   ດັ່ງທີ່ກ່າວມາຂ້າງເທິງ ແມ່ນຂໍ້ມູນກ່ຽວກັບໝາກກ້ຽງໃຫຍ່ເປຶອກຂຽວ ເພື່ອໃຫ້ເພື່ອນ ຈັນເພັງ ພ້ອມດ້ວຍທ່ານຜູ້ຟັງສຶກສາຄົ້ນຄວ້າ. ຫວັງວ່າຈະເປັນປະໂຫຍດໃຫ້ແກ່ທ່ານ.

   ທ້າຍລາຍການນີ້, ພວກຂ້າພະເຈົ້າຂໍຕອບຄຳຖາມຂອງເພື່ອນ ບຸດດາຄຳ ຢູ່ແຂວງ ສະຫວັນນະເຂດ. ເພື່ອນ ບຸດດາຄຳ ຢາກຮູ້ວ່າ ຢູ່ ຫວຽດນາມ ມີມໍລະດົກວັດທະນະທຳບໍ່ເປັນວັດຖຸປະເພດໃດແດ່ທີ່ໄດ້ຮັບການຮັບຮອງຈາກອົງການ UNESCO.

ແນະ​ນຳ​ກ່ຽວ​ກັບ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ຂອງ ຫວຽດ​ນ​າມ ໄດ​້​ຮັບ​ການ​ຮັບ​ຮອງເປັນ​ມໍ​ລະ​ດົກ​ໂລກ​ຈາກອົງ​ການ UNESCO - ảnh 3ສິລະປະຟ້ອນແຊ ຂອງຊົນເຜົ່າຜູ້ໄທ

   ໄລ່ມາຮອດປັດຈຸບັນ, ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ໄດ້ຮັບຮອງເອົາ 15 ມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງ ຫວຽດນາມ ເຂົ້າໃນບັນຊີມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ, ເຊິ່ງລວມມີ: ດົນຕີພະລາດຊະວັງ - ລາດຊະວົງ ຫງວຽນ; ວັດທະນະທຳ ກອງ - ຄ້ອງ ໄຕງວຽນ; ຂັບກວານຫໍ້ບັກນິງ; ຂັບກາຈູ່; ງານບຸນ ຢອງ ຢູ່ວິຫານ ຝູ່ດົງ ແລະ ວິຫານຊອັກ; ຂັບຊວານ ຝູເທາະ, ການເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງ ຢູ່ ຝູເທາະ; ສິລະປະຂັບເດີນກາຕ່າຍຕືທາງພາກໃຕ້ ຫວຽດນາມ; ຂັບວີ໊, ຢ້ຳຢູ່ ເງະຕິງ; ພິທີກຳ ແລະ ການດຶງເຊືອກ; ການເຫຼື້ອມໃສບູຊາພະແມ່ ຕາມຝູ ຂອງຄົນ ຫວຽດ; ສິລະປະຂັບບ່າຍຈ່ອຍຢູ່ ເຂດພາກກາງ ຫວຽດນາມ; ຂັບແທນຂອງເຜົ່າໄຕ, ນຸ່ງ, ຜູ້ໄທ; ສິລະປະຟ້ອນແຊ ຂອງຊົນເຜົ່າຜູ້ໄທ ແລະ ຫຼ້າສຸດນີ້ແມ່ນສິລະປະເຮັດເຄື່ອງປັ້ນດິນເຜົາຂອງຊາວເຜົ່າຈຳຢູ່ແຂວງ ນິງທ້ວນ.

 

ເນື້ອໃນດັ່ງກ່າວກໍເປັນການປິດທ້າຍລາຍການໂອ້ລົມກັບເພື່ອນລາວໃນມື້ນີ້. ຂໍຂອບໃຈທ່ານຜູ້ຟັງທຸກໆທ່ານທີ່ໃຫ້ກຽດຕິດຕາມຮັບຟັງ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດມີ ຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ