ແນ​ະ​ນຳ​ກ່ຽວ​ກັບ​​ລາຍການ​ທ່ຽວ​ທິບ​ຢູ່ ຫວຽດ​ນາມ

(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 437 ສະບັບຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນໃນນັ້ນລາຍການພາກພາສາລາວ ໄດ້ຮັບຈົດໝາຍ 28 ສະບັບ 

ພາບສາລະຄະດີກ່ຽວກັບການນຳໃຊ້ເຕັກໂນໂລຢີດີຈີຕອນຢູ່ບັນດາເຂດປູຊະນີຍະສະຖານປະຫວັດສາດນະຄອນ ຮ່າໂນ້ຍ ທີ່ເອົາລົງໃນເວັບໄຊ vovworld.vn ພາກພາສາລາວ ໃນທ້າຍອາທິດຜ່ານມາ ໄດ້ດຶງດູດຄວາມສົນໃຈຂອງຜູ້ຊົມຜູ້ອ່ານເປັນຈຳນວນຫຼາຍ. ໃນນັ້ນ, ເພື່ອ ດາລາວັນ ຢູ່ແຂວງ ໄຊສົມບູນ ໄດ້ແບ່ງປັນວ່າ: ຮູບແບບດັ່ງກ່າວຄັກແທ້ແລະມີຄວາມໝາຍທີ່ສຸດຂ້າພະເຈົ້າເອງບາງເທື່ອອ່ານສະເພາະແຕ່ຂໍ້ມູນປະຫວັດສາດກໍຍາກທີ່ຈະຈື່ໝົດໄດ້ແຕ່ຖ້າວ່າ ມີທັງສຽງຄຼິບວີດໂອຮູບ 2D ແລະການທ່ຽວທິບນີ້ແນ່ນອນວ່າຈະຈັບອົກຈັບໃຈແລະເຂົ້າໃຈໄດ້ງ່າຍກວ່າກໍຄືສ້າງຄວາມປະທັບໃຈໄດ້ຢ່າງເລິກເຊິ່ງກວ່າໄລຍະຈະມາເຖິງເມື່ອມາຫວຽດນາມຂ້າພະເຈົ້າຈະົດລອງລາຍການທ່ອງທ່ຽວແບບນີ້”.

ເພື່ອນ ທິບດາວອນ ຢູ່ນະຄອນຫຼວງ ວຽງຈັນ ໄດ້ comment ມາວ່າ: ຊາວໜຸ່ມນະຄອນຫຼວງຮ່າໂນ້ຍມີຫົວຄິດປະດິດສ້າງແທ້ໆແລະໂຄສະນາເຂດປູຊະນີຍະສະຖານປະຫວັດສາດຢ່າງສຸດຈິດສຸດໃຈແຂກທ່ອງທ່ຽວສາມາດຄົ້ນຫາບໍ່ວ່າປູຊະນີຍະສະຖານໃດໆ ໄດ້ເອງຢ່າງງ່າຍດາຍໂດຍບໍ່ຕ້ອງການຄວາມຊ່ວຍເຫຼືອຈາກຜູ້ນຳທ່ຽວ.

ແນ​ະ​ນຳ​ກ່ຽວ​ກັບ​​ລາຍການ​ທ່ຽວ​ທິບ​ຢູ່ ຫວຽດ​ນາມ - ảnh 1ການແນະນຳໂຄສະນາຄຸນຄ່າປະຫວັດສາດ, ວັດທະນະທຳຢູ່ເຂດປູຊະນີຍະສະຖານແຫ່ງຕ່າງໆ ໄດ້ມີການສົມທົບທັງສຽງຄຼິບວີດໂອຮູບ 2D 

ນອກຈາກບັນດາ comment ດັ່ງກ່າວແລ້ວພວກຂ້າພະເຈົ້າຍັງໄດ້ຮັບບາງຄຳຖາມເຊິ່ງກໍມີເນື້ອໃນກ່ຽວຂ້ອງເຖິງການທ່ຽວທິບລະອຽດແມ່ນເພື່ອນຈັນທິມາຢູ່ນະຄອນຫຼວງວຽງຈັນໄດ້ສົ່ງຈົດໝາຍເຖິງລາຍການໂດຍຢາກຮູ້ຂໍ້ມູນລະອຽດກ່ຽວກັບລາຍການທ່ຽວທິບທີ່ໄດ້ເວົ້າເຖິງໃນພາບສາລະຄະດີດັ່ງກ່າວແລະທ່າອ່ຽງທ່ຽວທິບຢູ່ຫວຽດນາມ.

ການທ່ຽວທິບໄດ້ກາຍເປັນທ່າອ່ຽງຂອງຍຸກສະໄໝ ແລະ ຢູ່ ຫວຽດນາມ ກໍພວມຜັນຂະຫຍາຍຢູ່ຫຼາຍແຂວງ, ນະຄອນ. ຕົວຢ່າງຄື ລາຍການຄົ້ນຫາ ຖ້ຳເຊີນດ່ອງ (ແຂວງກວ໋າງບິງ) ໄດ້ຮັບຖືວ່າ ເປັນໜຶ່ງໃນ 10 ລາຍການທ່ຽວທິບ ທີ່ຄວນຄົ້ນຫາທີ່ສຸດໃນໂລກ ໂດຍໜັງສືພິມ The Guardian ຂອງອັງກິດ ຄັດເລືອກ. ຫຼືວ່າ ຢູ່ຫຼາຍສະຖານທີ່ທ່ອງທ່ຽວຄື ໂຮ່ຮວ່ານກຽມ, ສຳນັກໄປສະນີນະຄອນ ໂຮ່ຈີມິນ ພ້ອມກັບຫຼາຍຫໍພິພິທະພັນ, ເຂດປູຊະນີຍະສະຖານ ກໍໄດ້ຫັນເປັນດີຕອນ ເພື່ອເປີດຮັບໃຊ້ແຂກທ່ອງທ່ຽວຢ້ຽມຊົມແບບທາງໄກ.

ແນ​ະ​ນຳ​ກ່ຽວ​ກັບ​​ລາຍການ​ທ່ຽວ​ທິບ​ຢູ່ ຫວຽດ​ນາມ - ảnh 2ຄະນະຊາວໜຸ່ມແນະນຳແຂກຢ້ຽມຊົມໄປທ່ຽວຜ່ານ tour ທ່ຽວທິບ ຢູ່ເຂດພະລາຊະວັງ ທັງລອງ

ສຳລັບລາຍການທ່ຽວທິບທີ່ໄດ້ເວົ້າເຖິງໃນພາບສາລະຄະດີນັ້ນ ແມ່ນໂດຍຊາວໜຸ່ມເມືອງ ບາດິ່ງ, ນະຄອນ ຮ່າໂນ້ຍ ປະຕິບັດ, ເຊິ່ງລວມມີການຢ້ຽມຊົມ 5 ສະຖານທີ່ທ່ອງທ່ຽວພົ້ນເດັ່ນໃນບໍລິເວນເມືອງ. ນັ້ນແມ່ນ ພະລາດຊະວັງທັງລອງ, ວັດເສົາດຽວ, ວັດ ເຈິ່ນກວັກ, ຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມ. ພິເສດ, ໃນລາຍການທ່ອງທ່ຽວດັ່ງກ່າວ ໄດ້ເອົາລົງຜູ້ນຳທ່ຽວເໝືອນຈິງ ດ້ວຍພາສາ ຫວຽດ ແລະ ພາສາ ອັງກິດ ເພື່ອສາມາດຕອບສະໜອງຫຼາຍຂໍ້ມູນທີ່ເປັນໂຫຍດໃຫ້ແຂກທ່ອງທ່ຽວເມື່ອມີຄວາມຕ້ອງການຊອກຮູ້ ແລະ ຢ້ຽມຊົມບັນດາສະຖານທີ່ທ່ອງທ່ຽວ, ເຂດປູຊະນີຍະສະຖານປະຫວັດສາດໃນບໍລິເວນເມືອງ. ມີພຽງສະມາດໂຟນ ໜ່ວຍໜຶ່ງ, ແຂກທ່ອງທ່ຽວກໍສາມາດຊື້ປີ້, ຮັບຟັງຄຳແນະນຳ, ອະທິບາຍ, ຄົ້ນຫາຂໍ້ມູນທີ່ກ່ຽວຂ້ອງຢູ່ເຂດປູສະນີຍະສະຖານໄດ້ແລ້ວ.

ຫວັງວ່າ ເພື່ອນຈະທົດລອງລາຍການທ່ອງທ່ຽວດັ່ງກ່າວໃນໄວໆນີ້ ແລ້ວຢ່າລືມແບ່ງປັນຄວາມຮູ້ສຶກຂອງເພື່ອນໃຫ້ພວກຂ້າພະເຈົ້ານຳເດີ.

ສືບຕໍ່ລາຍການ ແມ່ນເນື້ອໃນຈົດໝາຍຂອງເພື່ອນ ຈັນເພັງ ຢູ່ແຂວງ ບໍລິຄຳໄຊ. ເພື່ອນ ຈັນເພັງ ໄດ້ຂຽນມາວ່າ: “ຢູ່ຮ່າໂນ້ຍ ມີປູສະນີຍະສະຖານ ທັງໝົດຈັກແຫ່ງ ແລະ ແຫ່ງໃດໄດ້ສ້າງໂປຼແກຼມເປັນຮູບແບບດີຈີຕອນແລ້ວ?”

ແນ​ະ​ນຳ​ກ່ຽວ​ກັບ​​ລາຍການ​ທ່ຽວ​ທິບ​ຢູ່ ຫວຽດ​ນາມ - ảnh 3ແຂກທ່ອງທ່ຽວສາມາດ ສະແກນ ລະຫັດ ເພື່ອເຂົ້າອ່ານຂໍ້ມູນກ່ຽວກັບປູຊະນີຍະສະຖານທີ່ຕົນຢາກຄົ້າຫາ

ນີ້ກໍແມ່ນອີກຄຳຖາມໜຶ່ງທີ່ກ່ຽວຂ້ອງເຖິງການຫັນເປັນດີຈີຕອນໃນຂະແໜງການທ່ອງທ່ຽວ. ສຳລັບຄຳຖາມຂອງເພື່ອນ ຈັນເພັງ, ພວກຂ້າພະເຈົ້າ ຂໍຕອບດັ່ງນີ້: ຢູ່ຮ່າໂນ້ຍ ມີປູຊະນີຍະສະຖານປະຫວັດສາດ ແລະ ວັດທະນະທຳ ທັງໝົດ 5.922 ແຫ່ງ. ຕາມທ່ານ ຫງວຽນດຶກຕຽນ, ຮອງເລຂາ ຜູ້ປະຈຳການຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ, ປະທານສະມາຄົມສະຫະພັນຊາວໜຸ່ມ ຫວຽດນາມ ນະຄອນ ຮ່າໂນ້ຍ ໄດ້ແບ່ງປັນກັບ ນັກຂ່າວ VOV ເມືື່ອທ້າຍເດືອນ ມີນາ ຜ່ານມາແລ້ວ, ໄລ່ຮອດທ້າຍເດືອນ ມີນາ 2023 ໄດ້ຜັນຂະຫຍາຍການສ້າງໂປຼແກຼມເປັນຮູບແບບດີຈີຕອນຢູ່ເຂດປູຊະນີຍະສະຖານ 322 ແຫ່ງ ໃນທົ່ວນະຄອນ ຮ່າໂນ້ຍ. ພ້ອມດຽວກັນນັ້ນ, ຢູ່ ບໍລິເວນຕ່າງໆໃນ 30 ເມືອງຂອງນະຄອນ ກໍພວມຜັນຂະຫຍາຍວຽກງານດັ່ງກ່າວ ເພື່ອຮັບປະກັນໃຫ້ຂໍ້ມູນມີລັກສະນະຄົບຊຸດ ແລະ ເປັນລະບົບ ເພື່ອສ້າງຄວາມສະດວກໃນການຮັກສາ ກໍຄືໂຄສະນາເຜີຍແຜ່ບັນດາຄຸນຄ່າວັດທະນະທຳຂອງທ້ອງຖິ່ນ, ຂອງນະຄອນຫຼວງ; ພ້ອມທັງສ້າງຖານຂໍ້ມູນລວມໃຫ້ແກ່ນະຄອນ. 

ເນື້ອໃນດັ່ງກ່າວກໍເປັນການປິດທ້າຍລາຍການໂອ້ລົມກັບເພື່ອນລາວໃນມື້ນີ້. ຂໍຂອບໃຈທ່ານຜູ້ຟັງທຸກໆທ່ານ  ທີ່ໄດ້ຕິດຕາມຮັບຟັງ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ, ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້./.

ຕອບກັບ

ຂ່າວ/ບົດ​ອື່ນ