ແນະ​ນຳ​​ກ່ຽວ​ກັບເທບ​ນິ​ຍາຍ​ໂຕ​ມັງ​ກອນ ຕິດ​ພັນ​ກັບ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ອ່າວ ຮ້າ​ລອງ

(VOVWORLD) - ໃນ 2 ອາທິດຜ່ານມາ, ມີຈົດໝາຍທັງໝົດ 706 ສະບັບໄດ້ສົ່ງມາ VOV5, ສະເພາະລາຍການພາກພາສາລາວ ມີ 43 ສະບັບ.


ຈົດໝາຍສະບັບທຳອິດໃນອາທິດຜ່ານມາ ເຊິ່ງພວກຂ້າພະເຈົ້າໄດ້ຮັບໃນໂອກາດຕົ້ນລະດູບານໃໝ່ ປີມະໂລງ 2024 ນີ້ ແມ່ນຂອງທ່ານ ຄຳແພງ ໄຊສົມແພງ, ເຈົ້າແຂວງແຂວງ ຫົວພົນ. ບັນດາລາຍການກະຈາຍສຽງພິເສດໃນໂອກາດບຸນເຕັດຂອງ VOV ໄດ້ເຮັດໃຫ້ທ່ານລະນຶກເຖິງຄວາມຊົງຈຳຂອງທ່ານກ່ຽວກັບບຸນເຕັດປະຈຳຊາດ ຫວຽດນາມ ໃນສະໄໝທີ່ທ່ານຮ່ຳຮຽນຢູ່ ຫວຽດນາມ. ທ່ານ ແບ່ງປັນວ່າ:

ເມື່ອເວົ້າກ່ຽວກັບບຸນປີໃໝ່ປະຈຳຊາດ ຫວຽດາມ, ຂ້າພະເຈົ້າກໍຄິດເຖິງບັນຍາກາດຂອງຊຸມວັນທີ່ຍັງຮຽນຢູ່ ຫວຽດນາມ. ປີໃດ ພວກຂ້າພະເຈົ້າກໍໄດ້ຕ້ອນຮັບບຸນເຕັດຢູ່ເຮືອນຂອງພໍ່ຮັກແມ່ຮັກ. ຊື່ຫວຽດ ຂອງຂ້າພະເຈົ້າແມ່ນ ເຈິ່ນເຟືອງ. ຂ້າພະເຈົ້າຍັງຈື່ດີວ່າ ເມື່ອບຸນເຕັດວຽນມາ, ພໍ່ຮັກແມ່ຮັກກໍບອກກັບພວກຂ້າພະເຈົ້າວ່າ: ພວກລູກເອີຍ, ຮອດຄ່ຳຄືນວັນທີ 30 ບຸນເຕັດ, ພວກລູກມາຂຶ້ນເຮືອນແຮກໝານເດີ. ບັນດາສະມາຊິກໃນຄອບຄົວກໍເຕົ້າໂຮມກັນ ແລະ ພວກຂ້າພະເຈົ້າກໍໄດ້ມາຢ້ຽມຢາມຄອບຄົວ, ຊື້ດອກຄາຍ ແລະ ກະກຽມກະຕ່ຂອງຂວັນເລັກນ້ອຍໆ ເພື່ອອວພອນປີໃໝ່ພໍ່ແມ່. ຂ້າເຈົ້າເຫັນວ່າ, ໃນຊຸມວັນບຸນເຕັດຂອງ ຫວຽດນາມ ຜູ້ໃດກໍໄດ້ກິນແຊບ ແລະ ນຸ່ງງາມ, ລູກຫຼານອ້າຍນ້ອງທີ່ໄປເຮັດວຽກ, ໄປຮຽນຢູ່ໃສ ກໍກັບເມືອເຮືອນເຕົ້າໂຮມກັນຕ້ອບຮັບບຸນເຕັດຢ່າງອົບອຸ່ນ. ນີ້ແມ່ນຈຸທີ່ເປັນເອກະລັກ ແລະ ພິເສດຂອງບຸນເຕັດ ຫວຽດນາມ. ບຸນເຕັດ ຫວຽດນາມ ມ່ວນຫຼາຍ”.

ນີ້ແມ່ນຄຳແບ່ງປັນທີ່ຕື້ນຕັນໃຈຫຼາຍແມ່ນບໍ? ພວກຂ້າພະເຈົ້າຄິດວ່າ, ຈະມີອະດີດນັກສຶກສາລາວ ຫຼາຍຄົນທີ່ຮຽນຢູ່ ຫວຽດນາມ ກໍເຄີຍໄດ້ສຳຜັດ ແລະ ມີຄວາມຮູ້ສຶກຄ້າຍຄືກັນກັບທ່ານ ຄຳແພງ ໄຊສົມແພງ.

ໃນ 2 ອາທິດຜ່ານມາ, ມີຜູ້ຟັງຫຼາຍທ່ານໄດ້ສົ່ງຄຳອວຍພອນມາຍັງລາຍການ. ຜູ້ຈັດທຳລາຍການພວກຂ້າພະເຈົ້າ, ຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈທີ່ສຸດມາຍັງທ່ານຜູ້ຟັງທຸກໆທ່ານ ແລະ ກໍຂໍຝາກຄວາມອວຍພອນອັນດີງາມທີ່ສຸດມາຍັງທ່ານຜູ້ຟັງ. ອວຍພອນໃຫ້ທ່ານຜູ້ຟັງ, ປີໃໝ່ມີພາລະນາໄມສົມບູນ ແລະ ສົມດັ່ງປາດຖະໜາທຸກປະການ. 

ສືບຕໍ່ລາຍການ, ພວກຂ້າພະເຈົ້າຈະຕອບຄຳຖາມຈຳນວນໜຶ່ງທີ່ທ່ານຜູ້ຟັງໄດ້ຝາກເຖິງລາຍການພາກພາສາລາວໃນອາທິດຜ່ານມາ.

ນອກຈາກບັນດາຄຳອວຍພອນປີໃໝ່ແລ້ວ, ເມື່ອສົ່ງຈົດໝາຍເຖິງລາຍການ, ເພື່ອນ ຈຳປາ ຢູ່ນະຄອນຫຼວງ ວຽງຈັນ ຍັງຂຽນວ່າ: ປີນີ້ແມ່ນປີມະໂລງ. ຂ້າພະເຈົ້າຢາກຮູ້ເລື່ອງລາວ, ເທບນິຍາຍກ່ຽວກັບໂຕມັງກອນຂອງ ຫວຽດນາມ ຕື່ມອີກ. ຫວັງວ່າ ບັນນາທິການຂອງລາຍການຈະເລົ່າສູ່ຟັງແດ່”.

ເມື່ອເວົ້າເທບນິຍາຍກ່ຽວກັບໂຕມັງກອນຂອງ ຫວຽດນາມ ແມ່ນມີຫຼາຍພໍສົມຄວນ. ໃນລາຍການນີ້, ພວກຂ້າພະເຈົ້າ ຈະເລົ່າໃຫ້ເພື່ອນ ຈຳປາ ແລະ ທ່ານຜູ້ຟັງ ຟັງເທບນິຍາຍກ່ຽວກັບມັງກອນ ທີ່ຕິດພັນກັບສະຖານທີ່ທ່ອງທ່ຽວທີ່ລືຊື່ຂອງ ຫວຽດນາມ ເຊິ່ງ ຄົນລາວ ແລະ ແຂກທ່ອງທ່ຽວຕ່າງປະເທດຫຼາຍຄົນນິຍົມເລືອກມາທ່ຽວຊົມ ເມື່ອມາ ຫວຽດນາມ, ນັ້ນແມ່ນ ຮ້າລອງ. ເລື່ອງມີຢູ່ວ່າ:

ແນະ​ນຳ​​ກ່ຽວ​ກັບເທບ​ນິ​ຍາຍ​ໂຕ​ມັງ​ກອນ ຕິດ​ພັນ​ກັບ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ອ່າວ ຮ້າ​ລອງ - ảnh 1ອ່າວຮ້າລອງ ເບິ່ງຈາກມູມສູງ (ພາບ: dulich.laodong.vn)

“ແຕ່ກີ້ແຕ່ກ່ອນ, ເມື່ອ ຄົນຫວຽດນາມ ຫາກໍສ້າງຕັ້ງປະເທດ ແລ້ວຖືກສັດຕູພາຍນອກຮຸກຮານ, ເຈົ້າຟ້າ ຈຶ່ງສົ່ງໂຕມັງກອນແມ່ ພ້ອມກັບຝູງມັງກອນລູກລົງມາຊ່ວຍມະນຸດຕີເອົາຊະນະສັດຕູ. ເມື່ອເຮືອຂອງສັດຕູເລີ່ມບຸກໂຈມຕີຢູ່ທະເລ ກໍແມ່ນຈຸດເວລາທີ່ມັງກອນລົງມາໂລກມະນຸດ. ຝູງມັງກອນໄດ້ ພົ່ນເພັດນິນຈິນດາບໍ່ຈັກວ່າເທົ່າໃດ, ແລະຈຳນວນເພັດນິນຈິນດານັ້ນ ໄດ້ກາຍເປັນເກາະຫີນໃຫຍ່ນ້ອຍແຫ່ງຕ່າງໆ, ອັນໄດ້ສ້າງເປັນກຳແພງຕ້ານກຳລັງສັດຕູບຸກເຂົ້າ. ພາຍຫຼັງທີ່ພວກສັດຕູຖືກຕີແຕກ, ຝູງມັງກອນນັ້ນ ກໍບໍ່ກັບເມືອເມືອງຟ້າອີກ, ຫາກຢູ່ໂລກມະນຸດເລີຍ. ບ່ອນທີ່ມັງກອນແມ່ລົງມາ ເອີ້ນວ່າ ຮ້າລອງ, ເຊິ່ງຕາມພາສາຈີນເດີມ, ຄຳວ່າ “ຮ້າ” ແປວ່າ “ລົງ, ລົງຈອດ”, ສ່ວນຄຳວ່າ “ລອງ” ແປວ່າ “ມັງກອນ”. ສ່ວນບ່ອນທີ່ຝູງມັງກອນລູກຢູ່ນັ້ນ ໄດ້ເອີ້ນວ່າ ບ໋າຍຕືລອງ. ຫາງຂອງຝູງມັງກອນຟາດເປັນຟອງສີຂາວນັ້ນ ເອີ້ນວ່າ ລອງຫວີ (ເຊິ່ງແມ່ນແຫຼມເກາະ ຈ່າໂກ, ນະຄອນ ມອງກາຍ, ແຂວງ ກວ໋າງນິງ ໃນປັດຈຸບັນ). 

ຄຳຖາມຕໍ່ໄປ ແມ່ນຂອງເພື່ອນ ເກສອນ,   ຢູ່ນະຄອນຫຼວງວຽງຈັນ ເຊັ່ນດຽວກັນ. ໃນຈົດໝາຍ, ເພື່ອນໄດ້ຂຽນວ່າ: “ຊຸດເສື້ອຍາວຂອງ ຫວຽດນາມ ງາມຫຼາຍ. ຂ້າພະເຈົ້າມັກພາບສາລະຄະດີທີ່ມີຫົວຂໍ້ນຸ່ງຊຸດເສື້ອຍາວ ລົງຖະໜົນຍາມຕົ້ນລະດູບານໃໝ່ຫຼາຍ ແລະ ຕັ້ງຄຳຖາມມາວ່າ: ຊຸດເສື້ອຍາວ ຫວຽດນາມ ມີແຕ່ປີໃດ? ຫວັງວ່າ ບັນນາທິການຂອງລາຍການ ຈະຊ່ວຍຕອບໃຫ້ຂ້າພະເຈົ້າແດ່”.

ແນະ​ນຳ​​ກ່ຽວ​ກັບເທບ​ນິ​ຍາຍ​ໂຕ​ມັງ​ກອນ ຕິດ​ພັນ​ກັບ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ອ່າວ ຮ້າ​ລອງ - ảnh 2ເສື້ອ ຢາວຫຼິງ - ຕົ້ນກຳເນີດຂອງເສື້ອຍາວ ຫວຽດນາມ

ຊຸດເຊື້ອຍາວ ຫວຽດນາມ ທຳອິດແມ່ນມາຈາກເສື້ອທີ່ມີຊື່ເອີ້ນວ່າ ຢາວຫຼິງ ໃນຊຸມປີ 1774. ຫຼັງຈາກນັ້ນ, ຮອດສະຕະວັດທີ 17, ເສື້ອຍາວ ຈຶ່ງໄດ້ປັບປ່ຽນເປັນເສື້ອທີ່ມີ 4 ປີກ (4 ປ່ຽງ) ເພື່ອສະດວກໃນການອອກແຮງງານທຳການຜະລິດ. ໃນສະໄໝເຈົ້າຊີວິດ ຢາລອງ (1802–1820), ຊຸດເສື້ອຍາວ ໄດ້ປັບເປັນເສື້ອ 5 ປີກ. ຫຼັງຈາກນັ້ນ, ເສື້ອຍາວແບບ Lemur, ເລໂຝ, Raglan ກໍໄດ້ປະກົດຕົວ. ຮອດປີ 1970, ຊຸດເສື້ອຍາວທີ່ເປັນມູນເຊື້ອຂອງ ຫວຽດນາມ ຈຶ່ງໄດ້ກຳເນີດ ແລະ ເຮັດໃຫ້ສົມບູນແບບຄືນໃນປັດຈຸບັນ.

ຜ່ານແຕ່ລະຍຸກແຕ່ລະສະໄໝ, ຊຸດເສື້ອຍາວ ຫວຽດນາມ ໄດ້ມີການປັບປ່ຽນທາງດ້ານຜ້າແພ ແລະ ແບບຊົງ. ບັນດານັກອອກແບບຍັງມີການດັດປັບເສື້ອຍາວເປັນຊຸດລາຕີ, ຊຸດແຕ່ງງານ ຫຼື ເສື້ອຢ້ອນຍຸກດ້ວຍຫຼາຍລວດລາຍທີ່ພິຖິພິຖັນ, ລະອຽດລະອໍ…

ເນື້ອໃນດັ່ງກ່າວກໍເປັນການປິດທ້າຍລາຍການໂອ້ລົມກັບເພື່ອນລາວ ພາກນີ້. ທ່ານຜູ້ຟັງສາມາດຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ. ຂໍຂອບໃຈ!

ຕອບກັບ

ຂ່າວ/ບົດ​ອື່ນ