ແນະ​ນຳ​ຄວາມ​ສົນ​ໃຈ​ຂອງ​ຜູ້​ຟັງ​ກ່ຽວ​ກັບ​ເວ​ັບ​ໄຊ VOSO.VN

(VOVWORLD) -ໃນອາທິດຜ່ານມາ VOV5 ໄດ້ຮັບຈົດໝາຍ 342 ສະບັບຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ. ສະເພາະພາກພາສາ ລາວ ໄດ້ຮັບອີເມວ, ໂທລະສັບຈາກທ່ານຜູ້ຟັງທັງຢູ່ ລາວ ແລະ ຢູ່ຕ່າງປະເທດ ຫຼາຍຄົນ ເຊິ່ງມີຄວາມສົນໃຈເຖິງ ເວັບໄຊ VOSO.VN ຂອງ ຫວຽດນາມ ແລະ ຢາກຮູ້ໜ້າເວັບນີ້ລະອຽດກວ່າອີກ. ໃນລາຍການ ໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍແນະນຳໃຫ້ທ່ານຜູ້ຟັງເວັບໄຊດັ່ງກ່າວ ໂດຍຜ່ານບົດຂຽນມີຫົວຂໍ້ voso.vn ເວັບໄຊ ການຄ້າເອເລັກໂຕນິກ “Make in Vietnam”.

Voso.vn ແມ່ນຜະລິດຕະພັນເຕັກໂນໂລຊີ “Make in Vietnam”ໂດຍ ກຸ່ມບໍລິສັດ ອຸດສາຫະກຳ ໂທລະຄົມມະນາຄົມ ກອງທັບ Viettel ຜະລິດເພື່ອສະຫນອງໃຫ້ລູກຄ້າຄວາມປະທັບໃຈໃນການຊື້ເຄື່ອງຂອງທາງແບບອອນລາຍທີ່ສະດວກ, ປອດໄພ ແລະ ວ່ອງໄວ ຜ່ານການຫນູນຊ່ວຍຢ່າງແຮງໃນການຊຳລະ ແລະ ສົ່ງເຄື່ອງ. ພາຍຫລັງ 3 ປີນຳເຂົ້າເຄື່ອນໄຫວ, voso.vn ພວມນັບມື້ນັບຢັ້ງຢືນທີ່ຕັ້ງໃນຕະຫລາດການຄ້າເອເລັກໂຕນິກ ຫວຽດນາມ.

ແນະ​ນຳ​ຄວາມ​ສົນ​ໃຈ​ຂອງ​ຜູ້​ຟັງ​ກ່ຽວ​ກັບ​ເວ​ັບ​ໄຊ VOSO.VN - ảnh 1ໜ້າເວັບໄຊ VOSO.VN (ພາບ: diendandoanhnghiep.vn)

Voso ຍັງຮູ້ຈັກກັນດີດ້ວຍຊື່ວ່າ ຫວໍຊໍ່ ໂດຍ Viettel Post ຂຶ້ນກັບກຸ່ມບໍລິສັດ ອຸດສາຫະກຳ ໂທລະຄົມມະນາຄົມ ກອງທັບ Viettel ແນະນຳແຕ່ເດືອນ ກໍລະກົດປີ 2019 ແມ່ນເວັບໄຊການຄ້າເອເລັກໂຕນິກທຳອິດ ໂດຍເອົາໃຈໃສ່ເຖິງຜະລິດຕະພັນພິເສດຂອງເຂດພາກ ຊ່ວຍເຊື່ອມຕໍ່ນັກຜະລິດ ແລະຊາວກະສິກອນ ກັບບັນດາຮ້ານອາຫານ, ລະບົບຮ້ານຄ້າ Minimart ແລະ ຜູ້ບໍລິໂພກຕາມຮູບແບບ hình O2O2O (online to offline to online). ຫວໍຊໍ່ ໄດ້ຮັບການສ້າງຂຶ້ນພົບພື້ນຖານໂຄງລ່າງ ແລະ ລະບົບນິເວດກວ້າງໃຫຍ່ຈາກກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມກອງທັບ Viettel, ນຳໃຊ້ດິຈີຕອນ, ຊ່ວຍໃຫ້ການເບິ່ງຊື້ ແລະສັ່ງຊື້ລ້ວນແຕ່ປະຕິບັດທາງ ອອນລາຍ ແລະ ໄດ້ຮັບເຄື່ອງຢ່າງວ່ອງໄວ.

ຊ່ອງຂາຍເຄື່ອງອອນລາຍນີ້ ແມ່ນສະຫນອງທັງໝົດບໍລິການຊື່ງກຸ່ມບໍລິສັດ Viettel ພວມດຳເນີນທຸລະກິດ ກໍ່ຄື ການຮ່ວມມືພ້ອມກັບບັນດາບໍລິສັດຜະລິດເພື່ອຈຳຫນ່າຍຜະລິດຕະພັນເຖິງຕະຫລາດຂັ້ນເມືອງ, ຕາແສງ. ເອື້ອຍ ເລທິງອັກເຟືອງ,  ຮັບຜິດຊອບ marketing, ບໍລິສັດກ້ານຄ້າເອເລັກໂຕນິກ Viettel ຈຳກັດຜູ້ດຽວ ໃຫ້ຮູ້ວ່າ:

“ດ້ວຍທ່າໄດ້ປຽບແມ່ນມີຫລາຍບ່ອນຂາຍເຄື່ອງ ແລະຈຳນວນບຸກຄະລາກອນຫລວງຫລາຍ, ສະນັ້ນ ຫວໍຊໍ່ ຍາມໃດກໍ່ມີພາລະກອນພົວພັນຕິດຕໍ່ໂດຍກົງກັບນັກສະຫນອງຢູ່ 63 ແຂວງ, ນະຄອນ. ບັນດາພາລະກອນຂອງ ຫວໍຊໍ່ ໃຫ້ຄຳປຶກສາຕໍ່ຜູ້ບໍລິໂພກ ເຮັດແນວໃດເພື່ອສາມາດຂາຍເຄື່ອງອອນລາຍໃຫ້ມີປະສິດທິຜົນທີ່ສຸດ, ຖ່າຍຮູບຜະລິດຕະພັນງາມສຸດເພື່ອເອົາລົງໃນບັນດາຮ້ານຂາຍເຄື່ອງທາງເອເລັກໂຕນິກ ເພື່ອໃຫ້ຜູ້ບໍລິໂພກສາມາດເຫັນໄດ້ຜະລິດຕະພັນ ແລະ  ຕົກລົງຊື້ສິນຄ້າ”.

Voso.vn ນຳໃຊ້ບັນດາເຕັກໂນໂລຊີທີ່ກ້າວຫນ້າ, ສະຫນອງມາດຕະການ ແລະ ເຊື່ອມຕໍ່ລະຫວ່າງຜູ້ຊື້, ຜູ້ຂາຍ ດ້ວຍການພົວພັນຕິດຕໍ່ຜ່ານລະບົບ ເວັບໄຊ ຫລື ລະບົບ APP (ສະມາດໂຟນ). ການຊຳລະກໍ່ໄດ້ເຊື່ອມຕໍ່ກັບ Viettel money, VNPay, ZaloPay ຫລື Viettelsale. ອ້າຍ ຫງວຽນຟີຫາຍ, ບໍລິສັດຫຸ້ນສ່ວນ ມີງເຢືອງ, ຮ່າໂນ້ຍ ໃຫ້ຮູ້ວ່າ:

“ເມື່ອຂ້າພະເຈົ້າຕົກລົງກັບໃບສັ່ງຊື້ສິນຄ້າ ແລະ  ເຊັນສັນຍາການຄ້າແລ້ວ, ທາງ ຫວໍຊໍ່ ຈະສ້າງໃບບິນສັ່ງຊື້ສິນຄ້າ ແລະຂົນສົ່ງເຖິງມືລູກຄ້າຢ່າງວ່ອງໄວ. ອີກຢ່າງຫນຶ່ງ ພວກຂ້າພະເຈົ້າບໍ່ຕ້ອງເສຍລາຍຈ່າຍຫຍັງຕື່ມອີກ”

 ບໍ່ພຽງແຕ່ຈຳຫນ່າຍຜະລິດຕະພັນພິເສດຢູ່ ພາຍໃນປະເທດ ເທົ່ານັ້ນ ຫາກ Viettel Post ຍັງສົ່ງຜະລິດຕະພັນກະເສດ ຂອງຫວຽດນາມ ໄປຂາຍຢູ່ຕະຫລາດສາກົນ ຜ່ານ ຊ່ອງການຄ້າເອເລັກໂຕນິກ Voso.vn ອີກດ້ວຍ. ເດືອນ ມິຖຸນາປີ 2021, ມີໝາກລິ້ນຈີ່ ບັກຢາງ ກວ່າ 4 ໂຕນໄດ້ສົ່ງໄປຂາຍທົດລອງຢູ່ ຕະຫລາດ ເອີລົບຜ່ານ Voso.vn. ນີ້ເປັນຄັ້ງທຳອິດ ຫວຽດນາມ ປະຕິບັດການສົ່ງອອກ ຕາມຮູບການການຄ້າເອເລັກໂຕນິກຂ້າມຊາຍແດນ ຜ່ານ ໂປຼແກຼມ Make in Vietnam. ທ່ານ ດັ້ງຮ່ວາງຫາຍ, ຫົວຫນ້າກົມການຄ້າເອເລັກໂຕນິກ ແລະ ເສດຖະກິດ ດິຈີຕອນ, ສັງກັດກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຖືວ່າ:

“ເປັນຄັ້ງທຳອິດໃນ ລະບົບການຄ້າເອເລັກໂຕນິກຂອງຫວຽດນາມ, ພວກເຮົາໄດ້ສົ່ງອອກຜະລິດຕະພັນກະເສດຂ້າມຊາຍແດນໄປຍັງ ເອີລົບ ຊື່ງແມ່ນຕະຫລາດແຫ່ງຫນຶ່ງເຄັ່ງຄັດກັບຄຸນນະພາບຂອງສິນຄ້າ. ນີ້ກໍ່ແມ່ນເສັ້ນທາງໃຫມ່ ຊຶ່ງພວກຂ້າພະເຈົ້າຄິດວ່າ ຈະເປີດຫລາຍກາລະໂອກາດອັນດີງາມໃຫ້ແກ່ຜະລິດຕະພັນກະເສດປະເພດອື່ນ”.

ແນະ​ນຳ​ຄວາມ​ສົນ​ໃຈ​ຂອງ​ຜູ້​ຟັງ​ກ່ຽວ​ກັບ​ເວ​ັບ​ໄຊ VOSO.VN - ảnh 2ທ່ານ ດັ້ງຮ່ວາງຫາຍ, ຫົວຫນ້າກົມການຄ້າເອເລັກໂຕນິກ ແລະ ເສດຖະກິດ ດິຈີຕອນ, ສັງກັດກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ (ພາບ:qdnd.vn)

ພາຍຫລັງ ນຳເຂົ້າເຄື່ອນໄຫວໄດ້ໄລຍະຫນຶ່ງ, ຜະລິດຕະພັນ “Make in Vietnam” - ຊ່ອງການຄ້າເອເລັກໂຕນິກ voso.vn ຍາດໄດ້ຫລາຍຜົນງານເປັນຫນ້າຊື່ຊົມ ນັ້ນຄື: ເປັນຊ່ອງການຄ້າເອເລັກໂຕນິກ ຫນຶ່ງດຽວຕາງຫນ້າໃຫ້ຫວຽດນາມໄດ້ຮັບລາງວັນເຕັກໂນໂລຊີ ອາຊີ ປາຊິຟີກ 2020 – 2021 (ລາງວັນ APICTA), ລາງວັນ “ຜະລິດຕະພັນເຕັກໂນໂລຊີ Make in Viet Nam" ປີ 2021, ຢືນອັນດັບ 5 ໃນTop ຊ່ອງການຄ້າເອເລັກໂຕນິກ ຢູ່ ຫວຽດນາມຕາມການຈັດອັນດັບໄດ້ນຳໃຊ້ຫລາຍກວ່າທາງສັງຄົມອອນລາຍ ຕາມການຈັດອັນດັບຂອງ Reputa ໃນເດືອນ ຕຸລາ ປີ 2021.

ປີ 2022, ຜະລິດຕະພັນການຄ້າເອເລັກໂຕນິກ ຫວໍຊໍ່ ມີການກຳນົດທິດສືບຕໍ່ເປີດກວ້າງ ແລະ ຂະຫຍາຍຈຳນວນຄອບຄົວຜະລິດກະສິກຳ, ຜ່ານບັນດາໂຄງການໃຫ້ບຸລິມະສິດ, ລົງທຶນຍູ້ແຮງການໝູນໃຊ້ເຕັກໂນໂລຊີຜ່ານໂປຼແກຼມ, ຜັນຂະຫຍາຍໂຄງການ marketing. ວິໄສທັດໃນອະນາຄົດຍາວໄກກວ່າ, ຫວໍຊໍ່ ວາງເປົ້າໝາຍກາຍເປັນຊ່ອງການຄ້າເອເລັກໂຕນິກອັນດັບຫນຶ່ງ ກ່ຽວກັບຜະລິດຕະພັນພິເສດຂອງ ຫວຽດນາມ, ຊ່ວຍເຊື່ອມຕໍ່ນັກຜະລິດ ແລະຊາວກະສິກອນ ກັບຮ້ານອາຫານ, ລະບົບ Minimart ແລະ ຜູ້ບໍລິໂພກພາຍໃນປະເທດ ແລະ ສາກົນ, ປະກອບສ່ວນເຂົ້າໃນກິດຈະກຳຍົກລະດັບມູນຄ່າຜະລິດຕະພັນກະເສດ ຂອງຫວຽດນາມ ອອກສູ່ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ