ແນະນຳບັນດາມໍລະດົກເອກະສານຂອງ ຫວຽດນາມ

(VOVWORLD) - ໃນອາທິດ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 291 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 46 ປະເທດ ແລະ ເຂດແຄ້ວນ.
ແນະນຳບັນດາມໍລະດົກເອກະສານຂອງ ຫວຽດນາມ - ảnh 1 ທິມຊາດບານເຕະ ຫວຽດນາມ

ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 09 ສະບັບ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ. ເຊີນທ່ານຕິດຕາມຮັບຟັງ.

ນາງ ແສງອາລຸນ, ຢູ່ແຂວງ ວຽງຈັນ ໄດ້ຂຽນຈົດໝາຍຝາກເຖິງລາຍການດ້ວຍເນື້ອໃນວ່າ: “ໃນໄລຍະຜ່ານມາ, ຫວຽດນາມ ໄດ້ຮັບຂ່າວດີຂ່າວມ່ວນຫຼາຍຢ່າ. ທີ່ໜຶ່ງແມ່ນທິມຊາດບານເຕະຫວຽດນາມຄ້ວາໄດ້ຂັນ AFF Cup. ຫຼັງຈາກນັ້ນ, ນາງງາມ ຫວຽດນາມ ກໍ່ຕິດໃນTOP 5 ໃນງານປະກວດ ນາງງາມໂລກ. ຂ້າພະເຈົ້າມີຄວາມຮັກຕໍ່ປະເທດຊາດ ແລະ ປະຊາຊົນ ຫວຽດນາມທີ່ສຸດ, ສະນັ້ນ, ເມື່ອໄດ້ຮູ້ຂ່າວວ່າ ປະເທດເພື່ອນມິດ ຫວຽດນາມ ບັນລຸໄດ້ຜົນງານຫຼາຍຢ່າງໃນເວທີສາກົນ ຂ້າພະເຈົ້າກໍ່ຮູ້ສຶກມີຄວາມປິຕິຊົມຊື່ນທີ່ສຸດ. ໃນງານປະກວດ ນາງງາມໂລກຄັ້ງນີ້, ນາງງາມຂອງ ສປປ ລາວ ກໍ່ຄ້ວາໄດ້ລາງວັນ “ຊຸດປະຈຳຊາດ ດີເດັ່ນ”. ສອງປະເທດພວກເຮົາມີຂ່າວດີ, ຂ່າວມ່ວນ ແລະ ເມື່ອແບ່ງປັນນຳກັນແລ້ວໄດ້ເຮັດໃຫ້ຄວາມເບີກບານມ່ວນຊື່ນ ນັ້ນ ທະວີຄູນ.”

ເຈົ້າ, ຂໍຂອບໃຈນ້ຳໃຈທີ່ເພື່ອນ ແສງອາລຸນ ໄດ້ສະຫງວນໃຫ້ແກ່ປະຊາຊົນ ແລະ ປະເທດ ຫວຽດນາມ ພວກຂ້າພະເຈົ້າ. ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າຂໍຊົມເຊີຍ  ນາງງາມລາວ ທີ່ຍາດໄດ້ຜົນງານສູງໃນງານປະກວດ ນາງງາມໂລກ. ເພື່ອນ ແສງອາລຸນ ຈົ່ງຕິດຕາມລາຍການຂອງພວກເຮົາ ແລະ ຢ່າລືມຂຽນຈົດໝາຍຝາກມາຍັງລາຍການ  ແດ່ເດີ.

ແນະນຳບັນດາມໍລະດົກເອກະສານຂອງ ຫວຽດນາມ - ảnh 2ເຂດພູພຽງຫິນດົ່ງວັນ

ອາທິດຜ່ານມາ, ພວກຂ້າພະເຈົ້າໄດ້ຮັບຂໍ້ຄວາມທາງ Facebook ຂອງເພື່ອນ ອິນພອນ, ເພື່ອນໃຫ້ຮູ້ວ່າ: “ຂ້າພະເຈົ້າພວມຮ່ຳຮຽນຢູ່ ສະຖາບັນການເງິນ ຫວຽດນາມ. ເຖິງວ່າ ໄດ້ຮ່ຳຮຽນຢູ່ ຫວຽດນາມ ເປັນເວລາເກືອບ 3 ປີແລ້ວກໍ່ຕາມ ແຕ່ຂ້າພະເຈົ້າຍັງບໍ່ທັນມີໂອກາດໄປຢ້ຽມຢາມສະຖານທີ່ທ່ອງທ່ຽວແຫ່ງຕ່າງໆຂອງຫວຽດນາມໄດ້ ຫຼາຍແຫ່ງເທື່ອ . ຫວ່າງແລ້ວນີ້, ມີໝູ່ຄົນໜຶ່ງຂອງຂ້າພະເຈົ້າໄດ້ແນະນຳໃຫ້ວ່າ ຄວນໄປທ່ຽວຢູ່ແຂວງ ຮ່າຢາງ ເພາະວ່າທີ່ນັ້ນງາມຫຼາຍ. ເພື່ອກະກຽມໃຫ້ແກ່ການໄປທ່ອງທ່ຽວຄັ້ງນີ້, ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບບັນດາທັດສະນີຍະພາບຢູ່ແຂວງນີ້ໄດ້ບໍ່? ຫວັງວ່າ, ບັນນາທິການພາກພາສາລາວ ຈະແນະນຳສະຖານທີ່ທ່ອງທ່ຽວບາງແຫ່ງຢູ່ແຂວງຮ່າຢາງເຊິ່ງແຂກທ່ອງທ່ຽວມັກ ໄປຢ້ຽມຢາມ ຂໍຂອບໃຈ.”

ເພື່ອນ ອິນພອນ ທີ່ຮັກແພງ, ຮ່າຢາງ ແມ່ນແຂວງໜຶ່ງຂຶ້ນກັບເຂດພູພຽງທາງທິດເໜືອ ຫວຽດນາມ, ທິດຕາເວັນອອກຕິດກັບແຂວງ ກາວບັ່ງ, ທິດຕາເວັນຕົກຕິດກັບແຂວງ ອຽນບ໊າຍ, ລາວກາຍ; ທິດໃຕ້ຕິດກັບແຂວງ ຕວຽນກວາງ; ທິດເໜືອຕິດກັບແຂວງ ຢູນໜານ, ສປ ຈີນ. ເພື່ອນສາມາດເດີນທາງຈາກຮ່າໂນ້ຍ ໄປແຂວງ ຮ່າຢາງ ດ້ວຍພາຫະນະ 3 ຢ່າງຄື: ລົດໂດຍສານ, ລົດຈັກ ແລະ ລົດໂອໂຕ. ໄລຍະທາງຈາກຮ່າໂນ້ຍ ເຖິງ ຮ່າຢາງ ມີຄວາມຍາວປະມານ 300 – 320 ກມ. ໃນບົດຂຽນນີ້, ພວກຂ້າພະເຈົ້າຈະແນະນຳສະຖານທີ່ທ່ອງທ່ຽວບາງແຫ່ງທີ່ດຶງດູດແຂກທ່ອງທ່ຽວມາທ່ຽວຫຼາຍທີ່ສຸດຄື: ປ່າຕົ້ນແປກ ອຽນມິນ; ຮ່ອມພູ ສຸ໋ງລ່າ, ຫໍໂຮງຂອງວົງຕະກຸນ ເວືອງ, ຄຸ້ມຖະໜົນເກົ່າ ດົ່ງວັນ, ກິ່ວ ໝ້າປີແລ່ງ, ຕະຫຼາດນັດ ລຸ່ຍ… ໃນນັ້ນ, ສະຖານທີ່ຄວນໄປຢ້ຽມຢາມທີ່ສຸດແມ່ນ ເຂດພູພຽງຫີນດົ່ງວັນ. ວັນທີ 3 ຕຸລາ 2010, ສຳເນົາເອກະສານ “ເຂດພູພຽງຫີນດົ່ງວັນ” ໄດ້ຮັບການຮັບຮອງເອົາຈາກສະພາທີ່ປຶກສາຕາໜ່າງສວນສາທາລະນະທໍລະນີສາດທົ່ວໂລກ (GGN) ຂອງ UNESCO ວ່າແມ່ນສວນສາທາລະນະທໍລະນີສາດຂອງໂລກຢ່າງເປັນທາງການ. ນອກຈາກນັ້ນ, ເສົາທຸງ ຫລູງກູ໊ ທີ່ຕັ້ງຢູ່ຈຸດສູງ 2000 ແມັດເມື່ອທຽບໃສ່ໜ້ານ້ຳທະເລ, ເຊິ່ງແມ່ນບ່ອນໜຶ່ງດຽວທີ່ມີຊາວເຜົ່າ ໂລໂລ ດຳລົງຊີວິດຢູ່. ເມື່ອຢືນ ຢູ່ທີ່ນີ້ ແລະ ເຫັນທຸງຊາດ ຫວຽດນາມ ປິວສະບັດ, ໄດ້ເຫັນປະຈັກຕາຈຸດ ເລີ່ມຕົ້ນຂອງປະເທດ ຫວຽດນາມ ແມ່ນສ້າງຄວາມປະທັບໃຈທີ່ສຸດ. ເສົາທຸງ ຫລູງກູ໊ ກໍ່ແມ່ນສະຖານທີ່ທ່ອງທ່ຽວຢູ່ແຂວງ ຮ່າຢາງ ໄດ້ຮັບຄວາມນິຍົມຈາກເພື່ອນໜຸ່ມທີ່ສຸດ.

ຫວັງວ່າ, ແຫຼ່ງຂໍ້ມູນຂ່າວທີ່ກ່າວມາຂ້າງເທິງຈະຊ່ວຍໃຫ້ເພື່ອນ ອິນພອນ ແລະ ໝູ່ຂອງຕົນມີລາຍການທ່ອງທ່ຽວທີ່ຈັບອົກຈັບໃຈ ແລະ ເບີກບານມ່ວນຊື່ນ.

ແນະນຳບັນດາມໍລະດົກເອກະສານຂອງ ຫວຽດນາມ - ảnh 3 ແມ່ພິມສະໄໝພະລາດຊະວັນ ຫງວຽນ

ສ່ວນເພື່ອນ ລັດຕະນາວັນ, ນັກສຶກສາພະແນກການທ່ອງທ່ຽວ, ມະຫາວິທະຍາໄລແຫ່ງຊາດລາວ ໄດ້ສົ່ງອີແມວ ມາຫາລາຍການໂດຍແບ່ງປັນວ່າ: “ຂ້າພະເຈົ້າຮູ້ວ່າ ຢູ່ ຫວຽດນາມ ມີມໍລະດົກໂລກຫຼາຍແຫ່ງ ແຕ່ຍັງບໍ່ທັນ ເຂົ້າໃຈແຈ້ງກ່ຽວກັບມໍລະດົກເອກະສານ. ຫວັງວ່າບັນນາທິການພາກພາສາລາວ ອາດຈະອະທິບາຍກ່ຽວກັບມໍລະດົກດັ່ງກ່າວນັ້ນໃຫ້ຂ້າພະເຈົ້າຟັງຕື່ມອີກແດ່ ໄດ້ບໍ່?”

ເພື່ອນ ລັດຕະນາວັນ ທີ່ຮັກແພງ, ມໍລະດົກເອກະສານໂລກ (ຫຼືເອີ້ນວ່າລາຍການບັນທຶກຄວາມຊົງຈຳໂລກ) ຂອງ UNESCO ໄດ້ກຳເນີດມາແຕ່ປີ 1994. ຈຸດປະສົງຂອງ ລາຍການນີ້ແມ່ນເພື່ອຮັບຮູ້ບັນດາມໍລະດົກວັດທະນະທຳພາຍໃຕ້ຮູບຮ່າງທີ່ເປັນ ເອກະສານໃນທົ່ວໂລກ, ນັ້ນອາດຈະແມ່ນປື້ມ, ຟິມຮູບເງົາ, ຮູບພາບ, ເທັບບັນທຶກສຽງ ຫຼື ປື້ມບັນທຶກ. ປະຈຸບັນ, ຫວຽດນາມ ມີມໍລະດົກເອກະສານໂລກ 2 ຢ່າງຄື: ແມ່ພິມສະໄໝລາດຊະວົງ ຫງວຽນ ແລະ ແຜ່ນສີລາຄວັດຊື່ຂອງ ປອ ຢູ່ວັນມ໊ຽວກວັກຕື໋ຢ໊າມ. ນອກຈາກນັ້ນແລ້ວ, ຫວຽດນາມ ຍັງມີມໍລະດົກເອກະສານກ່ຽວກັບພາກພື້ນ ອາຊີ - ປາຊີຟິກ 4 ຢ່າງຄື: ເອກະສານຂອງສະໄໝລາດຊະວົງ ຫງວຽນ; ສາງແຜ່ນແມ່ພິມຄໍາພີພຸດທະສາສະໜາທີ່ເຮັດດ້ວຍໄມ້ ຂອງວັດ ຫວີງງຽມ; ຄຳກາບກອນໃນສະຖາປັດຕະຍາກຳພະລາດຊະວັງ ເຫ້ວ; ສຸດທ້າຍແມ່ນແຜ່ນແມ່ພິມຂອງໂຮງຮຽນ ຟຸກຢາງ ຢູ່ແຂວງ ຮ່າຕິງ.

ນີ້ແມ່ນບັນດາຂໍ້ມູນຂ່າວເລັກນ້ອຍເທົ່ານັ້ນ. ຖ້າຫາກມີໂອກາດ, ເພື່ອນຄວນມາ ຢ້ຽມຢາມ ຫວຽດນາມ ເພື່ອໄດ້ເຫັນປະຈັກຕາບັນດາມໍລະດົກເຫຼົ່ານີ້ ີ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ