ແນະນຳບາງບັນຫາທີ່ທ່ານຜູ້ຟັງສົນໃຈໃສອາທິດຜ່ານມາ

(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 419 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 21 ສະບັບຈາກທ່ານຜູ້ຟັງ.
 

ຄືພວກເຮົາໄດ້ຮູ້ນຳກັນແລ້ວວ່າ, ອາທິດຜ່ານມາ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີມວ 21 ສະບັບ. ຜູ້ຟັງ, ຜູ້ອ່ານຫຼາຍທ່ານໄດ້ແບ່ງປັນກ່ຽວກັບບາງຄໍລຳຂອງລາຍການພາກພາສາລາວ ທີ່ໄດ້ເອົາລົງໃນວບໄຊ vovworld.vn. ໃນນັ້ນ, ທ່ານ ຄຳຜຸຍ, ແຂວງ ວຽງຈັນ ແລະ ນາງ ມະໄລທອງ, ແຂວງບໍ່ແກ້ວ ມີຄວາມຊື່ນຊົມບັນດາພາບສາລະຄະດີໃນໂອກາດບຸນເຕັດຂອງ ຫວຽດນາມ. ນາງ ມະໄລທອງ ຂຽນວ່າ: ຂ້າພະເຈົ້າມັກພາບສາລະຄະດີທີ່ເຕັມໄປດ້ວຍສີສັນ, ຄວາມປະທັບໃຈຂອງບຸນເຕັດ ຫວຽດນາມ, ຄື: ໝູ່ບ້ານຫໍ່ເຂົ້າຕົ້ມແຈງຄຸກ, ໝູ່ບ້ານປູກໝາກກ້ຽງໃຫຍ່ ຢ້ຽນ, ຫຼື ວິທີເຮັດເຂົ້າປຽກເຂົ້າປາທີ່ແຊບນົວ… ເຖິງວ່ານີ້ແມ່ນບັນດາຮູບພາບທີ່ລຽບງ່າຍ, ແຕ່ນີ້ແມ່ນວິທີໂຄສະນາວັດທະນະທຳ, ຮີດຄອງປະເພນີຂອງຊາວ ຫວຽດນາມ ດ້ວຍບັນດາຮູບພາບ ເຖິງເພື່ອນມິດສາກົນໄດ້ຢ່າງວ່ອງໄວ ແລະ ມີປະສິດທິຜົນທີ່ສຸດ.

ແນະນຳບາງບັນຫາທີ່ທ່ານຜູ້ຟັງສົນໃຈໃສອາທິດຜ່ານມາ  - ảnh 1ເສົາທຸງ ຫຼູງກູ໋, ແຂວງ ຮ່າຢາງ
 

ອາທິດຜ່ານມາ, ທ່ານ ຄຳຫຼ້າ, ຢູ່ຫຼວງພະບາງ ໄດ້ຝາກ ອີມວ ເຖິງລາຍການພາສາລາວ, ຢາກຮູ້ຂໍ້ມູນກ່ຽວກັບເສົາທຸງ ຫຼູງກູ໋, ແຂວງ ຮ່າຢາງ?

          ທ່ານ ຄຳຫຼ້າ ທີ່ຮັກແພງ, ເສົາທຸງ ຫຼູງກູ໋, ຕັ້ງຢູ່ຈອມພູ ຫຼູງກູ໋ ມີຄວາມສູງປະມານ 1.470 ແມັດ ເມື່ອທຽບໃສ່ລະດັບໜ້ານ້ຳທະເລ. ໃຕ້ເສົາທຸງ ແມ່ນພູຜາປ່າໄມ້ທີ່ສວຍສົດງົດງາມ ສະຫຼັບສັບຊ້ອນກັບນາຂັ້ນໄດທີ່ງາມຕາ, ສ້າງເປັນຮູບພາບທຳມະຊາດທີ່ປະຖົມປະຖານ, ເປັນເອກະລັກສະເພາະຢູ່ແຂວງ ຮ່າຢາງ. ເສົາທຸງ ຫຼູງກູ໋ ໄດ້ຮັບການກໍ່ສ້າງໃນສະໄໝເຈົ້າຊີວິດ ຫຼີເທື່ອງກຽດ (1019 – 1105) ແລະ ໄດ້ຮັບການບູລະນະປະຕິສັງຂອນເປັນຫຼາຍເທື່ອເຊິ່ງມີຮູບຮ່າງຄືໃນປະຈຸບັນ. ຢູ່ຈຸດສູງສຸດແມ່ນເສົາທຸງສູງ 9 ແມັດ ໄດ້ແຂວນທຸງຊາດ ຫວຽດນາມ ຍາວ 9 ແມັດ, ກ້ວາງ 6 ແມັດ ແລະ ມີເນື້ອທີ່ທັງໝົດ 54 ຕາແມັດ, ເຊິ່ງເປັນສັນຍາລັກໃຫ້ແກ່ 54 ຊົນເຜົ່າອ້າຍນ້ອງຢູ່ ຫວຽດນາມ ທີ່ດຳລົງຊີວິດຢູ່ຮ່ວມກັນໃນເຂດດິນແດນຂອງປະເທດ ຫວຽດນາມ.

ແນະນຳບາງບັນຫາທີ່ທ່ານຜູ້ຟັງສົນໃຈໃສອາທິດຜ່ານມາ  - ảnh 2ແມ່ນ້ຳ ດົ່ງນາຍ

ທ່ານ ພອນສະຫວັນ, ແຂວງ ຊຽງແຂວງ, ອະດີດນັກສຶກສາພະແນກສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງຊາດ ລາວ, ໂທລະສັບຫາລາຍການໂດຍຖາມວ່າ: ຂ້າພະເຈົ້າຮູ້ດີວ່າ ຢູ່ ຫວຽດນາມ ມີລະບົບແມ່ນ້ຳ, ຫ້ວຍນ້ຳທີ່ອຸດົມສົມບູນ, ສະນັ້ນ, ຈຶ່ງສ້າງຄວາມສະດວກໃຫ້ແກ່ການພັດທະນາກະສິກຳ. ດັ່ງນັ້ນ, ຂ້າພະເຈົ້າຢາກຖາມວ່າ, ຢູ່ ຫວຽດນາມ ມີແມ່ນ້ຳທັງໝົດຈັກສາຍ ແລະ ແມ່ນ້ຳສາຍໃດຍາວທີ່ສຸດ, ໄຫຼຜ່ານແຂວງໃດແດ່?

ທ່ານ ພອນສະຫວັນ ທີ່ຮັກແພງ, ຂໍຂອບໃຈທີ່ທ່ານໄດ້ຕັ້ງຄຳຖາມທີ່ເປັນປະໂຫຍດມາໃຫ້ພວກຂ້າພະເຈົ້າ. ຕາມຕົວເລກສະຖິຕິຂອງກົມຄຸ້ມຄອງທາງນ້ຳຂອງ ຫວຽດນາມ ແລ້ວ, ປະເທດ ຫວຽດນາມ ມີແມ່ນ້ຳ 392 ສາຍ. ມີແມ່ນ້ຳທີ່ມີແຫຼ່ງກຳເນີດມາຈາກບັນດາປະເທດອື່ນ ແລະ ໄຫຼຜ່ານເຂດດິນແດນຂອງ ຫວຽດນາມ, ມີແມ່ນ້ຳທີ່ມີແຫຼ່ງກຳເນີດຢູ່ ຫວຽດນາມ ໄຫຼໄປຜ່ານບັນດາປະເທດອື່ນ ແລະ ມີແມ່ນ້ຳຫຼາຍສາຍໄຫຼພາຍໃນປະເທດ ຫວຽດນາມ ແລ້ວໄຫຼອອກສູ່ທະເລ. ໃນຈຳນວນນັ້ນ, ແມ່ນ້ຳ ດົ່ງນາຍ ແມ່ນແມ່ນ້ຳຍາວທີ່ສຸດຢູ່ ຫວຽດນາມ. ແມ່ນ້ຳດົ່ງນາຍ ໄຫຼຜ່ານແຂວງ ເລີມດົ່ງ, ດັກນົງ, ບິ່ງເຟືອກ, ດົ່ງນາຍ, ບິ່ງເຢືອງ, ນະຄອນ ໂຮ່ຈີມິນ ດ້ວຍຄວາມຍາວ 586 ກິໂລແມັດ. ແມ່ນ້ຳ ດົ່ງນາຍ ມີແຫຼ່ງກຳເນີດມາຈາກ ພູພຽງ ເລີມວຽນ, ແຂວງ ເລີມດົ່ງ. ແມ່ນ້ຳດົ່ງນາຍ ໄຫຼອອກສູ່ທະເລຕາເວັນອອກ ຢູ່ເມືອງ ເກີ່ນເຢິ່. ຫວັງວ່າ, ບັນດາຂໍ້ມູນດັ່ງກ່າວຈະປະໂຫຍດສຳລັບທ່ານ ພອນສະຫວັນ ແລະ ທ່ານຜູ້ຟັງທີ່ມີຄວາມສົນໃຈ.

ແນະນຳບາງບັນຫາທີ່ທ່ານຜູ້ຟັງສົນໃຈໃສອາທິດຜ່ານມາ  - ảnh 3ເສັ້ນທາງ ໂຮ່ຈີມິນ
(ພາບປະກອບ)

ທ່ານຜູ້ຟັງທີ່ເຄົາລົບ, ກ່ອນທີ່ສິ້ນສຸດລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍສະເໜີບັນດາຂໍ້ມູນກ່ຽວກັບ ເສັ້ນທາງ ໂຮ່ຈີມິນ. ນີ້ແມ່ນເນື້ອໃນຄຳຖາມຂອງທ່ານ ຈັນທະໝອນ, ແຂວງ ວຽງຈັນ ຝາກເຖິງລາຍການໃນອາທິດຜ່ານມາ. ເພື່ອນໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ໄປປະຕິບັດງານຢູ່ ຫວຽດນາມ ແລະ ໃນການໄປປະຕິບັດງານນັ້ນ ສ່ວນຫຼາຍໄດ້ເດີນທາງໃນເສັ້ນທາງ ໂຮ່ຈີມິນ. ຂ້າພະເຈົ້າເຫັນວ່າເສັ້ນທາງນີ້ຍາວຫຼາຍ, ສະນັ້ນ ຂ້າພະເຈົ້າຈິ່ງຂໍຖາມຄວາມຍາວຂອງເສັ້ນທາງນີ້ແດ່?

ທ່ານ ຈັນທະໝອນ ທີ່ຮັກແພງ, ເສັ້ນທາງ ໂຮ່ຈີມິນ ແມ່ນ 1 ໃນຈຳນວນ 4 ເສັ້ນທາງສຳຄັນທີ່ສຸດຂອງ ຫວຽດນາມ ເຊື່ອມຕໍ່ແຕ່ພາກເໜືອຮອດພາກໃຕ້. ເສັ້ນທາງ ໂຮ່ຈີມິນ ມີຄວາມຍາວປະມານ 3.167 ກມ ໄປຜ່ານ 30 ແຂວງ, ນະຄອນຂອງ ຫວຽດນາມ. ເລີ່ມແຕ່ ກິໂລແມັດທີ 0 ຢູ່ເທດສະບານ ເຕີນກີ່, ເມືອງ ເຕີນກີ່, ແຂວງ ເງະອານ. ຈຸດສຸດທ້າຍແມ່ນ ເດີດໝຸຍ, ແຂວງ ກ່າເມົາ. ໃນນັ້ນຕອນຜ່ານແຂວງ ກ໋ວາງບິ່ງ ແມ່ນຍາວທີ່ສຸດດ້ວຍຄວາມຍາວ 320 ກິໂລແມັດ. ປະຊາຊົນ ຫວຽດນາມ ມີຄວາມເອກອ້າງທະນົງໃຈຕໍ່ເສັ້ນທາງນີ້ຫຼາຍ ຍ້ອນວ່າ, ກ່ອນນີ້ແມ່ນເສັ້ນທາງນ້ອຍ ໂຮ່ຈີມິນ, ເຊິ່ງເປັນບ່ອນສ້າງຂີດໝາຍປະຫວັດສາດໃນການຕໍ່ສູ້ກູ້ຊາດຂອງທະຫານ ແລະ ປະຊາຊົນ ຫວຽດນາມ ໃນເມື່ອກ່ອນ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ.ຂໍຂອບໃຈ!

ຕອບກັບ

ຂ່າວ/ບົດ​ອື່ນ