ແນະນຳບາງຮ້ານທີ່ມີເຍື່ອງອາຫານແຊບນົວ, ເປັນເອກະລັກຂອງ ຫວຽດ​ນາມ

(VOVWORLD) - ອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 389 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 26 ສະບັບຈາກທ່ານຜູ້ຟັງ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່າຜູ້ຟັງາກມາລາຍການໃນອາທິດຜ່ານມາ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 389 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 26 ສະບັບຈາກທ່ານຜູ້ຟັງ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່າຜູ້ຟັງາກມາລາຍການໃນອາທິດຜ່ານມາ.

ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວ, ຫຼາຍສະບັບ ແລະ ຂໍ້ຄວາມຈາກທ່ານຜູ້ຟັງຝາກເຖິງລາຍການ ດ້ວຍເນື້ອໃນທີ່ແຕກຕ່າງກັນ, ໃນນັ້ນມີທ່ານ ລັດດາພອນ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີແມວເຖິງລາຍການດ້ວຍເນື້ອໃນ ອວຍພອນປີໃໝ່, ໃນນັ້ນມີຕອນຂຽນວ່າ: “ປີນີ້, ຂ້າພະເຈົ້າໄດ້ຕິດຕາມຂ່າວ, ບົດເຊິ່ງລາຍການພາກພາສາລາວເອົາລົງໃນແວບໄຊ vovworld.vn, ຂ້າພະເຈົ້າຮູ້ວ່າບັນນາທິການພາກພາສາລາວມານະພະຍາຍາມຫຼາຍທີ່ສຸດປະຕິບັດສຳເລັດໜ້າທີ່ວຽກງານຢ່າງຫຼວງຫຼາຍເພື່ອໂຄສະນາໃຫ້ປີສາມັກຄີ 2022 ລາວ - ຫວຽດນາມ ນີ້. ຂ້າພະເຈົ້າຂໍອວຍພອນໃຫ້ພວກອ້າຍເອື້ອຍໃນພາກພາສາລາວປີ 2023 ຈະປະຕິບັດວຽກງານບັນລຸຜົນສຳເລັດຫຼາຍກ່ວາອີກ, ເພື່ອນຳລາຍການພາກພາສາລາວ ກາຍເປັນຊ່ອງຂໍ້ມູນຂ່າວສານທີ່ນິຍົມຂອງບັນດາຜູ້ມີຄວາມຮັກຕໍ່ປະເທດ ຫວຽດນາມ ຄືຂ້າພະເຈົ້າ. ອວຍພອນໃຫ້ບັນນາທິການພາກພາສາລາວ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດເວົ້າສະເພາະ ແລະ ວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມ ໃຫ້ນັບມື້ນັບໃຫຍ່ໂຕເຂັ້ມແຂງ, ຍາມໃດກໍ່ເປັນຊ່ອງຂໍ້ມູນຂ່າວສານແຖວໜ້າຂອງ ຫວຽດນາມ ແລະ ຂອງໂລກ. ແນ່ນອນວ່າ, ໃນປີ 2023 ນີ້ ຂ້າພະເຈົ້າຈະຕິດຕາມຮັບຟັງຊ່ອງກະຈາຍສຽງຂອງພວກທ່ານເປັນປະຈຳ”.

ສ່ວນຈົດໝາຍຂອງທ່ານ ບຸນມີ, ຢູ່ແຂວງ ຫົວພັນ ມີເນື້ອໃນຂຽນວ່າ: ຂ້າພະເຈົ້າໄດ້ຕິດຕາມຂ່າວ, ບົດໃນແວບໄຊ vovworld.vn ຂອງພວກທ່ານເປັນປະຈຳ ແລະ ເຫັນວ່າ ອາທິດຜ່ານມາ ມີຫຼາຍຂ່າວ, ບົດສະຫລຸບ, ສະຖິຕິດ້ວຍເນື້ອໃນດຶງດູດຜູ້ອ່ານ. ໃນນັ້ນ, ຂ້າພະເຈົ້າມີຄວາມປະທັບໃຈກັບຕົວເລກການເຕີບໂຕ GDP ປີ 2022 ຄາດວ່າບັນລຸ  8,2%. ໄພເງິນເຟີ້ໄດ້ຮັບການຄວບຄຸມຢູ່ລະດັບ 3,15%. ຍອດວົງເງິນສົ່ງອອກ, ນຳເຂົ້າໃນທົ່ວປະເທດບັນລຸປະມານ 732,5 ຕື້ USD, ເພີ່ມຂຶ້ນ 9,5%. ຫຼືວ່າ, ເປັນຄັ້ງທີ 2 ທີ່ຫວຽດນາມ ໄດ້ຮັບໄຊຊະນະໃນການເລືອກຕັ້ງ ເປັນສະມາຊິກຂອງສະພາສິດທິມະນຸດ ສປຊ ອາຍຸການ 2023 2025, ຢູ່ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 77, ທີ່ດຳເນີນຢູ່ ນິວຢອກ, ອາເມລິກາ ດ້ວຍບັດສະໜັບສະໜູນສູງທີ່ສຸດ. ປີ 2022, ແມ່ນປີທີ່ ຫວຽດນາມ ບັນລຸຜົນສຳເລັດທີ່ສຸດ, ຂ້າພະເຈົ້າຂໍຊົມເຊີຍພວກທ່ານ, ຫວັງວ່າ ປີ 2023, ຈະແມ່ນປີທີ່ບັນລຸຜົນສຳເລັດກ່ວາອີກ.

ແນະນຳບາງຮ້ານທີ່ມີເຍື່ອງອາຫານແຊບນົວ, ເປັນເອກະລັກຂອງ ຫວຽດ​ນາມ - ảnh 1ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ , ປະທານປະເທດ ລາວ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ
(ພາບ:Bá Thành/TTXVN)

ເພື່ອນ ຄຳແສງ, ແຂວງ ວຽງຈັນ ໄດ້ສົ່ງອີແມວເຖິງລາຍການ, ເພື່ອນໃຫ້ຮູ້ວ່າ: ປີ 2022 ຜ່ານມາ, ຂ້າພະເຈົ້າໄດ້ເຂົ້າຮ່ວມຊຸດຝຶກອົບຮົມໃຫ້ພະນັກງານຊາວໜຸ່ມ ລາວ ຢູ່ ຫວຽດນາມ. ໂດຍເປັນຊາວໜຸ່ມຜູ້ໜຶ່ງ, ທີ່ບໍ່ທັນມີໂອກາດໄດ້ໄປຮ່ຳຮຽນ, ແລກປ່ຽນຢູ່ ປະເທດ ຫວຽດນາມ ຈັກເທື່ອ ແຕ່ຂ້າພະເຈົ້າກໍ່ຮູ້ສຶກໄດ້ນ້ຳໃຈສະໜິດສະໜົມ ແລະ ຄວາມອົບອຸ່ນທີ່ອ້າຍນ້ອງ ຫວຽດນາມ ສະຫງວນໃຫ້ສະມາຊິກໃນຄະນະພວກຂ້າພະເຈົ້າ. ຂ້າພະເຈົ້າຮູ້ວ່າ ປີ 2022 ແມ່ນປີສາມັກຄີ, ມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ, ແຕ່ບໍ່ທັນຮູ້ແຈ້ງກ່ຽວກັບການແລກປ່ຽນຄະນະຜູ້ແທນລະຫວ່າງສອງປະເທດໃນປີສຳຄັນນີ້. ຫວັງວ່າ, ບັນນາທິການພາກພາສາລາວ ຈະສະໜອງຂໍ້ມູນດັ່ງກ່າວໄດ້ບໍ່? ຂໍຂອບໃຈ.

ເພື່ອນ ຄຳແສງ ທີ່ຮັກແພງ, ປີ 2022 ແມ່ນປີທີ່ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ ມີຄວາມຂະຫຍັນຂັນເຄື່ອນທີ່ສຸດ. ຕາມຕົວເລກສະຖິຕິທີ່ບໍ່ທັນຄົບຖ້ວນ, ໃນປີ 2022, ສອງປະເທດໄດ້ແລກປ່ຽນຄະນະຜູ້ແທນຂັ້ນຮອງລັດຖະມົນຕີຂຶ້ນໄປ ແມ່ນປະມານ 115 ຄະນະ. ຄະນະຜູ້ແທນ ຫວຽດນາມ ໄປລາວ ປະມານ 64 ຄະນະ, ໃນນັ້ນຂັ້ນກຳມະການກົມການເມືອງ, ຄະນະເລຂາແມ່ນ 16 ຄະນະ; ຄະນະຜູ້ແທນຂັ້ນກຳມະການສູນກາງ 28 ຄະນະ. ຄະນະຜູ້ແທນລາວ ມາ ຫວຽດນາມ ປະມານ 51 ຄະນະ, ໃນນັ້ນຂັ້ນກຳມະການກົມການເມືອງ/ອະດີດກຳມະການກົມການເມືອງ, ເລຂາສູນກາງພັກ/ອະດີດເລຂາສູນກາງພັກ ແມ່ນ 13 ຄະນະ ແລະ ຄະນະຜູ້ແທນຂັ້ນກຳມະການສູນກາງແມ່ນ 27 ຄະນະ. ຫວັງວ່າ, ບັນດາຂໍ້ມູນດັ່ງກ່າວຈະມີປະໂຫຍດໃຫ້ແກ່ເພື່ອນ ຄຳແສງ ແລະ ທ່ານຜູ້ຟັງທີ່ມີຄວາມສົນໃຈ.

ແນະນຳບາງຮ້ານທີ່ມີເຍື່ອງອາຫານແຊບນົວ, ເປັນເອກະລັກຂອງ ຫວຽດ​ນາມ - ảnh 2ພາບປະກອບ

ໃນອາທິດ, ເພື່ອນຈັນທະພອນ, ຢູ່ແຂວງ ບໍ່ແກ້ວ ໄດ້ຝາກອີແມວເຖິງລາຍການດ້ວຍເນື້ອໃນ: ຂ້າພະເຈົ້ານິຍົມອາຫານ ຫວຽດນາມ ຫຼາຍ ແລະ ໄລຍະຈະມາເຖິງຈະມີໂອກາດໄປຢ້ຽມຢາມ ຫວຽດນາມ. ນອກຈາກ ເຝີ ທີ່ມີຊື່ສຽງໂດ່ງດັງໃນໂລກແລ້ວ, ຂໍໃຫ້ບັນນາທິການພາກພາສາລາວ ແນະນຳບາງຮ້ານທີ່ມີເຍື່ອງອາຫານແຊບນົວ, ເປັນເອກະລັກຂອງຮ່າໂນ້ຍ ໃຫ້ຂ້າພະເຈົ້າແດ່ໄດ້ບໍ່?

ເພື່ອນ ຈັນທະພອນ ທີ່ຮັກແພງ, ອາຫານ ຫວຽດນາມ ມີຫຼາຍເຍື່ອງ ແລະ ເປັນເອກະລັກທີ່ສຸດ, ບັນດາເຍື່ອງອາຫານ ຫວຽດນາມ ເຂັ້ມຂຸ້ນໄປດ້ວຍສີສັນຊາດ ແລະ ຕິດພັນກັບຊີວິດປະຈຳວັນຂອງປະຊາຊົນ ຫວຽດນາມ. ປະຈຸບັນ, ອາຫານ ຫວຽດນາມ ມີຫຼາຍຄົນຮູ້ຈັກ, ບັນດາພໍ່ຄົວ, ແມ່ຄົວທີ່ມີຊື່ສຽງໃນໂລກໄດ້ຍ້ອງຍໍສັນລະເສີນອາຫານ ຫວຽດນາມ. ອາຫານ ຫວຽດນາມ ຍາມໃດກໍ່ຮັກສາ ແລະ ເສີມຂະຫຍາຍບັນດາຈຸດທີ່ເປັນເອກະລັກສະເພາະຂອງຊາດ. ຕໍ່ໄປນີ້, ພວກຂ້າພະເຈົ້າຂໍແນະນຳເຍື່ອງອາຫານທີ່ມີຊື່ສຽງຂອງ ຫວຽດນາມ ຢູ່ໃນໂລກ, ນັ້ນແມ່ນ: ເຝີ, ເຂົ້າຈີ່, ບັນແຊ່ວ, ເຂົ້າປຸ້ນປູ, ເຂົ້າປຸ້ນເຫ້ວ, ຢໍ່ຂາວ, ກາເຟໄຂ່… ເມື່ອມາທ່ຽວຮ່າໂນ້ຍ, ເພື່ອນອາດຈະໄປຊີມບັນດາເຍື່ອງອາຫານທີ່ໜ້າຈັບໃຈດັ່ງກ່າວຢູ່ຮ້ານຂາຍຕ່າງໆຄື: ເຝີ ຖິ່ນ ເຮືອນເລກທີ 13 ຖະໜົນລໍ່ດູກ, ເຂົ້າປຸ້ນຊີ້ນປິ້ງຢູ່ເຮືອນເລກທີ 24 ຖະໜົນເລວັນຮືວ, ຮ້ານນີ້, ແມ່ນຮ້ານທີ່ທ່ານອະດີດປະທານາທິບໍດີ Barack Obama ພ້ອມດ້ວຍຄະນະໄດ້ມາຊີມເມື່ອມາປະຕິບັດງານຢູ່ ຫວຽດນາມ; ເຂົ້າປຸ້ນເຕົ້າຮູ້ຈືນກະປິ ຢູ່ເຮືອນເລກທີ 49 ຖະໜົນເຟີດໂລກ; ກາເຟໄຂ່ຢູ່ເຮືອນເລກທີ 39 ຖະໜົນຫງວຽນຮຶວຮວນ… ນອກຈາກນັ້ນ, ຖ້າບໍ່ມີເວລາຫຼາຍ, ເພື່ອນອາດສາມາດໄປກິນເຂົ້າຢູ່ຮ້ານ ງອນ (ແຊບ) ຢູ່ຮ່າໂນ້ຍ, ຮ້ານນີ້ ຂາຍອາຫານທີ່ເປັນເອກະລັກຂອງ 3 ພາກຫຼາຍເຍື່ອງ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ