ແນະ​ນຳ​ເຂດ​ປູກ​ກາ​ເຟ ໃນ​ແຂວງ ເຊີນ​ລາ

(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 448 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄ້ວນ.
ແນະ​ນຳ​ເຂດ​ປູກ​ກາ​ເຟ ໃນ​ແຂວງ ເຊີນ​ລາ - ảnh 1ກ້ວຍປິ້ງຂອງ ຫວຽດນາມ (ພາບປະກອບ)

ໃນອາທິດ, ເພື່ອນ ອຳພາວັນ, ຢູ່ແຂວງ ໄຊສົມບູນ ໄດ້ສົ່ງອີເມວເຖິງລາຍການ, ດ້ວຍເນື້ອໃນວ່າ: ຂ້າພະເຈົ້າຫາກໍ່ອ່ານບົດສາລະຄະດີ ກ່ຽວກັບກ້ວຍປີ້ງຂອງ ຫວຽດນາມ. ທຳອິດຂ້າພະເຈົ້າຄິດວ່າ ກ້ວຍປີ້ງຂອງ ຫວຽດນາມ ຄ້າຍຄືກັນກັບກ້ວຍປິ້ງ (ຈີ່ກ້ວຍ) ຂອງລາວ. ກ້ວຍປີ້ງຂອງລາວຈະເລືອກກ້ວຍນ້ຳ, ສຸກເຮີ່ມ, ປອກເປືອກ ແລະ ປິ້ງໃສ່ເຕົາຖ່ານໃຫ້ສຸກເຫຼືອງແລ້ວກໍ່ນຳມາກິນເລີຍ. ນີ້ແມ່ນອາຫານຫວ່າງທີ່ໄດ້ຮັບຄວາມນິຍົມຈາກປະຊາຊົນລາວ ແລະ ຢູ່ທາງເຂົ້າຕະຫຼາດທຸກແຫ່ງຂອງລາວ ກໍ່ໄດ້ຂາຍອາຫານຫວ່າງປະເພດນີ້. ຂ້າພະເຈົ້າຫວັງວ່າ ບັນນາທິການຂອງພາກພາສາລາວທຸກທ່ານຈະມີໂອກາດຊິມລົດຊາດຂອງອາຫານຫວ່າງເຍື່ອງນີ້.

ທ້າຍອາທິດຜ່ານມາ, ພວກຂ້າພະເຈົ້າໄດ້ຮັບອີເມວ ຈາກ ເພື່ອນ ງອັກລານ, ນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ລາວ, ເພື່ອນໄດ້ແບ່ງປັນວ່າ: ຜ່ານລາຍການຂ່າວ, ບົດຕ່າງໆໃນວບໄຊຂອງພາກພາສາລາວ, ນ້ອງໄດ້ຮຽນ, ໄດ້ຮູ້ຈັກຫຼາຍຄຳສັບໃໝ່. ຍ້ອນວ່າ ນ້ອງຮຽນຂະແໜງເສດຖະກິດ, ດັ່ງນັ້ນ ຈິ່ງມີຄວາມສົນໃຈຊອກຮູ້ຄຳສັບສະເພາະຂະແໜງ. ບັນດາບົດຂຽນທີ່ເອົາລົງໃນວບໄຊຂອງພາກພາສາລາວ ແມ່ນຊ່ອງທາງໜຶ່ງທີ່ຊ່ວຍໃຫ້ນ້ອງໄດ້ຮູ້ຈັກຫຼາຍຄຳສັບສະເພາະຂະແໜງເສດຖະກິດກ່ວາອີກ. ນ້ອງຫວັງວ່າ ໄລຍະຈະມາເຖິງ, ຈະມີໂອກາດໄດ້ມາຝຶກງານຢູ່ພາກພາສາລາວ ເພື່ອຮ່ຳຮຽນເອົາຄຳສັບໃຫ້ໄດ້ຫຼາຍກ່ວາອີກ.

ຂອບໃຈເພື່ອນ ອຳພາວັນ ແລະ ເພື່ອນ ງອັກລານ, ພວກຂ້າພະເຈົ້າມີຄວາມປະຕິຊົມຊື່ນທີ່ສຸດກ່ຽວກັບຂໍ້ມູນທີ່ພວກເພື່ອນສົ່ງມາໃຫ້ພວກຂ້າພະເຈົ້າ ແລະ ເມື່ອຂ່າວ, ບົດໃນເວບໄຊຂອງລາຍການຊ່ວຍໃຫ້ພວກເພື່ອນເຂົ້າໃຈກ່ຽວກັບພາສາລາວກ່ວາອີກ. ຫວັງວ່າ, ໄລຍະຈະມາເຖິງ, ທ່ານຜູ້ຟັງ, ຜູ້ອ່ານຈະມິຄຳຄິດເຫັນຕໍ່ບັນດາຂ່າວ, ບົດຂອງພວກຂ້າພະເຈົ້າຫຼາຍກ່ວາອີກ.

ແນະ​ນຳ​ເຂດ​ປູກ​ກາ​ເຟ ໃນ​ແຂວງ ເຊີນ​ລາ - ảnh 2ນາງຊາວເກັບກ່ຽວກາເຟຢູ່ ຈ່ຽງບ້ານ ໃນແຂວງ ເຊີນລາ

ເພື່ອນ ລັດດາພອນ, ແຂວງ ຈຳປາສັກ ໄດ້ຝາກອີເມວ ເຖິງລາຍການ, ເພື່ອນຢາກຖາມກ່ຽວກັບກາເຟທີ່ປູກໃນແຂວງ ເຊີນລາ, ເພື່ອນຖາມວ່າ: ຂ້າພະເຈົ້າມີເພື່ອນ ຫວຽດນາມ ຜູ້ໜຶ່ງ, ລາວເອົາກາເຟ Arabica ທີ່ໄດ້ປູກ ແລະ ປຸງແຕ່ງຢູ່ແຂວງ ເຊີນລາ ມາຕ້ອນ. ຂ້າພະເຈົ້າຮູ້ວ່າ ກາເຟຊະນິດນີ້ປູກຍາກ, ບໍ່ແມ່ນດິນແຫ່ງໃດກໍ່ສາມາດປູກໄດ້ ດັ່ງນັ້ນ ຈຶ່ງແປກໃຈ ຍ້ອນວ່າ ແຂວງໜຶ່ງຢູ່ພາກເໜືອຂອງ ຫວຽດນາມ ກໍ່ສາມາດປູກ ແລະ ຜະລິດກາເຟຊະນິດນີ້ໄດ້. ຂ້າພະເຈົ້າຢາກຊອກຮູ້ຕື່ມກ່ຽວກັບເຂດປູກກາເຟ ເຊີນລາ, ຫວັງວ່າ ບັນນາທິການຂອງພາກພາສາລາວ ຈະໃຫ້ຮູ້ຕື່ມອີກແດ່.

ເພື່ອນ ລັດດາພອນ ທີ່ຮັກແພງ, ເມື່ອໄດ້ຮັບອີແມວຂອງເພື່ອນພວກຂ້າພະເຈົ້າຄິດເລີຍວ່າເພື່ອນແມ່ນຜູ້ນິຍົມ ແລະ ຢາກຊອກຮູ້ກ່ຽວກັບກາເຟ. ມື້ນີ້, ພວກຂ້າພະເຈົ້າຈະແນະນຳໃຫ້ເພື່ອນກ່ຽວກັບແຂວງທີ່ປູກກາເຟ Arabica ໃຫຍ່ຂອງ ຫວຽດນາມ. Arabica ແມ່ນກາເຟຊະນິດໜຶ່ງທີ່ໄດ້ປູກຫຼາຍຢູ່ປະເທດ ບຣາຊິນ ແລະ ບັນດາປະເທດ ອາເມລິກາ ໃຕ້. ເຖິງວ່າ ຫວຽດນາມ ແມ່ນປະເທດປູກກາເຟ Robusta ເປັນຕົ້ນ, ແຕ່ກໍ່ແມ່ນປະເທດປູກກາເຟ Arabica ຫອມແຊບທີ່ສຸດໃນໂລກ, ກາເຟ Arabica ໄດ້ປູກຫຼາຍຢູ່ແຂວງ: ເລີມດົ່ງ, ເຊີນລາ, ກວາງຈິ້, ດ້ຽນບຽນ. ກາເຟຊະນິດນີ້ໄດ້ນຳມາປູກຢູ່ແຂວງ ເຊີນລາ ເມື່ອປີ 1945, ພາຍຫຼັງກ່ວາ 70 ປີ, ຕົ້ນກາເຟ ກາຍເປັນຕົ້ນໄມ້ຫຼັກຢູ່ແຂວງນີ້. ດ້ວຍເນື້ອທີ່ດິນທີ່ກ້ວາງຂວາງນັ້ນ, ເຊີນລາ ແມ່ນທ້ອງຖິ່ນປູກກາເຟ Arabica ໃຫຍ່ຂອງ ຫວຽດນາມ, ຖັດຈາກແຂວງ ເລີມດົ່ງ. ຫວັງວ່າ, ເພື່ອນ ລັດດາພອນ ຈະແມ່ນ “ທູດ” ໂຄສະນາກາເຟ ຫວຽດນາມ ເຖິງເພື່ອນມິດລາວເດີ້.

ແນະ​ນຳ​ເຂດ​ປູກ​ກາ​ເຟ ໃນ​ແຂວງ ເຊີນ​ລາ - ảnh 3ພາບປະກອບ

ໃນອາທິດ, ເພື່ອນ ວັນໄຊ ຄຳມີ, ແຂວງ ບໍ່ແກ້ວ ໄດ້ຝາກອີເມວເຖິງລາຍການ ຊອກຮູ້ກ່ຽວກັບການເຄື່ອນໄຫວຕ່າງໆທີ່ຈະຈັດຂຶ້ນເນື່ອງໃນໂອກາດວັນບຸນບູຊາເຈົ້າຊີວິດຮຸ່ງ ປີ 2023, ເພື່ອນກ່າວວ່າ: ຂ້າພະເຈົ້າ ແລະ ຄອບຄົວຈະໄປທ່ຽວຢູ່ ຫວຽດນາມ ໃນຊຸມວັນທ້າຍເດືອນເມສານີ້, ຂ້າພະເຈົ້າໄດ້ອ່ານຫຼາຍຂ່າວກ່ຽວກັບການເຄື່ອນໄຫວໃນວັນບຸນບູຊາເຈົ້າຊີວິດຮຸ່ງ ຢູ່ແຂວງ ຝູເທາະ. ຄອບຄົວຂ້າພະເຈົ້າຢາກຊອກຮູ້ຕື່ມກ່ຽວກັບບັນດາການເຄື່ອນໄຫວນີ້ແດ່.

ເພື່ອນ ວັນໄຊ ທີ່ຮັກແພງ, ງານບຸນບູຊາ ເຈົ້າຊີວິດຮຸ່ງ, ງານບຸນວິຫານຮຸ່ງ ປີ 2023 ໄດ້ດຳເນີນແຕ່ວັນທີ 21 – 29 ເມສາ ດ້ວຍການເຄື່ອນໄຫວແນະນຳ ແລະ ໂຄສະນາບັນດາມໍລະດົກວັດທະນະທຳຂອງແຂວງ ຝູເທາະ. ພິເສດ, ໃນຊຸມວັນຈັດງານບຸນບູຊາເຈົ້າຊີວິດຮຸ່ງ ແລະ ສັບປະດາວັດທະນະທຳ - ທ່ອງທ່ຽວດິນແດນບັນພະບູລຸດ ປີ 2023, ແຂວງ ໄດ້ດຳເນີນຫຼາຍພິທີທີ່ເປັນມູນເຊື້ອຄື: ພິທີຖະຫວາຍທູບທຽນ ໄຫວ້ອາໄລບັນດາເຈົ້າຊີວິດຮຸ່ງ; ງານບຸນບູຊາ ລາກລອງກວັນ; ງານບຸນບູຊາພະແມ່ ເອົາເກີ; ງານບຸນບູຊາຢູ່ເຂດປູຊະນີຍະສະຖານ ບູຊາເຈົ້າຊີວິດຮຸ່ງ ແລະ ບັນດາຜູ້ມີອິດທິພົນຊື່ສຽງ, ນາຍພົນໃນສະໄໝເຈົ້າຊີວິດຮຸ່ງ ໃນບໍລິເວນແຂວງ… ຢູ່ເຂດປູຊະນີຍະສະຖານປະຫວັດສາດ ວິຫານ ຮຸ່ງ ແລະ ນະຄອນ ຫວຽດຈີ ຈະຈັດການເຄື່ອນໄຫວກິລາ, ວັດທະນະທຳຫຼາຍຢ່າງໂດຍຕໍ່ເນື່ອງຄື: ໄຂ “ງານບຸນບູຊາເຈົ້າຊີວິດຮຸ່ງ ແລະ ສັບປະດາວັດທະນະທຳ - ທ່ອງທ່ຽວເຂດດິນແດນບັນພະບູລຸດ ປີ 2023” ແລະ “ສັບປະດາມໍລະດົກວັດທະນະທຳບໍ່ເປັນວັດຖຸ ໂດຍ UNESCO ຮັບຮອງເອົາ”; ກອງປະຊຸມສຳມະນາສາກົນ “ເວທີປາໄສການທ່ອງທ່ຽວ, ວັດທະນະທຳ, ມໍລະດົກ ແລະ ການພັດທະນາແບບຍືນຍົງ”… ນອກຈາກນັ້ນ, ຍັງມີການເຄື່ອນໄຫວດ້ານວັດທະນະທຳ, ພົບປະແລກປ່ຽນ, ງານຕະຫຼາດນັດຫຼາຍຢ່າງ. ຫວັງວ່າ, ເພື່ອນ ວັນໄຊ ພ້ອມກັບຄອບຄົວຈະຍາດເວລາເພື່ອເຂົ້າຮ່ວມບັນດາເຫດການດັ່ງກ່າວ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາຍັງລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍໃຫ້ລາຍການຂອງພວກເຮົານັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ໄດ້ເອົາລົງໃນເວບໄຊດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ