ໂຄງ​ການ ທ່າ​ກຳ​ປັ່ນ​ຫວູງອ໊າງ ລະ​ຫວ່າງ ສອງ​ປະ​ເທດຫວຽດ​ນາມ - ລາວ

(VOVWORLD) -ເພື່ອໜູນຊ່ວຍລາວປະຕິບັດສຳເລັດເປົ້າໝາຍ ກາຍເປັນສູນ Logistic ຢູ່ພາກພື້ນ ແລະ ມີການເຊື່ອມຕໍ່ກັບ ທະເລ, ມະຫາສະໝຸດ. ຫວຽດນາມ ໄດ້ສ້າງເງື່ອນໄຂເພື່ອໃຫ້ລາວນຳໃຊ້ທ່າກຳປັ່ນ ຫວູງອ໊າງ, ຊ່ວຍໃຫ້ລາວມີຄວາມສະດວກໃນການຂົນສົ່ງ, ນຳເຂົ້າ, ສົ່ງອອກສິນຄ້າ ຜ່ານທາງທະເລ.
ໂຄງ​ການ ທ່າ​ກຳ​ປັ່ນ​ຫວູງອ໊າງ ລະ​ຫວ່າງ ສອງ​ປະ​ເທດຫວຽດ​ນາມ - ລາວ - ảnh 1ທ່າກຳປັ່ນ ຫວູງອ໊າງ (ພາບ: baohatinh.vn/)

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ ແລະ ໂທລະສັບຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຝຣັ່ງ, ຍີ່ປຸ່ນ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວ ຫລາຍຄົນໄດ້ສົ່ງຈົດໝາຍດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບການເຄື່ອນໄຫວລະຫວ່າງ ຫວຽດນາມ ແລະ ລາວ ໃນອາທິດຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍໄດ້ຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

ເນື່ອງໃນໂອກາດບຸນປີໃໝ່ປະຫວຽດນາມ ປີ 2022, ເພື່ອນ ໜູເພັດ  ຢູ່ນະຄອນຫລວງ ວຽງຈັນ, ເພື່ອນ ກົງໄຈ ແລະ ເພື່ອນ ປານ ຢູ່ແຂວງ ເຊກອງ ໄດ້ສົ່ງອີແມວ, ບັດອວຍພອນປີໃໝ່ມາຍັງລາຍການພາກພາສາ ລາວ.

ທ່ານຜູ້ຟັງທີ່ເຄົາລົບ, ພວກຂ້າພະເຈົ້າ ຂໍຂອບໃຈບັນດາຄຳອວຍພອນປີໃໝ່ຂອງທ່ານຜູ້ຟັງທີ່ໄດ້ສະຫງວນໃຫ້ແກ່ລາຍການພາກພາສາລາວ. ພວກຂ້າພະເຈົ້າຈະມານະພະຍາຍາມປະຕິບັດວຽກງານໃຫ້ດີກ່ວາເກົ່າ ເພື່ອມີບັນດາລາຍການ, ຄໍລຳມ່ວນໆ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງທ່ານຜູ້ຟັງທັງຢູ່ພາຍໃນ ແລະ ຕ່າງປະເທດ, ພິເສດແມ່ນທ່ານຜູ້ຟັງ ລາວ. ພວກຂ້າພະເຈົ້າຂໍອວຍພອນໃຫ້ທ່ານຜູ້ຟັງ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ລາຍການພາກພາສາ ລາວ ນັບມື້ນັບມີເນື້ອໃນອຸດົມສົນບູນ, ສ້າງຄວາມດູດດຶ່ມ ໃຫ້ແກ່ຜູ້ຟັງ, ຜູ້ອ່ານຫຼາຍກ່ວາ.

ເພື່ອນ ພັນນີ ຢູ່ແຂວງ ວຽງຈັນ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: ຂ້າພະເຈົ້າໄດ້ຮູ້ວ່າ ບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ໃກ້ຈະມາຮອດແລ້ວ ແຕ່ ຂ້າພະເຈົ້າຢາກຮູ້ລະອຽດວ່າ ປີນີ້ບຸນປີໃໝ່ປະຈຳຊາດ ຫວຽດນາມ ຈະເລີ່ມຕົ້ນແຕ່ມື້ໃດຮອດມື້ໃດ ຂໍໃຫ້ທາງລາຍການແນະນຳບາງການເຄື່ອນໄຫວໃນຊ່ວງບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ໃຫ້ຂ້າພະເຈົ້າຮັບຮູ້ແດ່ໄດ້ບໍ ? ຂໍຂອບໃຈ

ເພື່ອນ ພັນນີ ທີ່ຮັກແພງ! ບຸນປີໃໝ່ປະຈຳຊາດຂອງຊາວ ຫວຽດນາມ (ຫຼືເອີ້ນວ່າ ບຸນເຕັດ) ແມ່ນງານບຸນສຳຄັນທີ່ສຸດໃນປີຕາມວັດທະນະທຳຂອງ ຫວຽດນາມ. ບຸນປີໃໝ່ປະຈຳຊາດຂອງຊາວ ຫວຽດນາມ ຕາມປົກກະຕິແລ້ວ ແມ່ນເລີ່ມຕົ້ນແຕ່ວັນທີ 30 ເດືອນ 12 ຫາວັນທີ 3 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ. ແຕ່ປີນີ້ ວັນພັກບຸນເຕັດເລີ່ມແຕ່ວັນທີ 29 ເດືອນ 12 ປີ 2021 ຫາ ວັນທີ 4 ເດືອນ 1 ປີ 2022 (ກົງກັບວັນທີ 31 ມັງກອນປີ 2022 ຫາວັນທີ 4 ກຸມພາປີ 2022 ໄລ່ຕາມປະຕິທິນສາກົນ.) ໃນຊຸມວັນບຸນເຕັດ, ບັນດາສະມາຊິກໃນຄອບຄົວຈະມາເຕົ້າໂຮມກັນຢ່າງຄົບໜ້າຄົບຕາ, ພ້ອມກັນຖາມຂ່າວຍາດຕິພີ່ນ້ອງ, ເພື່ອນມິດ, ອວຍພອນເຊິ່ງກັນ ແລະ ກັນ ແລະ ບູຊາບັນພະບຸລຸດ…ຕາມຮີດຄອງປະເພນີ, ໃນບຸນເຕັດເຄີຍມີການຄະລຳ. ເພື່ອມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບບຸນເຕັດຂອງຊາວ ຫວຽດນາມ, ເຊີນທ່ານຕິດຕາມບັນດາບົດຂຽນກ່ຽວກັບບຸນເຕັດຂອງພວກເຮົາໄດ້ໃນເວັບໄຊ vovworld.vn. ໃນນັ້ນ ຈະມີບັນດາບົດຂຽນກ່ຽວກັບຮີດຄອງປະເພນີໃນຍາມບຸນເຕັດຂອງຊາວ ຫວຽດນາມ . ຫວັງວ່າບັນດາບົດຂຽນກ່ຽວກັບຮີດຄອງປະເພນີຂອງ ຊາວຫວຽດນາມ ເຊິ່ງບັນທາທິການໄດ້ເອົາລົງໃນເວັບໄຊ ຈະສະໜອງຂໍ້ມູນທີ່ເປັນໜ້າຈັບອົກຈັບໃຈໃຫ້ແກ່ພວກເພື່ອນ.

ເພື່ອນຕາດຳ ຢູ່ແຂວງ ຊຽງຂວາງ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນຄືດັ່ງນີ້: ອາທິດຜ່ານມາ, ເມື່ອຕິດຕາມຂ່າວກ່ຽວກັບການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ, ຂ້າພະເຈົ້າໄດ້ຮູ້ຂ່າວກ່ຽວກັບ ທ່າກຳປັ່ນຫວູງອ໊າງ ລະຫວ່າງ ສອງປະເທດ, ໂຄງການຫັນປະເທດ ຈາກປະເທດທີ່ບໍ່ມີ້ເສັ້ນທາງອອກສູ່ທະເລ ກາຍເປັນປະເທດທີ່ມີເສັ້ນທາງອອກສູ່ທະເລ. ຂ້າພະເຈົ້າມີຄວາມສົນໃຈກ່ຽວກັບໂຄງການນັ້ນ, ຫວັງວ່າ ບັນດາອ້າຍເອື້ອຍນ້ອງບັນນາທິການລາຍການພາສາລາວ ຈະສະໜອງຂໍ້ມູນຕື່ມອີກ ກ່ຽວກັບໂຄງການດັ່ງກ່າວ, ຂໍຂອບໃຈ!

ເພື່ອນຕາດຳ ທີ່ຮັກແພງ! ເພື່ອໜູນຊ່ວຍລາວປະຕິບັດສຳເລັດເປົ້າໝາຍ ກາຍເປັນສູນ Logistic ຢູ່ພາກພື້ນ ແລະ ມີການເຊື່ອມຕໍ່ກັບ ທະເລ, ມະຫາສະໝຸດ. ຫວຽດນາມ ໄດ້ສ້າງເງື່ອນໄຂເພື່ອໃຫ້ລາວນຳໃຊ້ທ່າກຳປັ່ນ ຫວູງອ໊າງ, ຊ່ວຍໃຫ້ລາວມີຄວາມສະດວກໃນການຂົນສົ່ງ, ນຳເຂົ້າ, ສົ່ງອອກສິນຄ້າ ຜ່ານທາງທະເລ.

ປັດຈຸບັນ, ການປະຕິບັດກໍ່ສ້າງພື້ນຖານໂຄງລ່າງທ່າກຳປັ່ນ ຢູ່ ຫວູງອ໊າງໄດ້ສຳເລັດແລ້ວ. ແຕ່ຍ້ອນວ່າ ພາກພື້ນ ພວມກ້າວເຂົ້າສູ່ລະດູຝົກຕົກ, ລົມແຮງ, ອາກາດຮ້າຍແຮງ ດັ່ງນັ້ນ ວຽກງານ ຂຸດກວາດເພື່ອຮັບໃຊ້ໃຫ້ແກ່ໂຄງການຍັງບໍ່ທັນສາມາດຜັນຂະຫຍາຍໄດ້. ທ່ານ ຫງວຽນຕວັນແອັງ, ຜູ້ອຳນວຍການທ່າກຳປັ່ນສາກົນ ລາວ - ຫວຽດນາມ (ເຈົ້າຂອງໂຄງການ) ໃຫ້ຮູ້ວ່າ: “ຄາດວ່າ, ວຽກງານຂຸດກວາດ ຈະເລີ່ມດຳເນີນໃນຕົ້ນປີ 2022. ຮອດກາງໄຕມາດທີ II ຫຼື ຊ້າສຸດແມ່ນ ຕົ້ນໄຕມາດທີ III ປີ 2022, ທ່າກຳປັ່ນເລກ 3 ທ່າກຳປັ່ນ ຫວູງອ໊າງ ຈະນຳເຂົ້າເຄື່ອນໄຫວຢ່າງເປັນທາງການ. ມູນຄ່າການລົງທຶນທັງໝົດຂອງໂຄງການເກືອບ 1000 ຕື້ດົ່ງ. ໃນນັ້ນ, ມູນຄ່າການລົງທຶນໃຫ້ແກ່ໂຄງການຂົວ, ທ່າກຳປັ່ນ ແມ່ນເກືອບ 600 ຕື້ດົ່ງ. ສ່ວນຍັງເຫຼືອແມ່ນການລົງທຶນໃຫ້ແກ່ວັດຖຸອຸປະກອນຮັບໃຊ້ໃຫ້ແກ່ການຂຸດຄົ້ນ”. ກໍ່ຕາມທ່ານ ຕວັນແລ້ວ, ທ່າກຳປັ່ນ ເລກ 3 ຫວູງອ໊າງ ໄດ້ຮັບການກໍ່ສ້າງດ້ວຍສະມັດຕະພາບສິນຄ້າຜ່ານທ່າກຳປັ່ນ ປະມານ 2 ລ້ານໂຕນ/ປີ. ຄວາມສາມາດໃນການຕ້ອນຮັບກຳປັ່ນຂຶ້ນເຖິງ 45.000 ໂຕນ.

“ເມື່ອຂົວທ່າກຳປັ່ນເລກ 3 ຂອງ ທ່າກຳປັ່ນ ຫວູງອ໊າງ ໄດ້ນຳເຂົ້າເຄື່ອນໄຫວ, ປະລິມານສິນຄ້າຜ່ານທ່າກຳປັ່ນຫວູງອ໊າງ ຄາດວ່າ ຈະເພີ່ມຂຶ້ນປະມານ 2 – 3 ລ້ານໂຕນ/ປີ ແລະ ອາດຈະຮອດ10 ລ້ານໂຕນ. ໃນນັ້ນ, ສິນຄ້າສົ່ງຕໍ່ຂອງລາວ ຜ່ານທ່າກຳປັ່ນ ຈະບັນລຸ 40 – 50%. ໃນນັ້ນປີ 2021, ປະລິມານສິນຄ້າຜ່ານ 2 ທ່າກຳປັ່ນເລກທີ 1, 2 ຂອງທ່າກຳປັ່ນຫວູງອ໊າງ ຄາດວ່າ ຈະບັນລຸປະມານ 3,7 ລ້ານໂຕນ”. ທ່ານ ຕວັນໃຫ້ຮູ້ຕື່ມອີກ.

ຂົວກຳປັ່ນເລກທີ 3 ຂອງ ທ່າກຳປັ່ນຫວູງອ໊າງ ຄາດວ່າຈະນຳເຂົ້າເຄື່ອນໄຫວ ໃນປີ 2022.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com.

ຕອບກັບ

ລຳເງິນ ແກ້ວວິຈິດ

ສະບາຍດີ ໃນໂອກາດບຸນປີໃໝ່ຫວຽດນາມຈະມາເຖິງນີ້ ໃນຖານະເປັນຄົນລາວຜູ້ໜຶ່ງທີ່ໄດ້ສຶກສາຮໍ່າຮຽນຢູ່ຫວຽດນາມ(ໂຮງຮຽນເຂດພູດອຍເລກ 1 ແຂວງຫວິງຟູ 1979-1982 )ຂໍອວຍພອນການນໍາພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງທຸກທົ່ວໜ້າ ມີຄວາມສຸກຫລາຍໆເດີ

ຂ່າວ/ບົດ​ອື່ນ