ແນະ​ນຳ​ຈຸດ​ພິ​ເສດ​ຂອງຫຼຽນ​ງານ​ມະ​ຫາ​ກຳ​ກິ​ລາ Olympic Tokyo 2020

(VOVWORLD) -ພວກຂ້າພະເຈົ້າມີຄວາມປະຕິຊົມຊື່ນທີ່ໄດ້ກັບມາພົບກັບທ່ານຜູ້ຟັງໃນລາຍການໂອ້ລົມກັບເພື່ອນລາວ ປະຈຳ ວັນພະຫັດອີກຕາມເຄີຍ ເພື່ອພ້ອມກັນແບ່ງປັນເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມທີ່ທ່ານຜູ້ຟັງໄດ້ຝາກມາຍັງ VOV5 ກໍຄື ລາຍການພາກພາສາລາວ. ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍ, ອີເມວລວມທັງໝົດ 320 ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 32 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ ລາຍການພາກພາສາ ລາວ ໄດ້ຮັບຈົດໝາຍຈຳນວນ 11 ສະບັບ. ເນື້ອໃນບັນດາຈົດໝາຍສະບັບດັ່ງກ່າວຈະມີຄືແນວໃດ, ຕໍ່ໄປ ເຊີນທ່ານພ້ອມກັບບັນນາທິການຂອງລາຍການ ເປີດອ່ານນຳກັນໄດ້ເລີຍ.

ຈົດໝາຍສະບັບທຳອິດ ແມ່ນຂອງທ່ານຜູ້ຟັງ Volker Schmidt ຈາກ Neubrandenburg, ປະເທດຝລັ່ງ ໄດ້ຝາກມາ VOV5. ທ່ານແບ່ງປັນວ່າ: “ເຖິງວ່າໃນຊຸມເດືອນຜ່ານມາ, ຂ້າພະເຈົ້າບໍ່ໄດ້ສົ່ງຈົດໝາຍມາຍັງ VOV5 ກໍຕາມ, ແຕ່ຂ້າພະເຈົ້າຍັງຮັບຟັງບັນດາລາຍການກະຈາຍສຽງຂອງພວກທ່ານເປັນປະຈຳ. ຂ້າພະເຈົ້າກໍໄດ້ຕິດຕາມຂ່າວ, ບົດໃນເວັບໄຊຂອງພວກທ່ານເລື້ອຍໆ ແລະ ຊອກຮູ້ກ່ຽວກັບປະເທດ ຫວຽດນາມ ທີ່ສວຍງາມ.  ເວັບໄຊ vovworld.vn ເປັນແຫຼ່ງຂໍ້ມູນຂ່າວທີ່ມີປະໂຫຍດ ແລະ ສຳຄັນຫຼາຍສຳລັບຂ້າພະເຈົ້າ.”

ແນະ​ນຳ​ຈຸດ​ພິ​ເສດ​ຂອງຫຼຽນ​ງານ​ມະ​ຫາ​ກຳ​ກິ​ລາ Olympic Tokyo 2020 - ảnh 1ແພດໝໍໂຮງໝໍ K ກຽມເດີນທາງໄປໜູນຊ່ວຍບັນດາແຂວງພາກໃຕ້, ຫວຽດນາມ ຕ້ານໂລກລະບາດ (ພາບປະກອບ: vtv.vn)

ຈົດໝາຍສະບັບຕໍ່ໄປ ແມ່ນ ຂອງເພື່ອນ ອະນຸສອນ ສີບຸນເຮືອງ ຢູ່ ຈຳປາສັກ, ແມ່ນອະດີດນັກສຶກສາ ລາວ ທີ່ເຄີຍຮ່ຳຮຽນຢູ່ແຂວງ ດົ່ງນາຍ, ຫວຽດນາມ. ເພື່ອນແບ່ງປັນວ່າ: “ດ້ວຍໄລຍະເວລາ 4 ປີກວ່າ ທີ່ຮ່ຳຮຽນຢູ່ ດົ່ງນາຍ ແລະ ເຄີຍໄປປະຕິບັດງານເປັນຫຼາຍຄັ້ງຢູ່ບັນດາແຂວງພາກໃຕ້ ຫວຽດນາມ, ຂ້າພະເຈົ້າມີຄວາມອະນຸສອນຫຼາຍຢ່າງຢູ່ ດົ່ງນາຍ ແລະ ມີຄວາມປະທັບໃຈກ່ຽວກັບນະຄອນ ໂຮ່ຈີມິນ ທີ່ຍາມໃດກໍຄຶກຄັກໜາແໜ້ນ. ເມື່ອຕິດຕາມຂ່າວກ່ຽວກັບສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ, ພິເສດແມ່ນຢູ່ບັນດາແຂວງພາກໃຕ້ ໃນຊຸມວັນນີ້, ຂ້າພະເຈົ້າມີຄວາມເປັນຫ່ວງນຳໝູ່ເພື່ອນ  ແລະ ປະຊາຊົນຢູ່ເຂດນີ້ທີ່ສຸດ - ເຊິ່ງເປັນເຂດດິນແດນທີ່ຂ້າພະເຈົ້າເຄີຍຜູກພັນມາເປັນເວລາຫຼາຍປີ. ໃນປະຫວັດສາດຕໍ່ສູ້ຕ້ານສັດຕູຂອງຊາດ ຫວຽດນາມ, ຄວາມສາມັກຄີ ຈິດໃຈຮ່ວມແຮງຮ່ວມໃຈ ເປັນຈິດຫນຶ່ງໃຈດຽວ ຍາມໃດກໍ່ແມ່ນກຳລັງແຮງ, ແມ່ນປັດໄຈສຳຄັນນຳທຸກໄຊຊະນະທີ່ສະຫງ່າອົງອາດມາໃຫ້ປະເທດ  ຫວຽດນາມ. ໃນຍາມປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຍ້ອນໂລກລະບາດໂຄວິດ - 19, ບັນດາຄຸນທາດອັນດີງາມຂອງຊາດ ຫວຽດນາມນັ້ນ ຍິ່ງສະແດງອອກໂດດເດັ່ນກວ່າເວລາໃດໝົດ. ຂ້າພະເຈົ້າມີຄວາມປະທັບໃຈຫຼາຍ ເມື່ອມີແພດໝໍ, ພະຍາບານ, ກຳລັງອາສາສະໝັກເກືອບ 4.500 ຄົນທີ່ມາຈາກຫຼາຍແຂວງ, ນະຄອນ, ບັນດາຫົວໜ່ວຍສາທາລະນະສຸກຂຶ້ນກັບກະຊວງ, ຂະແໜງການ ແລະ ນັບທັງນັກສຶກສາມະຫາວິທະຍາໄລແຫ່ງຕ່າງໆຂອງ ຫວຽດນາມ ລ້ວນແຕ່ສຸມແຫຼ່ງກຳລັງມາໜູນຊ່ວຍພາກໃຕ້ ຕ້ານໂລກລະບາດ.  ນອກຈາກນັ້ນ ຍັງມີເລື່ອງລາວທີ່ໜ້າຕື້ນຕັນໃຈກ່ຽວກັບການແບ່ງປັນສະບຽງອາຫານ ແລະ ກິດຈະກຳອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນອີກດ້ວຍ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມສາມັກຄີ, ການຮ່ວມແຮງຮ່ວມໃຈ ຂອງທັງລະບົບການເມືອງ ແລະ ປະຊາຊົນ ພ້ອມດ້ວຍຄວາມມານະພະຍາຍາມຂອງຖັນແຖວແພດໝໍ, ພະຍາບານ, ບັນດາແຂວງພາກໃຕ້ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ ຈະຍູ້ໂລກລະບາດໃຫ້ຖອຍໄປໂດຍໄວ.  ຂ້າພະເຈົ້າຂໍສົ່ງກຳລັງໃຈໃຫ້ແກ່ຖັນແຖວພະຍາບານ, ແພດໝໍ ແລະ ປະຊາຊົນ ຫວຽດນາມ ທຸກຄົນ ຈົ່ງເຂັ້ມແຂງຕີຊະນະໂລກລະບາດໂຄວິດ - 19.”

ເພື່ອນ ອະນຸສອນ ສີບຸນເຮືອງ ທີ່ຮັກແພງ! ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງເພື່ອນທີ່ໄດ້ເອົາໃຈໃສ່, ແບ່ງປັນ ແລະ ສົ່ງກຳລັງໃຈມາພ້ອມ. ດ້ວຍການແຜ່ເຊື້ອຢ່າງວ່ອງໄວ ແລະ ອັນຕະລາຍ, ເຊື້ອໄວຣັດສາຍພັນ Delta ບໍ່ພຽງແຕ່ເຮັດໃຫ້ບັນດາແຂວງພາກໃຕ້ ຫວຽດນາມ, ບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເທົ່ານັ້ນ ຫາກຫຼາຍປະເທດ, ເຂດແຄວ້ນໃນໂລກ ລ້ວນແຕ່ຖືກຜົນກະທົບຢ່າງໜັກໜ່ວງ ແລະ ເຮັດໃຫ້ສະພາບການສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ປັດຈຸບັນ, ຫວຽດນາມ ຍັງຄົງຄວບຄຸມໂລກລະບາດໄດ້ດີໂດຍພື້ນຖານ. ທ້ອງຖິ່ນຕ່າງໆຂອງ ຫວຽດນາມ ພວມມານະພະຍາຍາມ ແລະ ເພີ່ມທະວີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ ແລະ ຜັນຂະຫຍາຍການສັກວັກຊິນໃນວົງກວ້າງ. ພ້ອມດຽວກັນນັ້ນ, ກໍຂຶ້ນແຜນການຕ່າງໆ, ກະກຽມແຫຼ່ງຊັບພະຍາກອນມະນຸດ ແລະ ພື້ນຖານໂຄງລ່າງເພື່ອກຽມພ້ອມຮັມມືໃນທຸກສະພາບການ.

ຕໍ່ໄປຈະແມ່ນຂໍ້ຄວາມຂອງເພື່ອນ ດາລາວັນ ຢູ່ນະຄອນຫຼວງວຽງຈັນ. ເພື່ອນ ດາລາວັນ ຢາກໃຫ້ບັນດາອ້າຍເອື້ອຍບັນນາທິການພາກພາສາລາວ ແນະນຳລະອຽດກ່ຽວກັບໂປແກຼມ E Vaccine ຕື່ມອີກ.

ແນະ​ນຳ​ຈຸດ​ພິ​ເສດ​ຂອງຫຼຽນ​ງານ​ມະ​ຫາ​ກຳ​ກິ​ລາ Olympic Tokyo 2020 - ảnh 2ໂປແກຼມຄຸ້ມຄອງການສັກວັກຊິນກັນພະຍາດໂຄວິດ - 19 - E – Vaccine 

ເພື່ອນ ດາລາວັນ ທີ່ຮັກແພງ! E – Vaccine ແມ່ນໂປແກຼມຄຸ້ມຄອງການສັກວັກຊິນກັນພະຍາດໂຄວິດ - 19 ເຊິ່ງພວມໄດ້ຮັບການນຳໃຊ້ທົດລອງຢູ່ ສູນຄວບຄຸມພະຍາດ (CDC) ຮ່າໂນ້ຍ. ນີ້ແມ່ນຜົນງານຂອງຄວາມມານະພະຍາຍາມ, ການປະກອບສ່ວນທັງເຫື່ອແຮງ ແລະ ພູມປັນຍາຂອງບັນດານັກຊ່ຽວຊານສະຖາບັນເຕັກໂນໂລຢີຂໍ້ມູນຂ່າວສານໃນເວລາ ເດືອນເຄິ່ງ ເພື່ອແນໃສ່ຮັບໃຊ້ປະຊາຊົນ ແລະ ບັນດາແພດໝໍ, ພະຍາບານຢູ່ແນວໜ້າຕ້ານໂລກລະບາດໃນວຽກງານສັກວັກຊິນກັນພະຍາດໂຄວິດ - 19. ເຖິງວ່າ ໄດ້ສ້າງຂຶ້ນໃນໄລຍະເວລາອັນສັ້ນໆ ແຕ່ ໂປແກຼມ E – Vaccine ກໍມີໜ້າທີ່ຄົບຊຸດ ແນໃສ່ຄຸ້ມຄອງວິວັດການສັກວັກຊິນໄດ້ຢ່າງຮອບດ້ານ ນັບແຕ່ການລົງທະບຽນ, ໜູນຊ່ວຍແພດໝໍ, ພະຍາບານກວດພະຍາດ, ຄຸ້ມຄອງການສັກວັກຊິນ ຕະຫຼອດຮອດການຕິດຕາມອາການສຸຂະພາບຫຼັງການສັກວັກຊິນອີກດ້ວຍ. ບໍ່ພຽງແຕ່ເທົ່ານັ້ນ, ໂປແກຼມດັ່ງກ່າວ ຍັງຊ່ວຍຄຸ້ມຄອງປະລິມານວັກຊິນໃນສາງ, ໜູນຊ່ວຍການລາຍງານ ກໍຄືການແຈ້ງເຕືອນພະນັກງານຄຸ້ມຄອງອີກດ້ວຍ.

E – Vaccine ໄດ້ຮັບການສ້າງຕັ້ງດ້ວຍບັນດາເຕັກໂນໂລຢີທີ່ທັນສະໄໝທີ່ສຸດ ແລະ ສາມາດຕິດຕັ້ງ ຫຼື ນຳໃຊ້ໃນເຄື່ອງເອເລັກໂຕນິກທຸກຊະນິດ, ບໍ່ວ່າຈະເປັນຄອມພິວເຕີ, ໂທລະສັບມືຖື, tablet… ຕາມນັ້ນແລ້ວ, ປະຊາຊົນ ກໍສາມາດນຳໃຊ້ໂປແກຼມດັ່ງກ່າວ ເພື່ອລົງທະບຽນການສັກວັກຊິນຂອງຕົນ ຫຼື ຍາດຕິພີ່ນ້ອງທີ່ຢູ່ທາງໄກ ແລະ ສາມາດຈັດຫາເວລາ, ສະຖານທີ່ສັກວັກຊິນໄດ້ເອງ, ຊ່ວຍຈຳກັດການສຳຜັດກັບຄົນອື່ນ. ພິເສດ, ພະນັກງານການແພດສາມາດນຳໃຊ້ໂທລະສັບມືຖື ຫຼື tablet ເພື່ອ scan ລະຫັດ QR code ແລະ ກວດຂໍ້ມູນຂອງຜູ້ມາສັກວັກຊິນໄດ້ຢ່າງວ່ອງໄວ, ພາຍໃນເວລາພຽງ 2 – 3 ວິນາທີເທົ່ານັ້ນ. ໂປແກຼມດັ່ງກ່າວ ຍັງໄດ້ຢັ້ງຢືນການສັກວັກຊິນ ໂດຍຜ່ານລະຫັດ QR code ໜຶ່ງດຽວເທົ່ານັ້ນ, ຊ່ວຍໃຫ້ປະຊາຊົນມີຄວາມສະດວກ, ວ່ອງໄວໃນການກວດຢັ້ງຢືນການສັກວັກຊິນຢູ່ສະຖານທີ່ກວດກາແຫ່ງຕ່າງໆ ແລະ ຈະມຸ່ງໄປເຖິງການອອກປັດສະປໍວັກຊິນ ຕາມຂໍ້ກຳນົດຂອງລັດຖະບານ.

ແນະ​ນຳ​ຈຸດ​ພິ​ເສດ​ຂອງຫຼຽນ​ງານ​ມະ​ຫາ​ກຳ​ກິ​ລາ Olympic Tokyo 2020 - ảnh 35.000 ຫຼຽນ ໄດ້ຮັບການຜະລິດຈາກໂລຫະທີ່ເກັບມາຈາກ ໂທລະສັບ ແລະ ອຸປະກອນເອເລັກໂຕນິກເກົ່າ 78.000 ໂຕນ (ພາບ: ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ)

ຕໍ່ໄປ ແມ່ນຄຳຖາມໜຶ່ງກ່ຽວຂ້ອງເຖິງງານມະຫາກຳກິລາ Olympic Tokyo 2020 - ເຊິ່ງເປັນເຫດການກິລາທີ່ພວມດຶງດູດຄວາມສົນໃຈຈາກທ່ານຜູ້ຟັງຫຼາຍຄົນໃນທົ່ວໂລກ. ນັ້ນແມ່ນຈົດໝາຍຂອງເພື່ອນ ອຸເທ່, ເພື່ອນກໍຢູ່ນະຄອນຫຼວງ ວຽງຈັນ ເຊັ່ນດຽວກັນ.  ເພື່ອນ ອຸເທ່ ໄດ້ຖາມມາວ່າ: “ຂ້າພະເຈົ້າໄດ້ຮູ້ມາວ່າ ງານມະຫາກຳກິລາ Olympic Tokyo 2020 ແມ່ນເຫດການປະຫວັດສາດທີ່ພິເສດຂອງພິເສດ, ໃນນັ້ນຫຼຽນຕ່າງໆຂອງງານມະຫະກຳກິລາຄັ້ງນີ້ ກໍມີຄວາມແຕກຕ່າງກັບຫຼຽນຂອງທຸກໆປີກ່ອນໜ້ານັ້ນ. ຂ້າພະເຈົ້າຢາກຮູ້ວ່າ ບັນດາຫຼຽນເຫຼົ່ານັ້ນ ມີຄວາມແຕກຕ່າງ ແລະ ພິເສດແນວໃດ? ຫວັງວ່າ ບັນດາອ້າຍເອື້ອຍບັນນາທິການພາກພາສາລາວ ຈະແນະນຳໃຫ້ຂ້າພະເຈົ້າຮູ້ຕື່ມອີກແດ່. ຂໍຂອບໃຈ”.

ເພື່ອນ ອຸເທ່ ທີ່ຮັກແພງ! ດັ່ງທີ່ເພື່ອນໄດ້ເວົ້າມາ, ງານມະຫາກຳກິລາ Olympic Tokyo 2020 ແມ່ນເຫດການທີ່ພິເສດກວ່າທຸກໆປີ. ນີ້ແມ່ນຄັ້ງທຳອິດ ທີ່ບັນດາຫຼຽນຂອງງານມະຫາກຳກິລາ Olympic ໄດ້ເຮັດດ້ວຍວັດຖຸທີ່ເປັນມິດກັບສິ່ງແວດລ້ອມ - ໂລຫະຜະລິດຄືນໃໝ່ຈາກເຄື່ອງເອເລັກໂຕນິກ. ສິ່ງດັ່ງກ່າວບໍ່ພຽງແຕ່ມີຄວາມໝາຍແກ່ການແກ້ໄຂບັນຫາສິ່ງເສດເຫຼືອຈາກເຄື່ອງເອເລັກໂຕນິກເທົ່ານັ້ນ ຫາກຍັງຊ່ວຍປົກປັກຮັກສາແຫຼ່ງຊັບພະຍາກອນແຮ່ທາດໃນໂລກ ທີ່ນັບມື້ນັບໜ້ອຍລົງອີກດ້ວຍ. ຕາມຄະນະຈັດຕັ້ງງານມະຫາກໍກິລາ Olympic Tokyo 2020 ແລ້ວ, ປະມານ 5.000 ຫຼຽນ ໄດ້ຮັບການຜະລິດຈາກໂລຫະທີ່ເກັບມາຈາກ ໂທລະສັບ ແລະ ອຸປະກອນເອເລັກໂຕນິກເກົ່າ 78.000 ໂຕນ. ນອກຈາກນັ້ນ, ບັນດາແຖບຜ້າ (ຣິບບິ້ນ) ກໍໄດ້ເຮັດມາຈາກ 50% ຢາງ PV ຜະລິດຄືນໃໝ່. ນັບທັງກັບໃສ່ຫຼຽນ ກໍແມ່ນບັນດາຜະລິດຕະພັນຫັດຖະກຳ 100% ຂອງບັນດານາຍຊ່າງ ຍີ່ປຸ່ນ ດ້ວຍການປະສົມປະສານລະຫວ່າງເຕັກນິກແບບດັ້ງເດີມກັບເຕັກນິກທັນສະໄໝ.

   ລາຍການໂອ້ລົມກັບເພື່ອນລາວຂອງພວກຂ້າພະເຈົ້າຂໍສິ້ນສຸດລົງພຽງເທົ່ານີ້. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ ກໍ່ສາມາດຝາກຈົດໝາຍ ມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍ ສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ