55ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ

55ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ລາວ ຫງວຽນ​ບ້າ​ຮຸ່ງ ແລະ ທ່ານ​ຮອງ​ຫົວ​ໜ້າ​​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ ສົມ​ພອນ ສີ​ຈະ​ເລີນ

(vovworld)- ຕອນ​ເຊົ້າ​ວັນ​ທີ 22/3, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ລາວ ຫງວຽນ​ບ້າ​ຮຸ່ງ ໄດ້​ໄປສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ທີ່​ນະ​ຄອນຫຼວງວຽງ​ຈັນ​ເພື່ອ​ຊົມ​ເຊີຍ​ວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​​ລາວຄົບ​ຮອບ 62 ປີ( 22/3/1955-22/3/2017). ທີ່​ການ​ພົບ​ປະ​ກັບ ທ່ານ​ຮອງ​ຫົວ​ໜ້າ​​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ ສົມ​ພອນ ສີ​ຈະ​ເລີນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ລາວ ຫງວຽນ​ບ້າ​ຮຸ່ງ ເນັ້ນ​ໜັກ​ເຖິງ​ບັນ​ດາ​ໄຊ​ຊະ​ນະ​ຂອງ​​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ ຊຶ່ງບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ຢ່າງເລິກ​ເຊິ່ງສຳ​ລັບ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ລາວ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫຼ່ງ​ລະ​ດົມ​ກຳ​ລັງ​ໃຈ​ອັນ​ໃຫຍ່ຫຼວງ​ສຳ​ລັບ​ພັກ​ກອມ​ມູ​ນິດ​ຫວຽດ​ນາມໃນ​ກິດ​ຈະ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດເມື່ອ​ກ່ອນນີ້ ກໍ​ຄື​ໃນ​ກິດ​ຈະ​ການ​ສ້າງ​ສາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ​ອີກ​ດ້ວຍ.
ຂ່າວ/ບົດ​ອື່ນ