ການ​ເຮັດ​ວຽກ​ທີ່​ບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍ​ເພື່ອ​ຄວາມ​ສະ​ຫງົບ​ສຸກ​ເຂດ​ຊາຍ​ແດນ

(VOVWORLD) -ໃນການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ແລະ ເລິກເຊິ່ງໃນຫຼາຍຂົງເຂດລະຫວ່າງ ຫວຽດນາມ ແລະ ລາວ, ການຮ່ວມມືເຂດຊາຍແດນແມ່ນແບບຢ່າງທີ່ດີກ່ຽວກັບການຮ່ວມມື, ການເຄົາລົບເອກະລາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ. ໃນຕະຫຼອດຫຼາຍທົດສະວັດທີ່ຜ່ານມາ, ການເຮັດວຽກທີ່ບໍ່ຮູ້ອິດບໍ່ຮູ້ເມື່ອຍ, ທັງເວັນທັງຄືນ, ການລາດຕະເວນຜ່ານເຂດພູຜາປ່າໄມ້ຢູ່ຊາຍແດນຂອງທະຫານປ້ອງກັນຊາຍແດນສອງປະເທດ ໄດ້ປະກອບສ່ວນຮັກສາຄວາມສະຫງົບສຸກເຂດຊາຍແດນລວມ ທີ່ຍາວກ່ວາ 2.000 ກີໂລແມັດ ຜ່ານ 10 ແຂວງຂອງ ຫວຽດນາມ ແລະ ລາວ.

ການ​ເຮັດ​ວຽກ​ທີ່​ບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍ​ເພື່ອ​ຄວາມ​ສະ​ຫງົບ​ສຸກ​ເຂດ​ຊາຍ​ແດນ - ảnh 1ທະຫານປ້ອງກັນຊາຍແດນໄປລາດຕະເວນ

ໃນການເດີນທາງໄປປະຕິບັດງານຢູ່ລາວເມື່ອທ້າຍເດືອນຕຸລາຜ່ານມາ, ພວກຂ້າພະເຈົ້າໄດ້ເຮັດວຽກກັບປ້ອມປ້ອງກັນຊາຍແດນຝຸຢາ, ເມືອງເຮືອງເຄ, ແຂວງຮ່າຕິງ. ເຖິງວ່າໄລຍະທາງແຕ່ຈຸດໃຈກາງຂອງເມືອງໄປຮອດສະຖານທີ່ນັດພົບ ມີລວງຍາວພຽງແຕ່ 20 ກີໂລແມັດກໍ່ຕາມ ແຕ່ຂີ່ລົດໂອໂຕຕ້ອງເສຍເວລາເກືອບ 1 ຊົ່ວໂມງ. ມີຫຼາຍຕອນ, ລົດແລ່ນໄດ້ແຕ່ 5 -7 ກີໂລແມັດ/ຊົ່ວໂມງເທົ່ານັ້ນ, ເສັ້ນທາງປູຢາງຢູ່ທາງໜ້າເກືອບຄືວ່າຖືກເປ່ເພ, ເປັນບວກເປັນຂຸມໝົດ. ຄະນະປະຕິບັດງານໄດ້ໄປຜ່ານປ່າດົງຕືບໜາ ຢູ່ທາງທິດຕາເວັນອອກເຈື່ອງເຊີນ, ທີ່ບໍ່ມີຄົນຜ່ານທາງຈັກຄົນ. ແຕ່ສິ່ງດັ່ງກ່າວກໍ່ບໍ່ທໍ່ກັບການທົດສອບບົນເສັ້ນທາງໄປລາດຕະເວນຂອງບັນດາທະຫານປ້ອງກັນຊາຍແດນຝຸຢາ.

ການລາດຕະເວນຍາມໃດກໍ່ປະສົບກັບຄວາມຫຍຸ້ງຍາກລຳບາກ, ຍ້ອນຢູ່ເຂດພູຜາປ່າໄມ້ລຽບຕາມເສັ້ນຊາຍແດນ ຫວຽດນາມ - ລາວ ໄກຫຼາຍ, ມີຫຼາຍບອນມີແຕ່ຜາຫີນໄປຍາກຫຼາຍ. ບາງຄັ້ງບາງຄາວໄປຮອດຫຼັກໝາຍຊາຍແດນແລ້ວກໍ່ຕ້ອງໄປທາງອອ້ມຈຶ່ງຮອດ. ເບິ່ງຄືວ່າມັນໃກ້ ພຽງແຕ່ 1 – 2 ກີໂລແມັດຈະຮອດ, ແຕ່ໄປທາງອ້ອມຕ້ອງຜ່ານໂນນພູອື່ນ, ຜ່ານຫ້ວຍສາຍຕ່າງໆຈຶ່ງຮອດຫຼັກໝາຍດັ່ງກ່າວ.

ນັ້ນແມ່ນການແບ່ງປັນຂອງທ່ານພັນໂທ ຟານຢຸຍວິ, ເລຂາຄະນະພັກ, ຜູ້ຮັບຜິດຊອບການເມືອງຢູ່ປ້ອມປ້ອງກັນຊາຍແດນ ຝູຢາ ກ່ຽວກັບບັນດາຄວາມຫຍຸ້ງຍາກບົນເສັ້ນທາງລາດຕະເວນຊາຍແດນ.

ເສັ້ນທາງໄປຫາຫຼັກໝາຍຊາຍແດນສ່ວນຫຼາຍແມ່ນເສັ້ນທາງບົກ, ມີຫຼາຍຕອນ, ພະນັກງານ, ນັກຮົບຕ້ອງເດີນທັບດ້ວຍເຈັດຈຳນົງ,ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກລຳບາກກ່ຽວກັບພູມີສາດ, ສັດຮ້າຍ, ສິ່ງທີ່ເປັນອັນຕະລາຍ, ແຕ່ລະມື້, ທະຫານປ້ອງກັນຊາຍແດນ ຕ້ອງຈັດກຳລັງລາດຕະເວນກວດກາຫຼັກໝາຍຊາຍແດນ, ກວດກາວັດຖຸເຄື່ອງໝາຍ, ເສັ້ນທາງນ້ອຍ, ເປີດເສັ້ນທາງໃໝ່ໃນປ່າຢູ່ລຽບຕາມເສັ້ນຊາຍແດນ. ທ່ານພັນຈັດຕາວາ ຫງວຽນວັນກວາງ, ຫົວໜ້າປ້ອມປ້ອງກັນຊາຍແດນຝູຢາ, ທະຫານປ້ອງກັນຊາຍແດນແຂວງຮ່າຕິງ ໃຫ້ຮູ້ວ່າ: ນອກຈາກການຈັດຕັ້ງການລາດຕະເວນເປັນປະຈຳ, ການກວດກາຝ່າຍດຽວແລ້ວ, ປ້ອມປ້ອງກັນຊາຍແດນຝູຢາ ຍັງແຮກສ່ຽວກັບກອງຮ້ອຍ 331 ຂຶ້ນກັບແຂວງຄຳມ່ວນ ປະເທດລາວ ເພື່ອຍົກສູງປະສິດທິຜົນໃນການປ້ອງກັນເສັ້ນຊາຍແດນ.

ປ້ອມປ້ອງກັນຊາຍແດນຝຸຢາ ແລະ ປະຊາຊົນບ້ານຝູເລິມນີ້, ມີພີ່ນ້ອງຢູ່ບ້ານຕ່າງໆຂອງລາວ. ສອງຝ່າຍໄດ້ສົມທົບກັນເປັນຢ່າງດີ, ພິເສດແມ່ນປ້ອມປ້ອງກັນຊາຍແດນຝຸຢາ ໄດ້ມີການຕິດຕໍ່ພົວພັນ, ເຊື່ອມຕໍ່ກັບກຳລັງປ້ອງກັນຊາຍແດນລາວ ເປັນປະຈຳ ເພື່ອກຳແໜ້ນສະພາບການດຳລົງຊີວິດຂອງປະຊາຊົນຢູ່ 2 ເຂດຊາຍແດນ, ພິເສດແມ່ນບັນດາບ້ານເຂດເມືອງ ນາກາຍ ຂອງ ລາວ, ການດຳລົງຊີວິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

ສ່ວນທ່ານພັນຕີ ເຈິ່ນວັນຊົງ, ຮອງຫົວໜ້າປ້ອມປ້ອງກັນຊາຍແດນດ່ານຊາຍແດນສາກົນ ເກົ່າແຈວ ແບ່ງປັນວ່າ:

ໂດຍມີຄວາມສະໜິດຕິດພັນ ແລະ ການພົວພັນສົມທົບກັນລະຫວ່າງປ້ອມປ້ອງກັນຊາຍແດນພວຂ້າພະເຈົ້າກັບ ກອງຮ້ອຍປ້ອງກັນຊາຍແດນ ກອງບັນຊາການທະຫານແຂວງ ບໍລິຄຳໄຊ, ໃນວິວັດການລາດຕະການ, ຝ່າຍລາວບໍ່ມີເສນາຮັກ, ເສນາຮັກຂອງພວກຂ້າພະເຈົ້າກໍ່ໄດ້ເບິ່ງແຍງດູແລປິ່ນປົວໃຫ້ເຂົາເຈົ້າ. ແຕ່ລະຄັ້ງເມື່ອຖືກງູກັດ ເຂົາເຈົ້າກໍ່ໄດ້ຮັບການປິ່ນປົວຄືກັນກັບທະຫານຂອງຫວຽດນາມ. ເມື່ອແຕ່ງເຂົ້າໜຽວເພື່ອເອົາໄປກິນເມື່ອລາດຕະເວນປ້ອງກັນຊາຍແດນ, ຫຼັກໝາຍຊາຍແດນ ພວກເພື່ອນກໍ່ແບ່ງໃຫ້ພວກຂ້ພະເຈົ້າຂ້າພະເຈົ້າຮູ້ສຶກວ່າ ຝ່າຍລາວ ກໍ່ຄືກັນກັບຝ່າຍຫວຽດ, ເປັນອ້າຍນ້ອງໃນຄອບຄົວດຽວກັນ.

ຢູ່ທາງທິດຕາເວັນຕົກເຈື່ອງເຊີນ, ການຄຸ້ມຄອງເສັ້ນຊາຍແດນທີ່ມີຄວາມຍາວເກືອບ 45 ກີໂລແມັດ ທີ່ຕິດກັບບໍລິເວນຂອງປ້ອມປ້ອງກັນຊາຍແດນສາກົນ ເກົ່າແຈວ ແມ່ນໜ້າທີ່ຂອງກອງຮ້ອຍປ້ອງກັນຊາຍແດນ 253, ກອງບັນຊາການທະຫານແຂວງ ບໍລິຄຳໄຊ, ລາວ. ທ່ານຮ້ອຍເອກ ສີສຸພັນ ໄຊຍະແສງ, ຫົວໜ້າກອງຮ້ອຍປ້ອງກັນຊາຍແດນ 253 ໃຫ້ຮູ້ວ່າ ບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບ ແລະ ປະຊາຊົນສອງປະເທດ ລ້ວນແຕ່ມານະພະຍາຍາມເພື່ອສ້າງເຂດຊາຍແດນພັດທະນາໃນຄວາມສະໜິດຕິດພັນ, ໜູນຊ່ວຍເຊິ່ງກັນແລະກັນຢ່າງແທດຈິງ:

ປັດຈຸບັນ, ຖືຜູ້ໃດທີ່ເຄີຍມາບ້ານຊາຍແດນ ນາແປ, ເມືອງຄຳເກີດ, ແຂວງ ບໍລິຄຳໄຊ ແນ່ນອນຈະບໍ່ຮູ້ໄດ້ວ່າ ນີ້ແມ່ນສະຖານທີ່ເຊິ່ງຕົນເອງເຄີຍມາ. ເຂດຮ່ອມພູທີ່ທຸກຍາກຍ້ອນການທຳລາຍຈາກຢາເສບຕິດໃນເມື່ອກ່ອນ, ປັດຈຸບັນ ໄດ້ມີເຮືອນທີ່ໃຫຍ່ໂຕມະໂຫຖານຫຼາຍຫຼັງ, ເຊິ່ງໄດ້ຢັ້ງຢືນວ່າການດຳລົງຊີວິດຂອງປະຊາຊົນຢູ່ເຂດ ນາແປ ໄດ້ຮັບການຟື້ນຟູ, ປະຊາຊົນຄ່ອຍໆມີຄວາມກິນອີ່ມນຸ່ງອຸ່ນ, ຄົບຖ້ວນກ່ວາເກົ່າ… ໂດຍເຫັນປະຈັກຕາ ໝູ່ບ້ານໃນເຂດຊາຍແດນລະຫວ່າງແຂວງຮ່າຕິງ, ຫວຽດນາມ ກັບແຂວງ ບໍລິຄຳໄຊ ແລະ ຄຳມ່ວນ ລາວ ພວມນັບມື້ນັບດີຂຶ້ນ, ເຮັດໃຫ້ທຸກຄົນກໍ່ຢາກຮ້ອງບົດເພງທີ່ມີປະໂຫຍກທີ່ວ່າ ຫວຽດ - ລາວ ອ້າຍນອງ, ຮ່ຽງບ່າຮ່ຽງໄຫຼ່ກໍ່ສ້າງອະນາຄົດໃໝ່”.

ຕອບກັບ

ຂ່າວ/ບົດ​ອື່ນ