ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ - ທິ​ດ​ກ້າວ​ເດີນ​ໃຫມ່​ຂອງ​ລາວ ໃນ​ໄລ​ຍະ​ຈະ​ມາ​ເຖິງ

(VOVWORLD) - ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາຊົນປະຕິວັດລາວຄັ້ງທີ XI ຜ່ານມາ, ລັດຖະບານລາວໄດ້ກຳນົດການສ້າງພື້ນຖານເສດຖະກິດເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ ແມ່ນຫນຶ່ງ ໃນ 6 ຄາດໝາຍສຳຄັນໃນແຜນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໄລຍະ 2021  2025.

ເພື່ອແນໃສ່ສ້າງບາດກ້າວຫັນປ່ຽນຢ່າງແຮງ, ທິດກ້າວເດີນໃຫມ່ໃຫ້ແກ່ປະເທດຊາດພັດທະນາໃນໄລຍະຕໍ່ໄປ, ລາວ ຈະສືບຕໍ່ປະຕິຮູບລະບຽບການບໍລິຫານ, ດຶງດູດການລົງທຶນ ເພື່ອຮັບປະກັບການພັດທະນາແບບຍືນຍົງ.

ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ - ທິ​ດ​ກ້າວ​ເດີນ​ໃຫມ່​ຂອງ​ລາວ ໃນ​ໄລ​ຍະ​ຈະ​ມາ​ເຖິງ - ảnh 1ທ່ານ  ທອງລຸນ ສີສຸລິດ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່

ເພື່ອສ້າງພື້ນຖານເສດຖະກິດເຕີບໂຕຢ່າງຕໍ່ເນື່ອງ ມີຄຸນນະພາບ ແລະ ຍືນຍົງ ໃນໄລຍະ 5 ປີຈະມາເຖິງ, ລັດຖະບານ ລາວ ໄດ້ກຳນົດ 5 ຫນ້າວຽກຈຸດສຸມ ຕ້ອງສຸມໃສ່ຈັດຕັ້ງການປະຕິບັດ, ລວມມີ ຍູ້ແຮງການພັດທະນາເສດຖະກິດແຫ່ງຊາດ, ຍົກສູງປະສິດທິຜົນການລົງທຶນ, ຮັບປະກັນການເຕີບໂຕເສດຖະກິດມີຄຸນນະພາບ ແລະຍືນຍົງ, ສ້າງບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍ ມີກຳລັງແກ້ງແຍ່ງກັບພາກພື້ນ ແລະ ໂລກ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາລັດວິສາຫະກິດ ແລະ ພາກເອກະຊົນ.

ການປະຕິຮູບ, ດຶງດູດການລົງທຶນຕາມທິດຈຸດສຸມ

ໃນສະພາບຖືກຜົນກະທົບຈາກການຊຸມໂຊມເສດຖະກິດ, ໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນແມ່ນຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19 ໄລຍະ 2016 – 2020 ພື້ນຖານເສດຖະກິດຂອງລາວ ຍັງຄົງເຕີບໂຕຢູ່ໃນລະດັບ 5,8%/ປີ. ຫນຶ່ງໃນບັນດາສາຍເຫດຕົ້ນຕໍບັນລຸໄດ້ໝາກຜົນດັ່ງກ່າວ ຍ້ອນມີຄວາມມານະພະຍາຍາມໃນການບໍລິຫານຂອງລັດຖະບານ ຈາກການລະດົມແຫລ່ງທຶນໃນສັງຄົມ ກໍຄືບັນດາມາດຕະການປະຕິຮູບດ້ານບໍລິຫານ. ຕາມນັ້ນແລ້ວ, ໄລຍະແຕ່ປີ 2016- 2020 ລາວໄດ້ລະດົມຈຳນວນເງິນປະມານ 18 ຕື້ USD ສ່ວນຫລາຍແມ່ນເງິນລົງທຶນຈາກເອກະຊົນຢູ່ພາຍໃນ ແລະ ຕ່າງປະເທດ ກວມເອົາກວ່າ 50%.

ນັບແຕ່ປີນີ້ເປັນຕົ້ນໄປ ລາວ ຈະສືບຕໍ່ປະຕິຮູບລະບຽບການບໍລິຫານ ເພື່ອຫລຸດຜ່ອນລາຍຈ່າຍຕິດຕາມກວດກາ, ການຕີລາຄາຂອງລັດກໍ່ຄືລາຍຈ່າຍລະບຽບການຂອງວິສາຫະກິດ, ປະຊາຊົນ, ສົ່ງເສີມການປ່ຽນແປງໃຫມ່, ປະດິດຄິດສ້າງ ເພື່ອແນໃສ່ເພີ່ມສະມັດຕະພາບແຮງງານ, ກຳລັງແກ້ງແຍ່ງໃຫ້ແກ່ວິສາຫະກິດ, ສ້າງສະພາບແວດລ້ອມການລົງທຶນດຳເນີນທຸລະກິດປອດໃສ ປະກອບສ່ວນຢ່າງແທດຈິງເຂົ້າໃນການປະຕິບັດແຜນການພັດທະນາເສດຖະກິດສັງຄົມໄລຍະ 5 ປີຈະມາເຖິງ. ທ່ານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ ສອນໄຊ ສີພັນດອນ ໃຫ້ຮູ້ວ່າ: ໄລຍະຈະມາເຖິງ ລາວສຸມໃສ່ປະຕິຮູບລະບຽບການບໍລິຫານຕາມທິດບໍລິການປະຕູດຽວ ຍູ້ແຮງການດຶງດູດເງິນລົງທຶນຈາກເອກະຊົນພາຍໃນ ແລະ ຕ່າງປະເທດ.

ວຽກງານປັບປຸງຄຸ້ມຄອງບັນດາເຂດເສດຖະກິດພິເສດ ກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກລັດຖະບານ ລາວ ເພື່ອສ້າງເງື່ອນໄຂສະດວກ, ສົ່ງເສີມວິສາຫະກິດ ຍູ້ແຮງການລົງທຶນເຂົ້າໃນບັນດາໂຄງການໃຫຍ່ຂຶ້ນກັບອຸດສາຫະກຳ ເພື່ອກາຍເປັນສິ່ງສຳຄັນໃນລະບົບການຜະລິດຂອງພາກພື້ນ ແລະ ໂລກ.

ປະຈຸບັນ ສິ່ງທ້າທາຍໃຫຍ່ສຸດສຳລັບຄາດໝາຍພັດທະນາແບບຍືນຍົງຂອງລາວ ຍັງແມ່ນບວ້ງຫນີ້ສາທາລະນະພວມເພີ່ມຂຶ້ນ, ອັດຕາແລກປ່ຽນເງິນຕາຕ່າງປະເທດຜັນປ່ຽນໄປໄດ້ຍູ້ໄພເງິນເຟີ້ ແລະ ລາຍຈ່າຍການໃຊ້ສອຍເພີ່ມຂຶ້ນ, ໃນຂະນະທີ່ ລາວ ຍັງຄົງແມ່ນປະເທດນຳເຂົ້າເກີນດຸ່ນ ເຮັດໃຫ້ແຫລ່ງສະສົມເງິນຕາຍາມໃດກໍ່ຢູ່ໃນລະດັບຕ່ຳ. ສະນັ້ນ ຄວາມຫຍຸ້ງຍາກສຳລັບລັດຖະບານລາວ ໃນໄລຍະ 5 ປີຈະມາເຖິງ ແມ່ນຮັກສາລະດັບເຕີບໂຕເສດຖະກິດເປັນປົກກະຕິ, ມີຄຸນນະພາບ ແລະ ຍືນຍົງ, ນຳໃຊ້ແຫລ່ງຊັບພະຍາກອນທຳມະຊາດເໝາະສົມ ຈຳກັດການຂຸດຄົ້ນຊັບພະຍາກອນດີບ, ສົ່ງເສີມບັນດານັກລົງທຶນພາຍໃນ ແລະ ຕ່າງປະເທດ ປະຕິບັດ ບັນດາໂຄງການໃຫຍ່ . ທ່ານ ເລຂາທິການໃຫຍ່  ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຊຸດ ທີ 11, ນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ເນັ້ນຫນັກວ່າ:

  ພ້ອມກັນນັ້ນ ລາວ ຈະຍົກການພົວພັນຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ກັບບັນດາປະເທດໃນພາກພື້ນ ແລະ ໂລກໃຫ້ຂຶ້ນສູ່ລະດັບສູງໃຫມ່ ຕາມທິດຄູ່ຮ່ວມມືຍຸດທະສາດ ແລະ ຮອບດ້ານ ມຸ່ງໄປເຖິງເປົ້າໝາຍຫລຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2025 ແລະ ພັດທະນາແບບຍືນຍົງໃນປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ