ແນະ​ນຳ​ບົດ​ເພງ​ກ່ຽວ​ກັບ​ລະດູບານ​ໃໝ່​

ເພື່ອ​ເປີດ​ສາກ​ລາຍການ​ເພງ​ມື້​ນີ້, ພວກ​ເຮົາ​ຂໍ​ແນະ​ນຳ​ບົດ​ເພງ​ກ່ຽວ​ກັບ​ລະດູບານ​ໃໝ່​ໂດຍ​ພວກ​ນ້ອງ​ເຍົາວະ​ຊົນ​ສະ​ແດງ. ທ່ານ​ຜູ້​ຟັງ​ທີ່​ເຄົາລົບ! ບັນດາ​ບົດ​ເພງກ່ຽວ​ກັບ​ລະດູບານ​ໃໝ່​ໂດຍ​ນັກ​ຮ້ອງຜູ້​ໃຫຍ່​ສະ​ແດງ​​ແມ່ນມີ​ຫຼາຍ​ແລ້ວ, ​​ແຕ່​ເມື່ອ​ໄດ້​ຮັບ​ຟັງ​ບັນດາ​ບົດ​ເພງ​ໂດຍ​ພວກ​ນ້ອງ​ເຍົາວະ​ຊົນ​ສະ​ແດງ​ຈະນຳ​ມາ​ເຊິ່ງຄວາມ​ຮູ້ສຶກ​ໃໝ່, ​ຄວາມ​ປິ​ຕິ​ຊົມ​ຊື່ນ​​ໃໝ່​. ​​​ບົດ​ເພງ Mùa xuân của em - ລະດູບານ​​ໃໝ່​ຂອງ​ນ້​ອງ ​​ໄດ້​ເວົ້າ​ເຖິງສິ່ງ​ທີ່ເຄີຍ​ເຮັດ​​ເມື່ອ​ລະດູບານ​ໃໝ່ວຽນມາ ນັ້ນ​ແມ່ນການ​ໄປ​ຕະຫຼາ​ດຊື້​ເຄື່ອງ​ກະກຽມ​ຕ້ອນຮັບບຸນ​ເຕັດ, ​ແມ່ນ​ພວກ​ນ້ອງນ້ອຍ​​ໃນເສື້ອ​ຊຸດ​​ໃໝ່​ທີ່​ງາມ​ຕາ, ​ແມ່ນ​​ບັ້ງ​ໄຟ​ດອກ​ຕ້ອນຮັບ​ບຸນ​ເຕັດ.​​.​. ຜ່ານ​ບົດ​ເພງ​ຜູ້​ຟັງຈະ​​​ຮູ້​​ໄດ້​ບັນຍາກາດ​ຕ້ອນຮັບ​ບຸນປີ​ໃໝ່​ຂອງ​ຊາວ ຫວຽດນາມ. ສ່ວນ​ບົດ​ເພງ Mùa xuân đến - ລະດູບານ​ໃໝ່​ວຽນ​ມາ ​ແມ່​ນບັນດາ​ຄຳ​ອວຍພອນປີ​ໃໝ່​ຂ​ອງລູກ​ຫຼານ​ທີ່​ມີ​ຕໍ່​ພໍ່​ຕູ້, ​ແມ່​ຕູ້, ຜູ້​ອາຍຸາສູງ, ຜູ້​ໃຫຍ່. ນີ້​ກໍ່​ແມ່ນ​ປະ​ເພ​ນີທີ່​ດີ​ງາມ ​ເຊິ່ງຊາວ​ຫວຽດນາມ ​ໄດ້ຮັກສາ​ໄວ້​ມາ​ແຕ່​ດົນ​ນານ. ​ເຊີນ​ທ່ານ​ຜູ້​ຟັງ ​ແລະ ມິດ​ເພງ​ຮັບ​ຟັງ​ 2 ບົດ​ເພງ​ດັ່ງກ່າວ​ໄດ້​ເລີຍ.

Mùa xuân của em

Mùa xuân đến

ເມື່ອ​ລະດູ​ບານ​ໃໝ່​ວຽນມາ, ທ້ອງຟ້າຄື​ສົດ​ໃສ ຂຽວງາມ​ກ່ວາ, ​ຕົ້ນ​ໄມ້​​ແຕກດອກ, ອອກ​ໜໍ່​ດອກ​ໄມ້​​ເບັ່ງ​ບານ​ດ້ວຍ​ສີສັນ​ຫຼາກ​ຫຼາຍ, ​ເຮັດ​ໃຫ້​​ລະດູບານ​ໃໝ່​ສວຍ​ງາມ​ ສົດ​ໃສກ່ວາ​ທຸກ​ລະດູ​ໃນ​ປີ. ​ຕໍ່​ໄປ​ນີ້, ເຊີນ​ທ່ານຮັບ​ຟັງ​ບົດ​ເພງ Hoa cỏ mùa xuân - ຕົ້ນ​ໄມ້​​ໃບ​ຫຍ້າ​ຍາມ​ລະດູບານ​ໃໝ່​. ​ໃນ​ບົດ​ເພງ​ນີ້​ພວກ​ເພື່ອນ​ຈະ​ໄດ້​ພົບ​​ເຫັນ​ສາວ​ຄົນ​ໜຶ່ງ, ດ້ວຍ​ຄວາມ​ຮັກ​ທີ່​ສົດ​ໃສ​ຄື​ດັ່ງ​ລະດູບານ​ໃໝ່​ ​ແລະ ຕິດຕາມ​ໄປ​ດ້ວຍ​ບົດ​ເພງ Lời tỏ tình của mùa xuân - ຄຳ​ສາລະພາບ​ບອກ​ຮັກຂອງ​ລະດູບານ​ໃໝ່ ​ກໍ່​ມີ​ຄວາມ​ໝາຍ​ດຽວ​ກັນ. ຫວັງ​ວ່າ, ​ເມື່ອ​ໄດ້​ຮັບ​ຟັງ 2 ບົ​ດ​ເພ​ງດັ່ງກ່າວ, ພວກ​​ເພື່ອນ​ກໍ່​ຈະ​ຮູ້ສຶກ​ມ່ວນ​ຊື່ນ​ຄື​ສາວ​ຍິງ​​ໃນ​ບົດ​ເພງ​ດັ່ງກ່າວແດ່​ເດີ.

Hoa cỏ mùa xuân

Lời tỏ tình của mùa xuân


ທ່ານ​ໄດ້ຮັບ​ຊົມ​ດອກ​ໄມ້​ບານ, ​ຝົນ​ຝອຍຕົກ​​ໃນ​ຍາມ​ລະ​ດູ​ບານ​ໃໝ່​ແລ້ວ, ຕໍ່​ໄປ​ນີ້​ເຊີນ​ທ່ານ​ຜູ້​ຟັງ ​ແລະ ມິດ​ເພງ​​ເຂົ້າ​ຮ່ວມ​ລະດູບານ​ໃໝ່​ຂອງ​ພາກ​ໃຕ້ ດ້ວຍ​ແສງ​ແດດ, ດອກ​ໄມ້​ຫຼາຍ​ສະໜິດ​ດ້ວຍສີສັນ​ຫຼາກ​ຫຼາຍ ​ແລະ ລົມ​ຄ່ອຍໆພັດ​ມາ.​.​. ຜ່ານ​ບົດ​ເພງ Đón xuân - ຕ້ອນຮັບ​ລະດູບານ​ໃໝ່ ​ໂດຍ​ນັກ​ຮ້ອງ Quang Vinh ສະ​ເໜີ.

Đón xuân

ຕອບກັບ

ຂ່າວ/ບົດ​ອື່ນ