(VOVWORLD) -ໂດຍສືບຕໍ່ຜົນສຳເລັດຂອງລາຍການທ່ອງທ່ຽວ “ສິ່ງທີ່ຍອດຍິ່ງຂອງການຮ່ຳຮຽນ”, ສູນເຄື່ອນໄຫວວັດທະນະທຳວິທະຍາສາດວັນໝຽວກວັກຕື໋ຢ໊າມ ຫາກໍ່ສະເໜີຕໍ່ຜູ້ຊົມຮູບເງົາສາມມິຕີ mapping “ແຜ່ນສີລາຮັກສາຊື່ສຽງ” ຮັບໃຊ້ແຂກທ່ອງທ່ຽວມາຄົ້ນຫາລາຍການທ່ອງທ່ຽວຍາມຄ່ຳຄືນຢູ່ ວັນໝຽວກວັກຕື໋ຢ໊າມ. ຮູບເງົາສາມມິຕິ ດ້ວຍເຕັກໂນໂລຊີທັນສະໄໝ ຄາດວ່າຈະດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ ແລະ ຄົ້ນຫາຄຸນຄ່າວັດທະນະທຳປະຫວັດສາດຂອງວັນໝຽວກວັກຕື໋ຢ໊າມ ເຊິ່ງແມ່ນມະຫາວິທະຍາໄລແຫ່ງທຳອິດຢູ່ ຮ່າໂນ້ຍ
ວັນໝຽວກວັກຕື໋ຢ໊າມໃນທ່າມກາງລະບົບແສງສີ |
ລາຍການທ່ອງທ່ຽວຍາມຄ່ຳຄືນຢູ່ວັນໝຽວກວັກຕື໋ຢ໊າມ ມີກຳລັງດຶງດູດໃຈສະເພາະ ຍ້ອນແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ຄົ້ນຫາຄວາມງາມຂອງມໍລະດົກວັດທະນະທຳຂອງຊາດ ຕາມວິທີໃໝອ່ຽມໃນຍາມຄ່ຳຄືນ ທີ່ລຶກລັບມະຫັດສະຈັນເທົ່ານັ້ນ ຫາກຍັງໄດ້ຮັບຊົມດ້ວຍລະບົບແສງສີ ໂດຍນຳໃຊ້ເຕັກໂນໂລຊີທັນສະໄໝອີກດ້ວຍ. ເພື່ອນ ຫວຽນວັນຫວູ ຢູ່ ຮ່າໂນ້ຍ ເປີດເຜີຍວ່າ:
“ຂ້າພະເຈົ້າເຫັນວ່າ ລາຍການທ່ອງທ່ຽວຍາມຄ່ຳຄືນຢູ່ ວັນໝຽວກວັກຕື໋ຢ໊າມ ແມ່ນມີຄວາມໝາຍຍ້ອນວ່າ ພາຍຫຼັງຜົນສຳເລັດຂອງລາຍການທ່ອງທ່ຽວ “ສິ່ງທີ່ຍອດຍິ່ງຂອງການຮ່ຳຮຽນ” ນັ້ນ, ນີ້ກໍ່ແມ່ນບາດກ້າວສືບຕໍ່, ແມ່ນເລື່ອງລາວຖືກບັນທຶກໄວ້ໃນແຜ່ນສີລາປະລິນຍາເອກເພື່ອຊ່ວຍແຂກທ່ອງທ່ຽວຊອກຮູ້ກ່ຽວກັບຄວາມໝາຍຂອງບັນດາແຜ່ນສີລາຕັ້ງຢູ່ວັນໝຽວກວັກຕື໋ຢ໊າມ”.
ເຕັກໂນໂລຊີສາມມິຕິ mapping ດ້ວຍສົມທົບຢ່າງກົມກຽວມີຫົວຄິດປະດິດສ້າງລະຫວ່າງສິລະປະການສະແດງ ດ້ວຍລະບົບການສຽງ ແລະ ແສງສີ ເຊິ່ງແມ່ນປັດໄຈທີ່ສຳຄັນເພື່ອໃຫ້ຮູບເງົາ “ແຜ່ນສີລາຮັກສາຊື່ສຽງ” ເພີ່ມຄວາມດູດດື່ມ. ເນື້ອໃນຂອງເລື່ອງລາວໄດ້ເລົ່າເຖິງເຕົ່າໂຕໜຶ່ງໄປຊອກຫາຄຸນຄ່າຢູ່ທາງຫຼັງແຜ່ນສີລາປະລິນຍາເອກຈຳນວນ 82 ແຜ່ນ. ເຕົ່າໄດ້ຄົ້ນຫາວ່າ ແຜ່ນສີລາແຕ່ລະແຜ່ນແມ່ນປຶ້ມປະຫວັດສາດຫົວໜຶ່ງ ຂຽນກ່ຽວກັບບັນດາບັ້ນສອບເສັງ ແລະ ບັນດາຜູ້ເສັງໄດ້ຄະແນນດີ. ທ່ານ ເຈືອງກວັກຕວ່ານ ຜູ້ແຕ່ງບົດລະຄອນຂອງຮູບເງົາດັ່ງກ່າວ ໃຫ້ຮູ້ວ່າ:
“ສານທີ່ພວກຂ້າພະເຈົ້າຢາກສົ່ງເຖິງຜູ້ຊົມຜ່ານຮູບເງົານີ້ ກ່ຽວກັບວິທີການສັງເກດໃໝ່ ກ່ຽວກັບແຜ່ນສີລາປະລິນຍາເອກ 82 ແຜ່ນ. ຍ້ອນວ່າ ແຕ່ດົນນານມາແລ້ວ ແຂກທ່ອງທ່ຽວເມື່ອມາຢາມຢູ່ແຫ່ງນີ້ ເຂົາເຈົ້າພຽງແຕ່ຍ່າງຜ່ານແຜ່ນສີລາເທົ່ານັ້ນ ແຕ່ສຳລັບພວກຂ້າພະເຈົ້າ ກໍ່ມີຄວາມຫວັງຢາກໃຫ້ຜູ້ຊົມມີຄວາມເຂົ້າໃຈ ກ່ຽວກັບແຜ່ນສີລາປະລິນຍາເອກແຕ່ລະແຜ່ນ ລ້ວນແຕ່ແມ່ນປຶ້ມປະຫວັດສາດ ກ່ຽວກັບບັນດາບັ້ນສອບເສັງ ກ່ຽວກັບຜູ້ເສັງໄດ້ຄະແນນດີ ແລະ ແນະນຳກ່ຽວກັບພື້ນຖານການສຶກສາຂອງ ຫວຽດນາມ”.
ຮູບເງົາສາມມິຕິ mapping ກ່ຽວກັບ ວັນໝຽວກວັກຕື໋ຢ໊າມ ໄດ້ສ້າງຄວາມປະທັບໃຈໃຫ້ຜູ້ຊົມ ແລະ ບັນດາຜູ້ເຮັດວຽກງານທ່ອງທ່ຽວ. ນາງ ດວ່ານຮ່າ ສັງກັດບໍລິສັດທ່ອງທ່ຽວ ເທິນທ້ຽນ ຫວຽດນາມ ແນະນຳກ່ຽວກັບຮູບເງົານີ້ ໃຫ້ແກ່ແຂກທ່ອງທ່ຽວ ພິເສດແມ່ນແຂກທ່ອງທ່ຽວສາກົນວ່າ:
“ເມື່ອຮັບຊົມຮູບເງົາ ຂ້າພະເຈົ້າເຫັນວ່າ ເຮົາສາມາດເຂົ້າໃຈໄດ້ເຖິງໄລຍະທາງທີ່ຫຍຸ້ງຍາກລຳບາກໃນການຮ່ຳຮຽນ ຈາກເບື້ອງຕົ້ນທີ່ຫຍຸ້ງຍາກຕະຫຼອດຮອດເວລາເສັງໄດ້ຄະແນນດີ. ເມື່ອຮັບຊົມຮູບເງົາໂດຍມີການສົມທົບລະຫວ່າງຮູບພາບກັບການສຽງ ຂ້າພະເຈົ້າຮູ້ສຶກໄດ້ເຖິງບັນຍາກາດທີ່ສະຫງ່າອົງອາດ ແລະ ແນ່ນອນວ່າ ຂ້າພະເຈົ້າຈະໂຄສະນາຮູບເງົານີ້ເຖິງລູກຄ້າຂອງພວກຂ້າພະເຈົ້າ ແລະ ຈະຍູ້ແຮງການໂຄສະນາລາຍການທ່ອງທ່ຽວໃນຍາມຄ່ຳຄືນຢູ່ວັນໝຽວກວັກຕື໋ຢ໊າມ ໃຫ້ແກ່ແຂກທ່ອງທ່ຽວຕ່າງປະເທດ”.
ຮູບເງົາທັງມີລັກສະນະສຶກສາອົບຮົມ ທັງມີລັກສະນະວັດທະນະທຳບັນເທີງ ເຊິ່ງໄດ້ແນະນຳກ່ຽວກັບມໍລະດົກດ້ວຍຄວາມດູດດື່ມ ຈາກການເລົ່າເລື່ອງແບບທັນສະໄໝ ແລະ ດ້ວຍວິທີສັງເກດທີ່ມີຫົວຄິດປະດິດສ້າງ ມີແຫຼ່ງດຶງດູດໃຈແຂກທ່ອງທ່ຽວໃນທຸກເພດທຸກໄວ, ພິເສດແມ່ນໄວໜຸ່ມ.ທ່ານປອ.ເລຊວັນກຽວຜູ້ອຳນວຍ ການສູນເຄື່ອນໄຫວວັດທະນະທຳວິທະຍາສາດວັນໝຽວກວັກຕື໋ຢ໊າມໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຫວັງວ່າ ຮູບເງົານີ້ກໍ່ຄືຮູບເງົາເລື່ອງຕໍ່ໆໄປຈະຊ່ວຍແຂກທ່ອງທ່ຽວສາມາດເຂົ້າໃຈແຈ້ງ ກ່ຽວກັບຄຸນຄ່າຂອງວັນໝຽວກວັກຕື໋ຢ໊າມ ດ້ວຍຮູບການນຳໃຊ້ເຕັກໂນໂລຊີ ສົມທົບກັບສິລະປະທີ່ດູດດື່ມ ເພື່ອສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວ”
ຮູບເງົາສາມມິຕິ mapping: “ແຜ່ນສີລາຮັກສາຊື່ສຽງ” ຖືກແຜ່ພາບໃນລາຍການທ່ອງທ່ຽວຍາມຄ່ຳຄືນຢູ່ ວັນໝຽວກວັກຕື໋ຢ໊າມ ນັບແຕ່ວັນທີ 1 ທັນວາ ປີ 2024 ເປັນຕົ້ນໄປ, ແຂກທ່ອງທ່ຽວສາມາດມາຊົມໃນເວລາ 20 ໂມງ, 21 ໂມງ ແລະ 22 ໂມງ ຂອງວັນພຸດ ວັນເສົາ ແລະ ວັນອາທິດ.