ຄວາມງາມ ຈຸ່ງແຄ໊ງ - ກາວບັ່ງ ເບິ່ງຈາກມູ​ມ​ສູງ

(VOVWORLD) -ເມືອງ ຈຸ່ງແຄ໊ງ, ຕັ້ງຢູ່ຫ່າງຈາກໃຈກາງນະຄອນ ກາວບັ່ງ ທາງທິດຕາເວັນອອກໄປປະມານ 60 ກມ. ຢູ່ແຫ່ງນີ້, ທຳມະຊາດທີ່ກວ້າງໃຫຍ່ໄພສານນັ້ນ ກໍ່ແມ່ນເຂດມີນ້ຳຕົກຕາດບ໋ານຢົກ - ເຊິ່ງແມ່ນນ້ຳຕົກຕາດສວຍງາມທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ນ້ຳຕົກຕາດບ໋ານຢັກ ແມ່ນນອນໃນຂອບເຂດຂອງແມ່ນ້ຳ ເກິຍເຊີນ, ໂດຍມີຕົ້ນກຳເນີດມາຈາກບັນດາຫ້ວຍນ້ຳທີ່ໄຫຼມາແຕ່ແຂວງກວາງຊີ, ປະເທດຈີນ. ແມ່ນ້ຳ ເກິຍເຊີນ ບໍ່ພຽງແຕ່ສ້າງເປັນນ້ຳຕົກຕາດບ໋ານຢົກ ທີ່ມີຄວາມສູງກວ່າ 30 ມ ເທົ່ານັ້ນ, ຫາກຍັງໄຫຼຜ່ານບັນດາພູຫີນປູນ ແລະ ເຂດທົ່ງນາ, ເຂດບ້ານອີກດ້ວຍອັນໄດ້ສ້າງໃຫ້ເມືອງ ຈຸ່ງແຄ໊ງ ມີທິວທັດທຳມະຊາດສວຍງາມທີ່ສຸດ.

        ນັກຖ່າຍຮູບ ຮ່ວາງລິງ - ຜູ້ຖ່າຍວີດີໂອໃຫ້ຮູ້ວ່າ, ອ້າຍປະຕິບັດການຖ່າຍວີດີໂອຕອນນີ້ໃຊ້ເວລາ 1 ອາທິດ: “ເພື່ອຖ່າຍໄດ້ບັນດາຈຸດຄວາມງາມດັ່ງກ່າວ, ຂ້າພະເຈົ້າຕ້ອງຕື່ນແຕ່ເດິກ ແລະ ອອກຈາກບ້ານໄປກ່ອນທີ່ດວງຕາເວັນຈະຂຶ້ນເປັນປະມານ 1 ຫາ 2 ຊົ່ວໂມງ, ເມື່ອຕອນຍັງມີນ້ຳໝອກປົກກຸ້ມໄປທົ່ວສາຍພູ, ບາງເທື່ອກໍ່ຕ້ອງເສຍເວລາລໍຖ້າໃຫ້ດວງຕາເວັນຕົກດິນເພື່ອໄດ້ຮັບຊົມ ແລະ ຖ່າຍຮູບບັນດາດາວທີ່ສວຍງາມ. ຈຸດເວລາກ່ອນທີ່ດວງຕາເວັນຂຶ້ນ - ຕາເວົນຕົກ, ຍາມໃດກໍ່ແມ່ນຈຸດເວລາສວຍງາມທີ່ສຸດ ແລະ ເປັນ ແຫຼ່ງບັນດານໃຈໃຫ້ນັກຖ່າຍຮູບຫຼາຍຄົນ”.

ຕອບກັບ

ຂ່າວ/ບົດ​ອື່ນ