Festival Hue ຢືນຢັນເຄື່ອງໝາຍຂອງຂະແຫນງທ່ອງທ່ຽວຫວຽດນາມ

(vovworld) - ​ໄລ່​ມາ​ຮອດ​ປີ 2012, ​ແຂວງ Thua Thien Hue ​ໄດ້​ຈັດ​ຕັ້ງ Festival ເປັນ 6 ຄັ້ງ​ແລ້ວ ​​ເຊິ່ງໄດ້ສ້າງ​ຄ​ວາ​ມປະ​ທັບ​ໃຈ​ຫລາຍ​ຢ່າງ​ໃຫ້​ແກ່​ປະຊາຊົນພາຍໃນປະເທດ  ​ແລະ ​ເພື່ອນ​ມິດສາ​ກົນ. ໂດຍມີ​ມູນ​ເຊື້ອ​ດ້ານ​ວັດທະນະທຳ, ປະຫວັດສາດ ​ແລະ ທີ່​ຕັ້ງພູມລຳ​ເນົາ​ພິ​ເສດ, ສະ​ນັ້ນ ນະຄອນ Hue ​ຈຶ່ງແມ່ນສະຖານທີ່​ເຕົ້າ​ໂຮມ​ບັນດາ​ປັດ​ໄຈ ​ແລະ ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ເພື່ອ​ສ້າງ​​ເປັນນະຄອນ Festival ທີ່​ເປັນ​ເອກະ​ລັກສ​​ະ​ເພາະ ພ້ອມ​ທັງ​ແມ່ນ​ເຄື່ອງ​ໝາຍ​ທ່ອງ​ທ່ຽວ​ຂອງ​ຫວຽດນາມ ​ແລະ ​ແຂວງ Thua Thien Hue.

Festival Hue ຢືນຢັນເຄື່ອງໝາຍຂອງຂະແຫນງທ່ອງທ່ຽວຫວຽດນາມ - ảnh 1
ການສະແດງສິລະປະຢູ່ Festival Hue 2012
ພາບ: internet

        Festival Hue ​ໄດ້​ເລີ່​ມມາ​ຈາກ​ງານ​ພົບ​ປະສ້າງສັນ Hue 1992 ລະຫວ່າງ ນະຄອນ Hue ​ແລະ ນະຄອນ Codev ຂອງ​ຝລັ່ງ. ດ້ວຍ​ແນວ​ຄວາມ​ຄິດ​ຈັດ​ຕັ້ງ Festival ທີ່​ມີ​ຂອບ​ຂະຫນາດ​ໃຫຍ່, ມີ​ຄຸນ​ນະພາ​ບສູງ ​ໂດຍ​ແຂວງ Thua Thien Hue ສົມທົບ​ກັບ​ສະຖານທູດ ຝລັ່ງ ປະຈຳ​ຫວຽດນາມ ຈັດ​ຕັ້ງ​ຂຶ້ນ​ໄດ້​ຮັບ​ການ​ເຫັນ​ດີ​ຈາກ​ລັດຖະບານ​ ຫວຽດນາມ. ນັ້ນ​ກໍ​ແມ່ນ​ສະຖານ​ທີ່​ເຕົ້າ​ໂຮມ, ພົບ​ປະ​​ແລກປ່ຽນ​ທີ່​ເປັນ​ເອກະລັກ​ສະ​ເ​ພາະຂອງ​ຫລາຍລາຍການ​ສິລະ​ປະທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ທີ່​ແຕກ​ຕ່າງ​ກັນຢູ່​ໃນ​ໂລກ. ຜ່ານ Festival 6 ຄັ້ງ (ນັບ​ແຕ່ ປີ 2000) ​ໄດ້​ມີ​ຄະນະ​ສິລະ​ປະກອນ​ກວ່າ 120 ຄະນະ ດ້ວຍ​ຮູບ​ການ​ສິລະ​ປະ​ຫລາຍປະ​ເພດ​ທີ່​ມາ​ຈາກ​ວ່າ 30 ປະ​ເທດ ​ເຂົ້າ​ຮ່ວມ. ສີສັນ​ ສະ​ເພາະ ຂອງ Hue ພ້ອມ​ກັບ​ບັນດາ​ຄຸນຄ່າ​ວັດທະນະທຳ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ ​ໄດ້​ສ້າງ​ຄວາມ​ຈັບ​ອົກ​ຈັບ​ໃຈ ​ແລະ ນັບ​ມື້​ນັບ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​       ເປ​ັນ ຈຳນວນ​ຫລວງຫລາຍ.

        ​ຍ້ອນ​ມີ​ການ​ປ່ຽນ​ແປງ ​ແລະ ຫົວຄິດ​ປະດິດ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ, Festival ຄັ້ງ​ຕ່າງໆຜ່ານ​ມາ​ໄດ້​ປະສົບ​ຜົນສຳ​ເລັດ​ດ້ວຍ​ບັນດາງານ​ບຸນ​ວັດທະນະທຳ​ທີ່ສະ​ແດງ​ໃຫ້​ເຫັນ​ບັນດາ​ມໍລະດົກ​ຂອງ​ເມືອງ​ຫລວງ​ເກົ່າ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ຊາວ Hue. Festival Hue 2004 ພາຍ​ໃຕ້​ຫົວ​ຂໍ້​ວ່າ: ມໍລະດົກ​ວັດທະນະທຳ​ກັບ​ການ​ເຊ່ືອມ​ໂຍງ ​ແລະ ພັດທະນາ” ບໍ່​ພຽງ​ແຕ່​ແມ່ນ​ງານ​ບຸນ​ດ້ານ​ວັດທະນະທຳ ການທ່ອງທ່ຽວ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ໂອກາດ​ເຊີດ​ຊູ​ດົນ​ຕີ​ພະລາຊະ​ວັງ Hue  ຊຶ່ງ​ແມ່ນສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະຂອງວັດທະນະທຳທີ່​ບໍ່​ມີ​ຮູບ​ຮ່າງ ​ແລະ  ​ເລົ່າສືບປາກຕໍ່ປາກ​ກັນ​ມາຂອງ​ມວນ​ມະນຸດ ຊຶ່ງ​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO. ປີ 2006, Festival Hue ມູ້​ງ​ໄປ​ເຖິງ “700 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ Thuan Hoa - Phu Xuan - Thua Thien Hue, ມໍລະດົກ​ວັດທະນະທຳ ກັບ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ”, ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ງານ​ບຸນ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ ​ແຕ່​ຍັງ​ສະ​ແດງ​ໃຫ້​ເຫັນ​ພະລັງ​ຊີວິດ​ຂອງ​ຍຸກ​​ປະ​ຈຸ​ບັນ. ສຳລັບ Festival Hue 2010 ​​ນອກ​ຈາກເນື້ອ​ໃນ​ຕົ້ນຕໍ​ແມ່ນ​ເຊີດ​ຊູ​ບັນດາ​ຄຸນຄ່າ​ທີ່​ເປັນ​ມູນ​ເຊື້ອ ​ແລ້ວ,  Festival ຄັ້ງ​ນີ້​ຍັງ​​ໂອກາດ​​ໂຄສະນາ​​ບັນດາ​ມໍລະດົກ​ວັດທະນະທຳ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່ 5 ທະວີບ. ສ່ວນ​ Festival Hue 2012 ນີ້​ແມ່ນ​ມຸ້ງ​ໄປ​ເຖິງ​ຫົວ​ຂໍ້​ວ່າ: “ມໍລະດົກ​ວັດທະນະທຳ​ກັບ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ - ສະຖານ​ທີ່​ນັດພົບ​ຂອງ​ບັນດາ​ນະຄອນ​ປະຫວັດສາດ” ຕິດ​ພັນ​ກັບ​ຫົວ​ຂໍ້“ການທ່ອງທ່ຽວ​ມໍລະດົກ” ຂອງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2012. ທ່ານ Ngo Hoa ຮອງ​ປະທານ​ປະຈຳ​ຄະນະ​ກຳມະການ​ປະຊາຊົນ ​ແຂວງ Thua Thien Hue ​ໃຫ້​ຮູ້​ວ່າ:

        “ສິ່ງ​ທ້າ​ທາຍ​ຕໍ່​ກັບຄະນະ​ຈັດ​ຕັ້ງ Festival ແມ່ນ​ຊອກ​ຫາ, ຄັດ​ເລືອກ​ໃນ​ສາງ​ວັດທະນະທຳ​ຂອງ Hue ​ເພື່ອ​ສ້າງ​ບັນດາ​ງານ​ບຸນ​ໃຫມ່, ດູດ​ດື່ມ ​ແລະ ສາມາດ​ໂຄສະນາ. ​ເຮັດ​ໄດ້​ຄືນ​ແນວ​ນັ້ນ​ຈຶ່ງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວມາ​ຢ້ຽມ​ຊົມ Festival Hue ນັບ​ມື້​ນັບ​ຫລາຍ​ໄດ້.  ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ​ຂອງ ນະຄອນ Hue ​ແມ່ນ​ອຸດ​ົມສົມບູນ ​ແລະ ຫລາຍ​ຮູບ​ຫລາຍ​​ແບບ ​ເພາະວ່າ Hue ມີ​  ມໍລະດົກ​ວັດທະນະທຳ​ໂລກ 2 ​ແຫ່ງ, ມີ​ອ່າວ Lang Co ຊຶ່ງ​ແມ​່ນຫນຶ່ງ​ໃນ​ບັນດາ​ອ່າວ​ທີ່​ສວຍ​ງາມ​ກວ່າ​ໝູ່​ໃນ​ໂລກ, Hue ຍັງ​ມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ ມີ​ແມ່​ນ້ຳ Huong, ພູ Ngu , ພູ Bach Ma. ການທ່ອງທ່ຽວ ຢູ່ Hue ມີ​ຫລາຍ​ຮູ​ບການ, ນອກຈາກ​ທ່ອງ​ທ່ຽວ​ທັດສະນີ​ຍະ​ພາບ​ແລ້ວ ຍັງ​ມີ​ການບໍລິການທ່ອງ​ທ່ຽວ​ຄົ້ນ​ຫາ​ອີກ​ດ້ວຍ. ສະ​ນັ້ນ Hue ມີຄວາມ​ສາມາດ​ບົ່ມ​ຊ້ອນດ້ານ​ການ​ທ່ອງທ່ຽວຢ່າງ​ພຽງພໍ​ເພື່ອ​ກາຍ​ເປັນ​ພື້ນຖານ​ເສດຖະກິດ​ປາຍ​ແຫລມ​ໄດ້.”

Festival Hue ຢືນຢັນເຄື່ອງໝາຍຂອງຂະແຫນງທ່ອງທ່ຽວຫວຽດນາມ - ảnh 2
Festival Hue 2012
ພາບປະກອບ: internet

        ພາຍ​ຫລັງ Festival Hue ຄັ້ງ​ຕ່າງໆ ພະ​ແນ​ກການທ່ອງທ່ຽວກໍ​ຄື​ວັດທະນະ​ທຳ​ຂອງ Hue ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດທີ່​ສຸດ ​ນັ້ນ​ແມ່ນ​ຂຸດ​ຄົ້ນ​ໄດ້​ຈຸດ​ວັດທະນະທຳ​ຂອງ​ພະ​ລາຊະ​ວັງ, ວັດທະນະທຳ​ພື້ນ​ເມືອງທີ່​ເປັນ​ມູນ​ເຊື້ອ. ທ່ານ Phan Thanh Hai ຜູ້ອຳນວຍການ​ສູນ​ອະນຸລັກ​ຮັກສາ​ປູຊະນີ​ຍະສະ​ຖານກຸງ​ເກົ່າ Hue ​ໃຫ້​ຮູ້​ວ່າ: ​ແຂວງ Thua Thien Hue ພວມ​ຄ່ອຍໆ​ສຳ​ພັດ​ກັບ​ເທັກ​ໂນ​ໂລ​ຊີ​ຈັດ​ຕັ້ງ Festival ຕາມ​ມາດຕະຖານ​ສາກົນ. ​ແຕ່​ສິ່ງ​ຫຍຸ້ງຍາກ​ທີ່​ສຸດ​ນັ້ນ​ແມ່ນ ​ເຮັດ​ແນວ​ໃດ​ເພື່ອ​​ເກັບ​ກຳ​ຮ່ຳຮຽນ​ເອົາບັນດາ​ເທັກ​ໂນ​ໂລ​ຊີ​ໃຫມ່, ຄວາມກ້າວຫນ້າ​ຂອງ​ບັນດາ​ປະ​ເທດ​​ໃນ​ການ​ເຄື່ອນ​ໄຫວ​ຈັດ​ຕັ້ງ Festival ຢ່າງ​ທັນ​ການ​ໄດ້. ດ້ານ​ອື່ນ, ຕ້ອງ​ສ້າງ​ ​ຄວາມ​ດູດ​ດື່ມ​ ບໍ່​ພຽງ​ແຕ່​ສຳລັບ​ນັກ​ທ່ອງ​ທ່ຽວ​ເທົ່າ​ນັ້ນ ຫາກ​ຍັງ​ສຳລັບ​ບັນດາ​ຄູ່​ຮ່ວມ​ມື​ທີ່​ເຂົ້າ​ຮ່ວມ​ອີ​ກດ້ວຍ. ທ່ານ Phan Thanh Hai ຖື​ວ່າ: ການ​ອະນຸລັກ​ຮັກສາ​ມໍລະດົກ​ວັດທະນະທຳ​ແມ່ນ​ຄວາມ​ຈຳ​ເປັນ​ຂອງ​ນະຄອນ Hue. ສິ່ງ​​ສຳຄັນທີ່​ສຸດ​ໃນ​ປະຈຸ​ບັນ ​ແລະ ​ໄລຍະ​ຕໍ່​ໄປ​ນັ້ນ​ແມ່ນ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງ​ເຄື່ອງຫມາຍ​ທ່ອງ​ທ່ຽວ Festival Hue ​ແລະ ບັນດາ​ການ​ກຳນົດ​ທິດ​ສັງ​ໃນ​ວິວັດທະນາ​ການ​ຄົ້ນ​ຄ້ວາ, ສ້າງ​ຜະລິດ​ຕະພັນ​ການທ່ອງທ່ຽວ, ບໍລິການ​ດ້ານ​ວັດທະນະທຳ​ທີ່​ມີ​ຄຸນ​ນະພາ​ບສູງ​ເພື່ອ​ສຳ​ພັດ​ກັບ​ພື້ນຖານ​ວັດທະນະທຳ​ຢູ່​ບໍລິ​ເວນ​ແຂວງ Thua Thien Hue, ບັນດາ​ທ້ອງ​ຖິ່ນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ.

        “ພວກ​ຂ້າພະ​ເຈົ້າ​ກຳ​ນົດວ່າ: Festival ແມ່ນ​ກາລະ​ໂອກາດ​ໃຫຍ່​ເພື່ອ​ໃຫ້​ພວກ​ເຮົາ​ສະ​ແດງ, ​ໂຄສະນາ​ເຄື່ອງໝາຍການ​ຄ້າ​ຂອງ​ມໍລະດົກ​ວັດທະນະທຳ Hue ເຖິງວົງ​ຄະນາ​ຍາດ ​ແລະ ​ເພື່ອນ​ມິດສາ​ກົນ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ພວກ​ເຮົາ​ທົດ​ລອງ, ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ງານ​ບຸນ ຊຶ່ງ​ໃນ​ອະນາຄົດ​ມັນ​ບໍ່​ພຽງ​ແຕ່​ຮັບ​ໃຊ້​ໃຫ​້​ແກ່ Festival ເທົ່າ​ນັ້ນ ຫາກ​ຍັງ​ສາມາດ​ຄົ້ນ​ຄ້ວາ ​ແລະ ຟື້ນຟູ ກໍ​ຄື​ຈັດ​ຕັ້ງ​ການ​ເຄື​່ອນ​ໄຫວ​ເປັນ​ປະຈຳ​ເພື່ອ​ຮັບ​ໃຊ້​​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ ​ແລະ ວົງ​ຄະນາ​ຍາດອີກດ້ວຍ. ຈຸດປະສົງ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ຍາດ​ແຍ່ງ​ກາລະ​ໂອກາດ​ຢ່າງ​ສຸດ​ຂີດ​ ຂອງ Festival ເພື່ອ​ເຮັດ​​ແນວ​​ໃດ​ຈັດ​ຕັ້ງ ນຳ​ບັນດາ​ການ​ເຄື່ອນ​ໄຫວ​ໃນ Festival ກ້າວ​ໄປ​ໄກ​ກວ່າ, ມູ້​ງ​ໄປ​ເຖິງ​ການ​ພັດທະນາ​ການທ່ອງທ່ຽວ ​ແລະ ອະນຸລັກ​ຮັກສາ​ບັນດາ​ມໍລະດົກ​​ເປັນ​ຢ່າງ​ດີກ​ວ່າ.”

            ບໍ່​ພຽງ​ແຕ່​ຟື້ນ​ຟູ​ບັນດາ​ຄຸນຄ່າ​ວັດທະນະທຳ ຫວຽດນາມ ​ເທ່ົາ​ນັ້ນ ຫາກ​ຜ່ານ​ການຈັດ​ຕັ້ງ Festival Hue 6 ຄັ້ງ​ນັ້ນ ​ໄດ້​ສ້າງ​​ເປັນເຄື່ອງໝາຍ Festival ທີ່​ເປັນ​ເອກະລັກ​ສະ​ເພາະ​ຕິດ​ພັນ​ກັບ​ມູນ​ເຊື້ອກໍ​ຄືປະ​ຫວັດ​ສາດວັດທະນະທຳ​ ​ຂອງ ນະຄອນ Hue ອີກ​ດ້ວຍ​. ຜ່ານ​ການຈັດ​ຕັ້ງ Festival ​ແຕ່​ລະ​ຄັ້ງ​ນັ້ນ, ພາບພົດ​ກ່ຽວ​ກັບ​ປະ​ເທດ​ຊາດ ​ແລະ ຊາວ Hue ​ໄດ້​ຮັບ​ການ​ສະ​ແດງ​ອອກ​ນັບ​ທັງ​ຄວາມ​ງາມ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ບູຮານ  ຂອງ Hue ຕະຫລອດ​ຮອດ​ງານ​ບຸນ​ສະ​ແດງ​ຊຸດ​ເສື້ອ​ຍາວ, ງານ​ລາຕີ ພະ​ລາຊະ​ວັງ, ງານ​ບຸນ Truyen Lo ​ແລະ​ອື່ນໆ ​ໃນ​ນັ້ນ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ແມ່ນເຊີດ​ຊູ​ບັນດາ​ມໍລະດົກ​.

         

ນັກ​ຂ່າວຫວີງ​ຟອງ

 

ຕອບກັບ

ຂ່າວ/ບົດ​ອື່ນ