ກອຍຂອງຊາວເຜົ່າຂະແມ


(vovworld) - ອາຫານ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ ຂະ​​ແມ ຊອກ​ຈັງ​ເວົ້າ​ສະ​ເພາະ ​ແລະ ຊາວ​ທົ່ງພຽງ​ແມ່​ນ້ຳຂອງ​ເວົ້າ​ສະ​ເພາະ​ແມ່ນ​ກອຍ. ບໍ່​ພຽງ​ແຕ່​ແມ່ນ​ອາຫານ​ທົ່ວ​ໄປ​ເທົ່າ​ນັ້ນ, ຫາກ​ ກອຍ ຍັງ​ມີ​ຄວາມ​ໝາຍ​ດ້ານ​ຈິດ​ວີນຍານ​ຢ່າງ​ເລິກ​ເຊິ່ງ ​ແລະ ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາວ​ເຜົ່າ ຂະ​ແມ​ອີກ​ດ້ວຍ. ​ເຂົ້າ​ເໝົ້າ​ແຢບ​ເຊິ່ງ​ຊາວ​ເຜົ່າ ຂະ​ແມ​ນຳ​ເອົາ​ຖະຫວາຍ​ບູຊາ​ດິນ​ຟ້າ ​ແລະ ພະພຸດ​ນັ້ນ ​ໄດ້​ຊ່ວຍ​ເຮັດ​ໃຫ້​ດິນ​ຟ້າ​ອາກາດ​ອຳນວຍ​ຄວາມ​ສະດວກ ລະດູ​ການ​ເກັບ​ກ່ຽວ​​ໃນ​ໂອກາດ​ວັນ​ບຸນ​ໄຫວ້​ພະຈັນໄດ້​ຮັບ​ຜົນ​ດີ. ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອ​ງ.

ກອຍຂອງຊາວເຜົ່າຂະແມ - ảnh 1

ກອຍຂອງຊາວເຜົ່າຂະແມ

(ພາບ: ອິນເຕີແນດ)

    ພິທີ​ໄຫວ້​ພະຈັນ ​ແມ່ນ​ພິທີ​ຕົ້ນຕໍ​ໃນ​ບຸນ ອອກ​ອອມ​ບອກ ​ເຊິ່ງຖືກ​ຈັດ​ຕັ້ງ​ໃນ​ຄໍ່າ​ຄືນ​ວັນ​ເພງ​ເດືອນ 10 ​ໄລ່​ຕາມ​ຈັນທະ​ປະຕິທິນ. ​ໃນ​ບໍລິ​ເວນ​ວັດ​ຕ່າງໆ, ​ໃນ​ເຮືອນ​​ແຕ່​ລະ​ຫຼັງຂອງ​ປະຊາຊົນ ຫຼື​ໃນ​ບ່ອນ​ທີ່​ກວ້າງຂວາງ, ປອດ​ໂປ່​ງ​ໃນ​ບ້ານ, ​ເມື່ອ​ພະຈັນ​ຂຶ້ນ​ສູງ​ກໍ່​ແມ່ນ​ເວລາ​ທີ່​ປະຊາຊົນ​ໃນ​ບ້ານ​ມຸ່ງ​ໄປ​ສູ່​ດວງ​ພະຈັນ​ເພື່ອ​ດຳ​ເນີນ​ພິທີ. ​ເຈົ້າ​ຂອງ​ງານ​ບຸນ​ແມ່ນ​ບັນດາ​ຄູບາ​ອາຈານ​ໃນ​ວັດ ຫຼື​ຜູ້​ອາຍຸ​ສູງ​ ​ແລະ ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ບ້ານ​ຮັບຜິດຊອບ. ພາຍຫຼັງ​ທຳ​ພິທີ​ບູຊາ​ສຳ​ເລັດ​ແລ້ວ, ​ເຈົ້າ​ຂອງ​ພິທີ​ຈະ​​ເອີ້ນ​ເອົາ​ພວກ​ເດັກນ້ອຍ​ມາ​ພ້ອມ​ກັນຍໍມື​ໄຫວ້​ພະຈັນ, ​ແບ່ງ​ກອຍໃຫ້​ເດັກນ້ອຍ​ແຕ່ລະຄົນ, ​ແລ້ວຈັບ​ຫຼັງ, ຖາມ​ພວກ​ຫຼານ​ມີ​ຄວາມ​ຫວັງ​ໃດ​ແດ່. ຄຳ​ຕອບ​ຂອງ​ພວກ​ຫຼານ​ກໍ່​ແມ່ນ​ຄວາມ​ມຸງ​ມາດ​ປາຖ​ະໜາ​ຂອງ​ຜູ້​ໃຫຍ່​ໃນ​ປີໜ້າ. ສຸດ​ທ້າຍ, ທຸກ​ຄົນ​ນັ່ງ​ອ້ອມ​ກັນ​ເພື່ອ​ກິນ​ໝາກ​ໄມ້, ກອຍ ​ແລະ ພ້ອມ​ກັນ​ຟ້ອນ​ລຳ​ທຳ​ເພງ, ອວຍພອນ​ກັນຈະ​ໄດ້​ຮັບ​ຜົນ​ດີ​ໃນ​ລະດູ​ການ​ເກັບ​ກ່ຽວ​​ໃນ​ປີ​ຈະ​ມາ​ເຖິງ. ທ່ານ ​ເຈິ່ນວັນນາ​ມ, ຊາວ​ເຜົ່າ ຂະ​ແມ​ຢູ່ ຊອກ​ຈັງ, ​ໃຫ້​ຮູ້​ວ່າ:

    “ຮອດ​ມື້ວັນ​ເພງ​ຄອບຄົວ​ໃດ​ກໍ່​ເຮັດ​ກອຍເພື່ອ​ໄຫວ້​ພະຈັນ ​ແລະ ​​ໃຫ້​ລູກ​ຫຼານ​ທຸກ​ຄົນ​ເຕົ້າ​ໂຮມ​ກັນ. ພາຍຫຼັງ​ທຳ​ພິທີ​ສຳ​ເລັດ, ຈະ​ໃຫ້​ລູກ​ຫຼານ​ກິນ​​ກອຍເພື່ອສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ພະຈັນ​ຍ້ອນ​ໄດ້​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ລະດູ​ການ​ເກັບ​ກ່ຽວ​ຂອງປະຊາຊົນ​ໄດ້​ຮັບ​ຜົນ​ດີ. ຊາວ​ເຜົ່າ ຂະ​ແມ​ເຄີຍ​ທຳ​ພິທີ​​ໄຫວ້ບູຊາ​ເດີ່ນ​ບ້ານ, ທັງ​ຄອບຄົວ, ຜູ້​ໃຫຍ່, ຜູ້​ນ້ອຍ, ​ຜູ້​ເຖົ້າ​ຜູ້​ແກ່​ລ້ວນ​ແຕ່​ອອກ​ໄປໄຫວ້​ບູຊາ​ພະຈັນ​ຢູ່​ເດີ່ນ​ບ້ານ“.

ກອຍຂອງຊາວເຜົ່າຂະແມ - ảnh 2

ກອຍຂອງຊາວເຜົ່າຂະແມ

(ພາບ: ອິນເຕີແນດ)

    ຊາວ​ເຜົ່າ ຂະ​ແມ​ເຊື່ອ​ໝັ້ນ​ວ່າ ​ໂດຍ​ໄດ້​ຮັບ​ບຸນ​ຄຸນຈາກ​ພະພຸດ ​ແລະ ດິນ​ຟ້າ, ​ເຂົາ​ເຈົ້າ​ຈຶ່ງ​ມີ​ເຂົ້າໜຽວ, ​ເຂົ້າຈ້າວ​ເພື່ອ​ລ້ຽງ​ດູ​ຄອບຄົວ. ​​ແລະ​ກໍ່​ຈາກ​ເມັດ​ເຂົ້າ​ທີ່​ໜຽວ​ຫອມ​ນັ້ນ, ຊາວ​ເຜົ່າ ຂະ​ແມ​ໄດ້​ປຸງ​ແຕ່ງ​ເປັນ​ອາຫານ​ທີ່​ແຊບນົວ​ຫຼາຍ​ເຍື່ອງ​ເພື່ອ​ຕອບ​ບຸນ​ແທນ​ຄຸນ​ດິນ​ຟ້າອາກາດ. ປ້າ ​ເລິ​ມທິ​ແອນ, ​ໃຫ້​ຮູ້​ວ່າ:

    “ຢູ່​ ຊອກ​ຈັງ, ທຸກຄອບຄົວ, ທັງ​ຄອບຄົວ​ຮັ່ງມີ ​ແລະ ທຸກ​ຍາກ​ລ້ວນ​ແຕ່​ມີ​ເຂົ້າ​ເໝົ້າ​ເພື່ອ​ໄຫວ້​ພະຈັນ. ຕາມ​ຮີດຄອງ​ມາ​ແຕ່​ບູຮານ​, ພວກ​ເຮົາ​ທຳ​ພິທີ​ຕາມ​ປູ່ຍ່າ​ຕາ​ຍາຍ, ຄອບຄົວ​ໃດ, ຜູ້​ໃດ​ກໍ່​ໄຫວ້​ບູຊາ​ພະຈັນ​ດ້ວຍ​ກອຍ“​.

    ນອກຈາກ​ເຮັດ​ເຄື່ອງ​ຂອງ​ບູຊາ​ເພື່ອຖະຫວາຍສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ດິນ​ຟ້າອາກາດ​ແລ້ວ, ​ໃນ​ງານ​ບຸນ ອອກ​ອອມ​ບອກ, ກອຍ ຍັງ​ໄດ້​ວາງ​ຂາຍຢູ່​ທຸກ​ແຫ່ງ​ໃນ​ເຂດ​ດຳ​ເນີນ​ງານ​ບຸນ, ​ເພື່ອ​ໃຫ້​ທຸກ​ຄົນ​ຊື້​ມາ​ກິນ ​ແລະ ​ເປັນ​ຂອງຕ້ອນ​ໃຫ້​ພີ່ນ້ອງ.

   ກອຍຂອງຊາວເຜົ່າຂະແມ - ảnh 3

ກອຍຂອງຊາວເຜົ່າຂະແມ

(ພາບ: ອິນເຕີແນດ)

    ”ປົນ​ກັບ​ນ້ຳຕານ​ກ່ອນ, ​ແລ້ວ​ປົນ​ກັບ​ໝາກພ້າວ​ທີ່​ຂູດ​ແລ້ວ, ຫຼັງ​ຈາກ​ນັ້ນປະ​ໄວ້​ໃນ​ເວລາ 1-2 ຊົ່ວ​​ໂມ​ງຈຶ່ງ​ກິນ​ຈະ​ແຊບ​ກວ່າ”.

    ​ເພື່ອ​ມີ​ ກອຍ ທັງ​ໜຽວ ​ແລະ ຫອມ​ແມ່ນ​ຕ້ອງ​ໃຊ້​ເຂົ້າໜຽວ​ຫາ​ກໍ່​ສຸກ. ​ທຳ​ອິດ​ແມ່ນ​ຕ້ອງໝ່າ​ເຂົ້າ​​ໃນ​ເວລາສອງ, ສາມ​ຊົ່ວ​ໂມງ​, ຫຼັງ​ຈາກ​ນັ້ນ ຈະ​ເອົາ​ມາຂົ້ວ​ໃຫ້​ກອບ​ແລ້ວ​ຈຶ່ງ​ເອົາ​ມາ​ຕຳ.

       ​ເມື່ອກິນກອຍທີ່​ຫາ​ກໍ່​ຕໍາແລ້ວສາມາດ​ຮັບ​ຮູ້​ໄດ້​ລົດ​ຊາດ​ພິ​ເສດສະ​ເພາະ​ຂອງ​ເຂົ້າໜຽວ. ​ແຕ່​ຖ້າ​ຫາກ​ປົນ​ກອຍກັບ​ນ້ຳຕານ, ໝາກພ້າວ​ຂູດ​​ ​ແລະ ນ້ຳໝາກ​ພ້າ​ວ, ​ປະ​ໄວ້​ໃນ​ເວລາ 15 ນາທີ ຈຶ່ງ​ກິນ​ມັນ​ຈະ​ອ່ອນ, ຜົງ ​ແລະ​ໜຽວ​ກວ່າແລ້ວ. ສາມາດ​ເອົາ​ໃບຕອງ, ​ໃບ​ດອກ​ບົວ​ຫໍ່​ກອຍໄວ້, ມັນ​ຈະ​ໃຫ້​ກິ່ນ​ຫອມ​ກວ່າ. ດ້ວຍ​ກິ່ນ​ຫອມ​ຂອງ​ເຂົ້າໜຽວ​ຂົ້ວ, ລົດ​ມັນ​ຂອງ​ໝາກພ້າວ ​ແລະ ລົດ​ຫວານ​ຂອງ​ນ້ຳຕານ​​ເຮັດ​ໃຫ້​ອາຫານ​ນີ້​ມີ​ລົດ​ຊາດ​ພິ​ເສດ.

    ​ເມື່ອ​ມີ​ໂອກາດ​ມາ​ຢ້ຽມຢາມ ຊ​ອກ​ຈັງ​ໃນ​ໂອກາດ​ວັນ​ບຸນ ອອກ​ອອມ​ບອກ, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ປະທານ​ອາຫານ ກອຍ ທີ່​​ແຊບນົວ ​ແລະ ມີ​ຄວາມ​​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ວັດທະນະທີ່​ເປັນເອກະລັກ​ສະ​ເພາະ ຂອງ​ຊາວ​ເຜົ່າ ຂະ​ແມ.

ຕອບກັບ

ຂ່າວ/ບົດ​ອື່ນ