ການຊື້ເຄື່ອງຂອງຢູ່ຄຸ້ມຖະຫນົນເກົ່າ ຮ່າໂນ້ຍ

(vovworld)- ຮ່າ​ໂນ້ຍ​ແມ່ນ​ສະຖານ​ທີ່​ດູດ​ດື່ມ​ແຫ່ງ​ທີ 6 ຢູ່ ອາ​ຊີ. ນັ້ນ​ແມ່ນຜົນ​ແຫ່ງ​ການ​ຄັດ​ເລືອກ​ຂອງ​ວາລະສານ Smart Travel Asia online ຮົ່ງກົງ​ ປະ​ເທດ​ຈີນ. ​ແຕ່ລະ​ປີ, ຜູ້​ອ່ານ​ຂອງ​ວາລະສານ​ດັ່ງກ່າວ​ລ້ວນ​ແຕ່​ຄັດ​ເລືອກ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່ດູດ​ດື່ມ​ກວ່າ​ໝູ່​ຢູ່​ອາຊີ ຕາມ​ບັນດາ​ມາດຕະຖານ​ຖື: ນະຄອນ​ພັກຜ່ອນ​ບຳລຸງ​ສຸຂະພາບ​ດີ​ທີ່ສຸດ; ນະຄອນ​ຊື້​ເຄື່ອງ​ຂອງ​ດີ​ທີ່ສຸດ; ນະຄອນ​ດຳ​ເນີນ​ທຸລະ​ກິດ​ດີ​ທີ່ສຸດ; ບັນດາ​ໂຮງ​ແຮມ, ຮ້ານ​ອາຫານ, ບໍລິສັດ​ການບິນ​ດີ​ທີ່ສຸດ... ນະຄອນ​ຮ່າ​ໂນ້ຍ​ແມ່ນ​ນະຄອນ​ທີ່​ເກົ່າ​ແກ່ດ້ວຍ​ປະຫວັດ​ເປັນ​ມານັບ​ພັນ​ປີ ​ແລະ ​ແມ່ນ​ແຫ່ງ​ທີ່​ສະຫງົບ​ງຽບ, ມີ​ທິວ​ທັດ​ທຳ​ມະ​ຊາ​ດສວຍ​ງາມ​, ຊາວ​ຮ່າ​ໂນ້ຍ​ແມ່ນ​ຜູ້​ຮັກ​​ແພງ​ແຂກຄົນ, ​ເຍື່ອງ​ອາຫານ​ຢູູ່ຮ່າ​ໂນ້ຍກໍ​ແຊບ​ນົວ, ຮ້ານ​ຂາຍ​ເຄື່ອງ​ອຸດົມສົມບູນ​... ຮ່າ​ໂນ້ຍ​​ແມ່ນ​ສະຖານ​ທີ​່ທ່ອງ​ທ່ຽວທີ່ບັນລຸ​ໄດ້ບັນດາ​ມາດຕະຖານ​ຊື່​ງວາລະສານ​ທ່ອງ​ທ່ຽວ​ດັ່ງກ່າວ​ໄດ້ວາງ​ອອກ. ​

ການຊື້ເຄື່ອງຂອງຢູ່ຄຸ້ມຖະຫນົນເກົ່າ ຮ່າໂນ້ຍ - ảnh 1
ຖະຫນົນ Hang Gai ຢູ່ ຮ່າໂນ້ຍ
ພາບ: internet

ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ນະຄອນຫລວງ ຮ່າ​ໂນ້ຍ ​ສ່ວນ​ຫລາຍ​ມັກ​ພັກ​ເຊົາ​ຢູ່ອ້ອມ​ແອ້ມ​​ຄຸ້ມ​ຖະຫນົນ​​ເກົ່າ ​ເພື່ອ​​ເລາະ​ຫຼິ້ນ, ຄົ້ນ​ຫາ​ຄຸ້ມ​​ຖະຫນົນ​ເກົ່າ 36 ສາຍ. ພິ​ເສດ​ໃນ​ລະດູ​ໃບ​ໄມ້​ຫລົ່ນ​ແມ່ນ​ລະດູ​​ສວຍ​ງາມ​ກວ່າ​ໝູ່​ໃນ​ປີ, ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ຮ່າ​​ໂນ້ຍ​​ແມ່ນຫລາຍ​ກວ່າ​ໝູ່. ນັກ​ທ່ອງ​ທ່ຽວ​ເຄີຍ​​ເລາະ​ທ່ຽວ​ລຽບ​ຕາມ​ຄຸ້ມຖະຫນົນ​ເກົ່າ, ​ເຂົ້າ​ຮ້ານ​ຂາຍ​ເຄື່ອງຂອງ​ແຫ່ງ​ຕ່າງໆ ຫລື​ ຮ້ານ​ຂາຍ​ພາບ​ແຕ້ມ​ທີ່​ອຸດົມ​ສົມບູນ, ມີສີສັນ​ຫລາກ​ຫລາຍ. ​ເປ​ັນຕົ້ນ​​ແມ່ນຢູ່​ຖະຫນົນ Hang Gai ​ແລ້ວຜ່ານຖະໜົນ Hang Hom, Hang Ma, Hang Bac, Hang Buom.... ຖະ​ຫນົນ​ສາຍ​ໃດ​ກໍ​ມີ​ແຂກ​ຄົນມາ​ຊື້​ເຄື່ອງ​ຂອງ​ເປັນ​ຈຳນວນ​ຫລວງຫລາຍ. ຮ້ານຂາຍ​​ໂສ້ງ​ເສື້ອ​ຢູ່​ຖະໜົນ​ເຫຼົ່າ​ນັ້ນມີ​ຮູບ​ແບບ​​ສວຍງາມ ​ແລະ ລາຄາ​ຖືກ. ຖ້າ​ຫາກ​ນັກ​ທ່ອງ​ທ່ຽວ​ຢາກ​ຊື້​​​ເຄ່ືອງ​ຂອງ​ຜະລິດ​ດ້ວຍ​ແພ ຫລື​ ໄຫມ ​ຕ້ອງ​​​​​​ແວ່​ຖະຫນົນ Hang Gai ​ແລະ ຖະຫນົນ​ສາຍ​ອ້ອມ​ແອ້ມ. ຢູ່​ຖະຫນົນ​ສາຍ​ນີ້ ນອກ​ຈາກ​​ໂສ້ງ​ເສື້ອ​ເຮັດ​ດ້ວຍ​​ແພ​ໄຫມ​ແລ້ວ, ​ຍັງ​ມີ​ກະ​ເປົາ, ​ເຄື່ອງ​ທີ່​ລະນຶກ​ທີ່​ງາມ​ຕາ ​ແລະ ​ເປັນ​ເອກະລັກ​ສະ​ເພາະ​ດ້ວຍ​ສີສັນ​ຫລາກ​ຫລາຍ​ອີກ​ດ້ວຍ. ສ່ວນ​ຢູ່​ ຖະ​ໜົນ Hang Bac, Hang Hom ນັກ​ທ່ອງ​ທ່ຽວ​ສາມາດ​ຊື້​ເຄື່ອງ​ຂອງ​ເຮັດ​ດ້ວຍ​ເງິນ ​​ເຊິ່ງ​ໄດ້​ຮັບການ​ອອກ​ແບບ​​ພິ​ເສດ​ສະ​ເພາະ ​ດ້ວຍຫລາຍ​ຮູບ​ຫລາຍ​ແບບ. ອ້າຍ Tho Mas ມາ​ຈາກ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ຢາກ​ຊື້​ເຄື່ອງ​ຂອງ ຢູ່ ຫວຽດນາມ. ​ເພາະ​ເຫັນ​ວ່າ, ຜະລິດ​ຕະພັນ​ເຮັດ​ດ້ວຍ​ເງິນ​ຢູ່​ທີ່​ນີ້​ມີ​ຄຸນ​ນະພາ​ບດີ ​ແລະ ລາ​ຄາ​ຖືກ. ຢູ່​ຖະຫນົນ Hang Bac ນີ້ ​ເຂົາ​ເຈົ້າ​ຂາຍ​ເຄື່ອງ​ຂອງ​ທີ່​ມີຄຸນຄ່າ​ຫລາຍ​ຢ່າງ. ຂ້າພະ​ເຈົ້າ​ໄດ້​ຊື້​ດອກ​ໄມ້, ພາບ​​ແຕ້ມ, ​​ໂສ້ງ​ເສື້ອ, .... ​ເຍື່ອງ​ອາຫານ​ຢູ່​ຄຸ້ມ​ຖະຫນົນ​ເກົ່າ​ຂອງຮ່າ​ໂນ້ຍກໍ​ແຊບນົວ ​ແລະ ລາຄາ​ຖືກ.”

        ​ໃນຄຸ້ມຖະຫນົນ​ເກົ່າ​ຮ່າ​ໂນ້ຍ ຂາຍ​ສິນຄ້າ​, ​ເຄື່ອງ​ຂອງທຸກ​ປະ​ເພດ​ຄື: ​ໂສ້ງ​ເສື້ອ, ​ເກີບ, ກະ​ເປົາ, ໝວກ, ຜ້າຄ້ອງ​ຄໍ. ສິນຄ້າ​ຂອງ​ຕ່າງປະ​ເທດ​ກໍ​ມີ, ສິນຄ້າຂອງ​ຫວຽດນາມ ກໍ​ມີ. ​ແຕ່​ນັກ​ທ່ອງ​ທ່ຽວ​ສ່ວນ​ຫລາຍ​ຢາກ​ຊື້​ເຄື່ອງ​ຂອງ​ທີ່​ເປັນ​ເອກະລັກ​ສະ​ເພາະຂອງ​ຫວຽດນາມ, ສະ​ນັ້ນເຂົາ​ເຈົ້າ​ນິຍົມ​ຊື້ກະ​ເປົາ​ກວ່າ​ໝູ່. ພິ​ເສດ​, ຢູ່​ລຽບຕາມ​ຖະຫນົນ​​ເກົ່າ, ນັກ​ທ່ອງ​ທ່ຽວ​​ເຄີຍ​ພົບ​ເຫັນ​ຮ້ານ​ຂາຍ​ເຄື່ອງ​​ທີ່ລະນຶກຫັດຖະກຳ ຫຼື handmade ທີ່​ສວຍ​ງາມ​ເປັນ​ຈຳ​ນວນ​ຫລວງຫລາຍ. ນີ້​ກໍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຜະລິດ​ຕະພັນ​ທີ່​ໄດ້ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ນາງ Thu Huong ຢູ່ ​ແຂວງ Lao Cai ​ໃຫ້​ຮູ້​ວ່າ: ນາງ​ມັກ​​​ເລາະ​ທ່ຽວ ​ແລະ ຊື້​ເຄື່ອງ​ຂອງ​ຢູ່​ຄຸ້ມຖະຫນົນ​​ເກົ່າ​ຫລາຍ.

        “ບັນດາ​ຮ້ານ​ຂາຍ​ເຄື່ອງ​ຢູ່​ຖະ​ຫນົນ​ເກົ່າ​ປຽບ​ເຫມືອນ​ຄື​ຮູບ​ພາບ​ທີ່ມີ​ສີສັນ​ຫລາກ​ຫລາຍ. ມີສິນຄ້າ, ​ເຄື່ອງ​ຂອງທຸກ​ປະ​ເພດ, ຢາກ​ຊື້​ອັນ​ໃດ​ກໍ​ມີ. ບັນດາ​ຜະລິດ​ຕະພັນ​ຢູ່​ທີ່​ນີ້​ກໍ​ຖືກ​ໃຈກັບ​ຜູ້​ອຸປະ​ໂພ​ກ, ບໍລິ​ໂພ​ກ. ​ເຄື່ອງ​ຂອງ​ທີ່​ຂາຍ​ໃຫ້​ນັກ​ທ່ອງ​ທ່ຽວ​ກໍ​ອຸດົມສົມບູນ. ຂ້າພະ​ເຈົ້າ​ຢາກ​ເລາະ​ທ່ຽວ​ຕາມ​ບັນດາ​ຮ້ານ​ຂາຍ​ພາບ​ສີ​ຂັດ​ມັນ ຫລື ​ເຄື່ອງ​ສຳອາງ​. ຂ້າພະ​ເຈົ້າ​ມັກທຸກ​ສິ່ງ​ທຸກ​ຢ່າງຢູ່​ທີ່​ນີ້. ຂ້າພະ​ເຈົ້າ​ຊື້​ ​ປອກຄໍ​ສີຂຽວສາຍ​ຫນຶ່ງ​ມີ່​ມີລາຄາ​​ບໍ່​ຮອດ 100.000 ດົ່ງ​ເທົ່າ​ນັ້ນ ”

ການຊື້ເຄື່ອງຂອງຢູ່ຄຸ້ມຖະຫນົນເກົ່າ ຮ່າໂນ້ຍ - ảnh 2
ຖະຫນົນ Hang Manh ຢູ່ ຮ່າໂນ້ຍ
ພາບ:internet

        ຍັງມີຄວາມ​ປະ​ທັບ​ໃຈ​ອື່ນ​​ອີກເມື່ອ​ເລາະ​ຫລິ້ນ​ຕາມຄຸ້ມ​ຖະຫນົນ​ເກົ່າ, ນັ້ນ​ແມ່ນ​ຮູບ​ພາບ​ຂອງ​ຜູ້​ຂາຍ​ດອກ​ໄມ້ຕາມ​ຖະໜົນ, ​ເຂົາ​ເຈົ້າ​ວາງດອກ​ໄມ້​ເທິງລົດຖີບ​ແລ້ວຖີບ​ລົດໄປ​ລຽບ​ຕາມ​ຖະຫນົນ. ມີ​ນັກ​ທ່ອງ​ທ່ຽວຜູ້​ຫນຶ່ງ​​ເມື່ອ​ຂຽນ​ບົດ​ກ່ຽວ​ກັບ​ຮ່າ​ໂນ້ຍ ​ໄດ້​ນຳເອົາ​ຮູບ​ພາບ​ຜູ້​ຂາຍ​ດອກ​ໄມ້​ຕາມ​ຖະຫນົນ​ລົງ​ໃນ​ຫນ້າ​ປົກ. ນອກ​ຈາກຮູບ​ພາບ​ຜູ້​ຂາຍ​ດອກ​ໄມ້​ລຽບ​ຕາມ​ຄຸ້ມຖະຫນົນ​ແລ້ວ, ບັນດາ​ຮ້ານ​ຂາຍ​ໝາກ​ໄມ້​ກໍ​ແມ່ນ​ສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ຮ່າ​ໂນ້ຍມີ​ 4 ລະດູຄື: ລະດູບານ​ໃຫມ່, ລະດູ​ຮ້ອນ, ລະດູ​ໃບ​ໄມ້​ຫລົ່ນ ​ແລະ ລະດູ​ຫນາວ, ສະ​ນັ້ນ ໝາກ​ໄມ້​ກໍ​ອຸດົມ​ສົມບູນ ມີ​ທຸກ​ປະ​ເພດ. ​ເອື້ອຍ Natalia ນັກ​ທ່ອງ​ທ່ຽວ​ມາ​ຈາກ ​ໂປ​ໂລ​ຍ ​ໃຫ້​ຮູ້​ວ່າ:

        “ຢູ່​ຮ່າ​ໂນ້ຍ ມີ​ເຄື່ອງ​ຂອງ​ງາມ​ຕາ​ຫລາຍ​ຢ່າງ. ຂ້າພະ​ເຈົ້າ​ມັກ​ຫລາຍ. ໝາກ​ໄມ້​ຢູ່​ທີ່​ນີ້​ກໍ​ແຊບ, ໝາກ​ໄມ້​ທຸກ​ປະ​ເພດ​ຢູ່​ຫວຽດນາມ ​ແຕກ​ຕ່າງ​ກັບ​ຢູ່​ໂປ​ໂລ​ຍ. ອັນ​ໃດຢູ່​ຮ່າ​ໂນ້ຍ ກໍ່ມີ​ລາຄາ​ຖືກ. ຂ້າພະ​ເຈົ້າ​ຢາກ​ຊື້​ເຄື່ອງ​ຂອງ​ຢູ່ ຫວຽດນາມ. ພວກ​ຂ້າພະ​ເຈົ້າ​ຮັກ​ຮ່າ​ໂນ້ຍ, ຮັກ ຫວຽດນາມຫຼາຍ.”

        ​ເລາະ​ທ່ຽວ​ລຽບ​ຕາມ​ຖະຫນົນ​ສາຍ​ຕ່າງໆ​ນັກ​ທ່ອງ​ທ່ຽວ​ຈຶ່ງ​ສາມາດ​ຄົ້ນ​ຫາ​ໄດ້​ລັກສະນະ​ຫລາຍ​ຮູບ​ຫລາຍ​ແບບ​ຂອງ​ສິນຄ້າ, ​ເຄື່ອງ​ຂອງ​ຢູ່​ທີ່​ນີ້. ຖະຫນົນ​ແຕ່​ລະສາຍ​ກໍ່​ດຳ​ເນີນ​ທຸລະ​ກິດ​ປະ​ເພດ​ສະ​ເພາະໃດ​ຫນຶ່ງ​ຄື: ຖະໜົນ Hang Bo ​ຂາຍ​ອຸປະກອນ​ສຳລັບ​ການ​ຕັດ​ຫຍິບ, ຖະໜົນ Hang Duong ຂາຍ​ເຂົ້າຫນົມ, ຖະໜົນ Hang Bac ​ຂາຍ​ເຄື່ອງ​ສຳອາງ​ທີ່ຜະລິດ​ດ້ວຍ​ເງິນ. ​ເລາະ​ທ່ຽວ​ລຽບ​ຕາມ​ຖະຫນົນ​ສາຍ​ຕ່າງໆ​ຢູ່ ຮ​່າ​ໂນ້ຍນັກ​ທ່ອງ​ທ່ຽວ​ຈະເຂົ້າ​ໃຈ​ໄດ້​ວ່າ​ເປັນ​ຫຍັງ​ຮ່າ​ໂນ້ຍນັບ​ມື້​ນັບ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ເປັນ​ຈຳນວນ​ຫລວງຫລາຍ​ຄື​ແນວ​ນັ້ນ. ນອກ​ນັ້ນ, ຍັງ ​ມີ​ສິ່ງ​ຫນຶ່ງ​ທີ່​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ນິຍົມ​​ເລາະ​ທ່ຽວ ​ແລະ ​ຊື້​ເຄື່ອງ​ຂອງ​ຢູ່​ຄຸ້ມຖະຫນົນ​ເກົ່າ​ຮ່າ​ໂນ້ຍ ນັ້ນ​ແມ່ນ​ການ​ຕ້ອນຮັບ​ຢ່າງ​ສະຫນິດສະຫນົມ​ຂອງ​ຊາວ​ຮ່າ​ໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ