ການທ່ອງທ່ຽວຫວຽດນາມ ປີ 2011 ບັນລຸໝາກຜົນທີ່ຫນ້າຊື່ນຊົມ

ການທ່ອງທ່ຽວຫວຽດນາມ ປີ 2011 ບັນລຸໝາກຜົນທີ່ຫນ້າຊື່ນຊົມ - ảnh 1
(ພາບ: ອ່າວຮ້າລອງ)

ກົມ​ໃຫຍ່ທ່ອງທ່ຽວຫວຽດນາມ ຫາ​ກໍ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ຜູ້​ທີ່ 6 ລ້າ​ນ. ນີ້​ເປັນ​ຂີດ​ໝາຍ​ສຳຄັນ​ຂອງ​ຂະ​ແຫນງ​ທ່ອງ​ທ່ຽວ​ຫວຽດນາມ ​ເມື່ອ​ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ໄດ້​ລື່ນ​ກາຍ​ຄາດໝາຍ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ ​ແຕ່ 5,3 -5,5 ລ້ານ​ເທ່ືອ​ຄົນ​ໃນ​ປີ 2011 ຊຶ່ງ​ຂະ​ແຫນງ​ທ່ອງ​ທ່ຽວ​ໄດ້​ວາງ​ອອກ​ກ່ອນ​ນັ້ນ. ​ເລື່ອງ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຜູ້​ທີ 6 ລ້ານ ມາ​ຫວຽດນາມ​ໃນ​ປີ 2011 ສືບ​ຕໍ່​ຢືນຢັນ​ການ​ພັດທະນາ​ຂອງ​ຂະ​ແຫນງ​ທ່ອງ​ທ່ຽວ, ຊຶ່ງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຂະ​ແຫນງ​ເສດຖະກິດ​ສຳຄັນ​ຂອງ​ຫວຽດນາມ.

        ນັກ​ທ່ອງ​ທ່ຽວ​ສາກົນ​ຜູ້​ທີ 6 ລ້ານ ​ແມ່ນ​ທ່ານ Curvalle Bernard Francois ສັນຊາດ​ຝລັ່ງ, ມາ​ຈາກ​ຈີນ ​ໃນ​ກຳ​ປັ່ນ MV SuperStar Aquarious ​ເຂົ້າ​ທຽບ​ທ່າ​ແຄມ​ທະ​ເລ ບ໋າ​ຍ​ໄຈ, ນະຄອນ ຮ້າ​ລອງ ​ແຂວງ ກວ໋າງນີງ. ນອກຈາກ​​ໃບ​ຢັ້ງຢືນ​​ເປັນ​ນັກ​ທ່ອງ​ທ່ຽວຜູ້​ທີ 6 ລ້ານ​, ຫລຽນ​ກາ​​​ລະນຶກ, ຂອງ​ຂັວນ ແລ້ວ, ນັກ​ທ່ອງ​ທ່ຽວ​ທ່ານ​ນີ້​ຍັງ​ໄດ້​ຮັບ​ຂອງ​ຂວັນ​ຫນຶ່ງ​ອີກ ນັ້ນ​ແມ່ນ​ລາຍການ​ທ່ອງ​ທ່ຽວ​ຢ້ຽມ​ຊົມ ດາ​ໜັງ ​ໂຮ້ຍອານ ສະຫງວນ​ໃຫ​້​ແກ່ 2 ຄົນ ​ໂດຍ​ບໍລິສັດ​ທ່ອງ​ທ່ຽວ Saigontourist ມອບ​ໃຫ້. ທ່ານ Curvalle Bernard Francois ​​ໄດ້​ແບ່ງປັນດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ​ວ່າ:

        “ລູກສິດ​ຂອງ​ຂ້າພະ​ເຈົ້າ​ຢູ່ ຈີນ ​ໄດ້​ແນະນຳໃຫ້​ຜົວ​ເມຍ​ຂ້າພະ​ເຈົ້າ​ວ່າ ຄວນ​ໄປ​ຢ້ຽມ​ຊົມ ອ່າວຮ້າ​ລອງ. ສະ​ນັ້ນ ພວກ​ຂ້າພະ​ເຈົ້າ​ໄດ້​ມີຫນ້າ​ຢູ່​ທີ່​ນີ້ ​ແລະ​ກໍ​​ແມ່ນ​ຄວາມ​ບັງເອີນ​ທີ່​ໄດ້​ຮັບ​ນາມມະຍົດ​ແມ່ນ​ນັກ​ທ່ອງ​ທ່ຽວ​ສາກົນ​ຜູ້ທີ 6 ລ້ານ. ນີ້​​ແມ່ນ​ການ​ທ່ອງທ່ຽວ​ທີ່​ມີ​ຄວາມ​ໝາຍ​ຢ່າງ​ແທ້​ຈິງ.“

        ​ເຫດການ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວສາກົນ​ ຜູ້​ທີ 6 ລ້ານ ມາ​ຫວຽດນາມ ​​ໃນ​ປີ 2011 ອີກ​ຄັ້ງ​ຫນຶ່ງ​ໄດ້ເປັນການຢືນຢັນ​ວ່າ ຫວຽດນາມ ຍາມ​​ໃດ​ກໍ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ປອດ​ໄພ, ສະຫນິດ​ສະໜົມ​ທີ່​ມີ​ຕໍ່​​ແຂກ​ທ່ອງ​ທ່ຽວ. ຍິ່ງ​ກວ່າ​ນັ້ນ, ການທ່ອງທ່ຽວ ຫວຽດນາມ ​ໄດ້​ສ້າງ​ພື້ນຖານ ​ແລະ ອິດ​ທິພົນ​ຊື່​ສຽງ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ ​ແລະ ກະຕຸກ​ຊຸກຍູ້​ຕະຫລາດ​ພາຍ​ໃນ​ປະ​ເທດ, ​ເຖິງ​ວ່າ ​ໃນ​ປີຜ່ານມາ, ມີ​ຫລາຍ​ປັດ​ໃຈ​ຂາດ​ຄວາມ​ສະຖຽນ​ລະ​ພາບ​ຢູ່​ບັນດາ​ຕະຫລາດ​ທີ່​ມີ​ຄວາມ​ສາມາດ​ບົ່​ມຊ້ອນ​ຂອງ​ການທ່ອງທ່ຽວ​ຫວຽດນາມ, ພ້ອມ​ກັນ​ນັ້ນ ​ແມ່ນ​ວິ​ກິດ​ການ​ການ​ເງິນ​ໂລກ, ​ໄພ​ທຳ​ມະ​ຊາດ ​ໄດ້​ສົ່ງ​ຜົນ​ສະທ້ອນ​ບໍ່​ຫນ້ອຍ​ເຖິງ​ຂະ​ແຫນງ​ທ່ອງ​ທ່ຽວ​ຫວຽດນາມ. ທ່ານ ຫງວຽນ​ວັນ​ຕວັນ, ຫົວຫນ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດນາມ​ໃຫ້​ຮູ້​ວ່າ:

        “ສິ່ງ​ດັ່ງກ່າວ​ໝາຍ​ຄວາມ​ວ່າ ພວກ​ເຮົາ​ສືບ​ຕໍ່​ສ້າງ​ຂີດ​ໝາຍ​ທີ່​ມີ​ລັກສະນະ​ກະ​ໂດດ​ຂັ້ນ​ໃຫມ່. ປີ​ນີ້ ພວກ​ເຮົາ​ບັນລຸ​ໄດ້ສະຖິຕິນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ 3 ລ້ານ​ເທື່ອ​ຄົນ, ລາຍ​ຮັບ​ຈາ​ການທ່ອງທ່ຽວ​ບັນລຸ 130.000 ຕຶ້ດົ່ງ. ຂີດ​ໝາຍ​ນີ້​ໄດ້​ສ້າງ​ບາດກ້າວ​ພັດທະນາ​ໃຫມ່​ໃຫ້​ແກ່​ຂະ​ແຫນງ​ທ່ອງ​ທ່ຽວ​ຫວຽດນາມ ​ແລະ ກໍ​ໝາຍ​ຄວາມ​ວ່າ ຫວຽດນາມ ກ້າວ​ເຂົ້າ​ສູ່​ທົດ​ສະ​ວັດ​ແຫ່ງການພັດທະນາ 2111- 2020 ​ເພື່ອ​ປະຕິບັດ​ຍຸດ​ທະ​ສາດ​ການ​ພັດທະນາ​ການທ່ອງທ່ຽວ​ຫວຽດນາມ ຮອດ​ປີ 2020 ​ແລະ ວິ​ໄສ​ທັດ​ຮອດ​ປີ 2030.“

ການທ່ອງທ່ຽວຫວຽດນາມ ປີ 2011 ບັນລຸໝາກຜົນທີ່ຫນ້າຊື່ນຊົມ - ảnh 2

(ພາບ: ຫວຽດນາມຕ້ອນຮັບນັກທ່ອງທ່ຽວສາກົນຜູ້ທີ່ 6 ລ້ານ)

        ຂະ​ແຫນງ​ທ່ອງ​ທ່ຽວໄດ້​ຮັບ​ໄຊຊະນະ​ຄື​ແນວ​ນັ້ນ ຍ້ອນ​ໃນ​ປີຜ່ານມາ, ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ໄດ້​ຈັດ​ຕັ້ງ​ບັນດາ​ເຫດການ​ເພື່ອ​ຍູ້​ແຮງ​ການ​ສົ່ງ​ເສີມ​ໂຄສະນາ​ຜະລິດ​ຕະພັນ​ການທ່ອງທ່ຽວ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ພົ້ນ​ເດັ່ນ​ແມ່: ສັບປະດາ Caraval ຢູ່ ​ແຂວງ ກວ໋າງນີງ, ການ​ແຂ່ງ​ຂັນ​ຍິງ​ບັ້ງ​ໄຟ​ດອກ​ຢູ່ ດາ​ຫນັງ, ສັບປະດາ​ທະ​ເລ ​ແຄງ​ຮ່ວາ. ພິ​ເສດ ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຊຶ່ງ​ຈັດ​ຂຶ້ນ​ຢູ່​ແຂວງ ຟູ​ອຽນ ​ແລະ ບັນດາ​ແຂວງ​ອ້ອມຂ້າງ. ​ໃນ​ປີຜ່ານມາ, ບໍລິສັດ​ການບິນ​ຫລາຍ​ແຫ່ງ​ໄດ້​ເປີດ​ສາຍ​ການບິນ​ໃຫມ່​ຈາກ​ຮ່າ​ໂນ້ຍ​​ໄປ​ຍັງ​ບັນດາ​ປະ​ເທດ ​ແລະ​ກົງກັນຂ້າມ, ພ້ອມ​ທັງ​ມີ​ລາຍການ​ Promotion ຊຶ່ງ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ມາ​ຮ່າ​ໂນ້ຍເພີ່ມ​​ຂຶ້ສູງ, ບັນລຸ​ເກືອບ 1.9 ລ້ານ​ເທື່ອ​ຄົນ.  ​ໃນ​ມື້​ທ້າຍ​ປີ 2011, ຂະ​ແຫ​ນງທ່ອງ​ທ່ຽວ​ແຂວງ ກ໋ວາງ​ນາມ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຜູ້​ທີ 1,2 ລ້ານ, ​ເພີ່ມ​ຂຶ້ນ​ປະມານ 5% ​ເມື່ອ​ທຽບ​ໃສ່​ປີ 2010, ລາຍ​ຮັບ​ເກັບ​ມາ​ໄດ້​ຈາກ​ຂົງ​ເຂດ​ທ່ອງ​ທ່ຽວ​ແມ່ນ 1600 ຕຶ້ດົ່ງ. ທ່ານ ດີງຫາຍ, ຜູ້ອຳນວຍການ​ພະ​ແນ​ກວັດທະນະທຳ​ກິລາ ​ແລະ ການທ່ອງທ່ຽວ ​ແຂວງ ກວ໋າງນາມ​​ໃຫ້​ຮູ້​ວ່າ:

        “​ເພື່ອ​ບັນລຸ​ໄດ້​ໝາກຜົນ​ດັ່ງກ່າວ, ກອ່ນອື່ນ​ໝົດ​ໃນ​ຊຸມ​ປີຜ່ານມາ ພວກ​ເຮົາ​ໄດ້​ເຮັດ​ວຽກ​ງານ​ໂຄສະນາ​ຢູ່​ພາຍ​ໃນ​ປະ​ເທດ​ເປັນ​ປະຈຳ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ງານ​ຕະຫລາດນັດ​ສາກົນ. ຫນຶ່ງ​ໃນ​ບັນຫາ​ສຳຄັນສ້າງ​​ເປັນ​ຜົນງານ​ນີ້ ​ແມ່ນວົງ​ຄະນາ​ຍາດ​ຢູ່​ແຂວງ ກວ໋າງນາມ, ​ໃນ​ນັ້ນ ມີ​ໂຮ້ຍອານ ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ພາບ​ພົດ​ຄຸ້ມ​ເມືອງ​ເກົ່າ, ມໍລະດົກ​ໝີ້​ເຊີນ, ​ແຕ່​ຕົ້ນ​ຕໍ​ແມ່ນ ປະຊາຊົນ​​, ​ເຂົາ​ເຈົ້າໄດ້ມີ​ສະຕິ​ໃນ​ການ​ອະນຸລັກ​ຮັກສາ,  ​ແລະ ດຶງ​ດຸູດນັກ​ທ່ອງ​ທ່ຽວ.“

        ນອກ​ນັ້ນ, ບັນດາ​ຕະຫລາດນັດ​ກໍໄດ້​ຮັບການຈັດ​ຂຶ້ນ​ໃນ​ໂອກາດ​ທ້າຍ​ປີ​ຄື: ງານ​ຕະຫລາດນັດ​ການທ່ອງທ່ຽວ​ສາກົນ ITEຢູ່ ນະຄອນ ​ໂຮ່ຈິ​ມີນ, ການ​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ການທ່ອງທ່ຽວ​ຢູ່​ຕ່າງປະ​ເທດ ກໍ​ຄື​ຈັດ​ຕັ້ງ​ການ​ປຸກລະດົມ​ຕະຫລາດ​ທ່ອງ​ທ່ຽວ​ຢູ່​ປະ​ເທດ​ຈຳນວນ​ຫນຶ່ງ​ຄື: ຈີນ, ຢູ​​ແກຼນ, ​ແດນ​ມາກ, ນອກ​​ແວ ກໍ​ໄດ້​ປະ​ກອບ​ສ່ວນ​ດຶງ​ດູດ​ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຫວຽດນາມ​ເປັນ​ຈຳນວນ​ຫລາຍ. ບັນດາ​ລາຍການ​ໂຄສະນາການທ່ອງທ່ຽວ ​ຢູ່​ຕ່າງປະ​ເທດ​ ກໍ​ປະ​ກອບ​ສ່ວນ​ຍູ້​ແຮງ​ພາບ​ພົດ​ການທ່ອງທ່ຽວ​ຫວຽດນາມ. ທ່ານ ຫງວຽນ​ວັນ​ຕີງ, ຫົວຫນ້າ​ກົມ​ຮ່ວມ​ມື​ສາກົນ, ສັງກັດ​ກະຊວງ​ວັດທະນະທຳ​ກິລາ ​ແລະ ການທ່ອງທ່ຽວ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ວຽກ​ງານ​ໂຄສະນາ​ໃນ​ປີ 2011 ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ແຂງ​ແຮງ. ກ່ອນ​ອື່ນ​ໝົດ​ແມ່ນ​ໂຄສະນາ​ຢູ່ພາຍ​ໃນ​ປະ​ເທດ ​ໂດຍ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຈັດ​ຕັ້ງ. ສ່ວນ​ການ​ເຄື່ອນ​ໄຫວ​ຢູ່​ຕ່າງປະ​ເທດ​ໂດຍ​ກົມ​ຮ່ວມ​ມື​ສາກົນ​ຈັດ​ຕັ້ງ 10 ສັບປະດາ​ວັດທະນະທຳ​ການທ່ອງທ່ຽວ​ຢູ່​ຕ່າງປະ​ເທດ, ບັນດາ​ການ​ເຄື່ອນ​ໄຫວ​ແຂ່ງຂັນກິລາ​ຄັ້ງ​ໃຫຍ່. ການ​ເຄື່ອນ​ໄຫວ​ຕ່າງໆ​ນັ້ນ ລ້ວນ​ແຕ່​ຕິດ​ພັນ​ກັບ​ການ​ໂຄສະນາ​ການທ່ອງທ່ຽວ. ນອກ​ນັ້ນ ກົມ​ໃຫຍ່​ທ່ອງ​ທ່ຽວ​ກໍ​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ສົ່ງ​ເສີມ​ການທ່ອງທ່ຽວ​ຢູ່​ຕ່າງປະ​ເທດ​ເປັນ​ຫລາຍ​ຄັ້ງ ນັບ​ທັງ​ບັນດາ​ເຂດ​ຈຸດ​ສຸມ​ຄື: ຈີນ, ສ​ເກົາຫລີ, ຍີ່​ປຸ່ນ ​ແລະ ​ເອີ​ລົບ. ພວກ​ຂ້າພະ​ເຈົ້າ​ຍັງ​ໂຄສະນາ​ຜ່ານ​ສື່ມວນ​ຊົນ​ສາກົນ​ຄື: BBC

        ປີ 2011, ຕະຫລາດ​ແຂກທ່ອງ​ທ່ຽວ​ສາກົນ​ຂອງ​ຫວຽດນາມ​ທັງ​ໝົດ ລ້ວນ​ແຕ່​ເພີ່ມ​ຂຶ້ນ​ຄື: ຕະຫລາດ​ອາຊີ​ຕາ​ເວັນ​ອອກສຽງ​ເຫນືອ, ​ເອີ​ລົບ ​ແລະ ອາ​ເມ​ລິ​ກາ​ລາຕີ​ນ. ​ໃນ​ສະພາບ​ການທ່ອງທ່ຽວ​ມີ​ສັນຍາ​ນດີ​ຂຶ້ນ, ທ່ານ ຮ່ວາ​ງຕວັນ​ແອ​ງ, ລັດຖະມົນຕີ​ກະຊວງ​ວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ ​ໄດ້​ວາງ​ຈຸດໝາຍ​ໃຫ້​ແກ່​ຂະ​ແຫນງວ່າ: “ຈຸດໝາຍ​ຍຸດ​ທະ​ສາດ​ຂອງ​ຫວຽດນາມ​ໃນ​ປີ 2015 ​ແມ່ນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​​ສາກົນ 7,5 ລ້ານ​ເທື່ອ​ຄົນ,ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ 35 ລ້ານ​ເທື່ອ​ຄົນ, ລາຍ​ຮັບ​ຄາດ​ວ່າ​ບັນລຸ 8 - 9 ຕຶ້​ USD. ​ເພື່ອ​ບັນລຸ​ໄດ້ຈຸດໝາຍ​ດັ່ງກ່າວ, ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຈຸດ​ສຸມ​ມີ​ບົດບາດ​ຕັດ​ສິນ​ຊີ້​ຂາດ, ສ້າງ​ກຳລັງ​ຫນູນ​​ໃຫ້​ແກ່​ການ​ພັດທະນາ​ຂອງ​ຂະ​ແຫນງ​ທ່ອງ​ທ່ຽວ​ຂອງ​ທັງ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ