ການທ່ອງທ່ຽວໃນໂອກາດວັນບຸນ ຄຼິດສະມາດ ແລະ ບຸນປີໃຫມ່ສາກົນ 2012.

ວັນ​ບຸນຄຼິດສະມາດ, ບຸນປີ​ໃຫມ່​ສາກົນ​​ໄດ້ວຽນມາ​ອີກ​ວາລະ​ຫນຶ່ງ. ​ໃນ​ຂະນະ​ທີ່ບັນດາ​ບຸກຄົນ, ຄອບຄົວ​, ອົງການ​ຈັດ​ຕັ້ງ ພວມ​ຊອກ​ຮູ້ ​ແລະ ສັ່ງ​ຈ່ອງລາຍການ​ທ່ອງ​ທ່ຽວນັ້ນ, ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ກໍ​ໄດ້​ວາງ​ອອກ​ຫລາຍ​ລາຍການ​ທີ່​ດູ​ດດຶ່ມ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ຫລາຍ​ແຫ່ງ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ເລືອກ​ເຟັ້ນ​ເພື່ອ​ພັກຜ່ອນ​ບຳລຸງ​ສຸຂະພາບພາຍຫລັງ​ເຮັດ​ວຽກ​ຢ່າງ​ອິດ​ເມື່ອຍ​ມາ​ເປັນ​ເວລາ​ຫນຶ່ງ​ປີ ຄື: ປີນ​ພູ, ຄົ້ນ​ຫາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຊົນ​ເຜົ່າ​ຢູ່​ເຂດ​ພູດ​ອຍ. ຕາມ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ແລ້ວ, ລາຍການ​ທ່ອງ​ທ່ຽວ​ໝູ່​ເກາະ ​ແລະ ທ​ະ​ເລ ຍັງ​ຄົງ​ແມ່ນ​ການ​ເລືອກ​ເຟັ້ນຕົ້ນຕໍ​ຂອງ​ນັກ​ທ່ອງ​ທ່ຽວ ​ໃນ​ໂອກາດ​ວັນ​ບຸນ​ຄຼິດສະມາດ ​ແລະ ບຸນປີ​ໃຫມ່​ສາກົນ 2012.

        ຕາມ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ແລ້ວ, ລາຍການ​ທ່ອງ​ທ່ຽວ​ວັນ​ບຸນຄຼິດສະມາດ ​ແລະ ບຸນປີ​ໃຫມ່ສາກົນ​ປີ​ນີ້ ບໍ່​ມີ​ການ​ຫັນປ່ຽນ​ຫລາຍ​ປານ​ໃດ​ເມ່ືອ​ທຽບ​ໃສ່​ມື້​ທຳ​ມະ​ດາ. ສາ​ຍ​ເຫດ​ນັ້ນ​ແມ່ນ ຍ້ອນ​ບຸນປີ​ໃຫມ່​ສາກົນ ​ແລະ ບຸນປີ​ໃຫມ່​ປະ​ຈຳ​ຊາດ​ປີ​ນີ້ ແມ່ນຫ່າງ​ກັນພຽງ 20 ມື້​ເທົ່າ​ນັ້ນ. ສະ​ນັ້ນ ນັກ​ທ່ອງ​ທ່ຽວ​ສ່ວນ​ຫລາຍ ​ຢາກຍາດ​ເວລາ​ໄປພັກຜ່ອນ​ໃນ​ໂອກາດ​​ບຸນປີ​ໃຫມ່​ປ​ະ​ຈຳ​ຊາດເລີຍ​. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ມາ​ຮອດ​ຈຸດ​ເວ​ລາ​ນີ້, ບາງລາຍການ​ທ່ອງ​ທ່ຽວ ວັນ​ບຸນຄຼິດສະມາດ, ບຸນປີ​ໃຫມ່​ສາກົນ 2012, ນັກ​ທ່ອງ​ທ່ຽວ​ໄດ້​ຈ່ອງ​ໝົດ​ແລ້ວ ຄື: ລາຍການ​ທ່ອງ​ທ່ຽວ​ໄປ​ຢ້ຽມຢາມ​ນະຄອນ​ທະ​ເລ ຍາ​ຈາງ, ​ເກາະ ຟູກ​ວັກ,​ໂກນ​ດ໋າວ. ບໍລິສັດ​ທ່ອງ​ທ່ຽວ Viettravel ​ກໍໄດ້​ຢຸດຕິການ​ສັ່ງ​ຈ່ອງ​ລາຍການ​ທ່ອງ​ທ່ຽວ​ແລ້ວ. ສ່ວນ​ຫລາຍນັກ​ທ່ອງ​ທ່ຽວ​ ນິຍົມ​ ບັນດາ​ລາຍກາ​ນທ່ອງ​ທ່ຽວ​ດັ່ງກ່າວ​ຂອງ​ບໍລິສັດ Viettravel ຍ້ອນ​ທາງ​ບໍລິສັດ​ທ່ອງ​ທ່ຽວ​ນີ້​ໄດ້​ມີ​ລາຍການ​ຫລຸດ​ລາຄາ​ໃນ​ໂອກາດ​ທ້າຍ​ປີ. ສ່ວນ​ຕາມ​ທ່ານ​ນາງ ບູ່​ຍທິລື​ວມາຍ, ຫົວຫນ້າ​ຫ້ອງການ​​ຕະຫລາດ ສັງ​ກັດ​ບໍລິສັດ​ຫຸ້ນ​ສ່ວນ​ທ່ອງ​ທ່ຽວ​ຫວຽດນາມ​ແລ້ວ, ບັນດາ​ລາຍການ​ທ່ອງ​ທ່ຽວ ທະ​ເລ ​ແລະ ໝູ່​ເກາະ​ແມ່ນ​ລາຍການ​ທີ່​ນັກ​ທ່ອງ​ທ່ຽວ​ສົ່ງ​ຈ່ອງ​​ໄປ​ທ່ຽວ​ຫລາຍ​ສຸດ.

        “ບັນດາ​ສະຖານ​ທີ່​ຊຶ່ງ​ນັກ​ທ່ອງ​ທ່ຽວ​ຫວຽດນາມ​ຢາກ​ໄປຢ້ຽມຢາມແມ່ນ​ເຂດ​ຮ້ອນຄື: ຍາ​ຈາງ, ຟູກ​ວັກ, ປີ​ນີ້ ນັ​ກທ່ອງ​ທ່ຽວ​ກໍ​ສົນ​​ໃຈ​ເຖິງ​​​ເກາະໂກນ​ດ໋າວ. ຟູກ​ວັກ ກໍ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​​ແຫ່ງໃຫມ່​ໃນ​ປີ 2011. ນັກ​ທ່ອງ​ທ່ຽວ​ຢາກ​ມາ​ຢ້ຽມຢາມ​ຟູກ​ວັກ ຍ້ອນ​ວ່າຢູ່​ທີ່​ນີ້ ການ​ບໍລິການ​​ແມ່ນອຸດົມສົມບູນ, ບັນລຸ​ມາດຕະຖານ, ທິວທັດ​ທຳ​ມະ​ຊາດ​ກໍ​ສວຍ​ງາມ, ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ສ່ວນ ​ໂກນ​ດ໋າວ ກໍ​ແມ່ນ​ສະຖານ​ທີ່​​ທ່ອງ​ທ່ຽວ​ໃຫມ່.“

        ຕາມ​ການ​ຕີ​ລາຄາ​ຂອງ​ທ່ານ​ນາງ ມາຍ ​ແລ້ວ, ​ໄຊ​ງ່ອນ ຟູກ​ວັກ ​ແມ່ນ​ລາຍການ​ທ່ອງ​ທ່ຽວ​ໄດ້​ຮັບ​ຄວາມ​ນິຍົມ​ກວ່າ​ໝູ່​ຈາກ​ນັກ​ທ່ອງ​ທ່ຽວ. ຟູກ​ວັກ ບໍ່​ພຽ​ງ​ແຕ່​ມີ​ຄວາມ​ງາມ​ແບບ​ຮົກ​ເຮື້ອ​ເປົ່າ​ຫວ່າງ​ທຳ​ມະ​ຊາດ​ເທົ່າ​ນັ້ນ ຫາກ​ ປະຈຸ​ບັນ ເສັ້ນທາງ​​ໄປ​ຍັງ ຟູ​ກວັກ ກໍ​ສະ​ດວກ​ຫລາຍ​ແລ້ວ.

        “ຫນຶ່ງ​ໃນ​ບັນດາ​ສິ່ງ​ທີ່​ນັກ​ທ່ອງ​ທ່ຽວ​ຢາກ​ມາ​ຢ້ຽມຢາມ ຟູກ​ວັກ ​ແມ່ນ​ບໍລິ​ສັດ​ການບິນ Air Mekong ​ໄດ້​ເປີດ​ສາຍ​ການບິນ​ໂດຍ​ກົງ​​ ຈາກ​ຮ່າ​ໂນ້ຍ ​ໄປ​ຍັງ ຟູກ​ວັກ, ສ້າງ​ຄວາມ​ສະດວກ​​ໃນ​ການ​ໄປມາ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ ​ແລະ ປະຢັດ​ເວລາ. ນັກ​ທ່ອງ​ທ່ຽວ​ມັກ​ໄປ​ຢ້ຽມຢາມ ຟູກ​ວັກ​ໃນ​ໂອກາດ​ທ້າຍ​ສັບປະ​ດາ, ວັນ​ເສົາ​ໄປ, ວັນ​ອາທິດ​ກັ​ບ​ຄືນ. ນັກ​ທ່ອງ​ທ່ຽວ​ຈຳນວນ​ຫນຶ່ງ ກໍ​ຖື​ໂອກາດ​ນີ້​ເພື່ອໄປ​ຢ້ຽມຢາມ​ນະຄອນ ​ໂຮ່ຈິ​ມີນ ​​ເລີຍ.“

        ຟູກ​ວັກ ​ແມ່ນ​ເກາະ​ແຫ່ງ​ໃຫຍ່​ກວ່າ​ໝູ່​ຢູ່​ຫວຽດນາມ, ຕັ້ງ​ຢູ່​ແຂວງ​ ກຽນ​ຢາງ ​ແລະ ​ຮັບ​ການຂະ​ຫນານ​ນາມ​ວ່າ ​ແມ່ນ​ເກາະ​ແຫ່ງໄຂ່ມຸກ ຍ້ອນ​ຊັບພະຍາກອນ​ທ​ະ​ເລ​​ແມ່ນ​ອຸດົມສົມບູນ, ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ, ສະຫງົບ​ງຽບ. ​ເກາະ ຟູກ​ວັກ ​ແມ່ນ​ແຫ່ງ​ທີ່​ເໝາະສົມ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ໄປ​ຄົ້ນ​ຫາ​ທຳ​ມະ​ຊາດ, ຕືກປາ ຫລື​ດຳ​ນ້ຳ. ຫາດ​ຊາຍ​ທະ​ເລ​ຢູ່ ຟູກ​ວັກ ​ແມ່ນ​ນຽນ ​ແລະ ລະອຽດ, ນ້ຳ​ທະ​ເລ​ໃສ​ສະອາດ ​ແລະ ​ເລິກ, ບາງ​ບ່ອນ​ມີ​ຄວາມ​ເລິກ​ເຖິງ 30​ແມດ. ​ເກາະ​ແຫ່ງ​ນີ້ ​ແມ່ນ​ສະຖານ​ທີ່​ພັກຜ່ອນ​ທີ່​ຈັບ​ອົກ​ຈັບ​ໃຈ​ສຳລັບ​ນັກ​ທ່ອງ​ທ່ຽວ. ທ່ານ ຟູ່ງຊວັນ​ມາຍ, ຜູ້ອຳນວຍການ​ໃຫຍ່​ເຂດ​ພັກຜ່ອນ​ບຳລຸງ​ຂຸ​ຂະ​ພາບ ​ໄຊ​ງ່ອນ ຟູກ​ວັກ ​ໃຫ້​ຮູ້​ວ່າ:

        “​ ​ໄຊ​ງ່ອນ ຟູກ​ວັກ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມ່ືອ​ປີ 1999, ​ໃນ​ຄາວ​ນັ້ນ​ຢູ່​ເທິງ​ເກາະ​​ມີ​ໂຮມ​ແຮງ​ພຽງ​ແຫ່ງ​ດຽວ ສະ​ນັ້ນ ​ ເຂດ​ພັກຜ່ອນ​ບຳລຸງ​ສຸ​ຂະ​ພາບ ໄຊ​ງ່ອນ ຟູກ​ວັດ ​ໄດ້​ດຶງ​ດູດ​ນັກ​ລົງທຶນ​ເປັນ​ຈຳນວນ​ຫລວງຫລາຍ. ກ່ອນ​ອື່ນ​ໝົດ ນັກ​ລົງທຶນ ເຂົ້າ​ມາລົງທຶນ​ໃນ​ຂົງ​ເຂດ​ຂົນ​ສົ່ງນັກ​ທ່ອງ​ທ່ຽວ. ປີ 2000 ມີ 3 ຖ້ຽວ​ບິນ/ອາທິດ, ຫລັງ​ຈາກ​ນັ້ນ ​ແມ່ນ 7 ຖ້ຽວ/ອາທິດ ​ແລະ ​ມາ​ຮອດ​ປະຈຸ​ບັນ ​ແມ່ນ 24 ຖ້ຽວ/ມື້.“

        ຕາມ​ທ່ານ ຟູ່ງຊວັນ​ມາຍ ​ແລ້ວ, ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ຟູກ​ວັກ ບໍ່​ພຽງ​ແຕ່​ໄດ້​ສຳ​ພັດ​ກັບ​ບັນຍາກາດ​ປອດ​ໂປ່​ງ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຊົມ​ໃຊ້​ບັນດາ​ບໍລິການ​ທ່ອງ​ທ່ຽວ​ຊີ​ວະ​ພາບ​ທີ່​​ເປັນ​ເອກະລັກ​ສະ​ເພາະ​ອີກ​ດ້ວຍ.

        “ພິ​ເສດ ພວກ​ຂ້າພະ​ເຈົ້າ​ຂຸດ​ຄົ້ນ​ການ​ບໍລິການ​ທ່ອງ​ທ່ຽວ​ຊີວະ​ພາບ​ເປ​ັນຕົ້ນ ຊຶ່ງ​ລວມມີ: ຊັບ​ພະຍາກອນ​ທຳ​ມະ​ຊາດ​ຢູ່ທ້ອງ​ທະ​ເລ​ຄື: ຕືກປາ, ດຳ​ນ້ຳ, … ສ່ວນ​ຢູ່​​ໃນປ່າ ພວກ​ຂ້າພະ​ເຈົ້າ​ສ້າງ​ບັນດາ​ລາຍການ​ພິຊິດ​ຈອມ​ພູ, ປີນ​ພູ ນີ້​ແມ່ນ​ບັນດາ​ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ມີ​ຢູ່​ແລ້ວ ​ແລະ ​ແມ່ນ​ທ່າ​ແຮງ​ຂອງ ຟູກ​ວັກ.“

        ນອກຈາກ ຟູກ​ວັກ ​ແລ້ວ, ​ໂກນ​ດ໋າວ ກໍ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃນ​ໂອກາດ​ນີ້. ຕາມ​ທ່ານ ຮີ່ນວັນ​ຮູ່ງ ຫົວຫນ້າ​ຫ້ອງການ​ທ່ອງ​ທ່ຽວ​ຊີວະ​ພາບ ຂອງ​ຄະນະ​ຄຸ້ມ​ຄອງ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ​ໂກນ​ດ໋າວ ​ແລ້ວ, ປີ​ນີ້ ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ໂກນ​ດ໋າວ ​ເພີ່ມ​ຂຶ້ນ​ຢ່າງ​ກ້າວ​ກະ​ໂດດ.

        “ປະຈຸ​ບັນ ​ໂກນ​ດ໋າວ ມີ 2  ລາຍການທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ ນັ້ນ​ແມ່ນ​ທ່ອງ​ທ່ຽວ​ປະຫວັດສາດ ​ແລະ ທ່ອງ​ທ່ຽວ​ຊີວະ​ພາບ. ທ່ອງ​ທ່ຽວ​ຊີວະພາບ​ນັ້ນ​ແມ່ນ: ຢ້ຽມ​ຊົມ​ທິວ​ທັດ​ທຳ​ມະ​ຊາດ, ປີນ​ພູ, ລອຍ​ນ້ຳ, ຊົມ​ປະ​ກາ​ລັງ..... ພິ​ເສດ ​ແມ່ນຊົມ​ຝຸງເຕົ່າ​​ແຜ່ພັນ. ນອກ​ນັ້ນ ຍັງຊົມ​​ເບິ່ງ​ນົກ​ບາງ​ຊະນິດ​ບີນມາ​ສ້າງ​ຮັງຢູ່​ແຫ່ງ​ນີ້ ຫລື​ໄປ​ຕຶກປາ, ລອຍ​ນ້ຳ.. ​ໂກນ​ດ໋າວ ​ພວມ​ຢູ່ໃນ​ທ່າ​ພັດທະນາ, ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ໂກນ​ດ໋າວປີ​ນີ້​ແມ່ນ​ຫລາຍ​ກວ່າ​ປີ​ກ່ອນ.“

        ລາຍຮັບ ​ແລະ ​ເງື່ອນ​ໄຂ​ສັງຄົມ​ມີ​ການ​ປ່ຽນ​ແປງ ​ຄວາມ​ຕ້ອງການ​​ໃນ​ຊີ​ວິດສັງຄົມ​ກໍ່ໄດ້​​ເພີ່ມ​ຂຶ້ນ ນັ້ນ​ແມ່ນ​ສາຍ​ເຫດ​ຊຶ່ງ​ເຮັດ​ໃຫ້​​ນັບ​ມື​້ນັບ​ມີ​ຫລາຍ​ຄົນ​ຍາດ​ເວລາ​ໄປ​ທ່ອງ​ທ່ຽວ ​ເພື່ອພັກຜ່ອນ​ບຳລຸງ​ສຸຂະພາບ  ຫລື ​ເຕົ້າ​ໂຮມ​ກັບ​ຄອບຄົວ, ​ເພື່ອນ​ມິດ ຊ້ຳ​ບໍ່​ຫນຳ​ບາງ​ຄົນ​ກໍ​ໄປ​ທ່ອງທ່ຽວຜູ້​ດຽວ​. ​ເຊີນ​ທ່ານ​​ໄປທ່ອງ​ທ່ຽວຟູກ​ວັກ, ​ໂກນ​ດ໋າວ ​ເພື່ອ​ສຳ​ພັດ​ກັບ​ລາຍການ​ທ່ອງ​ທ່ຽວ​ທີ່​ຈັບ​ອົກ​ຈັບ​ໃຈ​ພິ​ເສດ​ເຫລົ່າ​ນັ້ນ./.

ລານ​ແອ​ງ

ຕອບກັບ

ຂ່າວ/ບົດ​ອື່ນ