ການຟ້ອນກອງຄູ່ຂອງຊາວເຜົ່າຈຳຮຣອຍ

  (vovworld)-​​ໃນ​ໂອກາດ​ງານ​ບຸນ​ຂອງ​ໝູ່​ບ້ານ​ຊາວ​ເຜົ່າ​ຈຳ​ຮຣອຍ ຢູ່​ເມືອງ​ພູດ​ອຍ ດົ່ງ​ຊວນ ​ແຂວງ​ຟູ​ອຽນ ການ​ຟ້ອນ​ກອງ​ຄູ່​ທີ່​ເປັນ​ເອກະລັກ​ສະ​ເພາະ​ແມ່ນ​ຂາດ​ບໍ່​ໄດ້​. ​ໃນ​ບັນຍາກາດ​ຟົດ​ຟື້ນ​ມ່ວນ​ຊື່ນ​ຂອງ​ງານ​ບຸນ, ການ​ຟ້ອນ​ກອງ​ຄູ່​ດ້ວຍ​ຈັງຫວະ​ທີ່​ດູດ​ດື່ມ ​ແລະ ສຽງ​ກອງ​ມີ​ທຳນອງ​ພິ​ເສດສະ​ເພາະ​ໄດ້​ເຮັດ​ໃຫ້​ທຸກໆ​ຄົນ​ລ້ວນ​ແຕ່​ມີ​ຄວາມ​ຟົດ​ຟື້ນ ​ແລະ ຢາກ​ຟ້ອນ​ໄປ​ນຳ….

    ​ໃນ​ສາລະ​ບ້ານເຜົ່າ​ຈຳ​ຮຣອຍ ຕັ້ງຢູ່​ໃຈກາງ​ຕາ​ແສງ​ຊວນ​ແລ້ງ ບາງ​ເທື່ອ​ຈະ​ມີ​ສຽງ​ກອງ, ສຽງ​ຄ້ອງ​ດັງ​ຂຶ້ນ. ຖ້າ​ມີ​ເວລາ​ຫວ່າງ​ຫຼັງ​ການ​ເຮັດ​ໄຮ່​ໄຖ​ນາ, ຊາວ​ໜຸ່ມ​ຍິງ​ຊາຍ​ໃນ​ໝູ່​ບ້ານ ກໍ່​ເຊີນ​ບັນດາ​ນັກ​ສິລະ​ປະການ​ມາ​​ເສບ​ເຄື່ອງດົນຕີ​ປະ​ເພດ​ຕ່າງໆ​ ​ແລະ ​ສອນ​ໃຫ້​ເຂົາ​ເຈົ້າ ​ກໍ່ຄືພ້ອມ​ກັນ​ຮັບ​ຊົມ​ການ​ຕີ​ກອງ, ລັ່ນຄ້ອງ, ຟ້ອນ​ກອງ​ຄູ່. ​ໃນ​ບັນດາປະ​ເພດ​ດົນຕີ​​ເຫຼົ່ານັ້ນ, ການ​ຟ້ອນ​ກອງ​ຄູ່​ຍາມ​ໃດ​ກໍ່​ມີ​ຄວາມ​ຟົດ​ຟື້ນ​ມ່ວນ​ຊື່ນ​ກ່ວາ​…

ການຟ້ອນກອງຄູ່ຂອງຊາວເຜົ່າຈຳຮຣອຍ - ảnh 1

(ພາບ:vov)

ການ​ຟ້ອນ​ກອງ​ຄູ່​ຂອງຊາ​ວ​ເຜົ່າ​ຈຳ​ຮຣອຍ ​ແມ່ນ​ການສະ​ແດງ​ໃຫ້​ເຫັນ​ຄວາມ​ສັກສິດ​ຂອງຊາ​ວ​ເຜົ່າ​ຈຳ​ຮຣອຍ ຝາກ​ເຖິງ​ເທວະ​ດາ​ຟ້າ​ແຖນ. ທ່ານ​ມາງ​ນຶວ (Mang Nựu)  ​ນາຍບ້ານ ຮ່າຣາຍ (Hà Rai) ​ໃຫ້​ຮູ້​ວ່າ:

   “​ການ​ຟ້ອນ​ກອງ​ຄູ່​ທີ່​ເປັນ​ເອກະລັກ​ສະ​ເພາະ​ນີ້ ​ແມ່ນ​ສະ​ແດງ​ໃນ​ໂອກາດ​ງານ​ບຸນ​​ແທງ​ຄວາຍ, ງານ​ດອງ, ງານ​ບຸນ​ອວຍພອນ​ສຸຂະພາບ ຊື່​ງດຳ​ເນີນ​ໃນ​ເດືອນ 3. ສຽງ​ດັງ​ກ້ອງກັງວານ​ຂອງ​ກອງ​ແມ່ນ​ການ​ພາວະນາ​ຂໍ​ໃຫ້​ຊາວບ້ານ​ໝົດ​ທຸກ​ຄົນ​ມີ​ສຸຂະພາບ​ແຂງ​ແຮງ”.  

​   ​ເມື່ອ​ສະ​ແດງ​ຟ້​ອນກອງ​ຄູ່, ນັກ​ສິລະ​ປະການຊາຍ​ສອງ​ຄົນຈະ​ມີ​ກອງ​ຄົນ​ລະ​ໜ່ວຍ ​ແລະ ຟ້ອນ​ຕາມ​ຈັງຫວະ​ສຽງ​ກອງ. ການ​ຟ້ອນ​ກອງ​ຄູ່ຍັງມີ​ຍັນ​ຍານ​ສະ​ເພາະ​, ຜ່ານ​ສຽງ​ກອງ, ວາ​ດຟ້ອນ, ນັກ​ສິລະ​ປະການ​ສອງ​ຄົນສາມາດ​ໂອ້​ລົມ​ກັນ​ໄດ້. ສຽງ​ກອງ​ແທນ​ໃຫ້​ຄຳ​ເວົ້າ, ວາດ​ຟ້ອນ​ສະ​ແດງ​ໃຫ້​ເຫັນ​ການ​ປະພຶດ, ຖ້າ​ຮັກ​ແພງ​ກັນ​, ສຽງ​ກອງ​ຂອງ​ສອງ​ຄົນ​ຈະ​ມີ​ຈັງ​ຫວະ​ປະສານ​ເຂົ້າກັນ. ສະນັ້ນ, ສິລະ​ປະການ​ຟ້ອນ​ກອງ​ຄູ່​ແມ່ນ​ສອງ​ຄົນ​ຕ້ອງ​ເຂົ້າ​ໃຈ​ກັນ. ນັກ​ສິລະ​ປະການ​ອອຍ​ທື (Oi Thứ) ​ໃຫ້​ຮູ້​ວ່າ:

   “​​​​ການ​ຟ້ອນ​ກອງ​ຄູ່​ໄດ້​ສະ​ແດງ​ໃນ​ການ​ຕັ້ງ​ເສົາ​ໃຫ້​ງານບຸນ​ແທງ​ຄວາຍ, ຕີ​ຕະຫຼອດ​ຄືນ, ຖ້າ​ຄູ່​ນີ້​ເມື່ອຍ​ຈະ​ມີຄູ່​ອື່ນ​ມາຕີ​ແທນ. ໃນ​ການ​ຕັ້ງ​ເສົາ​ໃຫ້​ງານບຸນ​ແທງ​ຄວາຍ, ຜູ້​ຊາຍ​ຈະ​ຕີ​ກອງ​ໃຫ້​ທຸກ​ຄົນ​ເຕັ້ນ, ສ້າງ​ຄວາມ​ມ່ວນ​ຊື່ນ​ໃຫ້​ແກ່​ທຸກໆ​ຄົນ. ​ເມື່ອ​ພວກ​ຜູ້​ຊາຍ​ຕີ​ກອງ, ພວກ​ຜູ້ຍິງ​ຈະ​ເອົາ​ເຫຼົ້າ​ມາ​ໃຫ້ບັນດາ​ຜູ້​ຊາຍຟ້ອນກອງ​ຄູ່ ​”

ການຟ້ອນກອງຄູ່ຂອງຊາວເຜົ່າຈຳຮຣອຍ - ảnh 2

(ພາບ:m.tuoitre.vn)

  ການສະ​ແດງ​ຟ້ອນ​ກອງ​ຄູ່​ກໍ່​ມີ​ຄວາມ​ແຕກ​ຕ່າງ. ສະນັ້ນ​ເຂົາ​ເຈົ້າບໍ່​ເອີ້ນ​ວ່າ​ຕີ​ກອງ ພັດ​ເອີ້ນ​ວ່າ​ຟ້ອນ​ກອງ​ຄູ່. ການສະ​ແດງ​ຟ້ອນ​ກອງ​ຄູ່​ຍາກ​ຫຼາຍ ​ແລະ ​ຮຽກຮ້ອງ​ໃຫ້​ຜູ້​ຟ້ອນ​ຕ້ອງ​ມີ​ສຸຂະພາບ​ແຂງ​ແຮງ, ຍ້ອນ​ວ່າ, ຜູ້​ຟ້ອນ​ຕ້ອງ​ພາຍ​ກອງ​ມີນ້ຳໜັກ​ປະມານ 4 ກີ​ໂລກຼາມ, ມື​ທັງ​ຟ້ອນ​ທັງ​ຕີ​ກອງ. ຊາວ​ໜຸ່ມ​ຕາ​ແສງ​ຊວນ​ແລ້ງ ​ເກືອບ​ທັງ​ໝົດ​ລ້ວນ​ແຕ່​ສາມາ​ດຟ້ອງ​ກອງ​ຄູ່​ໄດ້ ​ແຕ່​ຜູ້​ມີ​ລະດັບ​ດີ​ເລີດ​ຄືນັກ​ສິລະ​ປະການ​ອອຍ​ທື (Oi Thứ) ກໍ່ບໍ່​ມີ​ຫຼາຍ. ທ້າວ​ນາ​ຊວນ​ນິງ (Na Xuân Ninh)​ ຢູ່ບ້ານ ຮ່າຣາຍ (Hà Rai) ​ໃຫ້​ຮູ້​ວ່າ:

   “​​​ໃນ​ຄາວ​ມີ​ອາຍຸ 15 ປີ, ຂ້າພະ​ເຈົ້າຕ້ອງ​ຮຽນ 3 ປີ​ຈຶ່ງ​ເຂົ້າ​ໃຈ​ໄດ້​ໝົດ​ເຄື່ອງ​ດົນຕີ​ຂອງ​ຊາວ​ເຜົ່າຕົນ, ຂ້າພະ​ເຈົ້າສາມາດ​ລັ່ນຄ້ອງ 5, ຄ້ອງ 3 ​ແລະ ຟ້ອນ​ກອງ​ຄູ່​ໄດ້. ສະ​ເພາະ​ການ​ຟ້ອນ​ກອງ​ຄູ່​ຕ້ອງ​ຮຽນ​ຕື່ມ​ອີກ ຍ້ອນ​ວ່າການ​ຟ້ອ​ນກອງ​ຄູ່​ຍາກ​ຫຼາຍ, ​ເຮັດ​ໃຫ້​ສອງ​ຄົນ​ຕີ​ໃນ​ຈັງຫວະ​ດຽວ​ກັນ​ແມ່ນ​ຍາກ​ຫຼາຍ. ຂ້າພະ​ເຈົ້າຄິດ​ວ່າ, ຕ້ອງ​ຮັກສາ​ວັດທະນະທຳ​ຂອງ​ລຸ່ນພໍ່​ລຸ່ນອ້າຍ​ປະ​ໄວ້​ໃຫ້

   ຮຽນ​ຟ້ອນ​ກອງ​ຄູ່​ກໍ່​ແມ່ນ​ເລື່ອງຍາກ ​ແຕ່​ການເຮັດ​ກອງ​ຄູ່​ພັດ​ຍາກ​ເຊັ່ນ​ດຽວ​ກັນ. ປະຈຸ​ບັນ, ຜູ້​ເຮັດ​ກອງ​ຄູ່​ຢູ່​ຕາ​ແສງ​ຊວນ​ແລ້ງ-​ເມືອງ​ດົງຊວນ-​ແຂວງ​ຟູ​ອຽນ ຍັງ​ເຫຼືອພຽງ 2 ຄົນ​ເທົ່າ​ນັ້ນ, ​ໃນ​ນັ້ນມີນັກ​ສິລະ​ປະການ​ອອຍ​ທື (Oi Thứ). ກອງ​ຄູ່​ໄດ້​ເອີ້ນ​ວ່າ ຈີ​ກືນ (Chi gưl) ມີ​ເສັ້ນຜ່າ​ກາງ 27 cm, ລວງ​ສູງ 40 cm ​ແລະ ການ​ຊອກ​ໄມ້​ເພື່ອ​ເຮັດກອງ​ກໍ​ແມ່ນ​ເລື່ອງ​ຍາກ​ທີ່​ສຸດ:

   “ຮ່າງ​ຂອງ​ກອງຕ້ອງ​ເຮັດ​ດ້ວຍ​ທັງ​ໄມ້​ທ່ອນ​ຕອນ​ໜຶ່ງ ​ແລະ                     ​ເຮັດ​ດ້ວຍ​ໄມ້ປະ​ເພດ​ໃດ​ກໍ່​ໄດ້. ໜ້າ​ກອງ​ເຮັດ​ດ້ວຍ​ໜັງ​ງົວ ຫລື​ໜັງ​ມ້າ. ໜັງ​ຕ້ອງ​ແຊນ້ຳໃນ​ເວລາ​ຄືນ​ໜຶ່ງ. ​ເມື່ອ​ເຮັດ​ກອງ, ສຽງ​ກອງ​ຂອງສອງ​ໜ້າ​ຕ້ອງ​ຕ່າງ​ກັນ, ໜ້າ​ໜຶ່ງ​ມີ​ສຽງ​ສູງ, ໜ້າ​ໜຶ່ງ​ແມ່ນ​ສຽງ​ຕ່ຳ

  ສຽງ​ກອງ​ໄດ້​ດັງກ້ອງ​ກັງວານ​ປະສານ​​ເຂົ້າກັບ​ສຽງ​ຄ້ອງ​ເພື່ອ​ສ້າງ​ເປັນຈັງຫວະ​ປະສົມ​ກັນ, ທັງ​ມີ​ຄວາມສະຫງ່າ​ຜ່າ​ເຜີຍ, ທັງ​ມີ​ລັກສະນະ​ເພິ່ນ​ຈິດ                ອັນ​ໄດ້​ດຶງ​ດູດ​ໃຈ​ຊາວ​ໜຸ່ມ​ຍິງ​ຊາຍ​ພ້ອມກັນ​ຟ້ອນ​ລຳ​ທຳ​ເພງ​ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ. ​ຜູ້​ໃດ​ມີ​ໂອກາດ​ເຂົ້າຮ່ວມ​ງານ​ບຸນ​ຂອງຊາ​ວ​ເຜົ່າ​ຈຳ​ຮຣອຍ ຈະ​ບໍ່​ອາດ​ລືມສຽງ​ກອງ​ອັນ​ຟົດ​ຟື້ນ​ ​ແລະ ຄວາມ​ຄ່ອງ​ແຄ້ວ​ຂອງ​ຜູ້​ຟ້ອນ​ກອງ​ຄູ່​ໄດ້./.

ຕອບກັບ

ຂ່າວ/ບົດ​ອື່ນ