ການເຊື່ອຖືຂອງຊາວເຜົ່າເມື່ອງ


(vovworld) - ຊາວ​ເຜົ່າ​ເມື່ອງ​ຢູ່​ຮ່​ວາບິ່ງ ມີ​ປະ​ເພ​ນີ​ບູ​ຊາ​ບັນ​ພະ​ບຸ​ລຸດ ແລະ ເຊື່ອ​ຖື​ເທວະ​ດາ​ຟ້າ​ແຖນ. ໃນ​ການ​ດຳ​ລົງ​ຊີ​ວິດ, ເຂົາ​ເຈົ້າ​ເຄົາ​ລົບ​ນັບ​ຖື​ໝໍ​ຜີ ແລະ ຖື​ໝໍ​ຜີ​ເປັນ​ຜູ້​ເຊື່ອມ​ຕໍ່​ລະ​ຫວ່າງ​ເທວະ​ດາ​ຟ້າ​ແຖນ​ກັບໂລກ​ມະ​ນຸດ. ໃນ​ບ້ານ, ໝໍ​ຜີ​ແມ່ນ​ຜູ້​ປະ​ຕິ​ບັດ​ວຽກ​ງານ​ບາງ​ຢ່າງ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ເຊື່ອ​ຖື, ຈິດວີນ​ຍານ​ຂອງ​ບຸກ​ຄົນ, ຄອບ​ຄົວ ແລະ ວົງ​ຄະ​ນາ​ຍາດ.

ການເຊື່ອຖືຂອງຊາວເຜົ່າເມື່ອງ - ảnh 1

ໝໍຜີຊົນເຜົ່າເມື່ອງ

(ພາບອິນເຕີແນດ)

        ຢູ່​ຮ່​ວາ​ບິ່ງ ມີ​ໝໍ​ຜີ​ປະ​ມານ 300 ຄົນ. ເຂົາ​ເຈົ້າ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ຊີ​ວິດ​ດ້ານ​ຈິດ​ວີນ​ຍານ ແລະ ການ​ເຫຼື້ອມ​ໃສ​ຂອງ​ຊາວ​ເຜົ່າ​ເມື່ອງທີ່​ສຸດ. ໝໍ​ຜີ​ບໍ່​ພຽງ​ແຕ່​​ເປັນ​ຜູ້ມີ​ຄວາມສາມາດ​ຈື່​ຈຳ​ໄດ້​ດີ​ບົດສວດນັບ​ຮ້ອຍ​ບົດເທົ່າ​ນັ້ນ​, ຫາກ​ຍັງ​ມີ​ສີ​ລະ​ປະ​ສວດ​ມົນ, ມີນຳ້ສຽງ​​ໄດ້ດີ​, ຟັງ​ງ່າຍອີກ​ດ້ວຍ. ສຽງ​ຂອງ​ໝໍ​ຜີ​ບາງ​ເທື່ອເປັນ​ສຽງ​ແຂງ, ສັກ​ກະ​ລະ​ບູ​ຊາ, ບາງ​ເທື່ອ​ໂສກ​ເສົ້າ​ຫງ່ວມ​ເຫງົາ, ເໝາະ​ສົມ​ກັບ​ຊີ​ວິດ​​ຕົວ​ຈິງ, ສ້າງ​ຄວາມ​ສະ​ເທືອນ​ໃຈ, ແບ່ງ​ເປັນ​ຄວາມ​ທຸກ​​ບໍ່​ພຽງ​ແຕ່ສຳ​ລັບຜູ້​ທີ່​ໄດ້​ລ່ວງ​ລັບ​ໄປ​ແລ້ວ, ຫາກ​ນັບ​ທັງ​ຜູ້​ທີ່​ຍັງ​ມີ​ຊີ​ວິດ​ອີກ​ດ້ວຍ. ທ່ານ ບູ່ຍ​ວັນ​ລຸ່ງ, ໝໍ​ຜີ​ຢູ່​ເມືອງ​ເຕິນ​ຫຼາກ, ຮ່​ວາ​ບິ່ງ, ໃຫ້​ຮູ້​ວ່າ:

        “ໝໍ​ຜີ​ແມ່ນ​ຜູ້​ທີ່​ໄດ້​ຮັບ​ການ​ສືບ​ທອດ​ອາຊີບ​ນີ້ຈາກ​ລຸ້ນກ່ອນໃນ​ຄອບຄົວ, ທີ​ສອງ​ຕ້ອງ​ແມ່ນ​ຜູ້​ທີ່​ມີ​ໃຈ​ບຸນ, ບໍ​ລິ​ສຸດ. ​ເວົ້າ​ຈາ​ຕ້ອງ​ເດ​ັດດຽວ, ຈະ​ແຈ້ງ. ​ໃນ​ບ້ານ​ມີ​ໝໍ​ຜີ​ຫຼາຍ​ຄົນ, ທັງ​ຜູ້​ເຖົ້າ ​ແລະ ຜູ້​ໜຸ່ມ​ອີກ. ກ່ອນ​ນີ້​ແມ່ນ​ສືບ​ທອດ​ປາກ​ຕໍ່ປາກ, ​ແຕ່​ປະຈຸ​ບັນ​ຕ້ອງຂຽນ​ອອກ​ເພື່ອ​ຂຶ້ນ​ໃຈ“.

        ໝໍ​ຜີ​ບໍ່​ພຽງ​ແຕ່​ຮູ້​ໄດ້​ດີ​ກ່ຽວ​ກັບ​ຕົວ​ໜັງສື​ເດີມ, ມີ​ປື້​ມ​ເດີມ​ຫຼາຍ​ຫົວ, ຮູ້​ຮີດຄອງ​ປະ​ເພນີ, ບັນດາ​ພິທີ​ງານ​ບຸນ​ຂອງ​ຊົນເຜົ່າ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຜູ້​ມີ​ຄວາມ​ສາມາດ​ພົວພັນ, ພາວະນາ​ຂໍ​ໃຫ້​ເທວະ​ດາ​ຟ້າ​ແຖນ​ບັນດານ​ໃຫ້​ມະນຸດ​ມີ​ຊີວິດ​ອີ່ມ​ໜຳ​ສຳລານ ​ແລະ ມີ​ຄວາມ​ຜາ​ສຸກ​ອີກ. ນອກ​ນັ້ນ, ໝໍ​ຜີ​ຍັງ​ເປັນ​ຜູ້​ແນະນຳ​ໃຫ້​ມະນຸດ​ວິທີ​ຮັບ​ມື​ກັບບັນດາ​ກຳລັງ​ອະພິທຳ​ມະ​ຊາດ​ທີ່ເໝາະ​ສົມ​ກັບ​ຫຼັກ​ສິນ​ທຳ ​ແລະ ມູນ​ເຊື້ອ​ວັດທະນະທຳ​ຂອງ​ຊາດ ກໍ່​ຄື​ກົດ​ເກນ​ຂອງ​ຊີວິດອີກ. ທ່ານ C. Robequain, ນັກ​ຄົ້ນ​ຄ້ວາ​ວັດທະນະທຳ​ພື້ນ​ເມືອງ​ຂອງຝລັ່ງ ​ໃຫ້​ຂໍ້​ສັງ​ເກດ​ວ່າ: “ຊາວ​ເຜົ່າ​ເມື່ອ​ງຢູ່​ຮ່ວາ​ບິ່ງ ​ແລະ ​ແທງ​ຮ໋ວາ, ມີ​ຊື່​ສຽງ​ດ້ວຍບັນດາ​ໝໍ​ຜີທີ່​ມີ​ຄວາມ​​ເກັ່ງ​ກ້າສາມາດ“. ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ຊາວ​ເຜົ່າ​ເມື່ອ​ງຍັງ​ຄົງ​ຮັກສາ​ຄວາມ​ງາມ​ໃນ​ປະ​ເພນີ​ບູຊາ. ທ່ານ ​ລຸ່ງ​, ໃຫ້​ຮູ້​ວ່າ:

        “ຊາວ​ເຜົ່າ​ເມື່ອງ​ມີບົດ​​ສວດຫຼາຍ​ບົດ. ຕົວ​ຢ່າງຄື​ບົດ​ສວດ​ທີ່​ດິນ, ​ສວດເທວະ​ດາ​ເຕົາ​ໄຟ, ຫຼື​ບົດ​ສວດໃນ​ບຸນ​ປີ​ໃໝ່ກໍ່​ແຕກ​ຕ່າງ​ກັນ ແລະ ທັງ​ໝົດ​ລ້ວນ​ແຕ່​ເປັນ​ພາ​ສາ​ຂອງ​ຊົນ​ເຜົ່າເມື່ອງ. ແຕ່​ລະ​ບົດ​ຕ້ອງ​ອ່ານ​ໃນ​ເວ​ລາ 1 ຊົ່ວ​ໂມງ, ​ເພື່ອແນ​ໃ​ສ່ຂໍ​ໃຫ້​ຄອບ​ຄົວ​ທຳ​ມາ​ຫາ​ກິນໄດ້​ຮັບ​ຜົນ​ດີ, ມີ​ໄກ່, ມີ​ໝູຫຼາຍ​ໂຕ ”.

ການເຊື່ອຖືຂອງຊາວເຜົ່າເມື່ອງ - ảnh 2

ໝໍຜີພວມທຳພິທີ
(ພາບອິນເຕີແນດ)

        ໃນ​ຊີ​ວິດ​ຂອງ​ຊາວ​ເຜົ່າ​ເມື່ອງ​ມີ​ພິ​ທີ​ບູຊາຫຼາຍ​ຢ່າງ​ຄື: ບູ​ຊາ​ບ້ານ, ເມືອງເພື່ອຂໍ​ໃຫ້​ບ້ານ​ເມືອງ​ມີ​ຄວາມ​ຢູ່​ເຢັນ​ເປັນສຸກ, ບູ​ຊາປ່າ ​ເພື່ອຂໍ​ເທວະ​ດາ​ປ່າ​ບັນ​ດານ​ໃຫ້ພູ​ຜາ​ປ່າ​ໄມ້, ບ້ານ​ເມືອງ​ມີ​ຄວາມ​ສະ​ຫງົບ ແລະ ຈະ​ເລີນ, ບູຊາເພື່ອ​ໃຫ້​ວີນ​ຍານ​ຂອງ​ຜູ້​ທີ່​ເສຍ​ຊີ​ວິດ​ໄປ​ແລ້ວ​ໄດ້​ຂຶ້ນ​ແດນ​ສະ​ຫວັນ ຫຼືບູຊາເມື່ອ​ມີ​ຄົນ​ເຈັບ​ເປັນ, ເຂົ້າ​ເຮືອນ​ໃໝ່, ງານ​ແຕ່ງດອງ, ລົງ​ທົ່ງ… ໝໍ​ຜີ​ຊ່ວຍ​ໃຫ້​ວົງ​ຄະ​ນາ​ຍາດຫຼາຍ​ທີ່​ສຸດ​ໃນ​ການ​ປັບ​ປຸງ​ຊີ​ວິດ​ທາງ​ດ້ານ​ຈິດ​ໃຈ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ມາ​ນະ​ຈິດ​ໃຫ້​ແກ່​ມະ​ນຸດ​ຕໍ່​ໜ້າ​ການ​ທົດ​ສອບ​ຂອງ​ຊີ​ວິດ, ຊ່ວຍ​ມະ​ນຸດ​​ມຸ່ງ​ໄປ​ສູ່​ເຈດ​ຕະ​ນາ​ດີ, ມີ​ແບບ​ແຜນ​ດຳ​ລົງ​ຊີ​ວິດ​ທີ່​ດີ ແລະ ປະ​ຕິ​ບັດ​ຕາມ​ການ​ສັ່ງ​ສອນ​ຂອງ​ບັນ​ພະ​ບຸ​ລຸດ ແລະ ຮີດ​ຄອງ​ປະ​ເພ​ນີ​ຂອງ​ບ້ານ​ເມືອງ.

        “ມື້ນີ້​ຕ້ອນ​ຮັບ​ບຸນປີ​ໃໝ່. ຂ້າ​ພະ​ເຈົ້າຊື້ດອກ​ໄມ້​ເຄື່ອງ​ຂອງ​ຕ່າງໆມາ​ບູ​ຊາ​ເພື່ອ​ພາວະນາຂໍ​ໃຫ້ບັນ​ພະ​ບຸ​ລຸດບັນ​ດານ​ໃຫ້​ລູກຫຼານ​ທຳ​ມາ​ຫາ​ກິນ​ໄດ້​ຮັບ​ຜົນ​ດີ .

        ຊີ​ວິດ​ທາງ​ດ້ານ​ຈິ​ດໃຈ​ສ່ວນ​ໃດ​ສ່ວນ​ໜຶ່ງ​ຂອງ​ຊາວ​ເຜົ່າ​ເມື່ອງ​ສະ​ແດງ​ອອກ​ຜ່ານ​ພິ​ທີ​ບູ​ຊາ. ທ່ານ ບູ່ຍ​ວັນ​ເຕື໋ອ, ຊາວ​ເຜົ່າ​ເມື່ອງ​ຢູ່​ຕາ​ແສງ​ຟອງ​ຟູ໋, ເມືອງ​ເຕິນ​ຫຼາກ, ໃຫ້​ຮູ້​ວ່າ, ຊາວ​ເຜົ່າ​ເມື່ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ພິ​ທີ​ບູ​ຊາ​ທ້າຍ​ປີ, ເພື່ອ​ລາຍ​ງານ​ຕໍ່​ບັນ​ພະ​ບຸ​ລຸດ​ທຸກສິ່ງ​ທຸກ​ຢ່າງ​ໃນ​ໜຶ່ງ​ປີ​ຜ່ານ​ມາ ແລະ ເຊື້ອ​ເຊີນ​ເຂົາ​ເຈົ້າ​ກັບ​ມາ​ເອົາ​ບຸນ​ປີ​ໃໝ່​ພ້ອມ​ກັບ​ຄອບ​ຄົວ.

        “ໝໍ​ຜີ​ແມ່ນ​ຜູ້​ມີ​ຄວາມ​ສຳ​ຄັນ​ທີ່​ສຸດໃນ​ຊີ​ວິດ​ຂອງ​ຊາວ​ເຜົ່າ​ເມື່ອງ. ສຳ​ລັບ​ຄອບ​ຄົວ​ຂ້າ​ພະ​ເຈົ້າ, ເມື່ອ​ຈັດ​ພາ​ເຂົ້າ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່ດ້ວຍ​ເຂົ້າ​ໜຽວ ແລະ ໄກ່ຕົ້ມ​ນັ້ນ, ຄອບ​ຄົວ​ຂ້າ​ພະ​ເຈົ້າຈະ​ຈັດ​ເອງ, ແຕ່​ຮອດມື້​ບຸນ​ປີ​ໃໝ່​ແມ່ນ​ຕ້ອງ​ເຊີນ​ໝໍ​ຜີ​ມາ​ເຮັດ, ໃນ​ພິ​ທີນີ້, ໝໍ​ຜີ​ຕ້ອງສວດ​ມົນ​ໃນ​ເວ​ລາ 1 ຊົ່ວ​ໂມງ​ດ້ວຍ​ພາ​ສາ​ສະ​ເພາະ​ຂອງ​ໝໍ​ຜີ ”.

ການເຊື່ອຖືຂອງຊາວເຜົ່າເມື່ອງ - ảnh 3

(ພາບອິນເຕີແນດ)

        ປ້າ ບູ່ຍ​ທິ​ບຽນ, ຢູ່​ຕາ​ແສງ​ຟອງ​ຟູ໋, ຖື​ວ່າ, ບັນ​ດາ​ບົດ​ສວດ​ໃນ​ພິ​ທີ​ຕ່າງໆ​ຄື​ດັ່ງກຳ​ລັງ​ແຮງ​ທີ່​ຈຳ​ເປັນ​ໃນ​ຊີ​ວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ເຜົ່າ​ເມື່ອງ​ນັບ​ແຕ່​​ດົນ​ນານມານີ້.

        “ຕາມ​ປະ​ເພ​ນີ​ຂອງ​ຊົນ​ເຜົ່າ​ເມື່ອງ​ແລ້ວ, ຖ້າໝໍ​ຜີ​ມາທຳ​ພິ​ທີສວດ​ມົນ, ປີ​ໃໝ່​ຈຶ່ງ​​ປະ​ສົບ​ແຕ່ຄວາມ​ໂຊກ​ດີ. ດັ່ງ​ນັ້ນ​ຮອດ​ບຸນ​ປີ​ໃໝ່ຄອບ​ຄົວຂ້າ​ພະ​ເຈົ້າ​ເຄີຍ​ເຊີນ​ໝໍ​ຜີ​ມາ​ສວດ​ມົນ. ໝໍ​ຜີ​ມີ​ແຕ່ເຮັດ​ບຸນ​ທຳ​ຄຸນ​ເທົ່າ​ນັ້ນ, ຫາກ​ບໍ່​ເຮັດ​ຫ​ຍັງ​ເພື່ອ​ສົ່ງ​ຜົນ​ສະ​ທ້ອນ​ບໍ່​ດີ​ເຖິງ​ປະ​ຊາ​ຊົນ”.

        ໝໍ​ຜີ​ໄດ້​ຮັບ​ການ​ສືບ​ທອດ​ຈາກ​ລຸ້ນ​ນີ້​ຕໍ່​ລຸ້ນ​ອື່ນໆ, ສະ​ແດງ​ໃຫ້​ເຫັນ​ສີ​ສັນ​ວັດ​ທະ​ນະ​ທຳ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ເມື່ອງ. ໝໍ​ຜີ​ກໍ່​ແມ່ນ​ຜູ້​ປະ​ກອບ​ສ່ວນ​ຮັກ​ສາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ຕົນ. ຊ່ວຍ​ໃຫ້​ວົງ​ຄະ​ນາ​ຍາດ​ຊາວ​ເຜົ່າ​ເມື່ອງ​ມຸ່ງ​ໄປ​ສູ່​ຊີ​ວິດ​ທີ່​ດີ​ງາມ.

ຕອບກັບ

ຂ່າວ/ບົດ​ອື່ນ